ຈີນ ທົດລອງ ນຳໃຊ້ ລົດປະຈຳທາງ ດ້ວຍພະລັງງານໄຟຟ້າ

25/03/2015 13:11
Email Print 1663
ຂປລ ບໍລິສັດ ຂົນສົ່ງມວນຊົນຈີນ ໄດ້ທົດລອງນຳໃຊ້ ລົດໂດຍສານ ປະຈຳທາງ ດ້ວຍ ພະລັງ ງານໄຟຟ້າ ທີ່ມີຄວາມຍາວ ເຖິງ 18 ແມັດ ເພື່ອກະກຽມ ບໍລິການ ໃຫ້ປະຊາຊົນ ຈີນ ຢູ່ ນະຄອນຫລວງ ປັກກິງ ປະເທດຈີນ ເປັນເວລາ 2 ວັນ.

 ຂປລ. ຕາມ​ຂ່າວ​ຕ່າງປະ​ເທດ, ບໍລິສັດ ຂົນສົ່ງມວນຊົນຈີນ ໄດ້​ທົດ​ລອງນຳໃຊ້ ລົດໂດຍສານ ​ປະຈຳ​ທາງ​ ດ້ວຍ ພະລັງງານ​ໄຟຟ້າ​ ທີ່ມີຄວາມຍາວ​ ເຖິງ 18 ແມັດ ເພື່ອກະກຽມ ​ບໍລິການ​ ໃຫ້ປະຊາຊົນ ຈີນ  ຢູ່ ນະຄອນຫລວງ ປັກ​ກິ​ງ ປະເທດຈີນ ເປັນເວລາ 2 ວັນ. ຄາດວ່າ ຈະເລີ່ມ ໃຫ້ ບໍລິການ ຢ່າງເປັນ ທາງການ ໃນວັນທີ 25 ເດືອນມີນານີ້.

ນີ້ຖືວ່າ ເປັນລົດໂດຍສານ ຄັນທຳອິດ ຂອງຈີນ, ເຊິ່ງສາມາດແລ່ນໄດ້ 100 ກິໂລແມັດ ຕໍ່ການສາກໄຟ 1 ຄັ້ງ, ບັນທຸກຜູ້ໂດຍສານໄດ້ 143 ຄົນ ເພີ່ມຂຶ້ນ 2 ເທົ່າເທື່ອ. ເມື່ອທຽບໃສ່ ລົດໂດຍສານທົ່ວໄປ. ເຈົ້າໜ້າທີ່ ກ່ຽວຂ້ອງ ຂອງ ບໍລິ ສັດນີ້ ກ່າວວ່າ ລົດໂດຍສານນີ້ ຈະປະຢັດ ພະລັງງານ ແລະ ມີຜົນ ດີ ຕໍ່ສິ່ງແວດລ້ອມ, ພ້ອມກັນນັ້ນ ຍັງມີຕົ້ນທຶນ ຕ່ຳກວ່າ ລົດໂດຍສານ ປະຈຳທາງທົ່ວໄປ. ຄາດວ່າ ຈີນຈະຜະລິດ ລົດໂດຍສານນີ້ ເພີ່ມຂຶ້ນອີກ 5 ຄັນ ໃນປີໜ້າ ແນໃສ່ ຫລຸດຜ່ອນຄວັນ ແລະ ອື່ນໆ ຢູ່ນະຄອນຫລວງ ປັກກິ່ງ./.

 


KPL

ຂ່າວອື່ນໆ

ads
ads

Top