ຂປລ
ກອງທຶນ ການເງິນຕາ ລະຫວ່າງ ປະເທດ (IMF) ໄດ້ປັບເພີ່ມຄາດການ ຂະຫຍາຍຕົວ ທາງເສດຖະກິດ ຂອງ ສ.ເກົາຫລີ ໃນປີ 2026 ໄປສູ່ ລະດັບ 3,9% ຈາກຄາດການກ່ອນໜ້ານີ້ ໃນລະດັບ 3,3%.
ຂປລ. ສຳນັກຂ່າວ ອິນໂຟເຄວສ: ເມື່ອບໍ່ດົນມານີ້, ກອງທຶນ ການເງິນຕາ ລະຫວ່າງ ປະເທດ (IMF) ໄດ້ປັບເພີ່ມຄາດການ ຂະຫຍາຍຕົວ ທາງເສດຖະກິດ ຂອງ ສ.ເກົາຫລີ ໃນປີ 2026 ໄປສູ່ ລະດັບ 3,9% ຈາກຄາດການກ່ອນໜ້ານີ້ ໃນລະດັບ 3,3%. ໂດຍໄດ້ຮັບແຮງ ຊຸກຍູ້ ຈາກວົງຈອນການເພີ່ມຂຶ້ນຄັ້ງໃຫຍ່ ຂອງ ອຸດສາຫະກຳ ເຊມິຄອນດັກເຕີ (Semiconductor) ທົ່ວໂລກ ທີ່ ພວມເພີ່ມຂຶ້ນ.
ສ່ວນໃນປີ 2027, ໄອເອັມເອຟ ຄາດການວ່າ ເສດຖະກິດ ສ.ເກົາຫລີ ຈະຂະຫຍາຍຕົວ 3,3% ຊຶ່ງຖືເປັນການຂະຫຍາຍຕົວ ຫລາຍກວ່າ 3% ຢ່າງຕິດຕໍ່ກັນ ເປັນປີທີສອງ. ນອກຈາກນັ້ນ, ຄະນະຜູ້ຕາງໜ້າ ຂອງ ໄອເອັມເອຟ ທີ່ນຳໂດຍ ໂຄຣິນ ເດເລຊາດ (Corinne Delechat) ໃນຖານະ ຫົວໜ້າ ຄະນະເຮັດວຽກ ໄດ້ເປີດເຜີຍ ຕົວເລກ ຄາດການ ຄັ້ງຫລ້າສຸດ ວ່າ ພາຍຫລັງ ການປຶກສາຫາລື ຮ່ວມກັບ ສະຖາບັນ ທາງເສດຖະກິດ ແລະ ການເງິນທີ່ສຳຄັນ ຂອງ ສ.ເກົາຫລີ ເປັນເວລາ 2 ອາທິດ ລວມທັງ ກະຊວງ ການເງິນ ແລະ ເສດຖະກິດ./
KPL