ຂປລ
ຂໍ້ລິເລີ່ມໜຶ່ງໂດຍ ຕວັກກີ ສະເໜີ ຢູ່ກອງປະຊຸມ ຄັ້ງທີ 31 ຂອງບັນດາຝ່າຍ ເຂົ້າຮ່ວມ ສົນທິສັນຍາແມ່ ຂອງ ສປຊ ກ່ຽວກັບ ການປ່ຽງແປງ ຂອງດິນຟ້າອາກາດ (COP31), ເພື່ອແນໃສ່ ຍົກອັດຕານຳໃຊ້ພະລັງງານໄຟຟ້າ ໃນຈຳນວນພະລັງງານຊົມໃຊ້ທົ່ວໂລກ ຂຶ້ນເປັນ 35%ໃນປີ 2035

ຂປລ.ວິທະຍຸກະຈ່າຍສຽງຫວຽດນາມ, ຂໍ້ລິເລີ່ມໜຶ່ງໂດຍ ຕວັກກີ ສະເໜີ ຢູ່ກອງປະຊຸມ ຄັ້ງທີ 31 ຂອງບັນດາຝ່າຍ ເຂົ້າຮ່ວມ ສົນທິສັນຍາແມ່ ຂອງ ສປຊ ກ່ຽວກັບ ການປ່ຽງແປງ ຂອງດິນຟ້າອາກາດ (COP31), ເພື່ອແນໃສ່ ຍົກອັດຕານຳໃຊ້ພະລັງງານໄຟຟ້າ ໃນຈຳນວນພະລັງງານຊົມໃຊ້ທົ່ວໂລກ ຂຶ້ນເປັນ 35%ໃນປີ 2035, ຈາກລະດັບ 22% ໄລ່ຮອດວັນທີ 18 ພະຈິກ, ເຊິ່ງໄດ້ຮັບການສະໜັບສະໜູນ ຈາກ 75 ປະເທດ ພ້ອມກັບ 94 ວິສາຫະກິດ ແລະ ອົງການຈັດຕັ້ງ. ຂໍ້ລິເລີ່ມນີ້ ມຸ່ງໄປເຖິງເປົ້າໝາຍຍູ້ແຮງ ວິວັດການຫັນປ່ຽນໄປ ນຳໃຊ້ພະລັງງານສະອາດ ແລະ ໜູນຊ່ວຍບັນດາຄຳໝັ້ນສັນຍາ ທີ່ໄດ້ຍົກອອກມາ ຢູ່ສົນທິສັນຍາ ປາຮີ, ກໍ່ຄືປັບປຸງບັນດາຄຳໝັ້ນສັນຍາ ທີ່ໄດ້ຍົກອອກມາຢູ່ COP 28 ເຊິ່ງໄດ້ດຳເນີນຢູ່ ສະຫະລັດ ອາຣັບ ເອມີເລດ (UAE) ປີ 2023, ກ່ຽວກັບການເພີ່ມຂຶ້ນທົບ 3 ເທົ່າສະມັດຕະພາບ ພະລັງງານ ທົດແທນທົ່ວໂລກ ແລະ ເພີ່ມຂຶ້ນທົບສອງເທົ່າ ຄວາມໄວ ການປັບປຸງ ປະສິດທິຜົນ ຂອງການນຳໃຊ້ພະລັງງານໃນປີ 2030, ໜູນຊ່ວຍ ບັນດາຄວາມມານະ ພະຍາຍາມ ເພື່ອແນໃສ່ຫລຸດຜ່ອນ ການປ່ອຍອາຍພິດ ແລະ ຈຳກັດປະກົດການໜ່ວຍໂລກອຸ່ນຂຶ້ນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL