ອົດສະຕຣາລີ-ອຸຍນີເຊບ ສະໜັບສະໜູນພາຫະນະ ເພື່ອເຂົ້າເຖິງບໍລິການສຸຂະພາບ ຢູ່ເຂດສອກຫລີກ

20/02/2024 13:35
Email Print 1904
ຂປລ ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ລັດຖະບານອົດສະຕຣາລີ ຮ່ວມກັບອົງການ ອຸຍ​ນີ​ຊບ ໄດ້ມອບລົດ ຕ໋ອກຕ໋ອກ ຈຳນວນ 32 ຄັນ ໃຫ້ແກ່ລັດຖະບານເເຫ່ງ ສປປ ລາວ ​ເພື່ອປະກອບສ່ວນເຂົ້າໃນຍຸດທະສາດ ການຜັນຂະຫຍາຍການເຂົ້າເຖິງ ບໍລິການດ້ານສຸຂະພາບ ໃນ ສປປ ລາວ ແລະ ຈະຊ່ວຍຮັບປະກັນການສະໜອງ ຊຸດການບໍລິການສຸຂະພາບ ແບບເຊື່ອມສານ ແລະ ການເຂົ້າເຖິງບໍລິການຢ່າງເທົ່າທຽມ

ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ລັດຖະບານອົດສະຕຣາລີ ຮ່ວມກັບອົງການ ອຸຍ​ນີ​ຊບ ໄດ້ມອບລົດ ຕ໋ອກຕ໋ອກ ຈຳນວນ 32 ຄັນ ໃຫ້ແກ່ລັດຖະບານເເຫ່ງ ສປປ ລາວ ​ເພື່ອປະກອບສ່ວນເຂົ້າໃນຍຸດທະສາດ ການຜັນຂະຫຍາຍການເຂົ້າເຖິງ ບໍລິການດ້ານສຸຂະພາບ ໃນ ສປປ ລາວ ແລະ ຈະຊ່ວຍຮັບປະກັນການສະໜອງ ຊຸດການບໍລິການສຸຂະພາບ ແບບເຊື່ອມສານ ແລະ ການເຂົ້າເຖິງບໍລິການຢ່າງເທົ່າທຽມ ເປັນຕົ້ນ ແມ່ນບໍລິການແບບເຊື່ອມສານ ສັກວັກຊີນຮອບປົກກະຕິ, ວັກຊີນກັນພະຍາດ ໂຄວິດ-19 ແລະ ບໍລິການດ້ານສຸຂະພາບແມ່ ແລະ ເດັກ ໃນບັນດາກຸ່ມຄົນທີ່ມີຄວາມສ່ຽງທີ່ສຸດ ແລະ ເຂດຫ່າງໄກສອກຫລີກ ໂດຍສະເພາະແມ່ນໃນລະດູຝົນ.

ພິທີມອບ-ຮັບພາຫະນະ ດັ່ງກ່າວ ຈັດຂຶ້ນໃນ​ກອງປະຊຸມສະຫລຸບ ການຈັດຕັ້ງປະຕິບັດວຽກງານ ສາທາລະນະສຸກ ປະຈຳປີ 2023 ເເລະ ທິດທາງເເຜນການ ປິ 2024 ທີ່ຈັດຂຶ້ນຢູ່ເມືອງວຽງໄຊ ແຂວງຫົວພັນ ​ໂດຍ​ມີ ທ່ານ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານ ຄຳແພງ ໄຊສົມແພງ ເຈົ້າແຂວງຫົວພັນ ​ເຂົ້າ​ຮ່ວມ.

