ຂປລ
ຂປລ. ລົດໄຟ ລາວ-ຈີນ ກຳລັງກາຍເປັນກະດູກສັນຫລັງສຳຄັນຂອງການຂົນສົ່ງ ແລະ ການຄ້າໃນພາກພື້ນພາຍຫລັງເປີດນຳໃຊ້ມາໄດ້ເກືອບ 5 ປີ.

ຂປລ. ລົດໄຟ ລາວ-ຈີນ ກຳລັງກາຍເປັນກະດູກສັນຫລັງສຳຄັນຂອງການຂົນສົ່ງ ແລະ ການຄ້າໃນພາກພື້ນພາຍຫລັງເປີດນຳໃຊ້ມາໄດ້ເກືອບ 5 ປີ. ຈາກເສັ້ນທາງລົດໄຟທີ່ເຄີຍມີຈໍານວນສິນຄ້າຂົນສົ່ງບໍ່ຫລາຍ ປັດຈຸບັນໄດ້ຂະຫຍາຍການຂົນສົ່ງໄປສູ່ຫລາຍປະເທດ ພ້ອມທັງເປີດໂອກາດໃຫ້ສິນຄ້າກະສິກຳ, ແຮ່ທາດ, ຢາງພາລາ ແລະ ສິນຄ້າອຸດສາຫະກຳຂອງລາວສາມາດເຂົ້າເຖິງຕະຫລາດຈີນ ແລະ ຕະຫລາດສາກົນໄດ້ສະດວກວ່ອງໄວຂຶ້ນ. ຕາມຂໍ້ມູນໃນປີ 2025 ລົດໄຟ ລາວ-ຈີນ ສາມາດຂົນສົ່ງສິນຄ້າຂ້າມແດນໄດ້ເຖິງ 5,46 ລ້ານໂຕນ ເພີ່ມຂຶ້ນ 14% ທຽບໃສ່ປີ 2024. ນັບແຕ່ເປີດດຳເນີນການໃນວັນທີ 3 ທັນວາ 2021 ຈົນເຖິງເດືອນມີນາ 2026 ເສັ້ນທາງລົດໄຟສາຍນີ້ ໄດ້ຂົນສົ່ງສິນຄ້າຂ້າມແດນສະສົມຫລາຍກວ່າ 18 ລ້ານໂຕນ ແລະ ມີປະເພດສິນຄ້າຂົນສົ່ງຫລາຍກວ່າ 3.800 ປະເພດ. ທີ່ໜ້າສົນໃຈກວ່ານັ້ນ, ໃນເຄິ່ງປີທຳອິດຂອງປີ 2026 ມູນຄ່າການນຳເຂົ້າ-ສົ່ງອອກຜ່ານລົດໄຟ ລາວ-ຈີນ ບັນລຸ 17,17 ຕື້ຢວນ ຫລື ປະມານ 2,53 ຕື້ໂດລາສະຫະລັດ ເພີ່ມຂຶ້ນ 33,8% ທຽບໃສ່ໄລຍະດຽວກັນຂອງປີກ່ອນ. ຕົວເລກດັ່ງກ່າວສະທ້ອນໃຫ້ເຫັນເຖິງບົດບາດທີ່ເພີ່ມຂຶ້ນຂອງລົດໄຟໃນການເຊື່ອມໂຍງການຄ້າ ລາວ-ຈີນ ແລະ ປະເທດອື່ນໆໃນພາກພື້ນ. ສຳລັບສິນຄ້າທີ່ຂົນສົ່ງຜ່ານລົດໄຟນັບແຕ່ໄລຍະເລີ່ມຕົ້ນທີ່ມີພຽງປະມານ 10 ປະເພດ ປັດຈຸບັນໄດ້ຂະຫຍາຍເປັນຫລາຍກວ່າ 3.800 ປະເພດ ປະກອບມີ ເຄື່ອງໃຊ້ໄຟຟ້າ, ອຸປະກອນເອເລັກໂຕຣນິກ, ແຜ່ນແພ, ເຫລັກກ້າ, ແຮ່ທາດ, ປຸຍ, ຢາງພາລາ, ໝາກໄມ້ສົດ ແລະ ສິນຄ້າທີ່ຕ້ອງການລະບົບຂົນສົ່ງຄວບຄຸມອຸນຫະພູມ. ນອກນັ້ນ, ເຄືອຂ່າຍຂົນສົ່ງຍັງຂະຫຍາຍໄປເຖິງ 19 ປະເທດ ແລະ ເຂດແຄວ້ນ ພາຍໃຕ້ເຄືອຂ່າຍການຄ້າລະຫວ່າງປະເທດ. ຕົວເລກດັ່ງກ່າວສະທ້ອນໃຫ້ເຫັນວ່າ ໂຄງສ້າງການສົ່ງອອກຂອງລາວ ກຳລັງປັບປ່ຽນໄປສູ່ສິນຄ້າທີ່ມີມູນຄ່າສູງຂຶ້ນ ແລະ ມີຄວາມຫລາກຫລາຍຫລາຍຂຶ້ນ ຊຶ່ງເປັນປັດໄຈສຳຄັນໃນການຫລຸດຜ່ອນການສົ່ງອອກປະເພດວັດຖຸດິບພຽງຢ່າງດຽວ. ອີກໜຶ່ງຈຸດເດັ່ນຂອງລົດໄຟ ລາວ-ຈີນ ແມ່ນການສ້າງຄວາມເຊື່ອມໂຍງລະຫວ່າງຈີນ, ລາວ, ໄທ ແລະ ປະເທດອື່ນໆ ໃນອາຊຽນ. ລາວຈຶ່ງບໍ່ໄດ້ເປັນພຽງປະເທດທາງຜ່ານອີກຕໍ່ໄປແຕ່ກຳລັງມີບົດບາດເປັນສູນກາງດ້ານການຂົນສົ່ງ ແລະ ໂລຈິສຕິກຂອງພາກພື້ນ. ຜ່ານມາການຂົນສົ່ງສິນຄ້າລະຫວ່າງຈີນ ແລະ ໄທ ຜ່ານດິນແດນລາວ ສາມາດດຳເນີນໄດ້ຫລາຍຊ່ອງທາງທັງທາງຖະໜົນຜ່ານຂົວມິດຕະພາບ ລາວ-ໄທ ແລະ ທາງລົດໄຟ ລາວ-ຈີນ. ເສັ້ນທາງເຫລົ່ານີ້ ຊ່ວຍຫລຸດເວລາຂົນສົ່ງ, ຫລຸດຕົ້ນທຶນດ້ານໂລຈິສຕິກ ແລະ ເພີ່ມທາງເລືອກໃຫ້ຜູ້ປະກອບການ. ນີ້ເປັນໂອກາດທີ່ສຳຄັນສຳລັບຜູ້ປະກອບການກະສິກຳລາວ ເພາະສິນຄ້າປະເພດໝາກໄມ້ ແລະ ຜັກສົດຈຳເປັນຕ້ອງອາໄສການຂົນສົ່ງທີ່ໄວ ແລະ ຮັກສາຄຸນນະພາບໄດ້ດີ. ແນວໃດກໍດີ, ການສົ່ງອອກສິນຄ້າກະສິກຳໄປຈີນບໍ່ແມ່ນພຽງແຕ່ມີຜົນຜະລິດຫລາຍ ຫລື ມີຕະຫລາດຮອງຮັບເທົ່ານັ້ນ ແຕ່ຍັງຕ້ອງປະຕິບັດຕາມມາດຕະຖານສຸຂະນາໄມພືດ, ຄຸນນະພາບ, ການກວດສອບສານຕົກຄ້າງ ແລະ ລະບົບການຕິດຕາມແຫລ່ງຜະລິດຢ່າງເຂັ້ມງວດ.
ເຖິງວ່າລົດໄຟ ລາວ-ຈີນ ຈະສ້າງໂອກາດທາງການຄ້າຢ່າງຫລວງຫລາຍ ແຕ່ການປ່ຽນໂອກາດດັ່ງກ່າວ ໃຫ້ກາຍເປັນລາຍຮັບ ແລະ ຜົນປະໂຫຍດໂດຍກົງຕໍ່ປະຊາຊົນລາວ ຍັງມີຫລາຍປັດໄຈທີ່ຕ້ອງຮັບມື. ບັນຫາທຳອິດຕ້ອງພັດທະນາການຜະລິດສິນຄ້າໃຫ້ມີປະລິມານພຽງພໍ ແລະ ມີຄຸນນະພາບສະໝ່ຳສະເໝີ. ບັນຫາທີສອງຕ້ອງສ້າງໂຮງງານແປຮູບຜະລິດ ຕະພັນກະສິກຳ ເພື່ອຫລຸດຜ່ອນການສົ່ງອອກວັດຖຸດິບ ແລະ ເພີ່ມມູນຄ່າໃຫ້ສິນຄ້າພາຍໃນປະເທດ. ບັນຫາທີສາມ ຕ້ອງປັບປຸງລະບົບໂລຈິສຕິກ, ສາງສິນຄ້າ, ສູນຄັດແຍກ, ລະບົບຫ້ອງເຢັນ ແລະ ການຜ່ານດ່ານພາສີໃຫ້ວ່ອງໄວ. ພ້ອມນັ້ນ, ລັດຖະບານຄວນສົ່ງເສີມວິສາຫະ ກິດຂະໜາດນ້ອຍ ແລະ ຂະໜາດກາງໃຫ້ສາມາດເຂົ້າເຖິງການຂົນສົ່ງທາງລົດໄຟໄດ້ຫລາຍຂຶ້ນເພາະຖ້າຫາກມີພຽງບໍລິສັດຂະໜາດໃຫຍ່ທີ່ໄດ້ຮັບຜົນປະໂຫຍດການເຊື່ອມໂຍງທາງເສດຖະກິດກໍຈະບໍ່ສາມາດກະຈາຍຜົນປະໂຫຍດໄປສູ່ປະຊາຊົນໄດ້ຢ່າງທົ່ວເຖິງ.
ຖ້າຫາກສາມາດດຳເນີນການໄດ້ຢ່າງມີປະສິດທິຜົນລົດໄຟ ລາວ-ຈີນ ຈະບໍ່ແມ່ນພຽງໂຄງການຂົນສົ່ງຂະໜາດໃຫຍ່ ແຕ່ຈະເປັນພະລັງຂັບເຄື່ອນສຳຄັນໃນການປ່ຽນເສດຖະ ກິດລາວຈາກປະເທດທີ່ບໍ່ມີທາງອອກສູ່ທະເລໃຫ້ກາຍເປັນປະເທດທີ່ເຊື່ອມໂຍງການຄ້າທາງບົກຂອງພາກພື້ນພາຍໃຕ້ຫລັກການຮ່ວມມື, ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ການພັດທະນາທີ່ຍືນຍົງ.
ໂດຍ: ສາວບ້ານໂນນ
KPL