ກະຊວງສາທາລະນະສຸກ ສະຫລຸບວຽກງານ ປີ 2023 ແລະ ທິດທາງແຜນການ 2024

17/02/2024 11:58
Email Print 2301
ຂປລ ຂປລ. ກອງປະຊຸມສະຫລຸບ ການຈັດຕັ້ງປະຕິບັດ ວຽກງານສາທາລະນະສຸກ ປະຈຳປີ 2023 ແລະ ທິດທາງແຜນພັດທະນາສາທາລະນະສຸກ ປະຈຳປີ 2024 ພາຍໃຕ້ຫົວຂໍ້ “ຍົກສູງຄຸນນະພາບການບໍລິການ ສາທາລະນະສຸກ ໂດຍການຫັນການບໍລິຫານຄຸ້ມຄອງ ໄປສູ່ລະບົບທັນສະໄໝ” ໄດ້ຈັດຂຶ້ນ ໃນວັນທີ 15 ກຸມພາ 2024 ທີ່ຖ້ຳຊ້າງລອດ ເມືອງວຽງໄຊ ແຂວງຫົວພັນ



ຂປລ. ກອງປະຊຸມສະຫລຸບ ການຈັດຕັ້ງປະຕິບັດ ວຽກງານສາທາລະນະສຸກ ປະຈຳປີ
2023 ແລະ ທິດທາງແຜນພັດທະນາສາທາລະນະສຸກ ປະຈຳປີ 2024 ພາຍໃຕ້ຫົວຂໍ້ ຍົກສູງຄຸນນະພາບການບໍລິການ ສາທາລະນະສຸກ ໂດຍການຫັນການບໍລິຫານຄຸ້ມຄອງ ໄປສູ່ລະບົບທັນສະໄໝໄດ້ຈັດຂຶ້ນ ໃນວັນທີ 15 ກຸມພາ 2024 ທີ່ຖ້ຳຊ້າງລອດ ເມືອງວຽງໄຊ ແຂວງຫົວພັນ ໂດຍການເປັນປະທານຂອງທ່ານ ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ ພ້ອມດ້ວຍຄະນະລັດຖະມົນຕີ ກະຊວງສາທາລະນະສຸກ, ບັນດາຄະນະອະທິການບໍດີ, ສະຖາບັນ, ອໍານວຍການໂຮງໝໍສູນກາງ ແລະ ສູນຕ່າງໆ ອ້ອມຂ້າງກະຊວງສາທາລະນະສຸກ ເຂົ້າຮ່ວມ.

ທ່ານ ດຣ. ບຸນແຝງ ພູມມະໄລສິດ ໄດ້ກ່າວວ່າ: ໃນໄລຍະ 1 ປີຜ່ານມາ, ຂະແໜງສາທາລະນະສຸກ ໄດ້ມີຜົນສໍາເລັດຫລາຍດ້ານ ອັນພົ້ນເດັ່ນ ແມ່ນການຈັດຕັ້ງປະຕິບັດ ເປົ້າໝາຍ 11 ຕົວຊີ້ບອກ ທີ່ສະພາແຫ່ງຊາດ ໄດ້ຮັບຮອງ ແລະ ຢູ່ຫລາຍແຂວງ ກໍໄດ້ພະຍາຍາມສູ້ຊົນ ໃຫ້ມີຄວາມຄືບຫນ້າຫລາຍ ເຖິງວ່າບໍ່ບັນລຸທັງໝົດກໍຕາມ. ສຳລັບ ການຈັດຕັ້ງປະຕິບັດ ວຽກງານວິຊາສະເພາະຂອງ 07 ແຜນງານສາທາລະນະສຸກ, ບັນດາໂຄງການ ແລະ ກິດຈະກໍາຕ່າງໆ ຂັ້ນສູນກາງ ແລະ ທ້ອງຖິ່ນ ມີຄວາມຄືບໜ້າທີ່ດີ, ແຕ່ຍັງມີຫລາຍບັນຫາ ສິ່ງທ້າທາຍ ເຮັດໃຫ້ການປະຕິບັດບາງກິດຈະກຳ ບໍ່ສາມາດບັນລຸໄດ້ຕາມແຜນການທີ່ວາງໄວ້.




