ຂປລ
ກອງປະຊຸມສຸດຍອດ ສື່ມວນຊົນໂລກ ຄັ້ງທີ 7 ໄດ້ໄຂຂຶ້ນຢູ່ນະຄອນຫລວງປັກກິ່ງຂອງ ສປ ຈີນ. ທ່ານ ຫລີຊູ່ເຫລີຍ ກຳມະການກົມການເມືອງສູນກາງພັກ ກອມມູນິດຈີນ, ຫົວໜ້າຄະນະໂຄສະນາອົບຮົມ ສູນກາງພັກກອມມູນິດຈີນ ໄດ້ເຂົ້າຮ່ວມ

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 7 ພະຈິກນີ້, ກອງປະຊຸມສຸດຍອດ ສື່ມວນຊົນໂລກ ຄັ້ງທີ 7 ໄດ້ໄຂຂຶ້ນຢູ່ນະຄອນຫລວງປັກກິ່ງຂອງ ສປ ຈີນ. ທ່ານ ຫລີຊູ່ເຫລີຍ ກຳມະການກົມການເມືອງສູນກາງພັກ ກອມມູນິດຈີນ, ຫົວໜ້າຄະນະໂຄສະນາອົບຮົມ ສູນກາງພັກກອມມູນິດຈີນ ໄດ້ເຂົ້າຮ່ວມ. ກອງປະຊຸມສຸດຍອດ ສື່ມວນຊົນໂລກ ຄັ້ງນີ້ ຈັດຂຶ້ນລະຫວ່າງ ວັນທີ 5 ຫາ 9 ພະຈິກນີ້ ຢູ່ນະຄອນຫລວງປັກກິ່ງ, ພາຍໃຕ້ຫົວຂໍ້ “ພາລະໜ້າທີ່ ແລະ ການຮ່ວມມື ຂອງສື່ມວນຊົນ ໃນທ່າມກາງການຫັນປ່ຽນໄປສູ່ ອັດສະລິຍະ”, ໂດຍມີຜູ້ຕາງໜ້າ ເກືອບ 500 ຄົນ ຈາກສື່ຫລັກ, ຄັງປັນຍາ, ພາກສ່ວນລັດຖະບານ, ອົງການສະຫະປະຊາຊາດ ແລະ ອົງການຈັດຕັ້ງສາກົນອື່ນໆ ເກືອບ 330 ແຫ່ງທີ່ມາຈາກ 112 ປະເທດ ແລະ ເຂດແຄວ້ນທົ່ວໂລກ ເຂົ້າຮ່ວມ. ບັນດາແຂກຜູ້ເຂົ້າຮ່ວມໄດ້ລົງເລິກ ປຶກສາຫາລື ຫົວຂໍ້ຕ່າງໆ ເຊັ່ນ: ສື່ມວນຊົນ ຈະປັບຕົວເຂົ້າກັບ ການປ່ຽນແປງ ອັນເລິກເຊິ່ງຂອງສະພາບແວດລ້ອມ ທາງຫາງສຽງ, ຊຸກຍູ້ການຫັນປ່ຽນ ແລະ ການພັດທະນາ ຂອງສື່ມວນຊົນໂລກ ໄດ້ຄືແນວໃດ ແລະ ຈະເສີມຂະຫຍາຍ ທ່າແຮງສະເພາະ ຂອງສື່ມວນຊົນ ເພື່ອປັບປຸງການຄຸ້ມຄອງ ປັນຍາປະດິດທົ່ວໂລກໃຫ້ດີຂຶ້ນ ຢ່າງຕໍ່ເນື່ອງໄດ້ຄືແນວໃດ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL