ການຮ່ວມມື ດ້ານເສດຖະກິດ ດິຈີຕອນ ຈີນ-ອາຊຽນ

19/11/2026 16:45
ຂປລ ຟີ​ລິບ​ປິນ ທີ່​ເປັນ​ປະ​ເທດ ​ປະ​ທານ​ໝູນ​ວຽນ ໄດ້​ມອບ​ສັນ​ຍາ​ ຂອບ​ເສດ​ຖະ​ກິດ ​​ດິ​ຈີ​ຕອນ ​ອາ​ຊຽນ ​​ທີ່​ລົງ​ນາມ​ ຮຽບ​ຮ້ອຍ​ແລ້ວ ໃຫ້​ແກ່ກອງ​ເລ​ຂາ​ອາ​ຊຽນ, ສັນ​ຍາ​ພາກ​ພື້ນສະ​ບັບ​ນີ້ ສຸມ​ໃສ່​ອະ​ທິ​ປະ​ໄຕ​ດ້ານ​ດິ​ຈີ​ຕອນ ແລະ ການ​​ໄຫລວຽນ ​ຂໍ້​ມູນ​ຂ້າມ​ຊາຍ​ແດນ ເຊິ່ງ​ຄາດວ່າ ​ຈະ​ມີ​ຜົນ​ບັງ​ຄັບ​ໃຊ້ ​ໃນ​ຕົ້ນ​ປີ 2027.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ເມື່ອ​ບໍ່​ດົນ​ມາ​ນີ້, ຟີ​ລິບ​ປິນ ທີ່​ເປັນ​ປະ​ເທດ ​ປະ​ທານ​ໝູນ​ວຽນ ໄດ້​ມອບ​ສັນ​ຍາ​ ຂອບ​ເສດ​ຖະ​ກິດ ​​ດິ​ຈີ​ຕອນ ​ອາ​ຊຽນ ​​ທີ່​ລົງ​ນາມ​ ຮຽບ​ຮ້ອຍ​ແລ້ວ ໃຫ້​ແກ່ກອງ​ເລ​ຂາ​ອາ​ຊຽນ, ສັນ​ຍາ​ພາກ​ພື້ນສະ​ບັບ​ນີ້ ສຸມ​ໃສ່​ອະ​ທິ​ປະ​ໄຕ​ດ້ານ​ດິ​ຈີ​ຕອນ ແລະ ການ​​ໄຫລວຽນ ​ຂໍ້​ມູນ​ຂ້າມ​ຊາຍ​ແດນ ເຊິ່ງ​ຄາດວ່າ ​ຈະ​ມີ​ຜົນ​ບັງ​ຄັບ​ໃຊ້ ​ໃນ​ຕົ້ນ​ປີ 2027. ສ່ວນ​ສັນ​ຍາ ​ຍົກລະ​ດັບ​ເຂດ​ການ​ຄ້າ​ເສ​ລີ​ ຈີນ-ອາ​ຊຽນ 3.0 ໄດ້​ກຳ​ນົດ​ຈະ​ມີ​ຜົນ​ບັງ​ຄັບ​ໃຊ້​ ໃນ​ວັນ​ທີ 1 ທັນ​ວາ ປີ 2026. ການ​ຈັດ​ລະ​ບ​ຽ​ບການ​ສອງ​ສະ​ບັບ​ດັ່ງ​ກ່າວ ​ເຮັດ​ວຽກ​ໄປ​ໃນ​ທິດ​ທາງ​ດຽວ​ກັນ ຈະ​ສ້າງ​ພື້ນ​ທີ່​ໃໝ່​ອ່ຽມ ໃຫ້​ແກ່​ການ​ຮ່ວມ​ມື​ ດ້ານ​ເສດ​ຖະ​ກິດ​​ດິ​ຈີ​ຕອນ ​ໃນ​ພາກ​ພື້ນ ແລະ ສ້າງ​ໂອ​ກາດ​ໃຫ້​ແກ່​ ການ​ພັດ​ທະ​ນາ ຫລາຍ​ຢ່າງ ​ທີ່​ໜ້າ​ຄອງ​ຄອຍ. ສປ ຈີນ ແລະ ອາ​ຊຽນ ​ເປັນ​ຄູ່​ຮ່ວມ​ມື ​ດ້ານ​ເສດ​ຖະ​ກິດ ​ການ​ຄ້າ ​ທີ່​ສຳ​ຄັນ​​ຂອງ​ກັນ​ແລະ​ກັນ, ການ​ຄ້າ​ທີ່​​ແຂງ​ແກ່ນ ເປັນ​ພື້ນ​ຖານ​ເຮັດ​ໃຫ້​ການ​ຮ່ວມ​ມື​ ດ້ານ​​ດິ​ຈີ​ຕອນ ​ສາ​ມາດ​ເດີນ​ໄປ​​ໜ້າ ຢ່າງ​ໝັ້ນ​ຄົງ​ຍາວ​ນານ. ສປ ​ຈີນ​ ເປັນ​ຄູ່​ການຄ້າ​ໃຫຍ່​ທີ່​ສຸດ​ ຂອງ​ອາ​ຊຽນ ​ເປັນ​ເວ​ລາ 17 ປີ​ລຽນ​ຕິດ ແລະ ອາ​ຊຽນ​ເປັນ​ຄູ່​ການ​ຄ້າ​ໃຫຍ່​ທີ່​ສຸດ​ຂອງ ສປ ​ຈີນ ​ເປັນ​ເວ​ລາ 6 ປີ​ລຽນ​ຕິດ, ມູນ​ຄ່າ​ການ​ຄ້າ​ ສອງ​ຝ່າຍ​ໃນ​ປີ 2025 ບັນ​ລຸ​ເຖິງ 1.000 ກວ່າຕື້​ໂດ​ລາ, ເພີ່ມ​ຂຶ້ນ 18 ເທົ່າ​ເມື່ອ​ທຽບ​ໃສ່​ໄລ​ຍະ​ເບື້ອງ​ຕົ້ນ ​ຂອງ​ການ​ສ້າງ​ຕັ້ງ​ ເຂດ​ການ​ຄ້າ​ເສ​ລີ ​ຈີນ-ອາ​ຊຽນ. ການ​ຍົກ​ລະ​ດັບ ​ເຂດ​ການ​ຄ້າ​ເສ​ລີ​ ຢ່າງ​ຕໍ່​ເນື່ອງ ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​​ ການ​ປ່ຽນ​ແປງ ​ຂອງຈຸດ​ສຸມ​​ການ​ຮ່ວມ​ມື ຄື: ສະ​ບັບ 1.0 ເນັ້ນ​​ໃສ່ການ​ຫລຸດ​ຜ່ອນ​ພາ​ສີ ແລະ ເປີດ​ຊ່ອງ​ທາງ​ ນຳ​ເຂົ້າ-ສົ່ງ​ອອກ​ສິນ​ຄ້າ; ສ​ະ​ບັບ 2.0 ເນັ້ນ​​ໃສ່ ການ​ເປີດກວ້າງການ​ບໍ​ລິ​ການ ແລະ ​ການ​ອະ​ນຸ​ມັດການ​ລົງ​ທຶນ; ສະ​ບັບ 3.0 ໄດ້​ຈັດ​ເສດ​ຖະ​ກິດ​​ດິ​ຈີ​ຕອນ, ເສດ​ຖະ​ກິດ​ສີ​ຂຽວ​ ແລະ ການ​ເຊື່ອມ​ໂຍງ​ ເຊື່ອມ​ຈອດ​ຂອງ​ຕ່ອງ​ໂສ້​ ການ​ສະ​ໜອງ​ ເຂົ້າ​ໃນ​ຂອບ​ລະ​ບຽບ​ການ ​ເຮັດ​ໃຫ້​ການ​ຮ່ວມ​ມື​ຫັນ​ຈາກ​ການ​ຈໍ​ລະ​ຈອນ​​ສິນ​ຄ້າ ກ້າວ​ໄປ​ສູ່​ການ​ເຊື່ອມ​ໂຍງ​ດ້ານ​ກົດ​ລະ​ບຽບ​ໃນ​ລະ​ດັບ​ສູງກວ່າ​ເກົ່າ. ສິ່ງ​ທີ່​ໜ້າ​ຄອງ​ຄອຍ​ທີ່​ສຸດ ແມ່ນກ​ານ​ຮ່ວມ​ກັນ​ກ້າວ ​ໄປ​ຂ້າງ​ໜ້າ​ ທາງ​ດ້ານ​ການ​ບໍ​ລິ​ຫານ ​ດິຈີ​ຕອນ​ລະ​ດັບ​ພາກ​ພື້ນ. ພາຍ​ໃຕ້​ ສະ​ຖາ​ນະ​ການ​ທີ່​ກະ​ແສ​ຝື​ນ​ໂລ​ກາ​ພິ​ວັດ ​ເງີ​ຍ​ໜ້າ​ຂຶ້ນ ແລະ ຄວາມ​ສ່ຽງ​ຈາກ​ພູມ​ສາດ​ ການ​ເມືອງ​ກຳ​ລັງ​ກະ​ທົບ​ຕ່ອງ​ໂສ້​ອຸດ​ສາ​ຫະ​ກຳ​ທົ່ວ​ໂລກ, ເສດ​ຖະ​ກິດ​ອາ​ຊຽນ​ຍັງ​ຄົງ​ຮັກ​ສາ​ຄວາມ​ໜຽວ​ແໜ້ນ​ທີ່​ເຂັ້ມ​ແຂງ, ສືບ​ຕໍ່​ຮັກ​ສາອັດ​ຕາ​ການ​ເຕີບ​ໂຕ​ທີ່​ໄວ​ສົມ​ຄວນ ແລະ ຍັງ​ຄົງ​ເປັນ​ຫົວ​ຈັກ​ຂອງ​ການ​ເຕີບ​ໂຕ ​ທີ່​ສຳ​ຄັນ​ຂອງ​ທົ່ວ​ໂລກ. ​ສັນ​ຍາ​ຂອບ​ເສດ​ຖະ​ກິດ​ ດິຈີ​ຕອນ​ ອາ​ຊຽນ ເຄົາ​ລົບ​ອະ​ທິ​ປະ​ໄຕ ​ດ້ານ​ດິ​ຈີ​ຕອນ​ ຂອງ​ບັນ​ດາ​ປະ​ເທດ​ ສະ​ມາ​ຊິກ ​ອາ​ຊຽນ​ ຢ່າງ​ເຕັ​ມ​ທີ່, ສະແຫວງ​ຫາ​ການ​ໄຫລວຽນ ​ຂໍ້​ມູນ​​ຂ້າມ​ຊາຍ​ແດນ ​ພາຍ​ໃຕ້ ​ເງື່ອນ​ໄຂ​ທີ່​ປອດ​ໄພ ແລະ ສາ​ມາດ​ຄວບ​ຄຸມ​ໄດ້; ສ່ວນ​ເຂດ​ການ​ຄ້າ​ເສ​ລີ​​ຈີນ-ອາຊຽນ ສະ​ບັບ 3.0 ກວມ​ເອົາ 9 ຂົງ​ເຂດ ເຊັ່ນ: ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ, ​ປັນ​ຍາ​ປະ​ດິດ, ການ​ຫັນ​ເປັນ​​ດິ​ຈີ​ຕອນ​ຂອງວິ​ສາ​ຫະ​ກິດ ​ຂະ​ໜາດ​ກາງ ແລະ ນ້ອຍ ເປັນ​ຕົ້ນ. ຂອບ​ສອງ​ຢ່າງ​ດັ່ງ​ກ່າວ​ຊ່ວຍ​ຊູ​ຍູ້​ໜູນ​ກັນ, ຫຼຸດ​ຜ່ອນ​ຊ່ອງ​ຫວ່າງ​ດ້ານ​ລະ​ບຽບ​ການ​ພາຍ​ໃນ​ພາກ​ພື້​ນ​ເທື່ອ​ລະ​ກ້າວ, ຫຼຸດ​ຜ່ອນ​ຕົ້ນ​ທຶນ​ວິ​ສາ​ຫະ​ກິດ ​ໃນ​ການ​ດຳ​ເນີນ​ທຸ​ລະ​ກິດ​​ດິ​ຈີ​ຕອນ ​ຂ້າມ​ຊາຍ​ແດນ, ເຮັດ​ໃຫ້​ຜົນ​ປະ​ໂຫຍ​ ດ້ານ​ດິ​ຈີ​ຕອນ​ໄຫລໄປ​ສູ່ ​ອົງ​ປະ​ກອບ​ຕະຫລາດ ​ຈຳ​ນວນຫລວງຫລາຍ ໂດຍ​ສະ​ເພາະ ​ແມ່ນ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ, ຂະ​ໜາດ​ນ້ອຍ ແລະ ​ຈຸນ​ລະ​ວິ​ສາ​ຫະ​ກິດ ທີ່​ມີ​ຄວາມ​ຫຍຸ້ງ​ຍາກ​ ໃນ​ການ​ຫັນ​ເປັນ​​ດິ​ຈີ​ຕອນ. ນອກ​ນີ້, ການ​ປະ​ສານ​ງານ ​ດ້ານ​ການ​ປະ​ດິດ​ສ້າງ​ໃໝ່​ໃນຫລາກ ຫລາຍ​ຂົງ​ເຂດ ​ກໍ​ໜ້າ​ຄອງ​ຄອຍ ​ເຊັ່ນ​ດຽວ​ກັນ. ສິ່ງ​ທີ່​ໜ້າ​ສົນ​ໃຈ​ຄື: ກ່ອນ​ໜ້າ​ນີ້​ບໍ່​ດົນ, ສປ ຈີນ ແລະ ອາຊຽນ​ ໄດ້​ປະ​ກາດ ​ຢ່າງ​ເປັນ​ທາງ​ການ​ວ່າ: ກຳ​ນົດ​ເອົາ​ປີ 2027 ເປັນ “ປີ​ການ​ຮ່ວມ​ມື​ ດ້ານ​ປັນ​ຍາ​ປະ​ດິດ​ຈີນ-ອາ​ຊຽນ” ເຊິ່ງ​ເປັນ​ການ​ກົດ​ປຸ່ມ ​ເລັ່ງ​ການ​ປະ​ດິດ​ສ້າງ​ໃໝ່​ ດ້ານ​​ດິ​ຈີ​ຕອນ​ໃນ​ພາກ​ພື້ ແລະ ເປັນ​ຂີດໝາຍ​ ສະ​ແດງ​ໃຫ້​ເຫັນ​ວ່າ: ການ​ຮ່ວມ​ມື​ດ້ານ​ດິຈີ​ຕອນ ​ຂອງ​ສອງ​ຝ່າຍ ໄດ້​ຫັນ​ຈ​າກ​ການ​ຄ້າ​ ເອ​ເລັກ​ໂຕ​ຣ​ນິກ, ການ​ເຊື່ອມ​ຈອດ ​ດ້ານ​ພື້ນ​ຖານ​ໂຄງ​ລ່າງ ກ້າວ​ເຂົ້າ​ສູ່​ໄລ​ຍະ​ໃໝ່ ​ແຫ່ງ​ການເສີມ​ສ້າງ​ ຂີດ​ຄວາມ​ສາ​ມາດ ​ດ້ວຍ​ປັນ​ຍາ​ປະ​ດິດ​ຢ່າງ​ເລິກ​ເຊິ່ງ. ຈາກ​ເຕັກ​​ໂນ​ໂລ​ຊີ 5G, ຄ​ລາວ​ຄອມ​ພິວ​ຕິ້ງ, ການ​ເງິນ​ຂ້າມ​ຊາຍ​ແດນ ຈົນ​​ຮອດຜະ​ລິດ​ຕະ​ພັນ​ບັນ​ເທີງ​ດິ​ຈີ​ຕອນ​ທີ່​ໄດ້​ຮັບ​ຄວາມ​ນິ​ຍົມ​ຢ່າງກວ້າງ​ຂວາງ, ຮູບ​ແບບ​ການ​ຊ່ວຍ​ຊູ​ກຍູ້​ໜູນ​ກັນ ​​ດ້ວຍ​ທ່າ​ແຮງ​ຂອງ​ແຕ່​ລະຝ່າຍ​ ນັບ​ມື້​ນັບ​ຊັດ​ເຈນ ຄື: ອາ​ຊຽນ​ ມີ​ກຸ່ມ​ຊາວ​ເນັດ​ໜຸ່ມ​ຈຳ​ນວນ ຫລວງຫລາຍ ແລະ ມີ​ຕະຫຼາດ​ການ​ບໍ​ລິ​ໂພກ ​ທີ່​ຂະ​ຫຍາຍ​ຕົວ​ຢ່າງ​ຟົດ​ຟຶ້ນ; ສປ ຈີນ​ ມີ​ປະ​ສົບ​ການ​ຢ່າງ​ອຸ​ດົມ​ສົມ​ບູນ​ ໃນ​ການ​ປະ​ຍຸກ​ໃຊ້​​ດິ​ຈີ​ຕອນ, ລະ​ບົບ​ນິ​ເວດ​ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ ແລະ ແຜນ​ການ​ແກ້​ໄຂ​ແບບ​ດິ​ຈີ​ຕອນ. ໃນ​ອະ​ນາ​ຄົດ, ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ທີ່​ມີ​ເອ​ກະ​ລັກ​ພິ​ເສດ​ຂອງ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ສາ​ມາດ​ເຂົ້າ​ເຖິງ​ຜູ້​ບໍ​ລິ​ໂພກ​ຂອງ​ຈີນ​ຜ່ານ​ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ​ຂ້າມ​ຊາຍ​ແດນ, ເຄື່ອງ​ມື​ດິ​ຈີ​ຕອນ​ຊ່ວຍ​ພໍ່​ຄ້າ​ທ້ອງ​ຖິ່ນ​ສຳ​ເລັດ​ການ​ຫັນ​ເປັນ​ອອນ​ລາຍ, ປັນ​ຍາ​ປະ​ດິດ​ຈະ​ທຳ​ລາຍ​ກຳ​ແພງ​ພາ​ສາ ​ຢ່າງ​ມີ​ປະ​ສິດ​ທິ​ພາບ ແລະ ປັບ​ປຸງ​ຂັ້ນ​ຕອນ​ການ​ຄ້າ​ຂ້າມ​ຊາຍ​ແດນ​ໃຫ້​ດີ​ຂຶ້ນ, ປັນ​ຍາ​ປະ​ດິດ​ສ້າງ​ພະ​ລັງ​ຂັບ​ເຄື່ອນ ​ໃຫ້​ແກ່​ການ​ຍົກ​ລະ​ດັບ ​ຂອງ​ກະ​ສິ​ກຳ, ການ​ແພດ, ວັດ​ທະ​ທະ​ທຳ, ການ​ທ່ອງ​ທ່ຽວ ແລະ​ອື່ນໆ, ໝາກ​ຜົນ​ການ​ປະ​ດິດ​ສ້າງ​ໃໝ່​ຕ່າງໆ ​ຈະ​ແຕກດອກ​ອອກ​ຜົນ ແລະ ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ຊາ​ຊົນ​ໃນ​ພາກ​ພື້ນ. ໃນ​ອະ​ນາ​ຄົດ, ຄຽງ​ຄູ່​ກັບ​ການ​ເຊື່ອມ​ຕໍ່​​ ດ້ານ​ກົດລະ​ບຽບ ​ເຂົ້າ​ສູ່​ລວງ​ເລິກ ແລະ ໄດ້​ຮັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຕົວ​ຈິງ, ຈຸດ​ຕິດ​ຂັດ​ດ້ານ​ການ​ເຊື່ອ​ມ​ໂຍງ​ ເຊື່ອມ​ຈອດ​​ດິ​ຈີ​ຕອນ ​ໄດ້​ຖືກ​ແກ້​ໄຂ​ຢ່າງ​ຕໍ່​ເນື່ອງ, ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​​ດ້ານເຕັກ​ໂນ​ໂລ​ຊີ​ ຈະ​ຫັນ​ເປັນ​ແຮງ​ຂັບ​ເຄື່ອນ ການ​ເຕີບ​ໂຕ​ຢ່າງ​ແທ້​ຈິງ. ສປ ຈີນ ແລະ ອາ​ຊຽນ​ ຮ່ວມ​ມື​ກັນ​ຂຸດ​ຄົ້ນ​ ເສັ້ນ​ທາງ​​ດິຈີ​ຕອນ​ ບໍ່​ພຽງ​ແຕ່​ຈະ​ສືບ​ຕໍ່​ ກະ​ຕຸ້ນ​ເສດ​ຖະ​ກິດ ​ຂອງ​ພາກ​ພື້ນ​ເທົ່າ​ນັ້ນ, ຍັງ​ຈະ​ສະ​ໜອງ​ແບບ​ ຢ່າງ​ໃຫ້​ແກ່ ​ບັນ​ດາ​ປະ​ເທດ​ກຳ​ລັງ​ພັດ​ທະ​ນາ​ ໃນ​ການຄົ້ນ​ຫາ ​ເສັ້ນ​ທາງ​ ການ​ພັດ​ທະ​ນາ​​ດິ​ຈີ​ຕອນ​ ທີ່​ສ້າງ​ຜົນ​ປະ​ໂຫຍດ​ຢ່າງ​ທົ່ວ​ເຖິງ ແລະ ເປັນ​ເຈົ້າ​ຕົນ​ເອງ, ຮ່ວມ​ກັນ​ເຮັດ​ໃຫ້​ໝາກ​ຜົນ ​ແຫ່ງ​ການ​ເປີດກວ້າງ ແລະ ຮ່ວມ​ມື​ຂອງ​ອາ​ຊີ-ປາ​ຊີ​ຟິກ​ ນັບ​ມື້​ ນັບ​ໃຫຍ່ຫລວງກວ່າ​ເກົ່າ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top