ເພີ່ມທະວີ ການຮ່ວມມື ລະຫວ່າງ ສສ ຫວຽດນາມ-ບັນດາປະເທດ ຢູ່ພາກພື້ນ ອາເມລິກາລາຕິນ

19/11/2026 17:12
ຂປລ ເນື່ອງ​ໃນ​ໂອກາດ ​ເຂົ້າ​ຮ່ວມ​ ກອງ​ປະຊຸມ​ຂັ້ນ​ສູງ ເວ​ທີ​ປາ​ໄສ​ ການ​ຮ່ວມ​​ມື ​ດ້ານ​ເສດຖະກິດ ​ອາຊີ - ປາຊີ​ຟິກ (APEC) ຄັ້ງ​ທີ 33 ​ແລະ​ ເຮັດ​ວຽກ​ສອງ​ຝ່າຍ​ຢູ່ ສປ ​ຈີນ, ​ວັນ​ທີ 18 ພະຈິກ​, ຢູ່​ນະຄອນ ເຊິນ​ເຈີນ, ທ່ານ​ ໂຕ​ເລີມ, ເລຂາທິການ​ໃຫຍ່​ ຄະ​ນະ​ບໍ​ລິ​ຫານ​ງາ​ນ​ສູນ​ກາງ​ພັກ​ ກອມ​ມູ​ນິດ​ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ພົບ​ປະ​ກັບ​ທ່ານ ຄລາວເດຍ ເຊນບາມ(Claudia Sheinbaum), ​ປະທານາທິບໍດີ ​ເມັກ​ຊິ​ໂກ ​ແລະ ທ່ານ ໄຄໂກ ຟູຈິໂມຣີ(Keiko Fujimori) ປະທານາທິບໍດີ ​ເປ​ຣູ.

