ຂປລ
ຄະນະປ້ອງກັນພາຍໃນ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ເຊື່ອມຊຶມເອກະສານວຽກງານປ້ອງກັນພາຍໃນ, ສະຫຼຸບວຽກງານການປ້ອງກັນພາຍໃນໄລຍະ 5 ປີ ແລະ ທິດທາງຕໍ່ໜ້າ, ພ້ອມທັງເຊັນບົດບັນທຶກກົນໄກການປະສານງານລະຫວ່າງ ກົມປ້ອງກັນພາຍໃນ ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ແລະ ຄະນະປ້ອງກັນພາຍໃນ ຄະນະໂຄສະນາອົບຮົມສູນກາງພັກ ໃນວັນທີ 19 ພະຈິກ 2026 ຢູ່ຄະນະໂຄສະນາອົບຮົມສູນກາງພັກ ໂດຍມີ ທ່ານ ສາຄອນ ພົມມະລາດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີກົມ 200, ກຳລັງປ້ອງກັນພາຍໃນ ຄອສພ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ສາຄອນ ພົມມະລາດ ໄດ້ກ່າວວ່າ: ເອກະສານສຳຄັນທີ່ນຳມາເຜີຍແຜ່ເຊື່ອມຊຶມຄັ້ງນີ້ ປະກອບມີ: ເອກະສານທິດສະດີພື້ນຖານກ່ຽວກັບວຽກງານປ້ອງກັນພາຍໃນສຳນັກງານ-ອົງການ, ການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະປ້ອງກັນພາຍໃນ, ສຳນັກງານ, ອົງການ ແລະ ອົງການຈັດຕັ້ງການເມືອງ ສະບັບເລກທີ 1722/ປກສ ແລະ ເອກະສານລະບຽບປ້ອງກັນພາຍໃນ. ການເຊື່ອມຊຶມເອກະສານຄັ້ງນີ້ ມີຄວາມໝາຍສຳຄັນ ເພື່ອໃຫ້ຄະນະປ້ອງກັນພາຍໃນຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດເປັນກົກ, ເຮັດໃຫ້ພະນັກງານ-ລັດຖະກອນທຸກຄົນມີສະຕິລະວັງຕົວຕໍ່ກົນອຸບາຍຂອງສັດຕູ ແລະ ກຸ່ມຄົນບໍ່ດີ, ຮູ້ຈຳແນກມິດ-ສັດຕູຢ່າງຈະແຈ້ງ ແລະ ມີຄວາມຈົງຮັກພັກດີຕໍ່ພັກ-ລັດຢ່າງໜັກແໜ້ນ, ຍົກສູງຄວາມຮັບຜິດຊອບຂອງຄະນະປ້ອງກັນພາຍໃນຊຸດໃໝ່; ພາຍຫຼັງໄດ້ຮັບການແຕ່ງຕັ້ງແບ່ງຄວາມຮັບຜິດຊອບແລ້ວ ໃຫ້ຮີບຮ້ອນສ້າງແຜນການເຄື່ອນໄຫວລະອຽດ, ແຜນດຳເນີນງານໄລຍະ 5 ປີ, ແຜນປະຈຳປີ, ປະຈຳໄຕມາດ, ປະຈຳແຕ່ລະເດືອນ; ປັບປຸງກົນໄກການປະສານງານລະຫວ່າງບັນດາຈຸປ້ອງກັນພາຍໃນ ແລະ ບັນດາກົມໃຫ້ມີຄວາມຄ່ອງຕົວ ແລະ ວ່ອງໄວ; ເຂັ້ມງວດໃນການຄຸ້ມຄອງ ແລະ ຮັກສາຄວາມລັບ, ເພີ່ມທະວີການກວດກາ, ຄຸ້ມຄອງເອກະສານຄວາມລັບຂອງພັກ-ລັດ, ຄຸ້ມຄອງການນຳໃຊ້ສື່ສັງຄົມອອນລາຍ ແລະ ລະບົບຂໍ້ມູນຂ່າວສານເອເລັກໂຕຣນິກຂອງພະນັກງານ-ລັດຖະກອນ ບໍ່ໃຫ້ມີການຮົ່ວໄຫຼຂອງຂໍ້ມູນທາງລັດຖະການ ຫຼື ຕົກເປັນເຫຍື່ອຂອງຂ່າວປອມ ແລະ ເອົາໃຈໃສ່ວຽກງານປ້ອງກັນເວນຍາມ ແລະ ສະຖານທີ່, ຈັດຕັ້ງການປະຈຳການເວນຍາມຕະຫຼອດ 24 ຊົ່ວໂມງໃຫ້ເຂັ້ມງວດ ໂດຍສະເພາະໃນວັນພັກລັດຖະການ ແລະ ວັນບຸນສຳຄັນຕ່າງໆ, ກວດກາຄວາມປອດໄພດ້ານອັກຄີໄພ, ລະບົບໄຟຟ້າ ແລະ ຊັບສິນສ່ວນລວມໃຫ້ຮັບປະກັນ ໂດຍມີການປະສານສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງຢ່າງແໜ້ນແຟ້ນ, ເປັນລະບົບ, ທັນການ ແລະ ເພີ່ມທະວີການພົວພັນປະສານສົມທົບກັບກຳລັງວິຊາສະເພາະ ສືບຕໍ່ປະສານສົມທົບຢ່າງຕໍ່ເນື່ອງ.
ໃນໂອກາດດຽວກັນນີ້, ກໍໄດ້ແຕ່ງຕັ້ງຄະນະປ້ອງກັນພາຍໃນ ຄອສພ ຊຸດໃໝ່, ແບ່ງຄວາມຮັບຜິດຊອບ ແລະ ແບ່ງຈຸໃຫ້ກຳລັງປ້ອງກັນພາຍໃນ, ພ້ອມທັງມອບຫຼຽນກາ ແລະ ໃບຍ້ອງຍໍກະຊວງປ້ອງກັນຄວາມສະຫງົບ ໃຫ້ກຳລັງປ້ອງກັນພາຍໃນ ຄອສພ.
ຂ່າວ: ວີລະວັນ; ພາບ: ເກດສະໜາ
KPL