ອຸທິຍານນ້ຳຕົກຕາດຜາສ້ວມ ພວມໄດ້ຮັບການພັດທະນາ ເພື່ອຮອງຮັບການທ່ອງທ່ຽວໃນທ້າຍປີ 2027

18/11/2026 12:46
ຂປລ ຂປລ. ທ່າມກາງຄວາມອຸດົມສົມບູນຂອງທຳມະຊາດໃນເຂດພາກໃຕ້ ນ້ຳຕົກຕາດຜາສ້ວມ ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ

   ຂປລ. ທ່າມກາງຄວາມອຸດົມສົມບູນຂອງທຳມະຊາດໃນເຂດພາກໃຕ້ ນ້ຳຕົກຕາດຜາສ້ວມ ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ນັບເປັນໜຶ່ງໃນແຫລ່ງທ່ອງທ່ຽວທຳມະຊາດທີ່ມີມົນສະເໜ່ ແລະ ເປັນທີ່ຮູ້ຈັກຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ. ດ້ວຍຄວາມສວຍສົດງົດງາມຂອງສາຍນ້ຳທີ່ໄຫລຜ່ານໂງ່ນຫີນປະສົມປະສານກັບຄວາມຂຽວອຸ່ມທຸ່ມຂອງປ່າໄມ້ ຈຶ່ງເຮັດໃຫ້ສະຖານທີ່ແຫ່ງນີ້ເປັນຈຸດໝາຍປາຍທາງຂອງຫລາຍໆຄົນທີ່ຕ້ອງການຢາກໄປພັກຜ່ອນຢ່ອນ ໃຈ ແລະ ສຳຜັດອາກາດບໍລິສຸດສົດຊື່ນຈາກທຳມະຊາດ.
   ປັດຈຸບັນ, ເພື່ອຍົກສູງທ່າແຮງຂອງແຫລ່ງທ່ອງທ່ຽວໃຫ້ມີຄວາມພ້ອມ ແລະ ສາມາດຮອງຮັບນັກທ່ອງທ່ຽວໄດ້ດີຂຶ້ນໄດ້ມີການລົງທຶນພັດທະນາ ແລະ ກໍ່ສ້າງອຸທິຍານນ້ຳຕົກຕາດຜາສ້ວມ ໂດຍບໍລິສັດ ກຣີນຟໍລ ຜາສ້ວມ ຈຳກັດ ເປັນຜູ້ສຳປະທານພັດທະນາສະຖານທີ່ດັ່ງກ່າວ. ເມື່ອບໍ່ດົນມານີ້, ຄະນະນຳເມືອງບາຈຽງຈະເລີນສຸກ ໄດ້ເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ຄວາມຄືບໜ້າການພັດທະນາ ແລະ ກໍ່ສ້າງອຸທິຍານນ້ຳຕົກຕາດຜາສ້ວມ  ຊຶ່ງນຳໂດຍທ່ານ ສຸດທະເຮືອງສັກກຸນລະບຸດ ປະທານຄະນະກຳມະ ການປົກຄອງເມືອງບາຈຽງຈະເລີນສຸກ ພ້ອມດ້ວຍຄະນະນຳຂອງເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ໂດຍການຕ້ອນຮັບຂອງທ່ານ ສົມມິດ ປັນຍາທອນ ແລະ ທ່ານນາງ ສຸກສະຫວັນ ຊາທອງຍົດ ຜູ້ຕາງໜ້າບໍລິສັດ ກຣີນຟໍລ ຜາສ້ວມ ຈຳກັດ. ຈາກການຕິດຕາມຄວາມຄືບໜ້າໂຄງການຂອງຄະນະກຳມະການເມືອງບາຈຽງຈະເລີນສຸກ ເຫັນວ່າໂຄງການມີຄວາມຄືບໜ້າແລ້ວ 35% ແລະ ມີແຜນກຳນົດເປີດໃຫ້ບໍລິການໃຫ້ແກ່ນັກທ່ອງທ່ຽວໃນທ້າຍປີ 2027 ທີ່ຈະມາເຖິງນີ້. ການພັດທະນາດັ່ງກ່າວຈຶ່ງເປັນອີກຄວາມຄາດຫວັງໃໝ່ຂອງການທ່ອງທ່ຽວໃນເຂດນີ້ ເພື່ອເພີ່ມສິ່ງອຳນວຍຄວາມສະດວກ ແລະ ຍົກລະດັບປະສົບການການທ່ອງທ່ຽວໃຫ້ແກ່ຜູ້ມາຢ້ຽມຢາມ. ຢ່າງໃດກໍຕາມ, ນອກຈາກຄວາມງົດງາມຂອງສາຍນໍ້າ ແລະ ທິວທັດທຳມະຊາດແລ້ວ ການພັດທະນາອຸທິຍານນ້ຳຕົກຕາດຜາສ້ວມ ຍັງມີຄວາມໝາຍສຳຄັນຕໍ່ສ້າງລາຍໄດ້ໃຫ້ແກ່ຊຸມຊົນໃນການສ້າງອາຊີບ, ການຈຳໜ່າຍສິນຄ້າທ້ອງຖິ່ນ ແລະ ການໃຫ້ບໍລິການແກ່ນັກທ່ອງທ່ຽວຕື່ມອີກ.
   ການພັດທະນານ້ຳຕົກຕາດຜາສ້ວມ ນັບເປັນອີກບາດກ້າວສຳຄັນໃນການສົ່ງເສີມການລົງທຶນດ້ານການທ່ອງທ່ຽວຂອງເມືອງບາຈຽງຈະເລີນສຸກ ໂດຍຄາດວ່າພາຍຫລັງສຳເລັດຈະຊ່ວຍປັບປຸງພື້ນຖານໂຄງລ່າງຍົກສູງຄຸນນະພາບການບໍລິການ, ດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ຽວຫລາຍຂຶ້ນ, ພ້ອມທັງສ້າງໂອກາດດ້ານອາຊີບ ແລະ ລາຍຮັບໃຫ້ແກ່ປະຊາຊົນໃນທ້ອງຖິ່ນອັນຈະປະກອບສ່ວນຕໍ່ການພັດທະນາການທ່ອງທ່ຽວຂອງເມືອງໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ຍືນຍົງ.
     ໂດຍ: ວຽງອຳໄພ

KPL

ຂ່າວອື່ນໆ

ads
ads

Top