ສາທາລະນະສຸກ ແຂວງຊຽງຂວາງ ເອົາໃຈໃສ່ ວຽກສຸຂະພາບຈະເລີນພັນ

21/12/2023 13:47
Email Print 6144
ຂປລ ຂປລ.​ ຕາມ​ການ​ລາຍ​ງານ​ຂອງ ທ່ານ ເຢ້ ຢ້າງ ຮອງ​ຫົວໜ້າ​ພະແນກ​ສາ​ທາ​ລະ​ນະ​ສຸກ ​ແຂວງ​ຊຽງ​ຂວາງ​ ​ເມື່ອ​ບໍ່​ດົນ​ນີ້​ວ່າ: ພະແນກ​ສາທາລະນະ​ສຸກ​ ແຂວງ​ຊຽງ​ຂວາງ ເປັນ​ຂະແໜງ​ທີ່​ສຳຄັນ ​ຕໍ່​ວຽກງານ​ສຸຂະພາບ​ຈະເລີນ​ພັນ ​ເຊິ່ງ​ໄລຍະ​ຜ່ານ​ມາ​ແມ່ນ​ໄດ້​ສຸມໃສ່ ວຽກງານ​ໂພຊະນາການ​, ການ​ລ້ຽງລູກ​ດ້ວຍ​ນົມ​ແມ່​, ແມ່ຍິງ​ຖືພາ, ພ້ອມ​ທັງ​ສຸມ​ໃສ່​ປຸກລະດົມ ​ໃຫ້​ແມ່ຍິງ​ຖືພາ ຕ້ອງມາເກີດລູກ ຢູ່​ສະຖານ​ທີ່​​ໃຫ້ບໍລິການ ແລະ ​ມາກວດ ຫລັງເກີດລູກ​.

ຂປລ.​ ຕາມ​ການ​ລາຍ​ງານ​ຂອງ ທ່ານ ເຢ້ ຢ້າງ ຮອງ​ຫົວໜ້າ​ພະແນກ​ສາ​ທາ​ລະ​ນະ​ສຸກ ​ແຂວງ​ຊຽງ​ຂວາງ​ ​ເມື່ອ​ບໍ່​ດົນ​ນີ້​ວ່າ: ພະແນກ​ສາທາລະນະ​ສຸກ​ ແຂວງ​ຊຽງ​ຂວາງ ເປັນ​ຂະແໜງ​ທີ່​ສຳຄັນ ​ຕໍ່​ວຽກງານ​ສຸຂະພາບ​ຈະເລີນ​ພັນ ​ເຊິ່ງ​ໄລຍະ​ຜ່ານ​ມາ​ແມ່ນ​ໄດ້​ສຸມໃສ່ ວຽກງານ​ໂພຊະນາການ​, ການ​ລ້ຽງລູກ​ດ້ວຍ​ນົມ​ແມ່​, ແມ່ຍິງ​ຖືພາ, ພ້ອມ​ທັງ​ສຸມ​ໃສ່​ປຸກລະດົມ ​ໃຫ້​ແມ່ຍິງ​ຖືພາ ຕ້ອງມາເກີດລູກ ຢູ່​ສະຖານ​ທີ່​​ໃຫ້ບໍລິການ ແລະ ​ມາກວດ ຫລັງເກີດລູກ​. ຄຽງ​ຄູ່​ກັນ​ນີ້, ກໍ​ເອົາ​ໃຈ​ໃສ່​ຕໍ່​ວຽກງານ​ສັກຢາກັນພະຍາດ ໂດຍສະເພາະ ​ໃນ​ເດັກ​ລຸ່ມ​ 1 ປີ ແລະ​ ​ໄວ​ຈະເລີນ​ພັນ​, ​ເອົາ​ໃຈ​ໃສ່​​ຕິດຕາມ​ການ​ຈະເລີນ​ເຕີບໂຕ, ການໃຫ້​ວິຕາມິນ​, ໃຫ້​ຢາ​ຂ້າແມ່ທ້ອງ​ຂອງ​ເດັກ​ລຸ່ມ​ 5 ປີ​. ທັງ​ໄດ້​ເຮັດ​ວຽກງານ​ການບໍລິການ ແບບ​ເຊື່ອມ​ສານ​ລົງຕິດຕາມ ບ້ານ,​ ລວມທັງ​ການກວດ​ທ້ອງ​​ແມ່ຍິງຖືພາ​.

ຜ່ານ​ການ​ຈັດຕັ້ງ​ປະຕິບັດ​ໃນໄລຍະ​ 1 ປີ​ທີ່​ຜ່ານ​ມາ, ​ເຫັນໄດ້ວ່າ​ໃນ 10 ຕົວ​ຊີ້​ວັດ​ທີ່​ຕິດພັນກັບ​ ວຽກ​ງານ​ຂອງ​ແມ່ ​ແລະ ​ເດັກ​ນັ້ນ​, 9​ ຕົວຊີ້ວັດ ແມ່ນ​ບັນລຸ​ຕາມ​ຄາດໝາຍ ໂດຍ​ສະ​ເພາະ​ຕົວຊີ້ວັດ ກ່ຽວກັບນ້ຳຫນັກ,​ ລວງສູງຂອງເດັກ ລຸ່ມ ​5 ປີ​ ບໍ່​ໄດ້​ມາດຕະຖານ​ ແມ່ນ​ໄດ້​ບັນລຸ​ຕາມ​ຄາດໝາຍ​, ອັດຕາ​ການຕາຍ ຂອງເດັກ​ລຸ່ມ ​1​ ປີ ​ແລະ ​ເດັກ​ລຸ່ມ ​5 ປີ​ ແລະ​ ອັດ​ຕາ​ການ​ຕາຍ​ຂອງ​ແມ່​ ກໍ​ບັນລຸ​ຄາດ​ໝາຍ​ໃນ​ປີ​ນີ້​, ຍັງ​ເຫລືອ​ພຽງ​ອັດຕາ​ການ​ສັກ​ວັກຊິນ ເທົ່ານັ້ນ​ ທີ່​ຍັງ​ບໍ່​ບັນລຸ​ຕາມ​ຄາດໝາຍ​, ​ເຖິງວ່າ​ອັດຕາ​ການ​ສັກ​ວັກຊິນ​ ຈະບໍ່ບັນລຸຄາດໝາຍ​ ແຕ່​ເຫັນ​ໄດ້​ວ່າ​ອັດຕາ​ການ​ສັກຢາ ກັນ​ພະຍາດ​ແມ່ນ​ມີ​ຄວາມ​ຄືບ​ໜ້າ ​ຖ້າ​ທຽບໃສ່​ປີ​ທີ່ຜ່ານມາ.

ແຂວງ​ຊຽງ​ຂວາງ​ ມີ​ທັງ​ໝົດ ​7​ ເມືອງ​. ​ໃນ​ນັ້ນ, ມີ​ແຕ່​ 4 ​ເມືອງ​ຄື: ເມືອງ​ຄຳ, ເມືອງ​ໜອງແຮດ,​ ເມືອງພູກູດ ແລະ​ ເມືອງຜາໄຊ ​ທີ່​ໄດ້ຮັບ​ການ​ຈັດຕັ້ງ​ປະຕິບັດ​ວຽກງານ​ສຸຂະ ພາບ​ຈະເລີນ​ພັນ. ໃນ​ປີ ​2022​-2023​, ອັດຕາ​ການ​ຂາດ​ສານ​ອາຫານ​ໃນ​ເດັກ​ລຸ່ມ ​5 ປີ​ດີຂຶ້ນ​, ອັດຕາ​ການ​ຕາຍ​ຂອງ​ແມ່​ແລະ​ເດັກ​ຫລຸດລົງ​, ການ​ເຂົ້າ​ເຖິງ​ການບໍລິການ ​ທີ່​ມີ​ແພດ​ຊ່ວຍ​ແມ່ນ​ເພີ່ມຂຶ້ນ​, ​ໃນ​ປີ ​2022​ ນ້ຳໜັກ ​ບໍ່ໄດ້​ມາດຕະຖານ​ ຂອງ​ເດັກ​ລຸ່ມ​5 ປີ​ລົງມາ​ມີ​ 18% ​ແລະ ​ປີ​ 2023​ ມີ​ພຽງແຕ່​ 14%.

​ແນວ​ໃດ​ກໍ​ດີ, ປະຊາຊົນ​ໃນ​ເຂດ​ຫ່າງໄກ​ສອກ​ຫລີກ​ ຢູ່​ແຂວງ​ຊຽງ​ຂວາງ​ ຈໍານວນໜຶ່ງ​ຍັງ​ພົບ​​ຄວາມ​ຫຍຸ້ງຍາກ​ ໃນ​ການ​ເຂົ້າ​ເຖິງ​ຂໍ້​ມູນ​ຂ່າວສານ ​ດ້ານ​ໂພສະນາການ​ ​ໂດຍ​ສະ​ເພາະ ​ແມ່ນ​ເສັ້ນທາງ​ເຂົ້າ​ເຖິງ​ບ້ານ​​​ ໃນ​ລະດູຝົນ​ ແມ່ນ​ບໍ່​ສາມາດ​ໄປ​ໄດ້, ປະຊາຊົນ​ຈຳນວນ​ໜຶ່ງ​ຍັງບໍ່ມີສ່ວນຮ່ວມ ໃນການ​ຈັດຕັ້ງ​ປະຕິບັດ​ ວຽກງານ​ແມ່ ​ແລະ​ ເດັກ​, ຍ້ອນ​ຍັງ​ບໍ່​ທັນ​ເຂົ້າ​ໃຈ​ເຖິງ​ ຄວາມ​ສຳຄັນ​ຂອງ​ການ​ຮັກສາ​ສຸຂະພາບ​, ປະຊາຊົນ​ຈຳນວນ​ໜຶ່ງ​​ ໄປ​ເຮັດວຽກ​ຢູ່​ໄຮ່​ຢູ່​ສວນ​ ກໍບໍ່​​ໄດ້​ມາພົບແພດໝໍ ​ແລະ ​ວຽກ​ງານ​ສຸຂະສຶກສາ ຢູ່​ໃນ​ຂັ້ນເມືອງ ຍັງ​ບໍ່​ທັນ​ເຂັ້ມແຂງ​​ເທົ່າ​ທີ່​ຄວນ, ງົບປະມານ​ໃນການ​ຈັດຕັ້ງ​ປະຕິບັດ​ກໍມີຈຳກັດ.

ຂ່າວ-ພາບ: ມະ​ໄລ​ລັກ

KPL

ຂ່າວອື່ນໆ

ads
ads

Top