ຂປລ
ເນື່ອງຈາກ ປະຊາຊົນ ຜູ້ມີສິດເລືອກຕັ້ງໃນ ສ.ອາເມລິກາ ມີປະຕິກິລິຍາ ຮຸນແຮງຕໍ່ ຄ່າຄອງຊີບ ແລະໄພເງິນເຟີ້ ທີ່ສູງຂຶ້ນ, ໄປຄຽງຄູ່ກັບ ພັກເດໂມແຄຣັດ ໄດ້ຮັບໄຊຊະນະ ຢ່າງຖ້ວມທົ້ນ ໃນການເລືອກຕັ້ງກາງສະໄໝ ຂອງສະຫະລັດ ອາເມລິກາ, ສະມາຊິກລັດຖະສະພາ ທີ່ຂຶ້ນກັບ ພັກເດໂມແຄຣັດ

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ເນື່ອງຈາກ ປະຊາຊົນ ຜູ້ມີສິດເລືອກຕັ້ງໃນ ສ.ອາເມລິກາ ມີປະຕິກິລິຍາ ຮຸນແຮງຕໍ່ ຄ່າຄອງຊີບ ແລະໄພເງິນເຟີ້ ທີ່ສູງຂຶ້ນ, ໄປຄຽງຄູ່ກັບ ພັກເດໂມແຄຣັດ ໄດ້ຮັບໄຊຊະນະ ຢ່າງຖ້ວມທົ້ນ ໃນການເລືອກຕັ້ງກາງສະໄໝ ຂອງສະຫະລັດ ອາເມລິກາ, ສະມາຊິກລັດຖະສະພາ ທີ່ຂຶ້ນກັບ ພັກເດໂມແຄຣັດ ຫລາຍຄົນ ຢືນຢັນວ່າ: ຈະສຸມໃສ່ ຊຸກຍູ້ການຍົກເລີກ ນະໂຍບາຍພາສີ ທີ່ບໍ່ສົມເຫດສົມຜົນ ທີ່ປະຕິບັດ ໃນປັດຈຸບັນ. ຄຽງຄູ່ກັບ ການເລືອກຕັ້ງກາງສະໄໝ ຂອງ ສະຫະລັດ ອາເມລິກາ ໄດ້ສິ້ນສຸດລົງ, ແຕ່ວັນທີ 5-6 ພະຈິກນີ້, ພັກເດໂມແຄຣັດ ຂອງ ສະຫະລັດ ອາເມລິກາ ໄດ້ເປີດເຜີຍວຽກງານຈຸດສຸມ ຂອງລັດຖະສະພາຊຸດໃໝ່ ຕາມລຳດັບ, ນັບແຕ່ ງົບປະມານ ຂອງລັດຖະບານ, ການຕິດຕາມຄຸ້ມຄອງ ປັນຍາປະດິດ ຕະຫຼອດຮອດນະໂຍບາຍ ພາສີ ແລະ ການຄ້າ, ຄວາມຂັດແຍ້ງກັນ ລະຫວ່າງ ສອງພັກຂອງ ສະຫະລັດ ອາເມລິກາ ໃນຫລາຍຂົງເຂດ ໄດ້ຖືກເຜີຍແຜ່ອອກ ເທື່ອລະໜ້ອຍ, ການຄາດຄະເນການປັບປຸງນະໂຍບາຍທີ່ເກີດຈາກການປ່ຽນແປງ ດ້ານສະພາບອຳນາດ ໃນລັດຖະສະພາ ເລີ່ມປາກົດອອກ ຢ່າງເດັ່ນຊັດ. ນັກວິເຄາະເຫັນວ່າ: ພາຍຫລັງ ໄດ້ຮັບຄະແນນສຽງອຳນາດ ສ່ວນໃຫຍ່ ໃນສະພາສູງ ແລະ ສະພາຕ່ຳແລ້ວ, ພັກເດໂມແຄຣັດ ອາດຈະຜ່ານຈາກຄະນະກຳມະການ ທີ່ກ່ຽວນຂ້ອງ ເພື່ອເພີ່ມທະວີ ການຕິດຕາມກວດກາ ນະໂຍບາຍພາສີ ພ້ອມທັງ ຊຸກຍູ້ການຍົກເລີກພາສີ ສ່ວນໜຶ່ງ ລວມທັງ ການສ້າງກົດໝາຍກ່ຽວກັບ ການມອບສິດ ທີ່ກ່ຽວຂ້ອງ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL