ສປ ຈີນ-ລັດເຊຍ-ສ.ອາເມລິກາ ອອກຖະແຫລງການສັນຕິພາບ

20/11/2026 10:22
ຂປລ ທ່ານ ສີ ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ, ທ່ານ ວະ​ລາ​ດີ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ແລະ ທ່ານ​ ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ ສ.​ອາ​ເມ​ລິ​ກາ​ ໄດ້​​ພົບ​ປະ​ກັນ​ຢູ່​ນະ​ຄອນ​ເຊີ່ນ​ເຈີ້ນ ​ແຂວງກວາງ​ຕຸ້ງ ຂອງ ສປ ​ຈີນ. ຜູ້​ນຳ ລັດ​ເຊຍ ແລະ ສ.ອາ​ເມ​ລິ​ກາ ໄດ້ສະແດງຄວາມຂອບ​ໃຈ​ຕໍ່ ສປ ຈີນ ​ທີ່ໄດ້ຈັດ​ກາ​ນ​ພົບ​ປະ​ກັນ ​ຄັ້ງ​​ປະ​ຫວັດ​ສາດນີ້.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນ​ທີ 19 ພະ​ຈິກ​ 2026, ທ່ານ ສີ ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ, ທ່ານ ວະ​ລາ​ດີ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ແລະ ທ່ານ​ ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ ສ.​ອາ​ເມ​ລິ​ກາ​ ໄດ້​​ພົບ​ປະ​ກັນ​ຢູ່​ນະ​ຄອນ​ເຊີ່ນ​ເຈີ້ນ ​ແຂວງກວາງ​ຕຸ້ງ ຂອງ ສປ ​ຈີນ. ຜູ້​ນຳ ລັດ​ເຊຍ ແລະ ສ.ອາ​ເມ​ລິ​ກາ ໄດ້ສະແດງຄວາມຂອບ​ໃຈ​ຕໍ່ ສປ ຈີນ ​ທີ່ໄດ້ຈັດ​ກາ​ນ​ພົບ​ປະ​ກັນ ​ຄັ້ງ​​ປະ​ຫວັດ​ສາດນີ້. ປະ​ມຸກ​ລັດ 3​ປະ​ເທດ ​ໄດ້​ແລກ​ປ່ຽນ​ຄວາມ​ເຫັນ​ ຢ່າງ​ເລິກ​ເຊິ່ງ​ ກ່ຽວ​ກັບ​ ສະ​ຖາ​ນະ​ການ​ສາ​ກົນ​ ໃນ​ປັດ​ຈຸ​ບັນ, ທັງມຸ່ງໝັ້ນທີ່ຈະຮັກ​ສາ​ ສະ​ຖຽນ​ລະ​ພາບ ທາງ​ຍຸ​ດ​ທະ​ສາດ ແລະ ຄວາມ​ໝັ້ນ​ຄົງ​ສາ​ກົນ. ໜຶ່ງ, ສປ ຈີນ,ລັດ​ເຊຍ ແລະ ສ.ອາ​ເມ​ລິ​ກາ​ ໃນ​ຖາ​ນະ​ເປັນ​ປະ​ເທດ​ ສະ​ມາ​ຊິກ​ຖາ​ວອນ​ ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ​ອົງ​ການ ​ສະ​ຫະ​ປະ​ຊາ​ຊາດ, ມີຄວາມມຸ່ງໝັ້ນ ທີ່ຈະຊຸກ​ຍູ້​ການ​ປະ​ຕິ​ຮູບ ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ເພື່ອເຮັດ​ໃຫ້​ອົງ​ການ​ດັ່ງ​ກ່າວ​​ສາ​ມາດຮັບ​ມື ​ກັບ​ສິ່ງ​ທ້າ​ທາຍ​ລະ​ດັບ​ໂລກ ໄດ້​ຢ່າງ​ມີ​ປະ​ສິດ​ທິ​ຜົນຍິ່ງ​ຂຶ້ນ ແລະ​ ປະ​ຕິ​ບັດ​ພາ​ລະກຳ ​ພື້ນ​ຖານ​ຂອງ​ຕົນ ​ໃນ​ການ​ປົກ​ປັກ​ຮັກ​ສາ​ ສັ​ນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ​ສາ​ກົນ. ສອງ, 3 ປະ​ເທດ ​ວາງ​ແຜນ​ທີ່ຈະ​ເພີ່ມ​ການ​ຜະ​ລິດ ແລະ ການ​ສະ​ໜອງ​ຜະ​ລິດ​ຕະ​ພັນ​ ນ້ຳ​ມັນ​ເຊື້ອ​ໄຟ​ກັ່ນ ເພື່ອ​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່ ​ບັນ​ດາ​ປະ​ເທດ​ໃນ​ໂລກ. ສາ​ມ​ປະ​ເທດ​ຢືນ​ຢັນ​ຄືນເຖິງ ​ຄວາມ​ສຳ​ຄັນ​ຂອງການ​ຈໍ​ລະ​ຈອນ​ ທີ່​ໝັ້ນ​ຄົງ​ຂອງ​ພະ​ລັງ​ງານ. ສາມ, ປະມຸກລັດທັງ 3 ປະເທດ ໄດ້ຮັບຮອງວ່າ ຫລັກການຄວາມເຫັນດີຂອງລັດ ແລະ ການເຄົາລົບເອກະສິດ ຂອງ ເຈົ້າໜ້າທີ່ລັດ ແມ່ນມີຄວາມສຳຄັນສູງສຸດ ແລະ ເຫັນພ້ອມກັນວ່າ ສານອາຍາສາກົນ ແລະ ອົງການອື່ນໆທີ່ມີລັກສະນະຄ້າຍຄືກັນ ຈະຕ້ອງບໍ່ນຳໃຊ້ອຳນາດ ພິຈາລະນາຄະດີ ຂອງຕົນໃນທາງທີ່ບໍ່ຖືກຕ້ອງ. ສີ່, ປະມຸກລັດທັງ 3ປະເທດ ໄດ້ຢໍ້າຄືນວ່າ ສົງຄາມນິວເຄລຍ ເປັນສົງຄາມ ທີ່ບໍ່ມີຝ່າຍໃດ ສາມາດເອົາຊະນະໄດ້ ແລະ ຕ້ອງບໍ່ໃຫ້ເກີດຂຶ້ນຢ່າງເດັດຂາດ. ທັງສາມປະເທດ ຈະດຳເນີນການສົນທະນາ ຫາລື ກ່ຽວກັບ ການຫລຸດຜ່ອນຄວາມສ່ຽງ ດ້ານນິວເຄລຍ ແລະ ການປ້ອງກັນ ການແພ່ຜາຍ ອາວຸດນິວເຄລຍ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top