ທົ່ງໄຫຫີນແຂວງຊຽງຂວາງ ເຂົ້າເປັນມໍລະດົກໂລກ ກວມເອົາ 11 ແຫລ່ງໄຫຫີນ

31/07/2019 11:01
Email Print 7365
ຂປລ ຂປລ. ແຫລ່ງໄຫຫີນ ແຂວງຊຽງຂວາງ-ທົ່ງໄຫຫີນ ທີ່ຮັບຮອງເຂົ້າເປັນມໍລະດົກໂລກ ທາງດ້ານວັດທະນະທໍາແຫ່ງທີ 3 ຂອງ ສປປ ລາວ ກວມເອົາທັງໝົດ 11 ແຫລ່ງໄຫຫີນ ໃນ 4 ເມືອງ ຂອງແຂວງຊຽງຂວາງ ຄື: ເມືອງແປກ, ເມືອງຜາໄຊ, ເມືອງຄຳ ແລະ ເມືອງພູກູດ. ແຫລ່ງໄຫຫີນດັ່ງກ່າວ ປະກອບ ມີ ແຫລ່ງໄຫຫີນ 1 ບ້ານນາໂອ, ແຫລ່ງໄຫຫີນ 2 ບ້ານນາໂຄ້, ແຫລ່ງໄຫຫີນ 3 ບ້ານຊຽງດີ, ແຫລ່ງໄຫຫີນ 8 ຫ້ວຍຫລວງ, ແຫລ່ງໄຫຫີນ 12 ບ້ານຜາແກ້ວ, ແຫລ່ງໄຫຫີນ 21 ພູເກັງ, ແຫລ່ງໄຫຫີນ 23 ບ້ານນໍ້າຮົ່ມ, ແຫລ່ງໄຫຫີນ 25 ບ້ານສອງຮັກ, ແຫລ່ງໄຫຫີນ 28 ບ້ານນາຄວນ, ແຫລ່ງໄຫຫີນ 42 ພູຊ້າງ ບ້ານຊາງ ແລະ ແຫລ່ງໄຫຫີນ 52 ບ້ານຜາແກ້ວ.

ຂປລ. ແຫລ່ງໄຫຫີນ ແຂວງຊຽງຂວາງ-ທົ່ງໄຫຫີນ ທີ່ຮັບຮອງເຂົ້າເປັນມໍລະດົກໂລກ ທາງດ້ານວັດທະນະທໍາແຫ່ງທີ 3 ຂອງ ສປປ ລາວ ກວມເອົາທັງໝົດ 11 ແຫລ່ງໄຫຫີນ ໃນ 4 ເມືອງ ຂອງແຂວງຊຽງຂວາງ ຄື: ເມືອງແປກ, ເມືອງຜາໄຊ, ເມືອງຄຳ ແລະ ເມືອງພູກູດ. ແຫລ່ງໄຫຫີນດັ່ງກ່າວ ປະກອບ ມີ ແຫລ່ງໄຫຫີນ 1 ບ້ານນາໂອ, ແຫລ່ງໄຫຫີນ 2 ບ້ານນາໂຄ້, ແຫລ່ງໄຫຫີນ 3 ບ້ານຊຽງດີ, ແຫລ່ງໄຫຫີນ 8 ຫ້ວຍຫລວງ, ແຫລ່ງໄຫຫີນ 12 ບ້ານຜາແກ້ວ, ແຫລ່ງໄຫຫີນ 21 ພູເກັງ, ແຫລ່ງໄຫຫີນ 23 ບ້ານນໍ້າຮົ່ມ, ແຫລ່ງໄຫຫີນ 25 ບ້ານສອງຮັກ, ແຫລ່ງໄຫຫີນ 28 ບ້ານນາຄວນ, ແຫລ່ງໄຫຫີນ 42 ພູຊ້າງ ບ້ານຊາງ ແລະ ແຫລ່ງໄຫຫີນ 52 ບ້ານຜາແກ້ວ.

ແຫລ່ງໄຫຫີນ 1 ເປັນແຫລ່ງໄຫຫີນຂະໜາດໃຫຍ່, ຊຶ່ງຕັ້ງຢູ່ຫ່າງຈາກ ເທດສະບານແຂວງປະ ມານ 8 ກິໂລແມັດ, ເປັນແຫລ່ງໄຫຫີນ ທີ່ໄດ້ຮັບການສໍາຫລວດ ແລະ ຂຸດຄົ້ນຫລາຍກວ່າໝູ່ ໃນໄລຍະຜ່ານມາ ຈົນເຖິງປັດຈຸບັນ. ແຫລ່ງໄຫຫີນແຫ່ງນີ້, ປະກອບດ້ວຍໄຫຫີນ 334 ໜ່ວຍ, ຝາປິດໄຫຫີນ 30 ອັນ ແລະ ກ້ອນຫີນໝາຍຂຸມສົບ 303 ກ້ອນ, ໂດຍປະກອບມີ 5 ກຸ່ມໄຫຫີນ ທີ່ຕັ້ງຢູ່ໃກ້ກັນ ໂດຍກວມເອົາ ເນື້ອທີ່ປະມານ 34 ເຮັກຕາ. ນອກຈາກນັ້ນ, ຍັງພົບເຫັນການແກະສະຫລັກ ໃສ່ຝາປິດໄຫຫີນຈໍານວນຫລາຍ ແລະ ມີຮູບແກະສະຫລັກໃສ່ໄຫຫີນ 1 ໜ່ວຍ, ຊຶ່ງເປັນໄຫຫີນພຽງໜ່ວຍດຽວໃນທົ່ວແຂວງ ທີ່ພົບເຫັນມີຮູບແກະສະຫລັກ ທີ່ມີລັກສະນະພິເສດ ເປັນຮູບຄົນຢືນ ແລະ ຍົກແຂນຂຶ້ນຟ້າ. ແຫລ່ງໄຫຫີນ 2 ເປັນທົ່ງໄຫຫີນຂະໜາດໃຫຍ່ ແລະ ເປັນໜຶ່ງໃນຈຳນວນທົ່ງໄຫຫີນ ທີ່ມີນັກທ່ອງທ່ຽວໄປຢ້ຽມຢາມຫລາຍ ຄຽງຄູ່ກັບແຫລ່ງໄຫຫີນ 1 ຊຶ່ງຕັ້ງຢູ່ ຫ່າງຈາກ ເທດສະບານແຂວງ ປະ ມານ 20 ກິໂລແມັດ, ໂດຍມີໄຫຫີນທັງໝົດ 93 ໜ່ວຍ ແລະ ຝາປິດໄຫຫີນ 14 ອັນ. ແຫລ່ງໄຫຫີນ 3 ເປັນແຫລ່ງໄຫຫີນໃຫຍ່ ເຊິ່ງມີທີ່ຕັ້ງຫ່າງຈາກ ແຫລ່ງໄຫຫີນ 2 ໄປທາງທິດຕາເວັນຕົກສ່ຽງໃຕ້ 2 ກິໂລແມັດ ປະກອບມີໄຫຫີນທັງໝົດ 6 ກຸ່ມ ໂດຍມີໄຫຫີນ 242 ໜ່ວຍ, ມີຝາປິດ 38 ອັນ ແລະ ມີກ້ອນຫີນໝາຍຂຸມສົບ 21 ກ້ອນ. ແຫລ່ງໄຫຫີນ 8 ຕັ້ງຢູ່ເປີ້ນພູສູງຂອງພູຢູ່ທາງທິດໃຕ້ ຂອງແຫລ່ງໄຫຫີນ 3 ໂດຍບ່ອນນີ້ມີຫລາຍຈຸດທີ່ເປັນແຫລ່ງຕັດຫີນ ແລະ ປະກອບມີ ຫລາຍກຸ່ມໄຫຫີນ ທີ່ຍັງບໍ່ທັນຖືກ ຄວັດເຈາະສຳເລັດ, ແຕກຫັກ ແລະ ບາງໜ່ວຍກໍສຳເລັດແລ້ວ, ຊຶ່ງແຫລ່ງໄຫຫີນນີ້ ປະກອບມີໄຫຫີນທັງໝົດ 12 ໜ່ວຍ ແລະ ກ້ອນຫີນ ໝາຍຂຸມສົບ 10 ກ້ອນ. ແຫລ່ງໄຫຫີນ 12 ນອນຢູ່ໃຈກາງປ່າເທິງສັນພູທາງທິດຕາເວັນຕົົກ ຂອງແຫລ່ງໄຫຫີນບ້ານຜາແກ້ວ (ແຫລ່ງໄຫຫີນ 52) ປະກອບກັບທັດ ສະນີຍະພາບ ຂອງຄວາມກວ້າງໃຫຍ່ສາຍພູ ທີ່ເນັ່ງຍຽດຢູ່ທາງ ທິດຕາເວັນຕົກສຽງໃຕ້, ໃນນັ້ນມີໄຫຫີນຄວັດເຈາະທັງສໍາເລັດ ແລະ ບໍ່ສຳເລັດ ຈໍານວນ 32 ໜ່ວຍ, ມີຝາປິດໄຫຫີນ 6 ອັນ ແລະ ກ້ອນຫີນໝາຍຂຸມສົບ 11 ກ້ອນ. ແຫລ່ງໄຫຫີນ 21 ເປັນແຫລ່ງຕັດຫີນຂະໜາດໃຫຍ່ ມີເນື້ອທີ່ປະມານ 20 ເຮັກຕາ ແລະ ໄດ້ຮັບການຢືນຢັນ ທາງວິທະຍາສາດ ແລ້ວວ່າ ເປັນບ່ອນຜະລິດໄຫຫີນສະໜອງ ໃຫ້ແກ່ແຫລ່ງໄຫຫີນ 1 ຊຶ່ງບາງຄັ້ງ ທົ່ງໄຫດັ່ງກ່າວກໍເອີ້ນວ່າພູເກ່ງ. ໃນແຫລ່ງໄຫຫີນ 21 ນີ້ ປະກອບມີໄຫຫີນ 34 ໜວ່ຍ, ຝາປິດ 2 ອັນ ແລະ ຫີນໝາຍຂຸມສົບ 12 ກ້ອນ. ໄຫຫີນ 23 ຕັ້ງຢູ່ໃກ້ກັບ ບໍ່ນໍ້າຮ້ອນເມືອງຄໍາ ປະກອບມີໄຫຫີນ 4 ກຸ່ມ, ໃນນັ້ນ 3 ກຸ່ມແມ່ນແຫລ່ງໄຫຫີນ ແລະ ອີກ 1 ກຸ່ມແມ່ນແຫລ່ງ ຜະລິດໄຫຫີນ, ມີໄຫຫີນທັງໝົດ 27 ໜ່ວຍ, ຝາປິດ 1 ອັນ ແລະ ກ້ອນຫີນໝາຍຂຸມສົບ 27 ກ້ອນ. ໄຫຫີນ 25 ຕັ້ງຢູ່ເທິງເນີນພູພຽງໃກ້ກັບໝູ່ບ້ານ ປະກອບມີ 2 ກຸ່ມໄຫຫີນ, ມີໄຫຫີນຈໍານວນ 33 ໜ່ວຍ, ຝາປິດໄຫຫີນ 8 ອັນ ແລະ ກ້ອນຫີນ ໝາຍຂຸມສົບ 1 ກ້ອນ. ແຫລ່ງໄຫຫີນ 28 ເປັນແຫລ່ງໄຫຫີນທີ່ມີໄຫຫີນໜ່ວຍດຽວ ຕັ້ງຢູ່ຮົ່ມເງົາຂອງສັນພູ ໃກ້ກັບບ້ານນາຄວນ ຊຶ່ງມີຄວາມພິເສດທາງດ້ານພູມມີທັດ ຂອງສາຍພູທາງ ເບື້ອງຕາເວັນຕົກສ່ຽງເໜືອ ແລະ ເປັນໄຫຫີນຂະໜາດໃຫຍ່ຢູ່ໃນສະ ພາບທີ່ດີຫລາຍ.

