ອາຊຽນ ຕ້ອງຖືປະຊາຊົນເປັນໃຈກາງ ໃນທຸກການຕັດສິນ ຂອງລັດຖະສະພາ

19/11/2026 16:13
ຂປລ ກອງປະຊຸມໃຫຍ່ AIPA ຄັ້ງທີ 47, ພາຍໃຕ້ຫົວຂໍ້ ລັດຖະສະພາ ຮັບປະກັນ​ໃຫ້ ອາ​ຊຽນ ມີສັນຕິພາບ, ​ວັດ​ທະ​ນະ​ຖາ​ວອນ ແລະ ຖືປະຊາຊົນ ​ເປັນ​ໃຈ​ກາງ"

ຂປລ.ວິທະຍຸກະຈ່າຍສຽງ ຫວຽດນາມ, ວັນທີ 18 ພະຈິກ, ຢູ່​ນະ​ຄອນ​ຫລວງ ມະນີລາ ຂອງຟີລິບປິນ, ໃນຂອບ​ເຂດ ກອງປະຊຸມສະ​ມັດ​ຊາ​ໃຫຍ່ ລັດສະພາ ລະ​ຫວ່າງ​ ຊາດອາຊຽນ ຄັ້ງທີ 47 (AIPA-47), ໄດ້ຈັດວາ​ລະ​ປະ​ຊຸມ​ຄົບ​ຄະ​ນະ ​ຄັ້ງ​ທີ​ໜຶ່ງ ​ໂດຍທ່ານ Faustino “Bojie” G. Dy III, ປະທານຕ່ຳ ຟີລິບປິນ, ປະທານ AIPA-47 ເປັນປະທານ. ທ່ານ ເຈິ່ນ ແທງເໝີ້ນ ປະທານ ສະພາ ແຫ່ງຊາດ ຫວຽດ​ນາມ ໄດ້ເຂົ້າຮ່ວມ ແລະ ມີ​ບົດ​ກ່າວ​ປາ​ໄສສຳຄັນ. ໃນ​ບົດ​ກ່າວ​ປາ​ໄສ ​ທີ່​ວາ​ລະ​ປະ​ຊຸມ​ຄົບ​ຄະ​ນະ, ​ທ່ານ ເຈິ່ນ ແທງເໝີ້ນ ໄດ້ເນັ້ນໜັກວ່າ: ກອງປະຊຸມໃຫຍ່ AIPA ຄັ້ງທີ 47, ພາຍໃຕ້ ຫົວຂໍ້ ລັດຖະສະພາ ຮັບປະກັນ​ໃຫ້ ອາ​ຊຽນ ມີສັນຕິພາບ, ​ວັດ​ທະ​ນະ​ຖາ​ວອນ ແລະ ຖືປະຊາຊົນ ​ເປັນ​ໃຈ​ກາງ" ເປັນການ​ສົມ​ທົບ​ກັນ​ຢ່າງ​ແຮງ, ການຮ່ວມເດີນ​ທາງ​ ຂອງ​ບັນ​ດາອົງການ ນິຕິບັນຍັດໃນການ​ປະ​ຕິ​ບັດ ​ການ​ຫັນ​ຄວາມ​ຄາດຫວັງ ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ ແລະ ​ບັນ​ດາເສົາຄ້ຳຍຸດທະສາດຂອງ ອາຊຽນ ເມື່ອ​ກ້າວ​ເຂົ້າສູ່ໄລຍະຜັນ​ຂະ​ຫຍາຍ​ການ​ປະຕິບັດວິໄສທັດປະຊາຄົມ ອາຊຽນ 2045. ເພື່ອຫັນ​ບັນ​ດາ​ຫົວ​ຂໍ້​ຂອງ AIPA-47 ​ໃຫ້​ປະ​ກົດ​ຜົນເປັນຈິງ, ​ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ແບ່ງປັນ​ວ່າ:“ລັດຖະສະພາ ບັນ​ດາ​ປະ​ເທດ ຕ້ອງນຳ​ໜ້າ ໃນການ​ສ້າງ​ລະ​ບອບ ​ລະ​ບຽບ​ການ​ ໃຫ້​ສົມ​ບູນ​ແບບ, ປັບປຸງກົດໝາຍໃຫ້ສອດຄ່ອງ ເພື່ອລົບລ້າງຮົ້ວ​ກີດ​ຂວາງ ​ດ້ານ​ການຄ້າ, ຊຸກ​ຍູ້​ການເຊື່ອມຕໍ່ ເສດຖະກິດພາຍໃນກຸ່ມ ແລະ ເຊື່ອມຕໍ່ລະບົບສະໜອງ. ພິ​ເສດ, ຕ້ອງ​ໃຫ້​ບຸ​ລິ​ມະ​ສິດ​ສ້າງຂອບ​ນິ​ຕິ​ກຳ ​ໃຫ້​ແກ່ ​ບັນ​ດາ​ກຳ​ລັງ​ໜູນ ​ການ​ເຕີບ​ໂຕ​ໃໝ່, ຮັບ​ປະ​ກັນ​ວ່າ ບໍ່ມີປະເທດໃດ ຖືກປະໄວ້ຢູ່ທາງຫລັງ. ​ຖືປະຊາຊົນ​ເປັນໃຈກາງ​ໃນ​ ​ທຸກ​​ຄຳ​ຕັດ​ສິນ​ລັດຖະສະພາ.”ກ່ອນໜ້ານັ້ນ, ​ໃນ​ວາ​ລະເປີດ​ຄົບ​ຄະ​ນະ​, ກອ​ງ​ປະ​ຊຸມສະ​ມັດ​ຊາ​ໃຫຍ່ AIPA ໄດ້ຈັດພິທີຮັບເອົາ ລັດຖະສະພາແຫ່ງຊາດ ຕີມໍແລສເຕ ເຂົ້າເປັນສະມາຊິກ​ ທາງ​ການຂອງ AIPA./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

    • ເພີ່ມທະວີ ການຮ່ວມມື ລະຫວ່າງ ສສ ຫວຽດນາມ-ບັນດາປະເທດ ຢູ່ພາກພື້ນ ອາເມລິກາລາຕິນຂ່າວຕ່າງປະເທດ

      ເພີ່ມທະວີ ການຮ່ວມມື ລະຫວ່າງ ສສ ຫວຽດນາມ-ບັນດາປະເທດ ຢູ່ພາກພື້ນ ອາເມລິກາລາຕິນ

      11/19/2026 5:12:03 PM

      ເນື່ອງ​ໃນ​ໂອກາດ ​ເຂົ້າ​ຮ່ວມ​ ກອງ​ປະຊຸມ​ຂັ້ນ​ສູງ ເວ​ທີ​ປາ​ໄສ​ ການ​ຮ່ວມ​​ມື ​ດ້ານ​ເສດຖະກິດ ​ອາຊີ - ປາຊີ​ຟິກ (APEC) ຄັ້ງ​ທີ 33 ​ແລະ​ ເຮັດ​ວຽກ​ສອງ​ຝ່າຍ​ຢູ່ ສປ ​ຈີນ, ​ວັນ​ທີ 18 ພະຈິກ​, ຢູ່​ນະຄອນ ເຊິນ​ເຈີນ, ທ່ານ​ ໂຕ​ເລີມ, ເລຂາທິການ​ໃຫຍ່​ ຄະ​ນະ​ບໍ​ລິ​ຫານ​ງາ​ນ​ສູນ​ກາງ​ພັກ​ ກອມ​ມູ​ນິດ​ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ພົບ​ປະ​ກັບ​ທ່ານ ຄລາວເດຍ ເຊນບາມ(Claudia Sheinbaum), ​ປະທານາທິບໍດີ ​ເມັກ​ຊິ​ໂກ ​ແລະ ທ່ານ ໄຄໂກ ຟູຈິໂມຣີ(Keiko Fujimori) ປະທານາທິບໍດີ ​ເປ​ຣູ.

    • 75 ປະເທດ ສະໜັບສະໜູນຂໍ້ລິເລີ່ມ ນຳໃຊ້ ພະລັງງານໄຟຟ້າ ທົ່ວໂລກ ຂອງຕວັກກີ ຢູ່ COP31ຂ່າວຕ່າງປະເທດ

      75 ປະເທດ ສະໜັບສະໜູນຂໍ້ລິເລີ່ມ ນຳໃຊ້ ພະລັງງານໄຟຟ້າ ທົ່ວໂລກ ຂອງຕວັກກີ ຢູ່ COP31

      11/19/2026 4:58:41 PM

      ຂໍ້​ລິ​ເລີ່ມ​ໜຶ່ງ​ໂດຍ ຕວັກ​ກີ ສະ​ເໜີ ​ຢູ່ກອງ​ປະ​ຊຸມ​ ຄັ້ງ​ທີ 31 ຂອງ​ບັນ​ດາ​ຝ່າຍ ​ເຂົ້າ​ຮ່ວມ ​ສົນ​ທິ​ສັນ​ຍາ​ແມ່​ ຂອງ ສ​ປ​ຊ ກ່ຽວ​ກັບ ​ການ​ປ່ຽງ​ແປ​ງ ​ຂອງ​ດິນ​ຟ້າ​ອາ​ກາດ (COP31), ເພື່ອ​ແນ​ໃສ່​ ຍົກ​ອັດ​ຕາ​ນຳ​ໃຊ້​ພະ​ລັງ​ງານ​ໄຟ​ຟ້າ ​ໃນ​ຈຳ​ນວນ​ພະ​ລັງ​ງານ​ຊົມ​ໃຊ້​ທົ່ວ​ໂລກ ​ຂຶ້ນ​ເປັນ 35%ໃນ​ປີ 2035

