ໄທ ນຳສະເໜີ ເສັ້ນທາງທ່ອງທ່ຽວໃໝ່ 9 ເສັ້ນ ເນື່ອງໃນໂອກາດ ງານວາງສະແດງ ສວນພືດໂລກ ທີ່ອຸດອນທານີ

13/11/2026 18:25
ຂປລ ອົງ​ການ​ທ່ອງ​ທ່ຽວ​ ແຫ່ງ​ປະ​ເທດ​ໄທ ​ປະ​ກາດ​ວ່າ: ເນື່ອງ​​ໃນໂອ​ກາ​ດ ​ງານ​ວາງ​ສະ​ແດງ ​ສວນ​ພືດ​ໂລກ ​ທີ່​ອຸ​ດອນ​ທ​າ​ນີ, ​ໄທ ຈະ​ເປີດ​ຕົວ 3 ແຜນ​ການ ​ຊຸກ​ຍູ້​ການ​ທ່ອງ​ທ່ຽວ ແລະ ນຳ​ສະ​ເໜີ​ ເສັ້ນ​ທາງ​ທ່ອງ​ທ່ຽວ​ ລະ​ຫວ່າງ ແຂວງ 9 ເສັ້ນ ເພື່ອຊຸກ​ຍູ້​ຕະຫລາດ​ ການ​ທ່ອງ​ທ່ຽວ​ ພາຍ​ໃນ​ປະ​ເທດ​ ໃນ​ທ້າຍ​ປີ 2026.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນ​ທີ 12 ພະ​ຈິກ​ນີ້, ອົງ​ການ​ທ່ອງ​ທ່ຽວ​ ແຫ່ງ​ປະ​ເທດ​ໄທ ​ປະ​ກາດ​ວ່າ: ເນື່ອງ​​ໃນໂອ​ກາ​ດ ​ງານ​ວາງ​ສະ​ແດງ ​ສວນ​ພືດ​ໂລກ ​ທີ່​ອຸ​ດອນ​ທ​າ​ນີ, ​ໄທ ຈະ​ເປີດ​ຕົວ 3 ແຜນ​ການ ​ຊຸກ​ຍູ້​ການ​ທ່ອງ​ທ່ຽວ ແລະ ນຳ​ສະ​ເໜີ​ ເສັ້ນ​ທາງ​ທ່ອງ​ທ່ຽວ​ ລະ​ຫວ່າງ ແຂວງ 9 ເສັ້ນ ເພື່ອຊຸກ​ຍູ້​ຕະຫລາດ​ ການ​ທ່ອງ​ທ່ຽວ​ ພາຍ​ໃນ​ປະ​ເທດ​ ໃນ​ທ້າຍ​ປີ 2026.ທ່ານ ​ນາງ ຖາ​ປະ​ນີ ກຽດ​ໄພ​ບູນ ຫົວ​ໜ້າ​ອົງ​ການ​ທ່ອງ​ທ່ຽວ​ແຫ່ງ​ ປະ​ເທດ​ໄທ​ ກ່າວ​ວ່າ: ງານ​ວາງ​ສະ​ແດງ​ສວນ​ພືດ​ໂລກ​ ທີ່​ອຸ​ດອນ​​ທານີ ແມ່ນ​ກິດ​ຈະ​ກຳ​ສຳ​ຄັນ​ ເພື່ອດຶງ​ດູດ​ນັກ​ທ່ອງ​ທ່ຽວ ແລະ ຊຸກ​ຍູ້​ການ​ພັດ​ທະ​ນາ​ ເສດ​ຖະ​ກິດ ​ດ້ານ​ການ​ທ່ອງ​ທ່ຽວ ​ຢູ່​ພາກ​ຕາ​ເວັນ​ອອກ​ ສຽງ​ເໜືອ​ຂອງ​ໄທ. ງານ​ວາງ​ສະ​ແດງ​ດັ່ງ​ກ່າວ​ຈັດ​ຂຶ້ນ ​ລະ​ຫວ່າງ ວັນທີ 1 ພະ​ຈິກ​ນີ້​ ຫາ ວັນ​ທີ 14 ມີ​ນາ 2027. ອົງ​ການ​ດັ່ງ​ກ່າວ​ຄາ​ດ​ຄະ​ເນ​ວ່າ: ງານ​ວາງ​ສະ​ແດງຄັ້ງ​ນີ້ຈະ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ປະ​ມານ 3,600,000 ຄົນ ແລະ ສ້າງ​ລາຍ​ຮັບ​ ທາງເສດ​ຖະ​ກິດ ເກີນ 32 ຕື້ບາດ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top