ກຳປູເຈຍ-ໄທ ໃກ້ຈະກ້າວເຂົ້າສູ່ວາລະໄກ່ເກ່ຍ ທີ 3 ກ່ຽວກັບ ການກຳນົດຊາຍແດນທາງທະເລ

19/11/2026 17:19
ຂປລ ແຕ່​ວັນ​ທີ 24 – 27 ພະ​ຈິກ 2026, ຄະ​ນະ​ກຳ​ມະ​ການ ໄກ່​ເກ່ຍ​ ຕາມ​ສົນ​ທິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ ກົດ​ໝາຍ​ ວ່າ​ດ້ວຍ​ທະ​ເລ (UNCLOS) ຈະ​ຈັດ​ກອງ​ປະ​ຊຸມ​ຄັ້ງ​ທີ 3 ກັບ ກຳ​ປູ​ເຈຍ ແລະ ໄທ ​ຢູ່​ນະ​ຄອນຫວງ ກົວລາລຳເບີຂອງມາເລເຊຍ ເພື່ອ​ແນ​ໃສ່ ​ສືບ​ຕໍ່​ແກ້​ໄຂ​ຂໍ້ຂັດ​ແຍ້ງ ​ດ້ານ​ເຕັກ​ນິກ​ ໃນ​ການ​ແບ່ງ​​ເຂດຊາຍ​ແດນ​ທະ​ເລ​ລະ​ຫວ່າງ ​ສອງ​ປະ​ເທດ.

ຂປລ.ວິທະຍຸກະຈ່າຍສຽງຫວຽດນາມ, ແຕ່​ວັນ​ທີ 24 – 27 ພະ​ຈິກ 2026, ຄະ​ນະ​ກຳ​ມະ​ການ ໄກ່​ເກ່ຍ​ ຕາມ​ສົນ​ທິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ ກົດ​ໝາຍ​ ວ່າ​ດ້ວຍ​ທະ​ເລ (UNCLOS) ຈະ​ຈັດ​ກອງ​ປະ​ຊຸມ​ຄັ້ງ​ທີ 3 ກັບ ກຳ​ປູ​ເຈຍ ແລະ ໄທ ​ຢູ່​ນະ​ຄອນຫວງ ກົວລາລຳເບີຂອງມາເລເຊຍ ເພື່ອ​ແນ​ໃສ່ ​ສືບ​ຕໍ່​ແກ້​ໄຂ​ຂໍ້ຂັດ​ແຍ້ງ ​ດ້ານ​ເຕັກ​ນິກ​ ໃນ​ການ​ແບ່ງ​​ເຂດຊາຍ​ແດນ​ທະ​ເລ​ລະ​ຫວ່າງ ​ສອງ​ປະ​ເທດ. ຂໍ້​ມູນ​ໂດຍ ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ການ​ຮ່ວມ​ມື​ສາ​ກົນ ກຳ​ປູ​ເຈຍ ປະ​ກາດ​ໃນ​ການຖະ​ແຫລງ​ຂ່າວ​ສື່ມວນ​ຊົນ ໃນ​ວັນ​ທີ 18 ພະ​ຈິກ. ຝ່າຍ​ກຳ​ປູ​ເຈຍ​ ໄດ້​ຕີ​ລາ​ຄາ​ວ່າ ເຫດ​ການ​ຈະ​ມາ​ເຖິງ ແມ່ນ​ບາດ​ກ້າວ​ທີ່​ຕັ້ງ​ໜ້າ​ໃໝ່​ ໃນ​ວິ​ວັດ​ການ​ແກ້​ໄຂ​ການ​ຂັດ​ແຍ້ງ​ກັນ ​ຢູ່​ທະ​ເລ​ກັບ ​ໄທ ໂດຍ​ສັນ​ຕິ​ວິ​ທີ ເຊິ່ງ​ພະ​ນົນ​ເປັນ​ລິ​ເລີ່ມ. ໂດຍ​ຄັດ​ສະ​ເໜີການ​ຖະ​ແຫລງ​ຂ່າວ, ອົງ​ການ​ການ​ຕ່າງ​ປະ​ເທດ​ ຂອງ​ປະ​ເທດ​ນີ້ ໃຫ້​ຮູ້​ວ່າ ໂດຍ​ສືບ​ຕໍ່​ໝາກ​ຜົນ ​ຂອງວາ​ລະ​ເຮັດ​ວຽກ​ກ່ອນນີ້, ຄະ​ນະ​ກຳ​ມະ​ການ​ສອງ​ປະ​ເທດ​ຈະ​ປຶກ​ສາ​ຫາ​ລື​ ກ່ຽວ​ກັບ​ ການແບ່ງ​ເສັ້ນ​ຊາຍ​ແດນທະ​ເລ ຢ່າງ​ເລິກ​ເຊິ່ງ​, ຈຸດ​ສຸມ​ແມ່ນ​ດ້ານ​ເຕັກ​ນິກ. ນີ້​ກໍ່​ແມ່ນ​ໂອ​ກາດ ​ເພື່ອ​ໃຫ້​ບັນ​ດາ​ຝ່າຍ​ປຶກ​ສາ​ຫາ​ລື ແລະ ມຸ່ງ​ໄປ​ເຖິງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ. ຢັ້ງ​ຢືນ​ການ​ເຂົ້າ​ຮ່ວມ ​ດ້ວຍ​ຈິດ​ໃຈ​ເປັນ​ມິດ, ຮ່ວ​ມມື ແລະ ເຄົາ​ລົບ​ນັບ​ຖື ​ເຊິ່ງ​ກັນ​ແລະ​ກັນ, ພະ​ນົມ​ເປັນ ຫວັງ​ວ່າ​ ຈະ​ປະ​ສານ​ສົມ​ທົບ​ ຢ່າງ​ແໜ້ນ​ແຟ້ນກັບ ຄະ​ນະ​ກຳ​ມະ​ການ​ປອງດອງ ​ພ້ອມ​ກັບ ຝ່າຍ​ເພື່ອ​ຊອກ​ຫາມ​າດ​ຕະ​ການ ​ທີມີ​ຄວາ​ມ​ຍຸ​ຕິ​ທຳ ແລະ ຍື​ນຍົງ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

    • ຜູ້ນຳ ສປ ຈີນ-ລັດເຊຍ-ສ.ອາເມລິກາ ພົບປະກັນສາມຝ່າຍຂ່າວຕ່າງປະເທດ

      ຜູ້ນຳ ສປ ຈີນ-ລັດເຊຍ-ສ.ອາເມລິກາ ພົບປະກັນສາມຝ່າຍ

      11/19/2026 5:31:54 PM

      ທ່ານ​ ສີ ​ຈິ້​ນ​ຜິງ ປະ​ທານ​ປະ​ເທດ​ຈີນ ໄດ້​ພົບ​ປະ​ກັບ ​ທ່ານ ​ວະ​ລາ​ດີ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ ລັດ​ເຊຍ ແລະ ທ່ານ​ ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ ສ.​ອາ​ເມ​ລິ​ກາ ​ຢູ່​ນະ​ຄອນ​ເຊີ່ນ​ເຈີ້ນ ​ແຂວງກວາງ​ຕຸ້ງ​ ຂອງ ສປ ຈີນ.

    • ເພີ່ມທະວີ ການຮ່ວມມື ລະຫວ່າງ ສສ ຫວຽດນາມ-ບັນດາປະເທດ ຢູ່ພາກພື້ນ ອາເມລິກາລາຕິນຂ່າວຕ່າງປະເທດ

      ເພີ່ມທະວີ ການຮ່ວມມື ລະຫວ່າງ ສສ ຫວຽດນາມ-ບັນດາປະເທດ ຢູ່ພາກພື້ນ ອາເມລິກາລາຕິນ

      11/19/2026 5:12:03 PM

      ເນື່ອງ​ໃນ​ໂອກາດ ​ເຂົ້າ​ຮ່ວມ​ ກອງ​ປະຊຸມ​ຂັ້ນ​ສູງ ເວ​ທີ​ປາ​ໄສ​ ການ​ຮ່ວມ​​ມື ​ດ້ານ​ເສດຖະກິດ ​ອາຊີ - ປາຊີ​ຟິກ (APEC) ຄັ້ງ​ທີ 33 ​ແລະ​ ເຮັດ​ວຽກ​ສອງ​ຝ່າຍ​ຢູ່ ສປ ​ຈີນ, ​ວັນ​ທີ 18 ພະຈິກ​, ຢູ່​ນະຄອນ ເຊິນ​ເຈີນ, ທ່ານ​ ໂຕ​ເລີມ, ເລຂາທິການ​ໃຫຍ່​ ຄະ​ນະ​ບໍ​ລິ​ຫານ​ງາ​ນ​ສູນ​ກາງ​ພັກ​ ກອມ​ມູ​ນິດ​ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ພົບ​ປະ​ກັບ​ທ່ານ ຄລາວເດຍ ເຊນບາມ(Claudia Sheinbaum), ​ປະທານາທິບໍດີ ​ເມັກ​ຊິ​ໂກ ​ແລະ ທ່ານ ໄຄໂກ ຟູຈິໂມຣີ(Keiko Fujimori) ປະທານາທິບໍດີ ​ເປ​ຣູ.