    • ສສ ຫວຽດນາມ ຍົກອອກ 3 ຂໍ້ສະເໜີ ທີ່ກອງປະຊຸມ COP 31ຂ່າວຕ່າງປະເທດ

      ສສ ຫວຽດນາມ ຍົກອອກ 3 ຂໍ້ສະເໜີ ທີ່ກອງປະຊຸມ COP 31

      11/19/2026 4:51:20 PM

      ໃນວາ​ລະ​ປຶກ​ສາ​ຫາ​ລື​ຂັ້ນສູງ ກອງປະຊຸມຄັ້ງ​ທີ 31 ບັນ​ດາ​ຝ່າຍ​ເຂົ້າ​ຮ່ວມ ​ຂອບ​ສົນ​ທິ​ສັນ​ຍາ ສະຫະປະຊາຊາດ ກ່ຽວ​ກັບ ການປ່ຽນແປງ​ ຂອງ​ດິນ​ຟ້າອາກາດ (COP31) ທີ່ຈັດຂຶ້ນຢູ່ ຕວກກີ, ເມື່ອບໍ່ດົນມານີ້, ທ່ານ ໂຮ່ກວກຢຸງ, ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ໄດ້​ຍົ​ກ​ອອກ 3 ຂໍ້ສະເໜີສຳຄັນ

    • ການຮ່ວມມື ດ້ານເສດຖະກິດ ດິຈີຕອນ ຈີນ-ອາຊຽນຂ່າວຕ່າງປະເທດ

      ການຮ່ວມມື ດ້ານເສດຖະກິດ ດິຈີຕອນ ຈີນ-ອາຊຽນ

      11/19/2026 4:45:04 PM

      ຟີ​ລິບ​ປິນ ທີ່​ເປັນ​ປະ​ເທດ ​ປະ​ທານ​ໝູນ​ວຽນ ໄດ້​ມອບ​ສັນ​ຍາ​ ຂອບ​ເສດ​ຖະ​ກິດ ​​ດິ​ຈີ​ຕອນ ​ອາ​ຊຽນ ​​ທີ່​ລົງ​ນາມ​ ຮຽບ​ຮ້ອຍ​ແລ້ວ ໃຫ້​ແກ່ກອງ​ເລ​ຂາ​ອາ​ຊຽນ, ສັນ​ຍາ​ພາກ​ພື້ນສະ​ບັບ​ນີ້ ສຸມ​ໃສ່​ອະ​ທິ​ປະ​ໄຕ​ດ້ານ​ດິ​ຈີ​ຕອນ ແລະ ການ​​ໄຫລວຽນ ​ຂໍ້​ມູນ​ຂ້າມ​ຊາຍ​ແດນ ເຊິ່ງ​ຄາດວ່າ ​ຈະ​ມີ​ຜົນ​ບັງ​ຄັບ​ໃຊ້ ​ໃນ​ຕົ້ນ​ປີ 2027.

    • ໄຂກອງປະຊຸມສະມັດຊາໃຫຍ່ ລັດສະພາ ລະຫວ່າງ ຊາດອາຊຽນ ຄັ້ງທີ 47ຂ່າວຕ່າງປະເທດ

      ໄຂກອງປະຊຸມສະມັດຊາໃຫຍ່ ລັດສະພາ ລະຫວ່າງ ຊາດອາຊຽນ ຄັ້ງທີ 47

      11/19/2026 4:28:16 PM

      ທ່ານ ເຈິ່ນ ແທງເໝີ້ນ ປະທານສະພາ ແຫ່ງຊາດ ຫວຽດ​ນາມ ໄດ້ນຳ​ໜ້າຄະນະຜູ້ແທນຂັ້ນສູງ ສະ​ພາ​ແຫ່ງ​ຊາດ ຫວຽດນາມ ເຂົ້າຮ່ວມພິທີໄຂກອງປະຊຸມສະ​ມັດ​ຊາ​ໃຫຍ່ ລັດສະພາ ລະ​ຫວ່າງ​ ຊາດອາຊຽນ ຄັ້ງທີ 47 (AIPA-47) ດ້ວຍຫົວຂໍ້ "ລັດຖະສະພາຮັບປະກັນ​ໃຫ້ ອາ​ຊຽນ ມີສັນຕິພາບ, ​ວັດ​ທະ​ນະ​ຖາ​ວອນ ແລະ ຖືປະຊາຊົນ​ເປັນ​ໃຈ​ກາງ".

ads
ads

Top