ຂປລ.ວິທະຍຸກະຈ່າຍສຽງຫວຽດນາມ, ເນື່ອງ​ໃນ​ໂອກາດ ​ເຂົ້າ​ຮ່ວມ​ ກອງ​ປະຊຸມ​ຂັ້ນ​ສູງ ເວ​ທີ​ປາ​ໄສ​ ການ​ຮ່ວມ​​ມື ​ດ້ານ​ເສດຖະກິດ ​ອາຊີ - ປາຊີ​ຟິກ (APEC) ຄັ້ງ​ທີ 33 ​ແລະ​ ເຮັດ​ວຽກ​ສອງ​ຝ່າຍ​ຢູ່ ສປ ​ຈີນ, ​ວັນ​ທີ 18 ພະຈິກ​, ຢູ່​ນະຄອນ ເຊິນ​ເຈີນ, ທ່ານ​ ໂຕ​ເລີມ, ເລຂາທິການ​ໃຫຍ່​ ຄະ​ນະ​ບໍ​ລິ​ຫານ​ງາ​ນ​ສູນ​ກາງ​ພັກ​ ກອມ​ມູ​ນິດ​ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ພົບ​ປະ​ກັບ​ທ່ານ ຄລາວເດຍ ເຊນບາມ(Claudia Sheinbaum), ​ປະທານາທິບໍດີ ​ເມັກ​ຊິ​ໂກ ​ແລະ ທ່ານ ໄຄໂກ ຟູຈິໂມຣີ(Keiko Fujimori) ປະທານາທິບໍດີ ​ເປ​ຣູ. ​ການ​ພົບ​ປະ​ກັບ​ປະທານາທິບໍດີ​ ​ເມັກ​ຊິ​ໂກ, ທ່ານ​ ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ໂຕ​ເລີມ​ ​ໄດ້​ສະ​ເໜີ​ໃຫ້ 2 ຝ່າຍ​ ເພີ່ມ​ທະວີ​ ການ​ຮ່ວມ​ມື​ ໃນບັນ​ດາ​ຂົງ​ເຂດ​ການ​ເມືອງ, ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ວັດທະນະທຳ, ການ​ສຶກສາ, ການ ທ່ອງທ່ຽວ, ການ​ແພດ​ພື້ນ​ເມືອງ.ສ່ວນ ທ່ານ ນາງ Claudia Sheinbaum ປະທານາທິບໍດີ ເມັກຊິໂກ ຢືນຢັນຄວາມປາດຖະໜາ ຢາກຊຸກຍູ້ ການຮ່ວມມືຫລາຍດ້ານກັບ ສສ ຫວຽດນາມ, ຖື ສສ ຫວຽດນາມ ແມ່ນຂົວຕໍ່ສຳຄັນ ເພື່ອ​ໃຫ້ ເມັກຊິໂກ ເພີ່ມທະວີການຮ່ວມມືກັບ ອາຊຽນ. ການພົບປະສອງຝ່າຍກັບທ່ານ Keiko Fujimori, ປະທານາທິບໍດີ ເປຣູ, ທ່ານເລຂາທິການໃຫຍ່, ປະທານ ປະເທດ ໂຕ​ເລີມ ສະເໜີໃຫ້ 2 ປະເທດສືບຕໍ່ ເພີ່ມທະວີການຮ່ວມມື​ຕົວຈິງ ໃນບັນດາຂົງເຂດ ເສດຖະກິດ, ການຄ້າ, ການລົງທຶນ, ວິທະຍາສາດ ແລະ ເຕັກໂນໂລຢີ, ນະວັດຕະກຳ, ການຫັນ ເປັນດີຈີຕອນ; ທ່ານສະເໜີ​ໃຫ້ ເປຣູ ສືບຕໍ່ສ້າງເງື່ອນໄຂສະດວກໃຫ້​ແກ່ບັນດາວິສາຫະກິດ ຫວຽດນາມ ລົງທຶນ ແລະ ດຳເນີນທຸລະກິດຢູ່ ເປຣູ. ສ່ວນ ທ່ານປະທານາທິບໍດີ Keiko Fujimori ປາດຖະ ໜາ ຢາກຊຸກ​ຍູ້ ​ການ​ຮ່ວມ​ມື​ກັບ ສສ ຫວຽດນາມ ໃນບັນດາຂົງເຂດ ທີ່ມີທ່າແຮງ ແລະ ຕ່າງ​ຝ່າຍ​ຕ່າງ​ມີຄວາມສົນໃຈ, ​ໂດ​ຍ​ສະ​ເພາະ​ ແມ່ນເສດຖະກິດ ດີຈີຕອນ, ການຄ້າກະສິກຳ, ພະລັງງານ, ​ການຂຸດ ຄົ້ນ​ແຮ່ທາດ. ໃນການພົບປະກັບ ທ່ານ ຫລີ​ຢາ​ຈາວ, ຫົວໜ້າ​ເຂດບໍລິຫານພິເສດ ຮົງກົງ (ສປຈີນ), ​ທ່ານເລຂາທິການໃຫຍ່, ປະ​ທານ​ປ​ະ​ເທດ ໂຕ​ເລີມ ແລະ ທ່ານ ຫລີຢາ​ຈາວ ໄດ້ເຫັນດີ ສືບຕໍ່ສົມ​ທົບ​ກັນ ປະຕິບັດ ຄວາມ​ຮັບ​ຮູ້​ລວມ​ຂອງ​ການນຳຂັ້ນສູງຂອງ ສສ ຫວຽດນາມ ແລະ ສປ ຈີນ ຢ່າງມີປະສິດທິຜົນ ແລະ ໝາກຜົນ​ບັນ​ດາການຢ້ຽມຢາມ, ພົ​ບ​ປະລະຫວ່າງ​ການນຳ ຫວຽດນາມ ແລະ ຮົງກົງ (ສປ ຈີນ), ດ້ວຍ​ຈຸດ​ສຸມ​ແມ່ນ: ​ຍູ້​ແຮງ​ການ​ພົບ​ປະ​ແລກປ່ຽນ ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ, ​ຊຸກ​ຍູ້​ການ​ເປີດກວ້າງ ແລະ ຍົກ​ລະ​ດັບຄຸນນະພາບ, ປະສິດທິຜົນການຮ່ວມມື ໃນບັນ​ດາຂົງເຂດ ເສດຖະກິດ, ການຄ້າ, ການລົງທຶນ, ການເງິນ, ສົ່ງ​ເສີມວິສາຫະກິດ ຮົງກົງ ລົງທຶນໃນບັນ​ດາ​ຂົງ​ເຂດເຕັກໂນໂລຊີສູງ, ອຸດສາຫະກຳ ເຄິ່ງຊັກ​ນຳ​ໄຟ​ຟ້າ, ສູນຂໍ້ມູນ ແລະ ປັນຍາປະດິດ, ພະລັງງານສະອາດ ແລະ ພື້ນຖານ ໂຄງລ່າງ logistics./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

    • ກຳປູເຈຍ-ໄທ ໃກ້ຈະກ້າວເຂົ້າສູ່ວາລະໄກ່ເກ່ຍ ທີ 3 ກ່ຽວກັບ ການກຳນົດຊາຍແດນທາງທະເລຂ່າວຕ່າງປະເທດ

      ກຳປູເຈຍ-ໄທ ໃກ້ຈະກ້າວເຂົ້າສູ່ວາລະໄກ່ເກ່ຍ ທີ 3 ກ່ຽວກັບ ການກຳນົດຊາຍແດນທາງທະເລ

      11/19/2026 5:19:25 PM

      ແຕ່​ວັນ​ທີ 24 – 27 ພະ​ຈິກ 2026, ຄະ​ນະ​ກຳ​ມະ​ການ ໄກ່​ເກ່ຍ​ ຕາມ​ສົນ​ທິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ ກົດ​ໝາຍ​ ວ່າ​ດ້ວຍ​ທະ​ເລ (UNCLOS) ຈະ​ຈັດ​ກອງ​ປະ​ຊຸມ​ຄັ້ງ​ທີ 3 ກັບ ກຳ​ປູ​ເຈຍ ແລະ ໄທ ​ຢູ່​ນະ​ຄອນຫວງ ກົວລາລຳເບີຂອງມາເລເຊຍ ເພື່ອ​ແນ​ໃສ່ ​ສືບ​ຕໍ່​ແກ້​ໄຂ​ຂໍ້ຂັດ​ແຍ້ງ ​ດ້ານ​ເຕັກ​ນິກ​ ໃນ​ການ​ແບ່ງ​​ເຂດຊາຍ​ແດນ​ທະ​ເລ​ລະ​ຫວ່າງ ​ສອງ​ປະ​ເທດ.

    • 75 ປະເທດ ສະໜັບສະໜູນຂໍ້ລິເລີ່ມ ນຳໃຊ້ ພະລັງງານໄຟຟ້າ ທົ່ວໂລກ ຂອງຕວັກກີ ຢູ່ COP31ຂ່າວຕ່າງປະເທດ

      75 ປະເທດ ສະໜັບສະໜູນຂໍ້ລິເລີ່ມ ນຳໃຊ້ ພະລັງງານໄຟຟ້າ ທົ່ວໂລກ ຂອງຕວັກກີ ຢູ່ COP31

      11/19/2026 4:58:41 PM

      ຂໍ້​ລິ​ເລີ່ມ​ໜຶ່ງ​ໂດຍ ຕວັກ​ກີ ສະ​ເໜີ ​ຢູ່ກອງ​ປະ​ຊຸມ​ ຄັ້ງ​ທີ 31 ຂອງ​ບັນ​ດາ​ຝ່າຍ ​ເຂົ້າ​ຮ່ວມ ​ສົນ​ທິ​ສັນ​ຍາ​ແມ່​ ຂອງ ສ​ປ​ຊ ກ່ຽວ​ກັບ ​ການ​ປ່ຽງ​ແປ​ງ ​ຂອງ​ດິນ​ຟ້າ​ອາ​ກາດ (COP31), ເພື່ອ​ແນ​ໃສ່​ ຍົກ​ອັດ​ຕາ​ນຳ​ໃຊ້​ພະ​ລັງ​ງານ​ໄຟ​ຟ້າ ​ໃນ​ຈຳ​ນວນ​ພະ​ລັງ​ງານ​ຊົມ​ໃຊ້​ທົ່ວ​ໂລກ ​ຂຶ້ນ​ເປັນ 35%ໃນ​ປີ 2035