    • 75 ປະເທດ ສະໜັບສະໜູນຂໍ້ລິເລີ່ມ ນຳໃຊ້ ພະລັງງານໄຟຟ້າ ທົ່ວໂລກ ຂອງຕວັກກີ ຢູ່ COP31ຂ່າວຕ່າງປະເທດ

      75 ປະເທດ ສະໜັບສະໜູນຂໍ້ລິເລີ່ມ ນຳໃຊ້ ພະລັງງານໄຟຟ້າ ທົ່ວໂລກ ຂອງຕວັກກີ ຢູ່ COP31

      11/19/2026 4:58:41 PM

      ຂໍ້​ລິ​ເລີ່ມ​ໜຶ່ງ​ໂດຍ ຕວັກ​ກີ ສະ​ເໜີ ​ຢູ່ກອງ​ປະ​ຊຸມ​ ຄັ້ງ​ທີ 31 ຂອງ​ບັນ​ດາ​ຝ່າຍ ​ເຂົ້າ​ຮ່ວມ ​ສົນ​ທິ​ສັນ​ຍາ​ແມ່​ ຂອງ ສ​ປ​ຊ ກ່ຽວ​ກັບ ​ການ​ປ່ຽງ​ແປ​ງ ​ຂອງ​ດິນ​ຟ້າ​ອາ​ກາດ (COP31), ເພື່ອ​ແນ​ໃສ່​ ຍົກ​ອັດ​ຕາ​ນຳ​ໃຊ້​ພະ​ລັງ​ງານ​ໄຟ​ຟ້າ ​ໃນ​ຈຳ​ນວນ​ພະ​ລັງ​ງານ​ຊົມ​ໃຊ້​ທົ່ວ​ໂລກ ​ຂຶ້ນ​ເປັນ 35%ໃນ​ປີ 2035

    • ສສ ຫວຽດນາມ ຍົກອອກ 3 ຂໍ້ສະເໜີ ທີ່ກອງປະຊຸມ COP 31ຂ່າວຕ່າງປະເທດ

      ສສ ຫວຽດນາມ ຍົກອອກ 3 ຂໍ້ສະເໜີ ທີ່ກອງປະຊຸມ COP 31

      11/19/2026 4:51:20 PM

      ໃນວາ​ລະ​ປຶກ​ສາ​ຫາ​ລື​ຂັ້ນສູງ ກອງປະຊຸມຄັ້ງ​ທີ 31 ບັນ​ດາ​ຝ່າຍ​ເຂົ້າ​ຮ່ວມ ​ຂອບ​ສົນ​ທິ​ສັນ​ຍາ ສະຫະປະຊາຊາດ ກ່ຽວ​ກັບ ການປ່ຽນແປງ​ ຂອງ​ດິນ​ຟ້າອາກາດ (COP31) ທີ່ຈັດຂຶ້ນຢູ່ ຕວກກີ, ເມື່ອບໍ່ດົນມານີ້, ທ່ານ ໂຮ່ກວກຢຸງ, ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ໄດ້​ຍົ​ກ​ອອກ 3 ຂໍ້ສະເໜີສຳຄັນ

    • ການຮ່ວມມື ດ້ານເສດຖະກິດ ດິຈີຕອນ ຈີນ-ອາຊຽນຂ່າວຕ່າງປະເທດ

      ການຮ່ວມມື ດ້ານເສດຖະກິດ ດິຈີຕອນ ຈີນ-ອາຊຽນ

      11/19/2026 4:45:04 PM

      ຟີ​ລິບ​ປິນ ທີ່​ເປັນ​ປະ​ເທດ ​ປະ​ທານ​ໝູນ​ວຽນ ໄດ້​ມອບ​ສັນ​ຍາ​ ຂອບ​ເສດ​ຖະ​ກິດ ​​ດິ​ຈີ​ຕອນ ​ອາ​ຊຽນ ​​ທີ່​ລົງ​ນາມ​ ຮຽບ​ຮ້ອຍ​ແລ້ວ ໃຫ້​ແກ່ກອງ​ເລ​ຂາ​ອາ​ຊຽນ, ສັນ​ຍາ​ພາກ​ພື້ນສະ​ບັບ​ນີ້ ສຸມ​ໃສ່​ອະ​ທິ​ປະ​ໄຕ​ດ້ານ​ດິ​ຈີ​ຕອນ ແລະ ການ​​ໄຫລວຽນ ​ຂໍ້​ມູນ​ຂ້າມ​ຊາຍ​ແດນ ເຊິ່ງ​ຄາດວ່າ ​ຈະ​ມີ​ຜົນ​ບັງ​ຄັບ​ໃຊ້ ​ໃນ​ຕົ້ນ​ປີ 2027.

ads
ads

Top