ໃນປີ 1935 ທ່ານ ນາງ ໂຄຣຣານີ ໄດ້ເຮັດການຂຸດຄົ້ນ ອ້ອມຮອບໄຫຫີນໜ່ວຍນີ້ ແລະ ພົບວ່າຢູ່ໃນໄຫຫີນແມ່ນເປົ່າວ່າງ ແຕ່ອ້ອມຮອບໄຫຫີນ ແມ່ນໄດ້ພົບ ເຫັນຂວັນຫີນ, ເສດໄຫດິນເຜົາ, ໜາກປັດແກ້ວ, ເສດກະດູກ, ປອກແຂນເຫລັກ ແລະ ຖ່ານ. ແຫລ່ງໄຫຫີນ 42 ເປັນແຫລ່ງໄຫຫີນ ແລະ ແຫລ່ງຕັດຫີນຂະໜາດໃຫຍ່ ທີ່ຕັ້ງຢູ່ ເທິງສັນພູ ຂອງເມືອງຄໍາ ໂດຍປະກອບມີໄຫຫີນ 4 ກຸ່ມ, ມີໄຫຫີນ 113 ໜ່ວຍ, ມີຝາປິດໄຫຫີນ 10 ອັນ, ມີກ້ອນຫີນໝາຍຂຸມສົບ 14 ກ້ອນ. ແຫລ່ງໄຫຫີນ 52 ເປັນ ທົ່ງໄຫຫີນ ທີ່ໃຫຍ່ ແລະ ປະກອບມີກຸ່ມໄຫຫີນ 4 ກຸ່ມ ໂດຍມີໄຫຫີນ 404 ໜ່ວຍ ເຊິ່ງຕັ້ງຢູໃນປ່າເທິງສັນພູ. ບັນດາໄຫຫີນ ແມ່ນຖືກຄວັດເຈາະ ຢ່າງງົດງາມປານີດ ແລະ ແຫລ່ງ ໄຫຫີນດັ່ງກ່າວ ນີ້ຍັງມີຝາປິດໄຫຫີນ ຈຳນວນໜຶ່ງ ທີ່ມີການຕົບແຕ່ງ.

ຂ່າວ: ຊາຍຄົນເດີມ

KPL

ຂ່າວອື່ນໆ

ads
ads

Top