ຂປລ
ໃນວັນທີ 13 ພະຈິກ 2026 ທີ່ມະນີລາ, ປະເທດຟີລິບປິນ, ທ່ານ ພົງສະຫວັນ ສີສຸລາດ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ນໍາພາຄະນະເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ.
ຂປລ. ໂດຍມີບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ, ຜູ້ຕາງໜ້າ ແລະ ຮອງເລຂາທິການໃຫຍ່ອາຊຽນພ້ອມດ້ວຍຄະນະ. ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນຄັ້ງນີ້, ເພື່ອກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ຈະຈັດຂຶ້ນໃນວັນທີ 15-17 ພະຈິກ 2026 ທີ່ມະນີລາ, ຟີລິບປິນ, ລວມທັງບັນດາເອກະສານຜົນກອງປະຊຸມສຸດຍອດຕ່າງໆທີ່ຈະສະເໜີ ໃຫ້ຜູ້ນໍາພິຈາລະນາຮັບຮອງ ແລະ ຮັບຊາບ. ກອງປະຊຸມໄດ້ຮັບຊາບຄວາມຄືບໜ້າການສ້າງປະຊາຄົມອາຊຽນ ໂດຍສະເພາະການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2045 ແລະ ບັນດາແຜນຍຸດທະສາດຂອງສາມເສົາຄໍ້າປະຊາຄົມ ແລະ ແຜນຍຸດທະສາດການເຊື່ອມຈອດອາຊຽນ. ພ້ອມນີ້, ກອງປະຊຸມໄດ້ປຶກສາຫາລືກ່ຽວກັບການສະເໜີເຂົ້າເປັນພາຄີສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສ່ຽງໃຕ້ ຂອງບັນດາປະເທດນອກພາກພື້ນທີ່ມີຄວາມສົນໃຈຮ່ວມມືກັບອາຊຽນ.
ກອງປະຊຸມຍັງໄດ້ປຶກສາຫາລືກ່ຽວກັບການພົວພັນຮ່ວມມືກັບຄູ່ຮ່ວມມືພາຍນອກຂອງອາຊຽນ ເພື່ອກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນກັບປະເທດຄູ່ເຈລະຈາ ແລະ ບັນດາຄູ່ຮ່ວມມືພາຍນອກຂອງອາຊຽນເປັນຕົ້ນ ສປ ຈີນ, ອົງການສະຫະປະຊາຊາດ, ອົດ ສະຕຣາລີ, ສ ເກົາຫລີ, ຍີ່ປຸ່ນ, ອິນເດຍ, ສ ອາເມລິກາ, ກອງປະຊຸມສຸດຍອດອາຊຽນບວກສາມ ແລະ ກອງປະຊຸມສຸດຍອດອາຊີຕາເວັນອອກ. ພ້ອມນີ້, ກອງປະຊຸມໄດ້ປຶກສາຫາລືກ່ຽວກັບການໝູນວຽນການເປັນປະເທດປະສານງານກັບບັນດາຄູ່ເຈລະຈາຂອງອາຊຽນ ສໍາລັບສົກປີ 2027-2030. ສປປ ລາວ ໃນນາມເປັນປະເທດປະສານງານ ໃຫ້ແກ່ການພົວພັນຮ່ວມມືອາຊຽນ-ການາດາ ສໍາລັບສົກປີ 2024-2027 ກໍໄດ້ລາຍງານໃຫ້ກອງປະຊຸມຮັບຊາບຄວາມຄືບໜ້າການຮ່ວມມື ລະຫວ່າງ ອາຊຽນ- ການາດາ, ລວມທັງການເລີ່ມຕົ້ນກະກຽມກອງປະຊຸມສຸດຍອດສະເຫລີມສະຫລອງຄົບຮອບ 50 ປີ ການພົວພັນອາຊຽນ-ການາດາ ໃນປີ 2027.
KPL