ຂປລ
ທ່ານ ໂຕເລີມ, ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ກອມມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ແລະ ພັນລະຍາ ພ້ອມດ້ວຍ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກ ຮ່າໂນ້ຍ ເລີ່ມຕົ້ນ ການ ຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ ລະຫວ່າງ ວັນທີ 08-11 ພະຈິກນີ້ ຕາມຄຳເຊີນ ຂອງລັດຖະບານ ຍີ່ປຸ່ນ.

ຂປລ.ວິທະຍຸກະຈ່າຍສຽງ ຫວຽດນາມ, ທ່ານ ໂຕເລີມ, ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ກອມມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ແລະ ພັນລະຍາ ພ້ອມດ້ວຍ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກ ຮ່າໂນ້ຍ ເລີ່ມຕົ້ນ ການຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ ລະຫວ່າງ ວັນທີ 08-11 ພະຈິກນີ້ ຕາມຄຳເຊີນ ຂອງລັດຖະບານ ຍີ່ປຸ່ນ.ການຢ້ຽມຢາມ ດຳເນີນໄປ ໃນຈຸດເວລາທີ່ ທັງສອງປະເທດ ພວມຢືນຢູ່ ບັນດາຄວາມຮຽກຮ້ອງ ພັດທະນາໃໝ່. ຫວຽດນາມ ພວມຍູ້ແຮງ ການຫັນ ເປັນອຸດສາຫະກຳ, ທັນສະໄໝ, ມຸ່ງໄປສູ່ສອງເປົ້າໝາຍ ພັດທະນາ 100 ປີໃນປີ 2030 ແລະ 2045. ຍີ່ປຸ່ນ ກໍ່ພວມ ຊຸກຍູ້ບັນດາກຳລັງໜູນເຕີບໂຕໃໝ່, ຕິດພັນການພັດທະນາເສດຖະກິດກັບວິທະຍາສາດ-ເຕັກໂນໂລຊີ, ຍົກສູງກຳລັງແຮງ ແຫ່ງຊາດ ແລະ ຟື້ນຟູທີ່ຕັ້ງນຳໜ້າ ໃນບັນດາຂົງເຂດ ເສດຖະກິດ, ເຕັກໂນໂລຊີ ຫລັກແຫລ່ງ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL