ໄຂກອງປະຊຸມສະມັດຊາໃຫຍ່ ລັດສະພາ ລະຫວ່າງ ຊາດອາຊຽນ ຄັ້ງທີ 47

19/11/2026 16:28
ຂປລ ທ່ານ ເຈິ່ນ ແທງເໝີ້ນ ປະທານສະພາ ແຫ່ງຊາດ ຫວຽດ​ນາມ ໄດ້ນຳ​ໜ້າຄະນະຜູ້ແທນຂັ້ນສູງ ສະ​ພາ​ແຫ່ງ​ຊາດ ຫວຽດນາມ ເຂົ້າຮ່ວມພິທີໄຂກອງປະຊຸມສະ​ມັດ​ຊາ​ໃຫຍ່ ລັດສະພາ ລະ​ຫວ່າງ​ ຊາດອາຊຽນ ຄັ້ງທີ 47 (AIPA-47) ດ້ວຍຫົວຂໍ້ "ລັດຖະສະພາຮັບປະກັນ​ໃຫ້ ອາ​ຊຽນ ມີສັນຕິພາບ, ​ວັດ​ທະ​ນະ​ຖາ​ວອນ ແລະ ຖືປະຊາຊົນ​ເປັນ​ໃຈ​ກາງ".

ຂປລ.ວິທະຍຸກະຈ່າຍສຽງ ຫວຽດນາມ, ວັນທີ 18 ພະຈິກ, ຢູ່ນະ​ຄອນ​ຫລວງ ມະນີລາ (ຟີລິບປິນ), ທ່ານ ເຈິ່ນ ແທງເໝີ້ນ ປະທານສະພາ ແຫ່ງຊາດ ຫວຽດ​ນາມ ໄດ້ນຳ​ໜ້າຄະນະຜູ້ແທນຂັ້ນສູງ ສະ​ພາ​ແຫ່ງ​ຊາດ ຫວຽດນາມ ເຂົ້າຮ່ວມພິທີໄຂກອງປະຊຸມສະ​ມັດ​ຊາ​ໃຫຍ່ ລັດສະພາ ລະ​ຫວ່າງ​ ຊາດອາຊຽນ ຄັ້ງທີ 47 (AIPA-47) ດ້ວຍຫົວຂໍ້ "ລັດຖະສະພາຮັບປະກັນ​ໃຫ້ ອາ​ຊຽນ ມີສັນຕິພາບ, ​ວັດ​ທະ​ນະ​ຖາ​ວອນ ແລະ ຖືປະຊາຊົນ​ເປັນ​ໃຈ​ກາງ".ໃນວັນ​ດຽວ​ກັນ, ທ່ານ ປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ, ທ່ານ ສອນໄຊ ສີພັນດອນ, ປະທານສະພາແຫ່ງຊາດ ລາວ, ແລະ ທ່ານ ນາງ ຄູນສຸ ດາຣີ(Khuon Sudary), ປະທານສະພາແຫ່ງຊາດ ກຳປູເຈຍ ໄດ້​ພົບ​ປະກັັນ, ​ໂດຍທັງການ​ນຳສາມຝ່າຍ ໄດ້ເຫັນດີກ່ຽວກັບທິດທາງການຮ່ວມມື ໃນ​ໄລ​ຍະ​ຈະ​ມາ​ເຖິງ, ​ໃນ​ນັ້ນ, ​ມີ​ການ​​ຈັດ​ການ​ພົບ​ປະ​ໂດຍ​ກົງ ແລະ ທາງອອນລາຍ ລະຫວ່າງ ປະທານສະພາແຫ່ງຊາດ ສາມປະ​ເທດ, ຜັນ​ຂະ​ຫຍາຍ ບັນ​ດາການຢ້ຽມຢາມ​ຂັ້ນສູງ, ຈັດການ​ພົບ​ປະແລກປ່ຽນລະຫວ່າງຄະນະກຳມາ​ທິການ, ກຸ່ມສະມາຊິກ ລັດຖະສະພາມິດ​ຕະ​ພາບ, ສະມາຊິກ ລັດຖະສະພາໜຸ່ມ, ສະມາຊິກລັດຖະສະພາຍິງ ແລະ ສ້າງໂທ​ລະ​ສັບສາຍດ່ວນ ລະຫວ່າງ ລັດຖະສະພາ ສາມປະ​ເທດ.ຈາກນັ້ນ ທ່ານ ເຈິ່ນແທງເໝີ້ນ ກໍ່ໄດ້ພົບປະກັບ ປະທານ​ສະ​ພາ​ຕ່ຳຟີລິບປິນ, ປະທານ AIPA-47, ປະທານ​ສະ​ພາ​ແຫ່ງ​ຊາດ ສິງກະໂປ ແລະ ປະທານສະພານິຕິບັນຍັດ ບຣູໄນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

    • ເພີ່ມທະວີ ການຮ່ວມມື ລະຫວ່າງ ສສ ຫວຽດນາມ-ບັນດາປະເທດ ຢູ່ພາກພື້ນ ອາເມລິກາລາຕິນຂ່າວຕ່າງປະເທດ

      ເພີ່ມທະວີ ການຮ່ວມມື ລະຫວ່າງ ສສ ຫວຽດນາມ-ບັນດາປະເທດ ຢູ່ພາກພື້ນ ອາເມລິກາລາຕິນ

      11/19/2026 5:12:03 PM

      ເນື່ອງ​ໃນ​ໂອກາດ ​ເຂົ້າ​ຮ່ວມ​ ກອງ​ປະຊຸມ​ຂັ້ນ​ສູງ ເວ​ທີ​ປາ​ໄສ​ ການ​ຮ່ວມ​​ມື ​ດ້ານ​ເສດຖະກິດ ​ອາຊີ - ປາຊີ​ຟິກ (APEC) ຄັ້ງ​ທີ 33 ​ແລະ​ ເຮັດ​ວຽກ​ສອງ​ຝ່າຍ​ຢູ່ ສປ ​ຈີນ, ​ວັນ​ທີ 18 ພະຈິກ​, ຢູ່​ນະຄອນ ເຊິນ​ເຈີນ, ທ່ານ​ ໂຕ​ເລີມ, ເລຂາທິການ​ໃຫຍ່​ ຄະ​ນະ​ບໍ​ລິ​ຫານ​ງາ​ນ​ສູນ​ກາງ​ພັກ​ ກອມ​ມູ​ນິດ​ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ພົບ​ປະ​ກັບ​ທ່ານ ຄລາວເດຍ ເຊນບາມ(Claudia Sheinbaum), ​ປະທານາທິບໍດີ ​ເມັກ​ຊິ​ໂກ ​ແລະ ທ່ານ ໄຄໂກ ຟູຈິໂມຣີ(Keiko Fujimori) ປະທານາທິບໍດີ ​ເປ​ຣູ.

    • 75 ປະເທດ ສະໜັບສະໜູນຂໍ້ລິເລີ່ມ ນຳໃຊ້ ພະລັງງານໄຟຟ້າ ທົ່ວໂລກ ຂອງຕວັກກີ ຢູ່ COP31ຂ່າວຕ່າງປະເທດ

      75 ປະເທດ ສະໜັບສະໜູນຂໍ້ລິເລີ່ມ ນຳໃຊ້ ພະລັງງານໄຟຟ້າ ທົ່ວໂລກ ຂອງຕວັກກີ ຢູ່ COP31

      11/19/2026 4:58:41 PM

      ຂໍ້​ລິ​ເລີ່ມ​ໜຶ່ງ​ໂດຍ ຕວັກ​ກີ ສະ​ເໜີ ​ຢູ່ກອງ​ປະ​ຊຸມ​ ຄັ້ງ​ທີ 31 ຂອງ​ບັນ​ດາ​ຝ່າຍ ​ເຂົ້າ​ຮ່ວມ ​ສົນ​ທິ​ສັນ​ຍາ​ແມ່​ ຂອງ ສ​ປ​ຊ ກ່ຽວ​ກັບ ​ການ​ປ່ຽງ​ແປ​ງ ​ຂອງ​ດິນ​ຟ້າ​ອາ​ກາດ (COP31), ເພື່ອ​ແນ​ໃສ່​ ຍົກ​ອັດ​ຕາ​ນຳ​ໃຊ້​ພະ​ລັງ​ງານ​ໄຟ​ຟ້າ ​ໃນ​ຈຳ​ນວນ​ພະ​ລັງ​ງານ​ຊົມ​ໃຊ້​ທົ່ວ​ໂລກ ​ຂຶ້ນ​ເປັນ 35%ໃນ​ປີ 2035

    • ສສ ຫວຽດນາມ ຍົກອອກ 3 ຂໍ້ສະເໜີ ທີ່ກອງປະຊຸມ COP 31ຂ່າວຕ່າງປະເທດ

      ສສ ຫວຽດນາມ ຍົກອອກ 3 ຂໍ້ສະເໜີ ທີ່ກອງປະຊຸມ COP 31

      11/19/2026 4:51:20 PM

      ໃນວາ​ລະ​ປຶກ​ສາ​ຫາ​ລື​ຂັ້ນສູງ ກອງປະຊຸມຄັ້ງ​ທີ 31 ບັນ​ດາ​ຝ່າຍ​ເຂົ້າ​ຮ່ວມ ​ຂອບ​ສົນ​ທິ​ສັນ​ຍາ ສະຫະປະຊາຊາດ ກ່ຽວ​ກັບ ການປ່ຽນແປງ​ ຂອງ​ດິນ​ຟ້າອາກາດ (COP31) ທີ່ຈັດຂຶ້ນຢູ່ ຕວກກີ, ເມື່ອບໍ່ດົນມານີ້, ທ່ານ ໂຮ່ກວກຢຸງ, ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ໄດ້​ຍົ​ກ​ອອກ 3 ຂໍ້ສະເໜີສຳຄັນ

    • ການຮ່ວມມື ດ້ານເສດຖະກິດ ດິຈີຕອນ ຈີນ-ອາຊຽນຂ່າວຕ່າງປະເທດ

      ການຮ່ວມມື ດ້ານເສດຖະກິດ ດິຈີຕອນ ຈີນ-ອາຊຽນ

      11/19/2026 4:45:04 PM

      ຟີ​ລິບ​ປິນ ທີ່​ເປັນ​ປະ​ເທດ ​ປະ​ທານ​ໝູນ​ວຽນ ໄດ້​ມອບ​ສັນ​ຍາ​ ຂອບ​ເສດ​ຖະ​ກິດ ​​ດິ​ຈີ​ຕອນ ​ອາ​ຊຽນ ​​ທີ່​ລົງ​ນາມ​ ຮຽບ​ຮ້ອຍ​ແລ້ວ ໃຫ້​ແກ່ກອງ​ເລ​ຂາ​ອາ​ຊຽນ, ສັນ​ຍາ​ພາກ​ພື້ນສະ​ບັບ​ນີ້ ສຸມ​ໃສ່​ອະ​ທິ​ປະ​ໄຕ​ດ້ານ​ດິ​ຈີ​ຕອນ ແລະ ການ​​ໄຫລວຽນ ​ຂໍ້​ມູນ​ຂ້າມ​ຊາຍ​ແດນ ເຊິ່ງ​ຄາດວ່າ ​ຈະ​ມີ​ຜົນ​ບັງ​ຄັບ​ໃຊ້ ​ໃນ​ຕົ້ນ​ປີ 2027.

    • ອາຊຽນ ຕ້ອງຖືປະຊາຊົນເປັນໃຈກາງ ໃນທຸກການຕັດສິນ ຂອງລັດຖະສະພາຂ່າວຕ່າງປະເທດ

      ອາຊຽນ ຕ້ອງຖືປະຊາຊົນເປັນໃຈກາງ ໃນທຸກການຕັດສິນ ຂອງລັດຖະສະພາ

      11/19/2026 4:13:37 PM

      ກອງປະຊຸມໃຫຍ່ AIPA ຄັ້ງທີ 47, ພາຍໃຕ້ຫົວຂໍ້ ລັດຖະສະພາ ຮັບປະກັນ​ໃຫ້ ອາ​ຊຽນ ມີສັນຕິພາບ, ​ວັດ​ທະ​ນະ​ຖາ​ວອນ ແລະ ຖືປະຊາຊົນ ​ເປັນ​ໃຈ​ກາງ"

ads
ads

Top