ຂປລ
ຂປລ. ປະເພນີການແຫ່ຜາສາດເຜິ້ງ ເປັນໜຶ່ງໃນຮີດຄອງອັນດີງາມທີ່ສະທ້ອນເຖິງວິຖີຊີວິດ, ສັດທາຄວາມເຊື່ອຖື ແລະ ພູມປັນຍາຂອງຄົນລາວທີ່ຜູກພັນກັບພຸດທະສາສະໜາມາແຕ່ບູຮານນະການ,

ຂປລ. ປະເພນີການແຫ່ຜາສາດເຜິ້ງ ເປັນໜຶ່ງໃນຮີດຄອງອັນດີງາມທີ່ສະທ້ອນເຖິງວິຖີຊີວິດ, ສັດທາຄວາມເຊື່ອຖື ແລະ ພູມປັນຍາຂອງຄົນລາວທີ່ຜູກພັນກັບພຸດທະສາສະໜາມາແຕ່ບູຮານນະການ, ທັງເປັນການເຕົ້າໂຮມຄວາມສາມັກຄີລະຫວ່າງຄອບຄົວ, ບ້ານ ແລະ ເມືອງ ໂດຍຈັດຂຶ້ນທຸກໆປີໃນມື້ຂຶ້ນ 14 ຄໍ່າ ເດືອນສິບສອງລາວ ຊຶ່ງປີນີ້ ກົງກັບວັນທີ 23 ພະຈິກ 2026.
ການແຫ່ຜາສາດເຜິ້ງ ເປັນປະເພນີທີ່ໄດ້ສືບທອດປະຕິບັດກັນມາແຕ່ດົນນານຕາມຄວາມເຊື່ອທີ່ວ່າ:“ການແຫ່ຜາສາດເຜິ້ງ ເປັນການສ້າງບຸນກຸສົນເພື່ອໃຫ້ເກີດອານິສົງແກ່ຕົນເອງ ແລະ ຄອບຄົວ. ຄວາມເຊື່ອນີ້ມີຄວາມກ່ຽວພັນກັບພຸດທະປະຫວັດຕອນພະພຸດທະເຈົ້າສະເດັດຂຶ້ນໄປຈຳພັນສາຢູ່ສະຫວັນຊັ້ນດາວະດຶງ ເພື່ອເທສະໜາໂປດພະພຸດທະມານດາ ແລະ ເຫລົ່າເທວະດາ. ເມ່ື່ອພະອົງສະເດັດກັບລົງສູ່ໂລກມະນຸດໄດ້ເກີດເຫດການເປີດໂລກທັງສາມຄື: ສະຫວັນພູມ, ມະນຸດພູມ ແລະ ນະລົກພູມ ໄດ້ເຫັນເຊິ່ງກັນ ແລະ ກັນ. ເຮັດໃຫ້ຄົນເຫັນຄວາມແຕກຕ່າງຂອງຄວາມສະດວກສະບາຍເທິງສະຫວັນຊັ້ນຟ້າ ແລະ ຄວາມຕົກທຸກໄດ້ຍາກຢູ່ນະລົກພູມ. ເຫດການດັ່ງກ່າວ ໄດ້ກາຍເປັນຄະຕິສອນໃຈໃຫ້ຜູ້ຄົນໝັ່ນເຮັດຄວາມດີ, ສ້າງບຸນກຸສົນ ແລະ ອື່ນໆ ເພື່ອທີ່ຈະໄດ້ໄປເກີດເທິງສະຫວັນ. ປະເພນີແຫ່ຜາສາດເຜິ້ງ ຈຶ່ງບໍ່ແມ່ນພຽງການສະແດງອອກເຖິງສັດທາທາງສາສະໜາ ຫລື ການສ້າງບຸນກຸສົນເທົ່ານັ້ນ, ແຕ່ຍັງມີຄຸນຄ່າສຳຄັນໃນການສືບສານມໍລະດົກທາງວັດທະນະທຳ, ຮັກສາສິລະປະຫັດຖະກຳ, ສົ່ງເສີມຄວາມສາມັກຄີໃນຊຸມຊົນ ແລະ ປູກຝັງຈິດສຳນຶກໃຫ້ຄົນຮຸ່ນໃໝ່ເຫັນຄຸນຄ່າຂອງຮີດຄອງປະເພນີອັນດີງາມ.ດັ່ງນັ້ນ, ການຮ່ວມກັນອະນຸລັກ ແລະ ສືບທອດປະເພນີແຫ່ຜາສາດເຜິ້ງ ຈຶ່ງເປັນພາລະໜ້າທີ່ຂອງຄົນລາວທຸກຮຸ່ນຄົນ ເພື່ອໃຫ້ມູນເຊື້ອວັດທະນະທຳອັນລ້ຳຄ່ານີ້ ໃຫ້ຢູ່ຄູ່ກັບສັງຄົມລາວຢ່າງຍືນຍົງ ແລະ ຖ່າຍທອດສູ່ລູກຫລານສືບໄປ.

