ຂປລ
ໃນວາລະປຶກສາຫາລືຂັ້ນສູງ ກອງປະຊຸມຄັ້ງທີ 31 ບັນດາຝ່າຍເຂົ້າຮ່ວມ ຂອບສົນທິສັນຍາ ສະຫະປະຊາຊາດ ກ່ຽວກັບ ການປ່ຽນແປງ ຂອງດິນຟ້າອາກາດ (COP31) ທີ່ຈັດຂຶ້ນຢູ່ ຕວກກີ, ເມື່ອບໍ່ດົນມານີ້, ທ່ານ ໂຮ່ກວກຢຸງ, ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ຍົກອອກ 3 ຂໍ້ສະເໜີສຳຄັນ

ຂປລ.ວິທະຍຸກະຈ່າຍສຽງຫວຽດນາມ, ໃນວາລະປຶກສາຫາລືຂັ້ນສູງ ກອງປະຊຸມຄັ້ງທີ 31 ບັນດາຝ່າຍເຂົ້າຮ່ວມ ຂອບສົນທິສັນຍາ ສະຫະປະຊາຊາດ ກ່ຽວກັບ ການປ່ຽນແປງ ຂອງດິນຟ້າອາກາດ (COP31) ທີ່ຈັດຂຶ້ນຢູ່ ຕວກກີ, ເມື່ອບໍ່ດົນມານີ້, ທ່ານ ໂຮ່ກວກຢຸງ, ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ຍົກອອກ 3 ຂໍ້ສະເໜີສຳຄັນຄື: ທີ່ໜຶ່ງແມ່ນ, ບັນດາປະເທດພັດທະນາ ແລະ ສະຖາບັນການເງິນສາກົນ ຕ້ອງສວມບົດບາດນຳພາ, ໃຫ້ບຸລິມະສິດແຫລ່ງທຶນ ຊ່ວຍເຫລືອລ້າ ແລະ ທຶນກູ້ຢືມໃຫ້ບຸລິມະສິດໃຫ້ແກ່ ບັນດາການເຄື່ອນໄຫວຮັບມືກັບ ການປ່ຽນແປງ ຂອງດິນຟ້າອາກາດຢູ່ປະເທດພວມພັດທະນາ. ທີສອງ, ຊຸກຍູ້ການຖ່າຍທອດເຕັກໂນໂລຊີ. ທີສາມ, ຮັບປະກັນວິວັດການຫັນປ່ຽນດຳເນີນໄປຢ່າງຍຸດຕິທຳ, ກວມລວມ, ຖືປະຊາຊົນເປັນໃຈກາງ, ສຸມໃສ່ການປົກປ້ອງການຫາລ້ຽງຊີບ ຂອງປະຊາຊົນ ແລະ ໜູນຊ່ວຍ ວິສາຫະກິດ ຂະໜາດນ້ອຍ-ກາງ.ທ່ານ ໂຮ່ກວກຢຸງ ກໍ່ສະເໜີ ໃຫ້ບັນດາປະເທດ ເພີ່ມທະວີ ການຮ່ວມມືຫລາຍຝ່າຍ, ເພີ່ມທະວີ ການໂອ້ລົມ ສົນທະນາ ເພື່ອຮັບປະກັນ ວ່າ ບັນດາມາດຕະການດ້ານການຄ້າ ທີ່ກ່ຽວຂ້ອງເຖິງດິນຟ້າອາກາດ ຈະໄດ້ປະຕິບັດຢ່າງ ໂປ່ງໃສ, ເຄົາລົບກົດໝາຍສາກົນ ແລະ ບໍ່ສ້າງຮົ້ວກີດຂວາງ ໃຫ້ແກ່ ບັນດາພື້ນຖານເສດຖະກິດ ພວມພັດທະນາ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL