ຫາລືຄວາມພ້ອມຈັດກອງປະຊຸມຄະນະກຳມະການວັດທະນະທຳ ແລະ ຖະແຫລງຂ່າວອາຊຽນ

16/11/2026 10:32
ຂປລ ກອງປະຊຸມລາຍງານການກະກຽມຄວາມພ້ອມ ສຳລັບກອງປະຊຸມຄະນະກຳມະການວັດທະນະທຳ ແລະ ຖະແຫລງຂ່າວອາຊຽນ (COCI) ຄັ້ງທີ 61 ແລະ ບັນດາກອງປະຊຸມປິ່ນອ້ອມທີ່ ສປປ ລາວ ຈະເປັນເຈົ້າພາບຈັດຂຶ້ນຢູ່ເມືອງວັງວຽງ ແຂວງວຽງຈັນ ໃນວັນທີ 22-27 ພະຈິກ 2026.

ຂປລ. ກອງປະຊຸມດັ່ງກ່າວຈັດຂຶ້ນໃນວັນທີ 12 ພະຈິກ 2026 ຢູ່ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ໂດຍການເປັນປະທານຂອງ ທ່ານ ພະຂັນໄຊ ສີຄັນໄຊ ຮອງລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ມີບັນດາຕາງໜ້າແຕ່ລະອະນຸກຳມະການກະກຽມຄວາມພ້ອມໃນດ້ານຕ່າງໆ ເປັນຕົ້ນອະນຸກໍາມະການເນື້ອໃນ, ກອງເລຂາ, ພິທີການ, ສະຖານທີ່, ສິລະປະ, ວາງສະແດງ, ໂຄສະນາ- ຂ່າວສານ ແລະ ອະນຸກຳມະການເສດຖະກິດເຂົ້າຮ່ວມ. 

ໂອກາດດັ່ງກ່າວ, ປະທານກອງປະຊຸມໄດ້ໃຫ້ທິດຊີ້ນໍາແຕ່ລະອະນຸກຳມະການ ເອົາໃຈໃສ່ໃນການປຶກສາຫາລື, ປະສານສົມທົບເຊິ່ງກັນ ແລະ ກັນ ແລະ ກັບພາກສ່ວນກ່ຽວຂ້ອງທັງໃນສູນກາງ ແລະ ແຂວງເຈົ້າພາບ ເພື່ອເຮັດສຳເລັດວຽກງານກະກຽມໃນແຕ່ລະດ້ານ ເຊັ່ນ: ການຮັກສາຄວາມສະຫງົບປອດໄພ, ວຽກງານປະຖົມພະຍາບານສຸກເສີນ, ການຮັບ-ສົ່ງແຂກເຂົ້າຮ່ວມກອງປະຊຸມ, ການກະກຽມຂອງທີ່ລະນຶກ ແລະ ການສະແດງສິລະປະ  ເພື່ອເຮັດໃຫ້ກອງປະຊຸມ COCI ໃນຄັ້ງນີ້ ສຳເລັດຕາມຄາດໝາຍທີ່ວາງໄວ້. 

ທ່ານ ຄຳບູ່ ທະວີໄຊ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື ໃນນາມຫົວໜ້າອະນຸກຳມະການເນື້ອໃນ ແລະ ກອງເລຂາກອງປະຊຸມຄະນະກຳມະການວັດທະນະທຳ ແລະ ຖະແຫລງຂ່າວອາຊຽນ ຄັ້ງທີ 61 ໄດ້ໃຫ້ຮູ້ວ່າ: ກອງປະຊຸມ COCI ຖືເປັນກົນໄກສຳຄັນ ໃນການຊຸກຍູ້ການຮ່ວມມືດ້ານວັດທະນະທຳ ແລະ ຂ່າວສານຂອງບັນດາປະເທດສະມາຊິກອາຊຽນ ໂດຍຜ່ານແຜນການ ແລະ ກິດຈະກຳຕ່າງໆ, ເປັນເວທີທົບທວນການປະຕິບັດໂຄງການທ່ີໄດ້ຮັບທຶນສະໜັບສະໜູນຈາກກອງທຶນວັດທະນະທຳອາຊຽນ. ໃນກອງປະຊຸມ COCI ຄັ້ງທີ 61 ນີ້ ເປັນຄັ້ງທີ 3 ທີ່ ສປປ ລາວ ໄດ້ເປັນເຈົ້າພາບ ໂດຍຄັ້ງທຳອິດຈັດຂຶ້ນໃນປີ 2006 ແລະ ຄັ້ງທີ 2 ປີ 2016. ກອງປະຊຸມ COCI ຄັ້ງ ທີ 61 ນີ້ ຈະມີຜູ້ເຂົ້າຮ່ວມຈາກປະເທດສະມາຊິກອາຊຽນ ແລະ ກອງເລຂາອາຊຽນ ທັງໝົດ 150 ທ່ານ ຕາງໜ້າ ຂອງສຳນັກຂ່າວທີ່ສຳຄັນຂອງອາຊຽນ, ທຸກສິ່ງທີ່ພວກເພິ່ນໄດ້ໄປເຫັນ, ໄປສຳຜັດແມ່ນມັກຈະຖືກໂຄສະນາຊຶ່ງຈະເປັນການຊ່ວຍໂຄສະນາ ສປປ ລາວ ໃຫ້ເປັນທີ່ຮັບຮູ້ຫລາຍຂຶ້ນໃນພາກພື້ນກໍຄືສາກົນ.

KPL

ຂ່າວອື່ນໆ

ads
ads

Top