ຂປລ
ອົງການ ຮ່ວມມື ເສດຖະກິດ ອາຊີ ປາຊີຟິກ ຫລື APEC ແມ່ນກົນໄກ ການຮ່ວມມື ດ້ານເສດຖະກິດ ທີ່ມີອິດທິພົນຫລາຍທີ່ສຸດ ຢູ່ພາກພື້ນ ອາຊີ ປາຊີຟິກ. ກອງປະຊຸມ ຜູ້ນຳເສດຖະກິດ APEC 2026 ຈະຈັດຂຶ້ນຢູ່ ສປ ຈີນ ອີກຄັ້ງ ຢູ່ນະຄອນເຊີ່ນເຈີ້ນ ໃນເດືອນພະຈິກນີ້.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ,ອົງການ ຮ່ວມມື ເສດຖະກິດ ອາຊີ ປາຊີຟິກ ຫລື APEC ແມ່ນກົນໄກ ການຮ່ວມມື ດ້ານເສດຖະກິດ ທີ່ມີອິດທິພົນຫລາຍທີ່ສຸດ ຢູ່ພາກພື້ນ ອາຊີ ປາຊີຟິກ. ກອງປະຊຸມ ຜູ້ນຳເສດຖະກິດ APEC 2026 ຈະຈັດຂຶ້ນຢູ່ ສປ ຈີນ ອີກຄັ້ງ ຢູ່ນະຄອນເຊີ່ນເຈີ້ນ ໃນເດືອນພະຈິກນີ້. ລາຍການສາລະຄະດີ ຂະໜາດໃຫຍ່ ຄື: ການເດີນທາງຂອງ APEC ທີ່ສະຫວ່າງ ສະໄຫວ ພວມອອກອາກາດ ທຸກມື້ ຢູ່ຊ່ອງ CCTV-9 ຂອງ ສປ ຈີນ ໃນເວລາ 19:27 ໂມງ. ລາຍການດັ່ງກ່າວ ມີ 8 ຕອນ, ຕອນລະ 25 ນາທີ, ຖືເອົາການເດີນທາງ ເປັນຮູບແບບລາຍການ, ຖືເອົາການເຊື່ອມຕໍ່ໂລກເປັນເນື້ອໃນ, ຂ້າມຜ່ານສອງຝັ່ງ ມະຫາສະໜຸດ ປາຊີຟິກ, ເຂົ້າສູ່ 21 ເຂດເສດຖະກິດ ສະມາຊິກຂອງ APEC, ຜ່ານການຢ້ຽມຢາມ ສະຖານທີ່ຕົວຈິງ ແລະ ການສົນທະນາຢ່າງຈິງໃຈ, ສະແດງໃຫ້ເຫັນເຖິງ ຜົນສຳເລັດທາງເສດຖະກິດການຄ້າ ລະຫວ່າງ ສປ ຈີນ ແລະ ບັນດາເຂດ ເສດຖະກິດສະມາຊິກ APEC ແລະ ເຜີຍໃຫ້ເຫັນການເດີນທາງຢ້ຽມຢາມ ທີ່ມີສະເໜ່ພິເສດທ່າມກາງ ຮີດຄອງປະເພນີ ແລະ ວັດທະນທຳ ຂອງທ້ອງຖິ່ນ ທີ່ເປັນເອກະລັກ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL