ຂປລ
ໃນຕອນເຊົ້າຂອງວັນທີ 4 ພະຈິກ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນເອກ ແຢ ວິນ ອູ ຜູ້ບັນຊາການທະຫານສູງສຸດ ແຫ່ງ ສສ ມຽນມາ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 3-6 ພະຈິກ 2026.
ຂປລ. ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງ ທ່ານ ພົນເອກ ແຢ ວິນ ອູ ພ້ອມຄະນະ ຊຶ່ງເປັນການຮັດແໜ້ນສາຍພົວພັນມິດ ຕະພາບຖານບ້ານໃກ້ເຮືອນຄຽງທີ່ດີ ແລະ ເສີມຂະຫຍາຍການພົວພັນຮ່ວມມືຂອງສອງຊາດ, ສອງກອງທັບ ລາວ-ມຽນມາ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຍິ່ງໆຂຶ້ນ, ທັງສະແດງຄວາມຍິນດີ ແລະ ຊົມເຊີຍຕໍ່ ທ່ານ ພົນເອກ ແຢ ວິນ ອູ ທີ່ໄດ້ຮັບຕໍາແໜ່ງເປັນຜູ້ບັນຊາການທະຫານສູງສຸດຄົນໃໝ່ ແຫ່ງ ສສ ມຽນມາ ແລະ ສະເໜີໃຫ້ສອງກອງທັບລາວ- ມຽນມາ ສືບຕໍ່ປະສານສົມທົບກັນເພື່ອສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ ເປັນຕົ້ນການລັກລອບເຂົ້າເມືອງຜິດກົດໝາຍ, ອາຊະຍາກໍາຂ້າມຊາດ, ອາຊະຍາກໍາທາງໂທລະ ຄົມມະນາຄົມ, ການຄ້າຂາຍເຖ່ືອນ, ການຂົນສົ່ງຢາເສບຕິດ, ລວມທັງການນຳໃຊ້ແຮງງານທີ່ບໍ່ຖືກຕ້ອງຕາມບໍລິເວນຊາຍແດນ ລາວ-ມຽນ ມາໂດຍຜ່ານກົນໄກທີ່ສອງຝ່າຍມີຮ່ວມກັນໃຫ້ໄດ້ຮັບຜົນດີ.
ທ່ານ ພົນເອກ ແຢ ວິນ ອູ ໄດ້ສະແດງຄວາມຂອບໃຈຕໍ່ທ່ານນາຍົກລັດຖະມົນຕີ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ສະໜັບສະໜູນຊ່ວຍເຫລືອ ສສ ມຽນມາ ຕະຫລອດໄລຍະຜ່ານມາ, ພ້ອມທັງສະເໜີຝ່າຍ ສປປ ລາວ ສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫລືອ ສສ ມຽນມາ ໃນເວທີພາກພື້ນ ແລະ ສາກົນ ກໍຄືຂອບການຮ່ວມມືສອງຝ່າຍ ແລະ ຫລາຍຝ່າຍ.
ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.
KPL