ຂປລ
ຂປລ. ພະຍາດແກ່ນຕາຂຸ້ນ ແມ່ນພາວະທີ່ແກ້ວຕາມີຄວາມຂຸ້ນ ແລະ ບໍ່ໃສຄືປົກກະຕິເຮັດໃຫ້ການເບິ່ງເຫັນບໍ່ແຈ້ງ ຫລື ຄຸນນະພາບການເບິ່ງເຫັນຫລຸດລົງ.
ຂປລ. ພະຍາດແກ່ນຕາຂຸ້ນ ແມ່ນພາວະທີ່ແກ້ວຕາມີຄວາມຂຸ້ນ ແລະ ບໍ່ໃສຄືປົກກະຕິເຮັດໃຫ້ການເບິ່ງເຫັນບໍ່ແຈ້ງ ຫລື ຄຸນນະພາບການເບິ່ງເຫັນຫລຸດລົງ. ພະຍາດນີ້ພົບເຫັນໄດ້ຫລາຍໃນຜູ້ອາຍຸສູງ ໂດຍສະເພາະກຸ່ມອາຍຸ 40-80 ປີ ແລະ ອາດເກີດໃນດວງຕາຂ້າງດຽວ ຫລື ທັງສອງຂ້າງ. ຖ້າປ່ອຍໄວ້ໂດຍບໍ່ໄດ້ຮັບການປິ່ນປົວອາດສົ່ງຜົນໃຫ້ການເບິ່ງເຫັນຫລຸດລົງ ຫລື ຕາບອດໄດ້.
ສາເຫດຂອງພະຍາດແກ່ນຕາຂຸ້ນ ເກີດຈາກຫລາຍປັດໄຈທັງພາຍໃນ ແລະ ພາຍນອກ. ປັດໄຈພາຍໃນແມ່ນເກີດຈາກຄວາມເສື່ອມຂອງແກ່ນຕາຕາມອາຍຸ, ຄວາມຜິດປົກກະຕິທາງກຳມະພັນ ແລະ ພະຍາດບາງຢ່າງເຊັ່ນ: ເບົາຫວານ. ສ່ວນປັດໄຈພາຍນອກ ປະກອບມີ ການຜ່າຕັດ ຫລື ອຸບັດເຫດບໍລິເວນໜ່ວຍຕາ, ການອັກເສບພາຍໃນໜ່ວຍຕາ, ໃຊ້ຢາກຸ່ມສະເຕຣອຍ ແລະ ການສຳຜັດແສງແດດເປັນເວລາດົນ.
ສຳລັບອາການຂອງພະຍາດໃນໄລຍະທຳອິດຜູ້ປ່ວຍອາດມີອາ ການຕາມົວ, ສາຍຕາອ່ຽງ, ການເບິ່ງເຫັນບໍ່ແຈ້ງ, ສາຍຕາມີການປ່ຽນແປງເຊັ່ນ: ສາຍຕາສັ້ນ ຫລື ສາຍຕາອ່ຽງເພີ່ມຂຶ້ນ ແລະ ອາດມີອາການແພ້ແສງ ແລະ ອື່ນໆ, ເມື່ອພະຍາດຮຸນ ແຮງຂຶ້ນການເບິ່ງເຫັນຈະຫລຸດລົງຫລາຍ ແລະ ໃນບາງກໍລະນີອາດເກີດອາການເຈັບຕາຫລາຍ, ຕາແດງ ຈຳເປັນຕ້ອງໄດ້ຮັບການກວດຈາກແພດຊ່ຽວຊານດ້ານສາຍຕາ. ປັດຈຸບັນຍັງບໍ່ມີຢາກິນ ຫລື ຢາຢອດຕາທີ່ສາມາດປິ່ນປົວໃຫ້ເຊົາໄດ້. ການປິ່ນປົວຂຶ້ນກັບລະດັບຂອງອາການ, ຖ້າອາການຕາຂຸ້ນບໍ່ຮຸນແຮງອາດປ່ຽນຄ່າແວນຕາເພື່ອຊ່ວຍໃຫ້ການເບິ່ງເຫັນດີຂຶ້ນ, ແຕ່ຖ້າອາການມີຄວາມຮຸນແຮງຫລາຍ ຫລື ກະທົບຕໍ່ການດຳລົງຊີວິດປະຈຳວັນຈຳເປັນຕ້ອງໄດ້ຜ່າຕັດ ແລະ ໃສ່ແກ່ນຕາທຽມ.
ສ່ວນການປ້ອງກັນ, ຄວນໃສ່ແວ່ນຕາກັນແດດທີ່ສາມາດກັ່ນຕອງແສງຢູວີໄດ້ເມື່ອຢູ່ກາງແຈ້ງ, ຫລີກລ່ຽງການສຳຜັດແສງແດດເປັນເວລາດົນ, ປ້ອງກັນດວງຕາຈາກການກະທົບ ແລະ ອຸບັດເຫດ, ຄວບຄຸມພະຍາດປະຈຳຕົວເຊັ່ນ: ເບົາຫວານ ພ້ອມທັງກວດສຸຂະພາບດວງຕາເປັນປະຈຳ. ນອກນີ້, ບໍ່ຄວນຊື້ຢາຢອດຕາໃຊ້ເອງ ໂດຍບໍ່ປຶກສາແພດ, ເພາະການໃຊ້ຢາບາງຊະນິດບໍ່ຖືກຕ້ອງອາດສົ່ງຜົນຕໍ່ສຸ ຂະພາບຕາໄດ້.
ໂດຍ: ແສງສະຫວັນ
KPL