ກອງປະຊຸມຄັ້ງນີ້
, ໄດ້ສຸມໃສ່ປຶກສາຫາລືບັນດາວຽກງານ ທີ່ສໍາຄັນ ແລະ ໄດ້ຕົກລົງ ເປັນເອກະພາບ ຄື: ສະຫລຸບຕີລາຄາ ຜົນສໍາເລັດ, ສິ່ງຄົງຄ້າງ ແລະ ສິ່ງທ້າທາຍ ໃນການຈັດຕັ້ງປະຕິບັດ ແຜນພັດທະນາສາທາລະນະສຸກ ປະຈໍາປີ 2023 ແລະ ທິດທາງແຜນການ ປີ 2024 ເພື່ອໃຫ້ບັນລຸ 11 ຕົວຊີ້ບອກ ທີ່ສະພາແຫ່ງຊາດໄດ້ຮັບຮອງ ໂດຍສຸມໃສ່ຈັດຕັ້ງປະຕິບັດ ປັບປຸງຄຸນນະພາບ ຂອງການບໍລິການສາທາລະນະສຸກ ໃຫ້ທົ່ວເຖິງ ແລະ ມີີຄຸນນະພາບດີຂຶ້ນກວ່າເກົ່າ; ຄົ້ນຄວ້າ ປຶກສາຫາລື ບັນຫາທີ່ພົ້ນເດັ່ນ ເປັັນຕົ້ນ ການຈັດຕັັ້ງປະຕິບັດວຽກງານການເງິນ, ການຈັດສັນງົບປະມານ ປີ 2023 ແລະ ແຜນການປີ 2024, ການຫັນໂຮງໝໍກຸ້ມຕົນເອງ, ວຽກງານກອງທຶນປະກັນສຸຂະພາບ ແລະ ທິດທາງ ເພື່ອບັນລຸສຸຂະພາບ ທົ່ວປວງຊົນ, ການສ້າງກົນໄກການປະສານງານ ເພື່ອບັນລຸ 11 ຕົວຊີ້ບອກທີ່ສະພາຮັບຮອງ, ການປະຕິບັດ ນະໂຍບາຍ 5 ດີ 1 ພໍໃຈ, ການຍົກລະດັບຄຸນນະພາບ ຂອງສະຖານທີ່ບໍລິການ, ການກໍ່ສ້າງ-ບັນຈຸ, ຊັບຊ້ອນບຸກຄະກອນສາທາລະນະສຸກ, ການສົ່ງເສີມກົນໄກການສະໜອງຢາ ແລະ ອຸປະກອນການແພດ.

ກອງປະຊຸມ ຍັງໄດ້ຕີລາຄາບັນດາ 11 ຕົວຊີ້ບອກຂະແໜງສາທາລະນະສຸກ ໃນປີ 2023 ໂດຍສະເພາະ 08 ຕົວຊີ້ບອກ ທີ່ສາມາດບັນລຸຄາດໝາຍໄດ້ ຄື: ອັດຕາການຕາຍຂອງເດັກນ້ອຍລຸ່ມ 1 ປີ ປະຕິບັດໄດ້ 11,8/1.000 ຄົນ ຂອງເດັກນ້ອຍເກີດມີຊີວິດ (ຄາດໝາຍ 24/1.000); ອັດຕາການຕາຍຂອງເດັກນ້ອຍລຸ່ມ 5 ປີ ປະຕິບັດໄດ້ 13,4/1.000 ຄົນ ຂອງເດັກນ້ອຍເກີດມີຊີວິດ (ຄາດໝາຍ 34/1.000); ອັດຕາ ສ່ວນການຕາຍຂອງແມ່ ປະຕິບັດໄດ້ 42,2/100.000 ຄົນ ຂອງເດັກນ້ອຍເກີດມີຊີວິດ (ຄາດໝາຍ 130/100.000); ອັດຕາການເກີດລູກມີແພດຊ່ວຍ ປະຕິບັດໄດ້ 85,1% ຂອງປະຊາກອນກຸ່ມເປົ້າໝາຍ (ຄາດໝາຍ 83%); ອັດຕາການໃຫ້ວັກຊິນກັນພະຍາດ Penta 3 ປະຕິບັດໄດ້ 96,2% ຂອງປະຊາກອນກຸ່ມເປົ້າໝາຍ (ຄາດໝາຍ 95%); ອັດຕາການຊົມໃຊ້ນ້ຳສະອາດ ປະຕິບັດໄດ້ 93,3% ຂອງປະຊາກອນທັງໝົດ (ຄາດໝາຍ 93%); ອັດຕາການຊົມໃຊ້ວິດຖ່າຍຄອບຄົວ ປະຕິບັດໄດ້ 84,6% (ຄາດໝາຍ 83%); ອັດຕາການປະກາດຮັບຮອງເປັນ ບ້ານສາທາລະນະສຸກແບບຢ່າງ ປະຕິບັດໄດ້ 89,4% ຂອງຈໍານວນບ້ານທັງໝົດ (ຄາດໝາຍ 83%). ນອກຈາກນີ້, ຍັງມີ 03 ຕົວຊີ້ບອກ ທີ່ບໍ່ສາມາດບັນລຸຄາດໝາຍ ເຊັ່ນ: ອັດຕາສ່ວນເດັກນ້ອຍລຸ່ມ 5 ປີ ທີ່ມີນໍ້າໜັກຕໍ່າກວ່າມາດຕະຖານ ແມ່ນ 24,3% (ຈາກຜົນສໍາຫລວດ LSIS III), ຄາດໝາຍ 2023 ແມ່ນ 17% ຂອງປະຊາກອນກຸ່ມເປົ້າໝາຍ; ອັດຕາສ່ວນເດັກນ້ອຍລຸ່ມ 5 ປີ ທີ່ມີລວງສູງຕໍ່າກວ່າມາດຕະຖານ ຂາດສານອາຫານຊໍ້າເຮື້ອ ແມ່ນ 32,8% (ຈາກຜົນສໍາຫລວດ LSIS III), ຄາດໝາຍ ປີ 2023 ແມ່ນ 29% ຂອງກຸ່ມປະຊາກອນເປົ້າໝາຍ ແລະ ອັດຕາການປົກຄຸມ ປະກັນສຸຂະພາບທົ່ວປວງຊົນ ປະຕິບັດໄດ້ 94,5% ຂອງປະຊາກອນທັງໝົດ (ຄາດໝາຍ 95%).

