ຜູ້ນຳ ສປ ຈີນ-ລັດເຊຍ-ສ.ອາເມລິກາ ພົບປະກັນສາມຝ່າຍ

19/11/2026 17:31
ຂປລ ທ່ານ​ ສີ ​ຈິ້​ນ​ຜິງ ປະ​ທານ​ປະ​ເທດ​ຈີນ ໄດ້​ພົບ​ປະ​ກັບ ​ທ່ານ ​ວະ​ລາ​ດີ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ ລັດ​ເຊຍ ແລະ ທ່ານ​ ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ ສ.​ອາ​ເມ​ລິ​ກາ ​ຢູ່​ນະ​ຄອນ​ເຊີ່ນ​ເຈີ້ນ ​ແຂວງກວາງ​ຕຸ້ງ​ ຂອງ ສປ ຈີນ.

ຂປລ.ວິທະຍຸ ໂທລະພາບສູນກາງຈີນ, ​ວັນ​ທີ 19 ພະ​ຈິກ​ນີ້, ທ່ານ​ ສີ ​ຈິ້​ນ​ຜິງ ປະ​ທານ​ປະ​ເທດ​ຈີນ ໄດ້​ພົບ​ປະ​ກັບ ​ທ່ານ ​ວະ​ລາ​ດີ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ ລັດ​ເຊຍ ແລະ ທ່ານ​ ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ ສ.​ອາ​ເມ​ລິ​ກາ ​ຢູ່​ນະ​ຄອນ​ເຊີ່ນ​ເຈີ້ນ​ແຂວງກວາງ​ຕຸ້ງ​ ຂອງ ສປ ຈີນ. ໃນໂອກາດນີ້ ທ່ານ​ ສີ ​ຈິ້ນ​ຜິງ​ ຊີ້ໃຫ້​ເຫັນ​ວ່າ: ຜູ້​ນຳ​ສູງ​ສຸດ​ຂອງ ສປ ​ຈີນ,ລັດ​ເຊຍ ແລະ ສ.ອາ​ເມ​ກາ ​ໄດ້​ພົບ​ປະ​ກັນ​ເປັນ​ຄັ້ງ​ທຳ​ອິດ​ ໃນ​ປະ​ຫວັດ​ສາດ ເຊິ່ງ​ມີ​ຄວາມ​ໝາຍສຳ​ຄັນ​ຍິ່ງ. ທ່ານ ​ສີ ​ຈິ້ນ​ຜິງ ​ຊີ້​ໃຫ້​ເຫັນ​ຕື່ມ​ວ່າ​: ສັນ​ຕິ​ພາບ ​ແມ່ນ​ຄວາມ​ປາດ​ຖະ​ໜາ​ຖາ​ວອນ​ ຂອງ​ສັງ​ຄົມ​ມະ​ນຸດ. ປະ​ຫວັດ​ສາດ ບອກ​ໃຫ້​ຮູ້​ວ່າ ເມື່ອປະ​ເທດ​ໃຫຍ່​ປອງດອງ​ກັນ, ທົ່ວ​ໂລກ​ ຈະ​ມີ​ຄວາມ​ສະ​ຫງົບ​ສຸກ; ປະ​ເທດ​ໃຫຍ່​ ປະ​ທະ​ກັນ, ທົ່ວ​ໂລກ ​ຈະ​ຕົກ​​ຢູ່ໃນ​ຄວາມ​ວຸ້ນ​ວາຍ. ປະ​ຫວັດ​ສາດ ​ເປັນ​ປຶ້ມ​​ແບບ​ຮຽນ​ທີ່​ດີ​ທີ່​ສຸດ. ພວກ​ເຮົາ​ຄວນ​ຈົດ​ຈຳ ​ປະ​ຫວັດ​ສາດ, ຖື​ປະ​ຫວັດ​ສາດ ​ເປັນ​​ແວ່ນແຍງ ​ແລະ ບຸກ​ເບີກ​ອະ​ນາ​ຄົດ. ທ່ານ ​ສີ ​ຈິ້ນ​ຜິງ ​ຊີ້​ໃຫ້​ເຫັນ​ຕື່ມ​ວ່າ: ການ​ແລກ​ປ່ຽນ ​ໃນ​ທາງບວກ​ ລະ​ຫວ່າງ​ ປະ​ເທດ​ໃຫຍ່ ​ບໍ່​ແມ່ນ​ບົດ​ສອບ​ເສັງ​ທີ່​ໃຫ້​ເລືອກ​ຂໍ້​ໃດ​ຂໍ້​ໜຶ່ງ, ແຕ່​ແມ່ນ​ຄຳ​ຖາມ​ທີ່​ຕ້ອງ​ຕອບ. ໃນ​ຖາ​ນະ​ເປັນ​ສະ​ມາ​ຊິກ​ຖາ​ວອນ​​ຂອງ​ສະ​ພາ​ ຄວາມ​ໝັ້ນ​ຄົງ ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ສປ ຈີນ,ລັດ​ເຊຍ ແລະ ສ.