ສຳລັບຈຸດເດັ່ນຂອງປະເພນີນີ້ ແມ່ນການປະດິດສ້າງຜາສາດເຜິ້ງທີ່ມີຮູບຊົງ ແລະ ລວດລາຍອັນປະນີດສວຍງາມ, ໃນມື້ແຫ່ຜາສາດເຜິ້ງ, ປະຊາຊົນລາວ ໄດ້ພ້ອມຈິດພ້ອມໃຈກັນປະດິດຕົ້ນເຜິ້ງຂອງໃຜລາວ, ບາງບ້ານ ບາງເມືອງ ປະດິດສ້າງຕົ້ນເຜິ້ງຂະໜາດໃຫຍ່ເປັນຮູບຄື ຜາສາດ ໂດຍໃຊ້ຫລາຍຄົນແບກຫາມ, ສ່ວນຂະບວນແຫ່ກໍມີສີສັນ ແຕກຕ່າງກັນຄື: ມີຂະບວນທັ່ງບັ້ງ, ຂະບວນຊຸດຊົນເຜົ່າ, ຕໍາເຂົ້າເປົ່າແຄນ, ທັງຕີກອງ, ຕີແຊ່ງ, ລໍາເຊີ້ງ,ມີຂະບວນນັກຮຽນ, ຂະບວນປະເພ ນີລາວຍິງສາວນຸ່ງຊຸດໄໝ, ເກົ້າຜົມ ບ່ຽງແພ, ຜູ້ຊາຍນຸ່ງເສື້ອຂາວ ມັດແພກັດຕ້ຽວ, ຂະບວນເຖົ້າແກ່ ແນວໂຮມ ນຳໜ້າໂດຍຂະບວນພະສົງ ແລະ ຜູ້ນຳລາວ...ເມື່ອໄປຮອດເດີ່ນພະທາດຫລວງ ຂະບວນໄດ້ຫລັ່ງໄຫລໄປແບບຊ້າໆ ຕາມຄວາມກວ້າງຂອງເດີ່ນ ແລະ ຄວາມອັ່ງອໍ ຂອງຜູ້ສັດທາ, ແຕ່ຜູ້ຄົນກໍຍັງຍີ້ມແຍ້ມແຈ່ມໃສ ແລະ ຖາມໄຖ່ກັນເໝືອນດັ່ງພີ່ນ້ອງໃນຄອບຄົວ...ຈາກນັ້ນ ກໍຍ່າງອ້ອມກົມມະລຽນພະທາດຫລວງ ແລະ ວາງຕົ້ນເຜິ້ງ ເປັນອັນວ່າ ສຳເລັດພິທີ, ໃນຕອນຄໍ່າ ມີການຄົບງັນຕາມປະເພນີ.
KPL