ຂປລ
ຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ) ຈັດກອງປະຊຸມສະຫລຸບວຽກງານ ປະຈຳປ2026 ແລະ ວາງທິດທາງແຜນການ ປະຈຳປີ 2027 ໃນວັນທີ 13 ພະຈິກ 2026 ຢູ່ກົມໃຫຍ່ການເມືອງກອງທັບ.
ຂປລ. ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ປະທານຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ, ມີທ່ານລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ຮອງປະທານ, ຜູ້ປະຈຳການຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ, ມີບັນດາຮອງລັດຖະມົນຕີ, ປະທານ-ຮອງປະທານຄະນະກໍາມະການປົກຄອງແຂວງ, ນະຄອນຫລວງວຽງຈັນ, ຕາງໜ້າຈາກບັນດາກະຊວງ, ອົງການ ທຽບເທົ່າ ແລະ ຄຄອຊ ຢູ່ສູນກາງ, ກົມ, ຫ້ອງວ່າການ, ພະແນກການ, ອົງການປົກຄອງທ້ອງຖິ່ນ, ແນວລາສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ເຂົ້າຮ່ວມໃນກອງປະຊຸມ ທ່ານ ມີນາໄຊ ພິລາວົງ ຫົວໜ້າສູນອິນເຕີເນັດແຫ່ງຊາດ ກະຊວງເຕັກໂນໂລຊີ ແລະ ການ ສື່ສານ, ທັງເປັນຫົວໜ້າກອງເລຂາຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ໄດ້ຜ່ານບົດສະຫລຸບການເຄື່ອນໄຫວວຽກງານ ຄຄອຊ ປະຈໍາ ປີ 2026 ແລະ ທິດທາງແຜນການ ປະຈໍາປີ 2027 ໂດຍໄດ້ຍົກໃຫ້ເຫັນຜົນສຳເລັດຫລາຍດ້ານທີ່ຕິດພັນກັບການຄຸ້ມຄອງ, ການພັດທະນາ ແລະ ການນໍາໃຊ້ອິນເຕີເນັດ, ເຕັກໂນໂລຊີການສື່ສານ, ຂໍ້ມູນຂ່າວສານ, ການພັດທະນາຂົງເຂດດັ່ງກ່າວ ເຂົ້າໃນການຈັດຕັ້ງປະຕິບັດວຽກງານ, ການດຳເນີນທຸລະກິດ, ການດຳລົງຊີວິດ, ການຕິດຕໍ່ພົວພັນກັບສັງຄົມຕ່າງໆ ຍິ່ງເຫັນໄດ້ແຈ້ງເຖິງຄວາມສໍາຄັນ ແລະ ຄວາມຈຳເປັນຂອງອິນເຕີເນັດ. ຄຽງຄູ່ກັບຜົນປະໂຫຍດອັນມະຫາສານຈາກອິນເຕີເນັດ, ພວກເຮົາໄດ້ເຫັນແຈ້ງເຖິງບັນຫາ ແລະ ສິ່ງທ້າທາຍຕ່າງໆ ໂດຍສະເພາະແມ່ນການນໍາໃຊ້ສື່ສັງຄົມອອນລາຍ ແລະ ການນຳໃຊ້ອິນເຕີເນັດໄປໃນທາງ ທີ່ບໍ່ດີ ຊຶ່ງ ຄຄອຊ ໄດ້ຊີ້ນຳພາກສ່ວນກ່ຽວຂ້ອງ ສຸມໃສ່ຄົ້ນຄວ້າຫາວິທີການແກ້ໄຂດ້ວຍມາດຕະການຕ່າງໆ ເພື່ອແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ.
