ເອີຣົບ ເກັບພາສີ ເຫລັກແຜ່ນລີດເຢັນ ຈາກ ຍີ່ປຸ່ນ 27,9%

18/11/2026 17:14
ຂປລ ຄະນະ ກຳມາທິການ ເອີຣົບ (EC) ໄດ້ປະກາດ ເກັບພາສີ ໃນອັດຕາ 27,9% ສຳລັບ ເຫລັກແຜ່ນລີດເຢັນ ຈາກ ປະເທດ ຍີ່ປຸ່ນ, ເພື່ອນໍາໃຊ້ ເຂົ້າໃນອຸດສາຫະກຳ ລົດໃຫຍ່ ແລະ ເຄື່ອງໃຊ້ໄຟຟ້າ ພາຍໃນເຮືອນ

ຂປລ. ສຳນັກຂ່າວ ອິນໂຟເຄວສ: ຄະນະ ກຳມາທິການ ເອີຣົບ (EC) ໄດ້ປະກາດ ເກັບພາສີ ໃນອັດຕາ 27,9% ສຳລັບ ເຫລັກແຜ່ນລີດເຢັນ ຈາກ ປະເທດ ຍີ່ປຸ່ນ, ເພື່ອນໍາໃຊ້ ເຂົ້າໃນອຸດສາຫະກຳ ລົດໃຫຍ່ ແລະ ເຄື່ອງໃຊ້ໄຟຟ້າ ພາຍໃນເຮືອນ ໂດຍລະບຸວ່າ: ສິນຄ້ານຳເຂົ້າາ ດັ່ງກ່າວ ໄດ້ຖືກວາງຂາຍ ໃນລາຄາທີ່ຕໍ່າ ຢ່າງບໍ່ເປັນທຳ ແລະ ສົ່ງຜົນກະທົບ ຕໍ່ຜູ້ຜະລິດເຫລັກ ພາຍໃນ ພາກພື້ນ.

ເຖິງແມ່ນວ່າ EC ຈະເກັບພາສີຕອບໂຕ້ ການທຸ່ມຕະຫລາດ ກັບເຫລັກທີ່ນຳເຂົ້າ ຈາກ ອິນເດຍ, ເຂດໄຕ້ຫວັນ (ຈີນ), ຕວັກກີ ແລະ ຫວຽດນາມ ເຊັ່ນດຽວກັນ, ແຕ່ຍີ່ປຸ່ນ ພວມຜະເຊີນກັບ ອັດຕາພາສີສູງທີ່ສຸດ.

ການເຄື່ອນໄຫວ ດັ່ງກ່າວ ມີຂຶ້ນ ທ່າມກາງ ຄວາມກັງວົນ ໃນອຸດສາຫະກຳເຫລັກ ວ່າ: ປະເທດຈີນ ເຊິ່ງມີກຳລັງການຜະລິດ ສ່ວນເກີນ ໄດ້ສົ່ງອອກ ສິນຄ້າ ລາຄາຕໍ່າອອກມາ ຢ່າງຕໍ່ເນື່ອງ ແລະ ສົ່ງຜົນໃຫ້ ການແຂ່ງຂັນ ໃນຕະຫລາດໂລກ ເພີ່ມທະວີ ຄວາມຮຸນແຮງຍິ່ງຂຶ້ນ./

KPL

ຂ່າວອື່ນໆ

ads
ads

Top