    • ສສ ຫວຽດນາມ ຍົກອອກ 3 ຂໍ້ສະເໜີ ທີ່ກອງປະຊຸມ COP 31ຂ່າວຕ່າງປະເທດ

      ສສ ຫວຽດນາມ ຍົກອອກ 3 ຂໍ້ສະເໜີ ທີ່ກອງປະຊຸມ COP 31

      11/19/2026 4:51:20 PM

      ໃນວາ​ລະ​ປຶກ​ສາ​ຫາ​ລື​ຂັ້ນສູງ ກອງປະຊຸມຄັ້ງ​ທີ 31 ບັນ​ດາ​ຝ່າຍ​ເຂົ້າ​ຮ່ວມ ​ຂອບ​ສົນ​ທິ​ສັນ​ຍາ ສະຫະປະຊາຊາດ ກ່ຽວ​ກັບ ການປ່ຽນແປງ​ ຂອງ​ດິນ​ຟ້າອາກາດ (COP31) ທີ່ຈັດຂຶ້ນຢູ່ ຕວກກີ, ເມື່ອບໍ່ດົນມານີ້, ທ່ານ ໂຮ່ກວກຢຸງ, ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ໄດ້​ຍົ​ກ​ອອກ 3 ຂໍ້ສະເໜີສຳຄັນ

    • ການຮ່ວມມື ດ້ານເສດຖະກິດ ດິຈີຕອນ ຈີນ-ອາຊຽນຂ່າວຕ່າງປະເທດ

      ການຮ່ວມມື ດ້ານເສດຖະກິດ ດິຈີຕອນ ຈີນ-ອາຊຽນ

      11/19/2026 4:45:04 PM

      ຟີ​ລິບ​ປິນ ທີ່​ເປັນ​ປະ​ເທດ ​ປະ​ທານ​ໝູນ​ວຽນ ໄດ້​ມອບ​ສັນ​ຍາ​ ຂອບ​ເສດ​ຖະ​ກິດ ​​ດິ​ຈີ​ຕອນ ​ອາ​ຊຽນ ​​ທີ່​ລົງ​ນາມ​ ຮຽບ​ຮ້ອຍ​ແລ້ວ ໃຫ້​ແກ່ກອງ​ເລ​ຂາ​ອາ​ຊຽນ, ສັນ​ຍາ​ພາກ​ພື້ນສະ​ບັບ​ນີ້ ສຸມ​ໃສ່​ອະ​ທິ​ປະ​ໄຕ​ດ້ານ​ດິ​ຈີ​ຕອນ ແລະ ການ​​ໄຫລວຽນ ​ຂໍ້​ມູນ​ຂ້າມ​ຊາຍ​ແດນ ເຊິ່ງ​ຄາດວ່າ ​ຈະ​ມີ​ຜົນ​ບັງ​ຄັບ​ໃຊ້ ​ໃນ​ຕົ້ນ​ປີ 2027.

    • ໄຂກອງປະຊຸມສະມັດຊາໃຫຍ່ ລັດສະພາ ລະຫວ່າງ ຊາດອາຊຽນ ຄັ້ງທີ 47ຂ່າວຕ່າງປະເທດ

      ໄຂກອງປະຊຸມສະມັດຊາໃຫຍ່ ລັດສະພາ ລະຫວ່າງ ຊາດອາຊຽນ ຄັ້ງທີ 47

      11/19/2026 4:28:16 PM

      ທ່ານ ເຈິ່ນ ແທງເໝີ້ນ ປະທານສະພາ ແຫ່ງຊາດ ຫວຽດ​ນາມ ໄດ້ນຳ​ໜ້າຄະນະຜູ້ແທນຂັ້ນສູງ ສະ​ພາ​ແຫ່ງ​ຊາດ ຫວຽດນາມ ເຂົ້າຮ່ວມພິທີໄຂກອງປະຊຸມສະ​ມັດ​ຊາ​ໃຫຍ່ ລັດສະພາ ລະ​ຫວ່າງ​ ຊາດອາຊຽນ ຄັ້ງທີ 47 (AIPA-47) ດ້ວຍຫົວຂໍ້ "ລັດຖະສະພາຮັບປະກັນ​ໃຫ້ ອາ​ຊຽນ ມີສັນຕິພາບ, ​ວັດ​ທະ​ນະ​ຖາ​ວອນ ແລະ ຖືປະຊາຊົນ​ເປັນ​ໃຈ​ກາງ".

ads
ads

Top