ທ່ານ ດຣ. ບຸນແຝງ ພຸມມະໄລສິດ ກ່າວຕື່ມວ່າ: ສຳລັບທິດທາງ ວຽກຈຸດສຸມໃນ ປີ 2024 ຂະແໜງສາທາລະນະສຸກ ວາງເປົ້າໝາຍ ໃຫ້ອັດຕາເດັກນ້ອຍລຸ່ມ 05 ປີ ທີ່ມີນໍ້າໜັກຕໍ່າກວ່າມາດຕະຖານ ໃຫ້ຍັງເຫລືອ 16% ຂອງປະຊາກອນກຸ່ມເປົ້າໝາຍ; ອັດຕາເດັກນ້ອຍລຸ່ມ 05 ປີ ທີ່ມີລວງສູງຕ່ໍາກວ່າມາດຕະຖານ ໃຫ້ຍັງເຫລືອ 28% ຂອງປະຊາກອນກຸ່ມເປົ້າ ໝາຍ; ອັດຕາການຕາຍຂອງເດັກນ້ອຍລຸ່ມ 01 ປີ ໃຫ້ຍັງເຫລືອ 22 ຕໍ່ 1.000 ເດັກເກີດມີຊີວິດ; ອັດຕາການຕາຍຂອງເດັກນ້ອຍລຸ່ມ 05 ປີ ໃຫ້ຍັງເຫລືອ 32 ຕໍ່ 1.000 ເດັກເກີດມີຊີວິດ. ພ້ອມນີ້, ອັດຕາສ່ວນການຕາຍຂອງແມ່ ໃຫ້ຍັງເຫລືອ 120 ຕໍ່ 100.000 ເດັກເກີດມີຊີວິດ; ອັດຕາເກີດລູກມີແພດຊ່ວຍ ໃຫ້ໄດ້ 84% ຂອງປະຊາກອນເປົ້າໝາຍ; ອັດຕາໃຫ້ວັກຊິນກັນພະຍາດໃນເດັກລຸ່ມ 01 ປີ ໃຫ້ໄດ້ 95% ຂອງປະຊາກອນກຸ່ມເປົ້າໝາຍ; ອັດຕາຊົມໃຊ້ນ້ຳສະອາດ ໃຫ້ໄດ້ 94% ຂອງປະຊາກອນທັງໝົດ; ອັດຕາຊົມໃຊ້ວິດຖ່າຍຄອບຄົວ ໃຫ້ໄດ້ 84% ຂອງຄອບຄົວທັງໝົດ; ອັດຕາປົກຄຸມປະກັນສຸຂະພາບທົ່ວປວງຊົນ ໃຫ້ໄດ້ 94,5% ຂອງປະຊາກອນທັງໝົດ; ອັດຕາການປະກາດ ແລະ ຮັບຮອງບ້ານສາທາລະນະສຸກແບບຢ່າງ ໃຫ້ໄດ້ 84% ຂອງຈໍານວນບ້ານທັງໝົດ.

KPL

ຂ່າວອື່ນໆ

ads
ads

Top