ພ້ອມນີ້, ກອງປະຊຸມຍັງໄດ້ຮັບຟັງລາຍງານຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານຄຸ້ມຄອງຫາງສຽງບໍ່ດີໃນສື່ສັງຄົມອອນລາຍ ປະຈຳປ 2026, ບັນຫາຄົງຄ້າງ, ສິ່ງທ້າທາຍຕ່າງໆ ແລະ ທິດທາງແຜນການປະຈຳປີ 2027; ລາຍງານການຈັດຕັ້ງປະຕິບັດວຽກງານຕ້ານການຫລອກລວງທາງອອນລາຍ ທີ່ຂຶ້ນກັບຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ຊຶ່ງຄະນະຮັບຜິດຊອບໄດ້ເຮັດວຽກຮ່ວມກັນຫລາຍຄັ້ງເພື່ອຄົ້ນຄວ້າວິທີການ ແລະ ຊີ້ນຳໃຫ້ພາກສ່ວນຜູ້ໃຫ້ບໍລິການໂທລະຄົມມະນາຄົມ, ບັນດາທະນາຄານ, ທຸລະກິດ ແລະ ສື່ມວນຊົນສຳນັກຕ່າງໆ ເຜີຍແຜ່ຕໍ່ສັງຄົມ ເພື່ອເປັນການສ້າງຈິດສຳນຶກ ແລະ ສະຕິລະມັດລະວັງຕົວ ເຮັດໃຫ້ປະຊາຊົນມີຄວາມ ເຂົ້າໃຈຫລາຍຂຶ້ນສາມາດຫລຸດຜ່ອນການຫລົງເຊື່ອຕໍ່ຮູບແບບການຫລອກລວງສໍ້ໂກງເປັນກ້າວໆມາ; ຮັບຟັງການລາຍງານສະພາບການພົ້ນເດັ່ນທີ່ເກີດຂຶ້ນຈາກສື່ສັງຄົມອອນລາຍ, ພ້ອມທັງວິທີການແກ້ໄຂບັນຫາຂອງບັນດາກະຊວງ, ອົງການ, ແຂວງ, ນະຄອນຫລວງ ແລະ ຮ່ວມກັນປະກອບຄຳເຫັນຢ່າງກົງໄປກົງມາ ເພື່ອຕີລາຄາ ແລະ ຖອດຖອນບົດຮຽນຈາກການຈັດຕັ້ງປະຕິບັດວຽກງານໃນໄລຍະ ຜ່ານມາ ແລະ ຮ່ວມກັນວາງທິດທາງແຜນການໃນຕໍ່ໜ້າ ເພື່ອເຮັດໃຫ້ວຽກງານການຄຸ້ມຄອງອິນເຕີເນັດພາຍໃນປະເທດ ມີປະສິດທິພາບ ແລະ ປະສິດທິຜົນດີຂຶ້ນກວ່າເກົ່າ.
ໂອກາດນີ້, ສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ໄດ້ມີຄໍາເຫັນຊີ້ນຳຕໍ່ກັບການສະຫລຸບລາຍງານ, ທິດທາງແຜນການ ແລະ ຂໍ້ສະເໜີຕ່າງໆ ໃນການຈັດຕັ້ງປະຕິບັດບັນດາວຽກງານ ໃນຕ່ໍໜ້າໂດຍໄດ້ຕີລາຄາສູງຕ່ໍການຄ້ົນຄວ້າ, ການກຳນົດບັນດາເປົ້າໝາຍທີ່ມີ ຄວາມສຳຄັນ ແລະ ຈຳເປັນທີ່ຈະຕ້ອງຄຸ້ມຄອງ ແລະ ພັດທະນາວຽກງານອິນເຕີເນັດ ຊຶ່ງເປັນວຽກງານຂອງທຸກໆພາກສ່ວນທີ່ຈະຕ້ອງໄດ້ສົມທົບກັນຢ່າງແໜ້ນແຟ້ນ ແລະ ກົມກຽວເພື່ອເຮັດໃຫ້ອິນເຕີເນັດ ແລະ ເຕັກໂນໂລຊີດີຈິຕອນ ສາມາດປະກອບສ່ວນໃນພາລະ ກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ພ້ອມທັງຊຸກຍູ້ການຫັນເປັນດີຈິຕອນຂອງປະເທດເຮົາ.
ຂ່າວ: ອານຸສອນ ສິມວົງສາ
KPL