ຂປລ
ທາງການ ສ.ອາເມລິກາ ໄດ້ກຳນົດໃຫ້ ຜູ້ປະກອບການ ສູນຂໍ້ມູນ (Data Center) ໃນ 4 ປະເທດ ອາຊຽນ ຊຶ່ງປະກອບດ້ວຍ ໄທ, ສິງກະໂປ, ມາເລເຊຍ ແລະ ອິນໂດເນເຊຍ ຕ້ອງຂໍໃບອະນຸຍາດ ຈາກ ລັດຖະບານ ສ.ອາເມລິກາກ່ອນ ຈຶ່ງຈະສາມາດ ຈັດຊື້ຊິບ ປັນຍາປະດິດ (AI) ຂັ້ນສູງ
ຂປລ. ສຳນັກຂ່າວອິນໂຟເຄວສ: ທາງການ ສ.ອາເມລິກາ ໄດ້ກຳນົດໃຫ້ ຜູ້ປະກອບການ ສູນຂໍ້ມູນ (Data Center) ໃນ 4 ປະເທດ ອາຊຽນ ຊຶ່ງປະກອບດ້ວຍ ໄທ, ສິງກະໂປ, ມາເລເຊຍ ແລະ ອິນໂດເນເຊຍ ຕ້ອງຂໍໃບອະນຸຍາດ ຈາກ ລັດຖະບານ ສ.ອາເມລິກາກ່ອນ ຈຶ່ງຈະສາມາດ ຈັດຊື້ຊິບ ປັນຍາປະດິດ (AI) ຂັ້ນສູງ ຈາກ ບໍລິສັດ Nvidia ແລະ ຜູ້ຜະລິດຊິບລາຍອື່ນໆ ຂອງ ສ.ອາເມລິກາໄດ້; ທັງນີ້ ກໍເພື່ອຫວັງ ປິດຊ່ອງທາງ ທີ່ ບໍລິສັດຈີນ ອາດຈະໃຊ້ບໍລິການ ປະມວນຜົນ ໃນປະເທດທີສາມ ເພື່ອເຂົ້າເຖິງ ເຕັກໂນໂລຊີດັ່ງກ່າວ.
ກະຊວງ ການຄ້າ ສ.ອາເມລິກາ ໄດ້ປະກາດ ໃຊ້ກົດລະບຽບ ຊົ່ວຄາວ ໃນວັນທີ 16 ພະຈິກ ກ່ອນທີ່ປະທານາທິບໍດີ ໂດນັນ ທຣຳ ຈະເດີນທາງ ຢ້ຽມຢາມ ອາຊີຕາເວັນອອກ ສ່ຽງໃຕ້, ໂດຍລະບຸວ່າ ປະເທດ ອາຊຽນ ທັງ 4 ປະເທດ ພ້ອມດ້ວຍ ປະເທດ ບຣາຊິນ ແມ່ນເຂດ ທີ່ມີຄວາມສ່ຽງສູງ ກວ່າປົກກະຕິ ໃນການສົ່ງຕໍ່ ຫລື ເບິ່ງເບນຊິບ AI ຂັ້ນສູງໄປສູ່ ປາຍທາງ ທີ່ ສ.ອາເມລິກາ ຕ້ອງການຈຳກັດ ການເຂົ້າເຖິງ.
ການຂະຫຍາຍຕົວ ຂອງ ທຸລະກິດສູນຂໍ້ມູນ (Data Center) ໃນອາຊີຕາເວັນອອກ ສ່ຽງໃຕ້ ຊຶ່ງ ຮອງຮັບຄວາມຕ້ອງການ ໃຊ້ຊິບ ປະມວນຜົນ ສຳລັບ ຝຶກ ແລະ ພັດທະນາໂມດູນ AI ໂດຍຄວາມຕ້ອງການ ສ່ວນໜຶ່ງ ແມ່ນມາຈາກບໍລິສັດຈີນ ເຊັ່ນ: ອາລີບາບາ (Alibaba) ແລະ ໄບ໊ດແດນຊ໌ (ByteDance) ທີ່ ສາມາດ ເຂົ້າເຖິງ ກຳລັງ ປະມວນຜົນ ຂອງ ຊິບ ຜ່ານສູນຂໍ້ມູນ ຢູ່ຕ່າງປະເທດ. ເຖິງແມ່ນວ່າ ສ.ອາເມລິກາ ຈະຈຳກັດ ການສົ່ງອອກຊິບ AI ຂັ້ນສູງໄປຍັງ ປະເທດຈີນ ແລ້ວກໍຕາມ.
ກົດລະບຽບໃໝ່ນີ້ ມີເປົ້າໝາຍ ເພື່ອປ້ອງກັນ ບໍ່ໃຫ້ບໍລິສັດ ຈາກ ປະເທດ ທີ່ ສ.ອາເມລິກາ ເບີ່ງວ່າ ເປັນຄວາມສ່ຽງ ສາມາດຫລີກລ່ຽງ ມາດຕະການ ຄວບຄຸມ ການເຂົ້າເຖິງ ເຕັກໂນໂລຊີ ສຳຄັນ ຂອງ ສ.ອາເມລິກາ ຜ່ານບໍລິການປະມວນຜົນ ໄລະຍະໄກ ຈາກ ສູນຂໍ້ມູນ ໃນປະເທດທີສາມ, ພ້ອມທັງ ເປັນການ ປິດຊ່ອງວ່າງ ຂອງ ມາດຕະການ ຄວບຄຸມ ການສົ່ງອອກຊິບ ທີ່ມີຢູ່ເດີມ ໂດຍຈະປ້ອງກັນ ບໍ່ໃຫ້ມີການ ເຂົ້າເຖິງ ສູນຂໍ້ມູນ ທີ່ໃຊ້ຊິບ AI ຂັ້ນສູງຈາກໄລຍະໄກ ເພື່ອຝຶກ ແລະ ພັດທະນາໂມດູນ AI./
KPL