ອາ​ເມ​ລິກາ​ ຄວນ​ເປັນ​ແບບ​ຢ່າງ​ທີ່​ດີ, ຮ່ວມ​ມື​ກັນ ​ຮັບ​ມື​ກັບ ​ສິ່ງ​ທ້າ​ທາຍ​​ທົ່ວ​ໂລກ, ຮ່ວມ​ກັນ​ປົກ​ປັກ​ຮັກ​ສາ ​​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ຂອງ​ໂລກ, ປະ​ກອບ​ສ່ວນ​ໃຫຍ່ຫລວງກວ່າ​ເກົ່າ ​ເຂົ້າ​ໃນ​ຄວາມ​ກ້າວ​ໜ້າ​ ຂອງມວນ​ມະ​ນຸດ. ທ່ານ ສີ ​ຈິ້ນ​ຜິງ​ ໄດ້​ສະ​ເໜີ​ 4 ຂໍ້​ກ່ຽວ​ກັບ ​ວິ​ທີ​ທີ່ປະ​ເທດ​ໃຫຍ່ ​ຄວນ​ເຮັດ​ແນວ​ໃດ ​ເພື່ອ​ຢູ່​ຮ່ວມ​ກັນ ​ຢ່າງ​ຖືກ​ຕ້ອງ ແລະ ຮ່ວມ​ກັນ​ຮັບ​ປະ​ກັນ​ສັນ​ຕິ​ພາບໂລກ ຄື: ໜຶ່ງ, ຍຶດ​ໝັ້ນ​ໃນ​ການ​ເຄົາ​ລົບ ​ເຊິ່ງ​ກັນ​ແລະ​ກັນ. ການ​ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ​ ແມ່ນຫລັກ​ການ​ພື້ນ​ຖານ ​ໃນ​ການແລກ​ປ່ຽນກັນ​ລະ​ຫວ່າງ ​ປະ​ເທດ​ໃຫຍ່. ສອງ, ຍຶດ​ໝັ້ນ​ໃນ​ການ​ຢູ່​ຮ່ວມ​ກັນ ​ໂດຍ​ສັນ​ຕິ. ສປ ຈີນ,ລັດ​ເຊຍ ແລະ ສ.ອາ​ເມ​ລິ​ກາ ​ຄວນ​ເປັນ​ຄູ່​ຮ່ວມ ແລະ ເພື່ອນ​ມິດ, ບໍ່​ປະ​ທະ​ກັນ, ບໍ່​ເປັນ​ປໍ​ລະ​ປັກ​ກັນ, ຮັກ​ສາ​ເສັ້ນ​ພື້ນ​ຖານ ​ແຫ່ງ​ການ​ຢູ່​ຮ່ວມ​ກັນ​ໂດຍ​ສັນ​ຕິ. ຍຶດ​ໝັ້ນ​ໃນ​ການ​ຮ່ວມ​ມື ​ແບບ​ຕ່າງ​ຝ່າຍ ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ. ສາມ​ປະ​ເທດ ​ມີ​ທ່າ​ແຮງ​ທີ່​ແຕກ​ຕ່າງ​ກັນ​ໃນ​ການ​ພັດ​ທະ​ນາ, ມີ​ລັກ​ສະ​ນະ​ຊ່ວຍ​ຊູ​ຍູ້​ໜູນ​ກັນ​ ຢ່າງ​ແຂງ​ແຮງ​ ໃນ​ດ້ານ​ເສດ​ຖະ​ກິດ, ສາ​ມາດ​ເສີມ​ຂະ​ຫຍາຍ ​ທ່າ​ແຮງ​ຂອງ​ໃຜ​ລາວ ແລະ ແລກ​ປ່ຽນ​ ເຊິ່ງ​ກັນ​ແລະ​ກັນ. ສີ່, ຍຶດ​ໝັ້ນ​ໃນ​ການ​ສົນ​ທະ​ນາ ແລະ ປຶກ​ສາ​ຫາ​ລື​ກັນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

