ຂປລ
ໃນວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ (ນວ) ຊຸດທີ V ໃນວັນທີ12 ພະຈິກ 2026 ນີ້,
ຂປລ. ທ່ານ ບຸນຍະວັດ ນີຣະໄຊຍ໌ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫລວງວຽງຈັນ ໄດ້ຂຶ້ນສະເໜີຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ ແລະ ການພັດທະນາສະຖານທີ່ຈອດລົດໃນຕົວເມືອງ ນວ, ຫລັງຈາກນັ້ນ ບັນດາສະມາຊິກສະພາປະຊາຊົນ ນວ ໄດ້ສຸມໃສ່ປະກອບຄຳເຫັນໃສ່ຮ່າງຂໍ້ຕົກລົງດັ່ງກ່າວ ຊຶ່ງໂດຍລວມແລ້ວແມ່ນເຫັນດີເປັນເອກະພາບຕໍ່ໂຄງສ້າງ ແລະ ເນື້ອໃນ, ແຕ່ຍັງມີສະມາຊິກສະພາປະຊາຊົນ ນວ ບາງເຂດເລືອກຕັ້ງ ສະເໜີໃຫ້ປັບປຸງບາງເນື້ອໃນຢູ່ບາງໝວດ, ບາງມາດຕາ. ຫລັງຈາກນັ້ນ, ກໍໄດ້ພ້ອມກັນລົງຄະແນນສຽງ ຮັບຮອງເອົາຂໍ້ຕົກລົງສະບັບດັ່ງກ່າວດ້ວຍຄະແນນສຽງເຫັນດີເປັນສ່ວນຫລາຍ. ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ ແລະ ການພັດທະນາສະຖານທີ່ຈອດລົດ ໃນຕົວເມືອງ ນວ ປະກອບມີ 11 ໝວດ 45 ມາດຕາ ໂດຍໄດ້ກໍານົດຫລັກການ, ລະບຽບການ, ມາດຕະການກ່ຽວກັບການຄຸ້ມຄອງ, ການພັດທະນາ ແລະ ການບໍລິການສະຖານທີ່ຈອດລົດແບບລວມສູນ ແລະ ທັນສະໄໝ ໃນນະຄອນຫລວງວຽງຈັນ. ຂໍ້ຕົກລົງສະບັບນີ້, ສ້າງຂຶ້ນແນໃສ່ແກ້ໄຂບັນຫາການຈອດລົດບໍ່ຖືກລະບຽບ, ຫລຸດຜ່ອນຄວາມແອອັດ ແລະ ອຸບັດເຫດຕາມທ້ອງຖະໜົນ, ສົ່ງເສີມການມີສ່ວນຮ່ວມຂອງສັງຄົມ ໃນການພັດທະນາພື້ນຖານໂຄງລ່າງສະຖານທີ່ຈອດລົດ ສ້າງເປັນແຫລ່ງລາຍຮັບມອບເຂົ້າງົບປະມານແຫ່ງລັດ ເພື່ອໃຊ້ເຂົ້າໃນການບຳລຸງຮັກສາລະບົບຂົນສົ່ງສາທາລະນະ, ການບໍລິການລົດເມດ່ວນ, ການປະດັບປະດາ, ອະນາໄມ ແລະ ການບໍລິການຕົວເມືອງ ເພື່ອປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ຂອງນະຄອນຫລວງວຽງຈັນ ໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ.
ການຄຸ້ມຄອງສະຖານທີ່ຈອດລົດແມ່ນການຄຸ້ມຄອງບໍລິຫານຢ່າງເປັນລະບົບຕໍ່ກັບສະຖານທີ່ຈອດລົດ ເພື່ອຮັບປະກັນໃຫ້ແກ່ການບໍລິການ, ບໍລິຫານ ແລະ ນໍາໃຊ້ສະຖານທີ່ຈອດລົດໃຫ້ເປັນໄປຕາມລະບຽບ ແລະ ມາດຕະຖານເຕັກນິກທີ່ກຳນົດໄວ້ ແລະ ສອດຄອງກັບແຜນຜັງພັດທະນາພື້ນຖານໂຄງລ່າງຕົວເມືອງ. ໃນຂະນະທີ່ການພັດທະນາສະຖານທີ່ຈອດລົດ ແມ່ນການປັບປຸງ, ຂະຫຍາຍ, ຍົກລະດັບມາດຕະຖານເຕັກນິກ, ພັດທະນາພື້ນຖານໂຄງລ່າງ ແລະ ການບໍລິການສະຖານທີ່ຈອດລົດ ໂດຍການນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ ເພື່ອເພີ່ມປະສິດທິພາບໃນການບໍລິການ.
ຂ່າວ: ທະນູທອງ; ພາບ: ວາລະສານ ນວ
KPL