​ໂອກາດ​ນີ້, ທ່ານ ດຣ ບຸນແຝງ ພູມມະໄລສິດ ໄດ້ສະເເດງຄວາມຂອບໃຈ ​ແລະ ຈີ​ລາຄາ​ສູງ ຕໍ່ການ​ສະໜັບສະໜູ​ນຂອງ ອົງການອຸຍ​ນີເຊບ ເເລະ ລັດຖະບານອົດສະຕຣາລີ. ພາຫະນະເຫລົ່ານີ້ຈະຊ່ວຍເພີ່ມ ການເຂົ້າເຖິງການບໍລິການດ້ານສຸຂະພາບ ຢ່າງກ້ວາງຂວາງໃນທົ່ວປະເທດ ແລະ ຈະຊ່ວຍໃຫ້ພະນັກງານສາທາລະນະສຸກ ກ້າວຂ້າມຜ່ານສິ່ງທ້າທາຍ ທາງດ້ານພູມສາດ ເພື່ອເຂົ້າເຖິງ ເເລະ ສະໜອງບໍລິການອັນສຳຄັນ ໃຫ້ເເເກ່ຊຸມຊົນທີ່ມີຄວາມສ່ຽງທີ່ສຸດ ​ໂດຍ​ພາຫະນະ​ດັ່ງກ່າວ ຈະ​ໄດ້ແຈກຢາຍໃຫ້ສຸກສາລາ ທັງໝົດ 32 ແຫ່ງໃນ 15 ແຂວງ ​ເຊິ່ງຈະເປັນປະໂຫຍດຫລາຍ ໃຫ້ເເກ່ພະນັກງານສາທາລະນະສຸກທ້ອງຖິ່ນ ໃນການເຂົ້າເຖິງຊຸມຊົນ ທີ່ມີຄວາມສ່ຽງໃນໄລຍະລະດູຝົນ ເເລະ ຮັບປະກັນວ່າຊຸມຊົນ ສາມາດເຂົ້າເຖິງບໍລິການ ດ້ານສຸຂະພາບໄດ້ຕະຫລອດທັງປີ.

ທ່ານ ນາງ ເມແກນ ຈອນ ເອກອັກຄະລັດຖະທູດ ອົດສະຕຣາລີປະຈຳ ສປປ ລາວ ​ໄດ້ກ່າວວ່າ: ລັດຖະບານອົດສະຕຣາລີ ພູມໃຈທີ່ໄດ້ຊ່ວຍສະໜັບສະໜູນ ຄວາມມຸ່ງໝັ້ນຂອງ ສປປ ລາວ ໃນການຮັບຮອງການເຂົ້າເຖິງ ການບໍລິການດ້ານສຸຂະພາບ ຂອງທຸກຄົນໃນປະເທດ. ພາຫະນະດັ່ງກ່າວ ໄດ້ຖືກຈັດສົ່ງໃຫ້ກັບລັດຖະບານ ແຫ່ງ ສປປ ລາວ ພາຍໃຕ້ໂຄງການທີ່ມີຊືວ່າ: VAHSI (Vaccine Access and Health Security Initiative), ມີມູນຄ່າປະມານ 367.000 ໂດລາອົດສະຕຣາລີຫລື ປະມານ 245.000 ໂດລາສະຫະລັດ.

ພ້ອມ​ນີ້, ທ່ານ ນາງ ເພຍ ເຣເບລໂລ ບຣິດໂຕ ຜູ້ຕາງໜ້າອົງການອຸຍ​ນີເຊບ ປະຈຳລາວ ກໍໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນ ຂອງການຊ່ວຍເຫລືອດັ່ງກ່າວ ຈາກລັດຖະບານອົດສະຕຣາລີ ​ເຊິ່ງການຊ່ວຍເຫລືອຄັ້ງນີ້, ບໍ່ພຽງແຕ່ຈະຊ່ວຍໃຫ້ພະນັກງານ ສາທາລະນະສຸກ ສາມາດເຂົ້າເຖິງຊຸມຊົນ ທີ່ມີຄວາມສ່ຽງສູງເທົ່ານັ້ນ ​ແຕ່ມັນຍັງສະເເດງໃຫ້ເຫັນເຖິງ ຄວາມມຸ່ງໝັ້ນຂອງພວກເຮົາ ໃນການຊອກຫາວິທີທີ່ມີນະວັດຕະກຳຕ່າງໆ ເພື່ອເສີມສ້າງຄວາມເຂັ້ມແຂງ ຂອງລະບົບສາທາລະນະສຸກ ໃນ ສປປ ລາວ ເພື່ອໃຫ້ລະບົບດັ່ງກ່າວ ສາມາດຮັບມືກັບສິ່ງທ້າທາຍ ເເລະ ຄວາມສ່ຽງທີ່ສາມາດເກີດຂຶ້ນ ເຊັ່ນ: ຄວາມສ່ຽງຂອງການລະບາດຂອງພະຍາດ, ຄວາມພະຍາຍາມທັງໝົດນີ້, ກໍເພື່ອຮັບປະກັນສຸຂະພາບທີ່ດີ ຂອງເດັກນ້ອຍ ແລະ ແມ່ຍິງທຸກຄົນໃນ ສປປ ລາວ.

KPL

ຂ່າວອື່ນໆ

ads
ads

Top