ສືບສານພູມປັນຍາຊົນເຜົ່າ ຕໍ່ຍອດຫັດຖະກຳພື້ນບ້ານສ້າງລາຍຮັບຢ່າງຍືນຍົງ

18/11/2026 12:22
ຂປລ ຂປລ. ຈາກພູມປັນຍາທ້ອງຖິ່ນທີ່ສືບທອດກັນມາແຕ່ບັນພະບຸລຸດສູ່ການສ້າງສັນເປັນຜະລິດຕະພັນຫັດຖະກຳທີ່ມີເອກະລັກ, ສວຍງາມ ແລະ ສາມາດສ້າງລາຍຮັບໃຫ້ແກ່ຄອບຄົວ ແລະ ຊຸມຊົນໄດ້ຢ່າງເປັນຮູບປະທຳ.

   ຂປລ. ຈາກພູມປັນຍາທ້ອງຖິ່ນທີ່ສືບທອດກັນມາແຕ່ບັນພະບຸລຸດສູ່ການສ້າງສັນເປັນຜະລິດຕະພັນຫັດຖະກຳທີ່ມີເອກະລັກ, ສວຍງາມ ແລະ ສາມາດສ້າງລາຍຮັບໃຫ້ແກ່ຄອບຄົວ ແລະ ຊຸມຊົນໄດ້ຢ່າງເປັນຮູບປະທຳ. ນີ້ແມ່ນອີກໜຶ່ງຕົວຢ່າງຂອງການອະນຸລັກມູນເຊື້ອຫັດຖະກຳຊົນເຜົ່າຄວບຄູ່ກັບການສ້າງອາຊີບ, ສ້າງລາຍໄດ້ຂອງແມ່ ວັນນະລີ ສິລິວົງ ປະຊາຊົນບ້ານພູຂຽວ ເມືອງໄຊ ແຂວງອຸດົມໄຊ ຜູ້ທີ່ໄດ້ນຳເອົາພູມປັນຍາການຖັກສານເສັ້ນປຽດມາພັດທະນາ ແລະ ຕໍ່ຍອດເປັນກະເປົາຫັດຖະກຳທີ່ກຳລັງໄດ້ຮັບຄວາມນິຍົມໃນປັດຈຸບັນ.
   ແມ່ ວັນນະລີ ເລົ່າວ່າ: ຕົນໄດ້ເລີ່ມພັດທະນາການຜະລິດກະເປົາຈາກເສັ້ນປຽດມາແຕ່ປີ 2019 ໂດຍມີຈຸດປະສົງ ເພື່ອນຳເອົາວັດຖຸດິບ ແລະ ສີມືຫັດຖະກຳທີ່ມີຢູ່ໃນທ້ອງຖິ່ນມາສ້າງມູນຄ່າເພີ່ມໃຫ້ກາຍເປັນສິນຄ້າທີ່ສາມາດຕອບສະໜອງຄວາມຕ້ອງການຂອງຕະຫລາດ. ໂດຍສະເພາະໃນໂອກາດເຂົ້າຮ່ວມງານສີມືຫັດຖະກຳລາວ ຄັ້ງທີ 25 ປີ 2026 ທີ່ສູນການຄ້າລາວ-ໄອເຕັກ ຜ່ານມາ, ຕົນຮູ້ສຶກດີໃຈທີ່ໄດ້ນຳສິນຄ້າມາວາງສະແດງ ແລະ ຈຳໜ່າຍ ເພື່ອໃຫ້ປະຊາຊົນຮູ້ຈັກຫັດຖະກຳພື້ນບ້ານປະເພດນີ້ຫລາຍຂຶ້ນ ຊຶ່ງຈຸດເດັ່ນທີ່ເຮັດໃຫ້ກະເປົາເສັ້ນປຽດມີຄວາມແຕກຕ່າງຈາກຜະລິດຕະພັນທົ່ວໄປ ແມ່ນຄວາມໜຽວ, ແຂງແຮງ ແລະ ທົນທານຂອງເຄືອປຽດ ຊຶ່ງເມື່ອນຳມາຖັກສານເປັນກະເປົາແລ້ວ ຈະມີຄວາມທົນທານສາມາດໃຊ້ງານໄດ້ຍາວນານຫລາຍປີ. ນອກຈາກນັ້ນ, ຍັງສາມາດຖືກນ້ຳ ຫລື ຖືກຝົນໄດ້ ໂດຍພຽງແຕ່ນຳໄປຕາກໃຫ້ແຫ້ງຫລັງຈາກປຽກນ້ຳ. ດ້ວຍຄຸນສົມບັດທີ່ໂດດເດັ່ນນີ້ ຈຶ່ງເຮັດໃຫ້ກະເປົາປຽດເປັນທີ່ສົນໃຈຂອງລູກຄ້າ ໂດຍສະເພາະນັກທ່ອງທ່ຽວຕ່າງປະເທດ ທີ່ນິຍົມຊື້ໄປໃຊ້ ແລະ ເປັນຂອງຝາກທີ່ມີເອກະລັກຂອງລາວ. ສ່ວນລາຄາຈຳໜ່າຍກະເປົາເລີ່ມຕົ້ນແຕ່ 50.000 ກີບຂຶ້ນໄປ ຂຶ້ນກັບຂະໜາດ ແລະ ຄວາມປະນີດຂອງລວດລາຍ. ນອກຈາກການຈຳໜ່າຍຍ່ອຍແລ້ວ ຍັງມີການຂາຍສົ່ງ ແລະ ຮັບຜະລິດຕາມຄວາມຕ້ອງການຂອງລູກຄ້າໃນຫລາຍຂະໜາດ. ໂດຍສະເລ່ຍອາຊີບຫັດຖະກຳນີ້ສາມາດສ້າງລາຍຮັບເຂົ້າຄອບຄົວໄດ້ປະມານ 20 ລ້ານກີບຕໍ່ເດືອນ. ເນື່ອງຈາກຄວາມຕ້ອງການຂອງຕະຫລາດເພີ່ມຂຶ້ນ ຈົນບາງຄັ້ງຜະລິດເສັ້ນປຽດເອງບໍ່ທັນ, ແມ່ ວັນນະລີ ຈຶ່ງໄດ້ຮັບຊື້ເສັ້ນປຽດຈາກປະຊາຊົນພາຍໃນບ້ານ ໃນລາຄາກິໂລກຣາມລະ 1 ລ້ານກີບ, ມີມູນຄ່າການຮັບຊື້ສະເລ່ຍປະມານ 30 ລ້ານກີບຕໍ່ເດືອນ. ນີ້ບໍ່ພຽງແຕ່ຊ່ວຍໃຫ້ການຜະລິດມີວັດຖຸດິບຢ່າງພຽງພໍ ແຕ່ຍັງເປັນການສ້າງຕະຫລາດຮອງຮັບຜົນຜະລິດໃຫ້ປະຊາຊົນໃນຊຸມຊົນ ໄດ້ມີໂອກາດສ້າງລາຍຮັບເສີມຈາກພູມປັນຍາ ແລະ ຊັບພະຍາກອນທີ່ມີຢູ່ໃນທ້ອງຖິ່ນ. ແມ່ ວັນນະລີ ກ່າວຕື່ມວ່າ ໃນອະນາຄົດມີແຜນຈະພັດທະນາກະເປົາປຽດໃຫ້ມີຫລາຍຮູບແບບ, ຫລາຍຂະໜາດ ແລະ ຫລາຍສີສັນຂຶ້ນຕື່ມ ເພື່ອໃຫ້ສອດຄ່ອງກັບຄວາມນິຍົມຂອງລູກຄ້າໃນຍຸກໃໝ່. ພ້ອມທັງມຸ່ງໝັ້ນສ້າງຈຸດເດັ່ນສະເພາະຂອງຜະລິດຕະພັນ ເພື່ອໃຫ້ສາມາດແຂ່ງຂັນໃນຕະຫລາດ ແລະ ດຶງດູດລູກຄ້າໃຫ້ຫັນມາສົນໃຈຫັດຖະກຳທ້ອງຖິ່ນຫລາຍຂຶ້ນ.
   ສຳລັບຜູ້ທີ່ສົນໃຈສິນຄ້າຫັດຖະ ກຳຈາກເສັ້ນປຽດສາມາດໄປຢ້ຽມຊົມ ແລະ ອຸດໜູນໄດ້ທີ່ບ້ານພູຂຽວ ເມືອງໄຊ ແຂວງອຸດົມໄຊ ຫລື ຕາມງານວາງສະແດງສິນຄ້າຕ່າງໆ. ການອຸດໜູນສິນຄ້າຫັດຖະກຳພື້ນບ້ານ ບໍ່ພຽງແຕ່ເປັນການໄດ້ໃຊ້ຜະ ລິດຕະພັນທີ່ມີເອກະລັກແຕ່ຍັງເປັນສ່ວນໜຶ່ງໃນການຮ່ວມອະນຸລັກພູມປັນຍາ, ສືບສານມູນເຊື້ອຊົນເຜົ່າ ແລະ ສົ່ງເສີມເສດຖະກິດຊຸມຊົນໃຫ້ເຕີບໂຕຢ່າງຍືນຍົງ.

    ໂດຍ: ມາລີດາ

KPL

ຂ່າວອື່ນໆ

ads
ads

Top