ສສ ຫວຽດນາມ ຮັບບົດບາດປະທານ ເອເປັກ 2027 ຢ່າງເປັນທາງການ

20/11/2026 10:08
Email Print 102
ຂປລ ໃນ​ຂອບ​ເຂດກອງ​ປະ​ຊຸມ​​ ບັນ​ດາ​ການ​ນຳ ​ເສດ​ຖະ​ກິດ​ ຂອງເວ​ທີ​ປາ​ໄສ​ ການຮ່ວມ​ມື ​ດ້ານ​ເສດ​ຖະ​ກິດ ອາ​ຊີ-ປາ​ຊີ​ຟິກ (APEC), ​ຄັ້ງ​ທີ 33, ທ່ານ ໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫ່​ຍ, ປະ​ທານ​ປະ​ເທດ ຫວຽດນາມ ໄດ້ຮັບບົດ​ບາດ ປະ​ເທດເຈົ້າ​ພາບປີ APEC 2027 ຢ່າງ​ເປັນ​ທາງ​ການ​​ ຈາກທ່ານ ​ສີ ຈິນ​ຜິງ, ເລ​ຂາ​ທິ​ການ​ໃຫ່​ຍ, ປະ​ທານ​ປະ​ເທດຈີນ, ສ້າງ​ຂີດ​ໝາຍ ​ຈຸ​ດ​ເວ​ລາ​ສຳ​ຄັນ, ເປີດ​ສາກ​ປີ APEC ຫວຽດ​ນາມ 2027 ຢ່າງ​ເປັນ​ທາງ​ການ.

ຂປລ.ວິທະຍຸກະຈ່າຍສຽງຫວຽດນາມ,​ວັນ​ທີ 19 ພະ​ຈິກ, ຢູ່​ນະ​ຄອນ ເຊິນ​ເຈິນຂອງ ສປ ຈີນ, ໃນ​ຂອບ​ເຂດກອງ​ປະ​ຊຸມ​​ ບັນ​ດາ​ການ​ນຳ ​ເສດ​ຖະ​ກິດ​ ຂອງເວ​ທີ​ປາ​ໄສ​ ການຮ່ວມ​ມື ​ດ້ານ​ເສດ​ຖະ​ກິດ ອາ​ຊີ-ປາ​ຊີ​ຟິກ (APEC), ​ຄັ້ງ​ທີ 33, ທ່ານ ໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫ່​ຍ, ປະ​ທານ​ປະ​ເທດ ຫວຽດນາມ ໄດ້ຮັບບົດ​ບາດ ປະ​ເທດເຈົ້າ​ພາບປີ APEC 2027 ຢ່າງ​ເປັນ​ທາງ​ການ​​ ຈາກທ່ານ ​ສີ ຈິນ​ຜິງ, ເລ​ຂາ​ທິ​ການ​ໃຫ່​ຍ, ປະ​ທານ​ປະ​ເທດຈີນ, ສ້າງ​ຂີດ​ໝາຍ ​ຈຸ​ດ​ເວ​ລາ​ສຳ​ຄັນ, ເປີດ​ສາກ​ປີ APEC ຫວຽດ​ນາມ 2027 ຢ່າງ​ເປັນ​ທາງ​ການ. ພິ​ທີ​ມອບ​ຮັບ ​ໄດ້​ດຳ​ເນີນ​ພາຍ​ໃຕ້ ​ການ​ເປັນ​ສັກ​ຂີ​ພິ​ຍານ​ຂອງ​ການ​ນຳ 21 ພື້ນ​ຖານ ​ເສດ​ຖະ​ກິດ​ສະ​ມາ​ຊິກ APEC, ພາຍຫລັງ​ ກອງ​ປະ​ຊຸມ​ສີ້ນ​ສຸດ ​ບັນ​ດາ​ເນື້ອ​ໃນ​ປຶກ​ສາ​ຫາ​ລື ແລະ ຮັບ​ຮອງ​ເອົາ​ ບັນ​ດາ​ເອ​ກະ​ສານ​ສຳ​ຄັນ​ຂອງ​ປີ APEC 2026.ຈາກນັ້ນ ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫ່​ຍ, ປະ​ທານ​ປະ​ເທດ ຫວຽດນາມ ໄດ້​ແນະ​ນຳ ​ຫົວ​ເລື່ອງ​ຂອງ​ປີ APEC 2027 ແມ່ນ: “ພ້ອມ​ກັນ​ ສ້າ​ງ​ສັງ​ກາດ​ໃໝ່ ​ສ້າງ​ຄວາມ​ເຂັ້ມ​ແຂງ​ ດ້ວຍ​ຕົນ​ເອງ, ນະ​ວັດ​ຕະ​ກຳ ແລະ ຄວາມ​ວັດ​ທະ​ນາ​ຖາ​ວອນ​ລວມ”. ແລະ ຢືນ​ຢັນ​ຕື່ມວ່າ: ເລື່ອງ​ເປັນ​ຄັ້ງ​ທີ 3 ຮັບ​ບົດ​ບາດ ​ເປັນ​ປະ​ເທດ​ເຈົ້າ​ພາບ APEC ແມ່ນຂີດ​ໝາຍ​ ແຫ່ງ​ບາດ​ກ້າວ​ສຳ​ຄັນ ໃນ​ວິ​ວັດ​ການ​ເຊື່ອມ​ໂຍງ ແລະ ພັດ​ທະ​ນາ​ຂອງ ສສ ຫວຽດ​ນາມ. ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫ່​ຍ, ປະ​ທານ​ປະ​ເທດ ຫວຽດນາມ ໄດ້ເນັ້ນ​ໜັກ​ຕື່ມວ່າ: ສສ ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​​ ຈະ​ເປັນ​ປະ​ເທດ​ເຈົ້າ​ພາບ ​ທີ່​ມີ​ຄວາມ​ສຸດ​ຈິດ​ສຸດ​ໃຈ, ຮັບ​ຟັງ​ເພື່ອ​ປັບ​ປຸງ​ ຄວາມ​ເຫັນ​ດີ​ເຫັນ​ພ້ອມ, ເຊື່ອມ​ຕໍ່​ເພື່ອ​ເປີດ​ກ້​ວາງ​ ການ​ຮ່ວມ​ມື, ພ້ອມ​ກັບ ​ບັນ​ດາ​ສະ​ມາ​ຊິກ ສ້າງ​ໝາກ​ຜົນ​ ທີ່​ມີ​ຄຸນ​ຄ່າ​ອັນ​ຍາວ​ນານ. ວິ​ວັດ​ການ APEC 2027 ຈະ​​ໄປ​ຜ່ານບັນ​ດາ​ເຂດ​​ພາກ​ຂອງ ສສ ຫວຽດ​ນາມ, ດ້ວຍ​ການ​ເຂົ້າ​ຮ່ວມ ​ຂອງ​ບັນ​ດາ​ທ້ອງ​ຖິ່ນ​, ວິ​ສາ​ຫະ​ກິດ ແລະ ປະຊາຊົນ ທຸກ​ຊັ້ນ​ວັນ​ນະ ແລະ ເຕົ້າ​ໂຮມ​ກັນ​ຢູ່​ເກາະ ຝູກວັກ, ແຂວງ ອານ​ຢາງ-ແຫ່ງ​ຈັດ​ສັບ​ປະ​ດາ​ຂັ້ນ​ສູງ APEC 2027./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top