    • ກຳປູເຈຍ-ໄທ ໃກ້ຈະກ້າວເຂົ້າສູ່ວາລະໄກ່ເກ່ຍ ທີ 3 ກ່ຽວກັບ ການກຳນົດຊາຍແດນທາງທະເລຂ່າວຕ່າງປະເທດ

      ກຳປູເຈຍ-ໄທ ໃກ້ຈະກ້າວເຂົ້າສູ່ວາລະໄກ່ເກ່ຍ ທີ 3 ກ່ຽວກັບ ການກຳນົດຊາຍແດນທາງທະເລ

      11/19/2026 5:19:25 PM

      ແຕ່​ວັນ​ທີ 24 – 27 ພະ​ຈິກ 2026, ຄະ​ນະ​ກຳ​ມະ​ການ ໄກ່​ເກ່ຍ​ ຕາມ​ສົນ​ທິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ ກົດ​ໝາຍ​ ວ່າ​ດ້ວຍ​ທະ​ເລ (UNCLOS) ຈະ​ຈັດ​ກອງ​ປະ​ຊຸມ​ຄັ້ງ​ທີ 3 ກັບ ກຳ​ປູ​ເຈຍ ແລະ ໄທ ​ຢູ່​ນະ​ຄອນຫວງ ກົວລາລຳເບີຂອງມາເລເຊຍ ເພື່ອ​ແນ​ໃສ່ ​ສືບ​ຕໍ່​ແກ້​ໄຂ​ຂໍ້ຂັດ​ແຍ້ງ ​ດ້ານ​ເຕັກ​ນິກ​ ໃນ​ການ​ແບ່ງ​​ເຂດຊາຍ​ແດນ​ທະ​ເລ​ລະ​ຫວ່າງ ​ສອງ​ປະ​ເທດ.

    • ເພີ່ມທະວີ ການຮ່ວມມື ລະຫວ່າງ ສສ ຫວຽດນາມ-ບັນດາປະເທດ ຢູ່ພາກພື້ນ ອາເມລິກາລາຕິນຂ່າວຕ່າງປະເທດ

      ເພີ່ມທະວີ ການຮ່ວມມື ລະຫວ່າງ ສສ ຫວຽດນາມ-ບັນດາປະເທດ ຢູ່ພາກພື້ນ ອາເມລິກາລາຕິນ

      11/19/2026 5:12:03 PM

      ເນື່ອງ​ໃນ​ໂອກາດ ​ເຂົ້າ​ຮ່ວມ​ ກອງ​ປະຊຸມ​ຂັ້ນ​ສູງ ເວ​ທີ​ປາ​ໄສ​ ການ​ຮ່ວມ​​ມື ​ດ້ານ​ເສດຖະກິດ ​ອາຊີ - ປາຊີ​ຟິກ (APEC) ຄັ້ງ​ທີ 33 ​ແລະ​ ເຮັດ​ວຽກ​ສອງ​ຝ່າຍ​ຢູ່ ສປ ​ຈີນ, ​ວັນ​ທີ 18 ພະຈິກ​, ຢູ່​ນະຄອນ ເຊິນ​ເຈີນ, ທ່ານ​ ໂຕ​ເລີມ, ເລຂາທິການ​ໃຫຍ່​ ຄະ​ນະ​ບໍ​ລິ​ຫານ​ງາ​ນ​ສູນ​ກາງ​ພັກ​ ກອມ​ມູ​ນິດ​ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ພົບ​ປະ​ກັບ​ທ່ານ ຄລາວເດຍ ເຊນບາມ(Claudia Sheinbaum), ​ປະທານາທິບໍດີ ​ເມັກ​ຊິ​ໂກ ​ແລະ ທ່ານ ໄຄໂກ ຟູຈິໂມຣີ(Keiko Fujimori) ປະທານາທິບໍດີ ​ເປ​ຣູ.

    • 75 ປະເທດ ສະໜັບສະໜູນຂໍ້ລິເລີ່ມ ນຳໃຊ້ ພະລັງງານໄຟຟ້າ ທົ່ວໂລກ ຂອງຕວັກກີ ຢູ່ COP31ຂ່າວຕ່າງປະເທດ

      75 ປະເທດ ສະໜັບສະໜູນຂໍ້ລິເລີ່ມ ນຳໃຊ້ ພະລັງງານໄຟຟ້າ ທົ່ວໂລກ ຂອງຕວັກກີ ຢູ່ COP31

      11/19/2026 4:58:41 PM

      ຂໍ້​ລິ​ເລີ່ມ​ໜຶ່ງ​ໂດຍ ຕວັກ​ກີ ສະ​ເໜີ ​ຢູ່ກອງ​ປະ​ຊຸມ​ ຄັ້ງ​ທີ 31 ຂອງ​ບັນ​ດາ​ຝ່າຍ ​ເຂົ້າ​ຮ່ວມ ​ສົນ​ທິ​ສັນ​ຍາ​ແມ່​ ຂອງ ສ​ປ​ຊ ກ່ຽວ​ກັບ ​ການ​ປ່ຽງ​ແປ​ງ ​ຂອງ​ດິນ​ຟ້າ​ອາ​ກາດ (COP31), ເພື່ອ​ແນ​ໃສ່​ ຍົກ​ອັດ​ຕາ​ນຳ​ໃຊ້​ພະ​ລັງ​ງານ​ໄຟ​ຟ້າ ​ໃນ​ຈຳ​ນວນ​ພະ​ລັງ​ງານ​ຊົມ​ໃຊ້​ທົ່ວ​ໂລກ ​ຂຶ້ນ​ເປັນ 35%ໃນ​ປີ 2035

    • ສສ ຫວຽດນາມ ຍົກອອກ 3 ຂໍ້ສະເໜີ ທີ່ກອງປະຊຸມ COP 31ຂ່າວຕ່າງປະເທດ

      ສສ ຫວຽດນາມ ຍົກອອກ 3 ຂໍ້ສະເໜີ ທີ່ກອງປະຊຸມ COP 31

      11/19/2026 4:51:20 PM

      ໃນວາ​ລະ​ປຶກ​ສາ​ຫາ​ລື​ຂັ້ນສູງ ກອງປະຊຸມຄັ້ງ​ທີ 31 ບັນ​ດາ​ຝ່າຍ​ເຂົ້າ​ຮ່ວມ ​ຂອບ​ສົນ​ທິ​ສັນ​ຍາ ສະຫະປະຊາຊາດ ກ່ຽວ​ກັບ ການປ່ຽນແປງ​ ຂອງ​ດິນ​ຟ້າອາກາດ (COP31) ທີ່ຈັດຂຶ້ນຢູ່ ຕວກກີ, ເມື່ອບໍ່ດົນມານີ້, ທ່ານ ໂຮ່ກວກຢຸງ, ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ໄດ້​ຍົ​ກ​ອອກ 3 ຂໍ້ສະເໜີສຳຄັນ

    • ການຮ່ວມມື ດ້ານເສດຖະກິດ ດິຈີຕອນ ຈີນ-ອາຊຽນຂ່າວຕ່າງປະເທດ

      ການຮ່ວມມື ດ້ານເສດຖະກິດ ດິຈີຕອນ ຈີນ-ອາຊຽນ

      11/19/2026 4:45:04 PM

      ຟີ​ລິບ​ປິນ ທີ່​ເປັນ​ປະ​ເທດ ​ປະ​ທານ​ໝູນ​ວຽນ ໄດ້​ມອບ​ສັນ​ຍາ​ ຂອບ​ເສດ​ຖະ​ກິດ ​​ດິ​ຈີ​ຕອນ ​ອາ​ຊຽນ ​​ທີ່​ລົງ​ນາມ​ ຮຽບ​ຮ້ອຍ​ແລ້ວ ໃຫ້​ແກ່ກອງ​ເລ​ຂາ​ອາ​ຊຽນ, ສັນ​ຍາ​ພາກ​ພື້ນສະ​ບັບ​ນີ້ ສຸມ​ໃສ່​ອະ​ທິ​ປະ​ໄຕ​ດ້ານ​ດິ​ຈີ​ຕອນ ແລະ ການ​​ໄຫລວຽນ ​ຂໍ້​ມູນ​ຂ້າມ​ຊາຍ​ແດນ ເຊິ່ງ​ຄາດວ່າ ​ຈະ​ມີ​ຜົນ​ບັງ​ຄັບ​ໃຊ້ ​ໃນ​ຕົ້ນ​ປີ 2027.

ads
ads

Top