ໄຂກອງປະຊຸມສຸດຍອດ ຝລັ່ງໂກໂຟນີ ຄັ້ງທີ XX

16/11/2026 11:21
ຂປລ ທ່ານ ໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ ຫວຽດນາມ ໄດ້​ນຳ​ໜ້າ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ເຂົ້າ​ຮ່ວມ​ວາ​ລະ​ໄຂ​ກອງ​ປະ​ຊຸມ​ສຸດຍອດ ຝ​ລັ່ງ​ໂຟໂກນີ ຄັ້ງ​ທີ XX ດ້ວຍ​ຫົວ​ຂໍ້ “ລົງ​ທຶນ​ຄືນ​ໃໝ່​ ໃຫ້​ແກ່​ ສັນ​ຕິ​ພາບ ເພື່ອ​ການ​ວັດ​ທະ​ນາ​ຖາ​ວອນ​ລວມ ແລະ ສະ​ຖຽນ​ລະ​ພາບ​ ແບບ​ຍືນ​ຍົງ.

ຂປລ.ວິທະຍຸກະຈ່າຍສຽງ ຫວຽດນາມ, ​ວັນ​ທີ 15 ພະ​ຈິກ, ຢູ່​ນະ​ຄອນຫລວງ ພະ​ນົນ​ເປັນ, ກຳ​ປູ​ເຈຍ, ທ່ານ ໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ ຫວຽດນາມ ໄດ້​ນຳ​ໜ້າ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ເຂົ້າ​ຮ່ວມ​ວາ​ລະ​ໄຂ​ກອງ​ປະ​ຊຸມ​ສຸດຍອດ ຝ​ລັ່ງ​ໂຟໂກນີ ຄັ້ງ​ທີ XX ດ້ວຍ​ຫົວ​ຂໍ້ “ລົງ​ທຶນ​ຄືນ​ໃໝ່​ ໃຫ້​ແກ່​ ສັນ​ຕິ​ພາບ ເພື່ອ​ການ​ວັດ​ທະ​ນາ​ຖາ​ວອນ​ລວມ ແລະ ສະ​ຖຽນ​ລະ​ພາບ​ ແບບ​ຍືນ​ຍົງ. ເຫດ​ການ​ມີ​ການ​ເຂົ້າ​ຮ່ວມ ​ຂອງ​ການ​ນຳ​ຕາງ​ໜ້າເກືອບ 90 ປະ​ເທດ, ໃນ​ນັ້ນ​ມີ 25 ປະ​ມຸກ ແລະ ຜູ້​ນຳ​ໜ້າ​ ລັດ​ຖະ​ບານ, ພ້ອມ​ກັບ ​ຜູ້​ຕາງ​ໜ້າ ​ບັນ​ດາສຳນັກຝ​ລັ່ງ​ໂກ​ໂຟ​ນີ, ອົງ​ການ​ຈັດ​ຕັ້ງ​ສາ​ກົນ ແລະ ພາກ​ພື້ນ. ກ່າວ​ຄຳ​ເຫັນ​ ໄຂ​ກອ​ງ​ປະ​ຊຸມ, ທ່ານ ລຸຍສ ມູຊິກິວາໂບ(Louise Mushikiwabo) ເລ​ຂາ​ທິ​ການ​ໃຫຍ່​ ຝ​ລັ່ງ​ໂກ​ໂຟ​ນີ ໄດ້ກ່າວເນັ້ນ​ໜັກ​ເຖິງ ຄວາມ​ໝາຍ ແລະ ສະ​ຖາ​ນະ​ການ​ການ​ເມືອງ ຂອງ​ຫົວ​ຂໍ້​ກອງ​ປະ​ຊຸມ​ສຸດຍອດ ໃນ​ສະ​ພາບ​ການ​ໂລກ ​ມີ​ການ​ຜັນ​ແປ​ຢ່າງວ່ອງ​ໄວ ແລະ ສັບ​ສົນ. ທ່ານ ​ເລ​ຂາ​ທິ​ການ​ໃຫຍ່ ຢັ້ງ​ຢືນ​ວ່າ ຝ​ລັ່ງ​ໂກ​ໂຟ​ນີ ຕ້ອງ​ເສີມ​ຂະ​ຫຍາຍ​ບົດ​ບາດ ແລະ ຄວາມ​ຮັບ​ຜິດ​ຊອບ ​ຂອງ​ຕົນ​ໃຫ້​ກວ່າ​ອີກ, ບໍ່​ພຽງ​ແຕ່​ ແມ່ນ​ສະ​ຖານ​ທີ່​ ຮ່ວມ​ກ່ຽວ​ກັບ ​ດ້ານ​ພາ​ສາ, ວັດ​ທະ​ນະ​ທຳ​ເທົ່າ​ນັ້ນ ຫາກ​ຍັງ​ ແມ່ນ​ເວ​ທີ​ປາ​ໄສ ​ຊຸກ​ຍູ້​ການ​ໂອ້​ລົມ ​ສົນ​ທະ​ນາ, ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ເພີ່ມ​ທະ​ວີ​ຄວາມ​ສະ​ມັກ​ຄີ ແລະ ການ​ຮ່ວມ​ມື ​ລະ​ຫວ່າງ​ ບັນ​ດາ​ປະ​ເທດ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top