ປະກາດຄະນະບໍລິຫານງານຄະນະກຳມະການໂອລິມປິກແຫ່ງຊາດລາວ ຊຸດທີ IX

04/11/2026 12:10
ຂປລ ພິທີປະກາດຄະນະບໍລິຫານງານ ຄະນະກຳມະການໂອແລມປິກແຫ່ງຊາດລາວ ຊຸດທີ IX ຈັດຂຶ້ນໃນ ວັນທີ 30 ຕຸລາ 2026 ຜ່ານມາ, ຢุ่ນະຄອນ ຫລວງວຽງຈັນ ໂດຍ ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ຖືກແຕ່ງຕັ້ງເປັນປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ ຊຸດທີ IX .

     ຂປລ. ໂດຍມີອະດີດປະທານ, ຮອງປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ, ຄະນະບໍລິຫານງານຄະນະກຳມະການໂອແລມປິກແຫ່ງຊາດລາວ ເຂົ້າຮ່ວມ. ໂອກາດນີ້ ທ່ານ ທອງສະລິດ ມັງໜໍ່ເມກ ໄດ້ຂຶ້ນກ່າວຮັບໜ້າທີ່ ໂດຍໄດ້ສະແດງຄວາມຊົມເຊີຍຕໍ່ຄະນະບໍລິຫານງານ ຄະນະກຳມະການໂອແລມປິກແຫ່ງຊາດລາວຊຸດທີ່ຜ່ານມາທີ່ໄດ້ສ້າງຜົນງານຢ່າງຫລວງຫລາຍ ປະກອບສ່ວນໃຫ້ແກ່ປະເທດຊາດ ໂດຍສະເພາະແມ່ນການພັດທະນາກິລາລາວ ກ້າວສູ່ອະນຸພາກພື້ນ ແລະ ສາກົນ. ພ້ອມທັງຢືນຍັນວ່າ ຈະພ້ອມກັບໝູ່ຄະນະສືບຕໍ່ຍົກລະດັບ ແລະ ພັດທະນາວົງການກິລາລາວໃຫ້ກ້າວໜ້າ, ສາມາດເຂົ້າຮ່ວມແຂ່ງຂັນໃນລະດັບອະນຸພາກພື້ນ, ພາກພື້ນ ແລະ ສາກົນ, ພ້ອມທັງສ້າງຊື່ສຽງ ແລະ ກຽດສັກສີໃຫ້ແກ່ປະເທດຊາດ, ສຸມທຸກຄວາມສາມາດ, ເຫື່ອແຮງ, ສະຕິປັນຍາເພື່ອປະຕິບັດໜ້າທີ່, ພາລະກິດຂອງຂະບວນການກິລາໂອແລມປິກ ຕາມທຳມະນູນ, ແຜນການ ແລະ ເປົ້າໝາຍທີ່ວາງໄວ້ຮອດປີ 2030, ພ້ອມທັງຈະສືບຕໍ່ປະຕິບັດໜ້າທີ່ ເປັນຄະນະບໍລິຫານງານຄະນະກຳມະການໂອແລມປິກແຫ່ງຊາດລາວ ຊຸດທີ IX ທີ່ດີ, ພ້ອມກັນສູ້ຊົນ ແລະ ຜ່ານຜ່າ ບັນດາອຸປະສັກ, ສິ່ງທ້າທາຍ ແລະ ສິ່ງກີດຂວາງຕ່າງໆໃນປັດຈຸບັນ ເພື່ອສ້າງຜົນງານໃຫ້ໄດ້ຕາມເປົ້າໝາຍທີ່ວາງໄວ້.

    ຄະນະກຳມະການໂອແລມປິກແຫ່ງຊາດລາວ ເປັນອົງການກິລາທີ່ມີບົດບາດສໍາຄັນ ໃນການປະສານງານ, ສົ່ງເສີມ ແລະ ເຜີຍແຜ່ອຸດົມການໂອແລມປິກ, ສ້າງໂອກາດໃຫ້ນັກກິລາລາວໄດ້ພັດທະນາຄວາມສາມາດ ແລະ ມີໂອກາດເຂົ້າຮ່ວມການແຂ່ງຂັນໃນລະດັບອະນຸພາກພື້ນ, ພາກພື້ນ ແລະ ສາກົນ, ພ້ອມທັງປະກອບສ່ວນຍົກສູງບົດບາດ ແລະ ຊື່ສຽງຂອງປະເທດລາວໃນເວທີສາກົນ. 

ຂ່າວ: ທະນູທອງ; ພາບ: ໜັງສືພິມປະຊາຊົນ

KPL

ຂ່າວອື່ນໆ

    • ເຜີຍແຜ່ມະຕິກອງປະຊຸມຄົຍຄະນະສະໄໝວິສາມັນ ຄັ້ງທີ 1 ຂອງຄະນະບໍລິຫານງານສູນກາງພັກການເມືອງ

      ເຜີຍແຜ່ມະຕິກອງປະຊຸມຄົຍຄະນະສະໄໝວິສາມັນ ຄັ້ງທີ 1 ຂອງຄະນະບໍລິຫານງານສູນກາງພັກ

      11/4/2026 11:43:10 AM

      ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຈັດຕັ້ງເຜີຍແຜ່, ເຊື່ອມຊຶມມະຕິກອງປະຊຸມຄົບຄະນະສະໄໝວິສາມັນ ຄັ້ງທີ 1 ຂອງຄະນະບໍລິ ຫານງານສູນກາງພັກ ສະໄໝທີ XII ໃນວັນທີ 3 ພະຈິກ 2026, ໃຫ້ກຽດເຜີຍແຜ່ຂອງ ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ, ຫົວໜ້າ ຄອສພ, ມີບັນດາຮອງຫົວໜ້າ ຄອສພ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກອ້ອມຂ້າງ ຄອສພ ເຂົ້າຮ່ວມ.

    • ປະທານສະພາແຫ່ງຊດ ຢ້ໜມຢາມ ສສ ຫວຽດນາມ ຢ່າງເປັນທາງການການເມືອງ

      ປະທານສະພາແຫ່ງຊດ ຢ້ໜມຢາມ ສສ ຫວຽດນາມ ຢ່າງເປັນທາງການ

      11/4/2026 11:35:04 AM

      ຕອນແລງວັນທີ 2 ພະຈິກ 2026, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ພ້ອມພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງສະພາ ແຫ່ງຊາດ ແຫ່ງ ສປປ ລາວ ໄດ້ເດີນທາງເຖິງສະໜາມບິນສາກົນໂນ້ຍບາຍ ນະຄອນຫລວງຮ່າໂນ້ຍເພື່ອຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການຕາມຄຳເຊີນຂອງສະຫາຍ ເຈິນ ແທັງ ເໝິນ ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ແຕ່ວັນທີ 2-5 ພະຈິກ 2026.

    • ລະດົມຄວາມເຫັນໃສ່ຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດ ແລະ ຮ່າງຂໍ້ຕົກລົງຂອງ ຫສຊການເມືອງ

      ລະດົມຄວາມເຫັນໃສ່ຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດ ແລະ ຮ່າງຂໍ້ຕົກລົງຂອງ ຫສຊ

      10/30/2026 9:11:15 AM

      ກອງປະຊຸມລະດົມຄວາມເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ແລະ ຮ່າງຂໍ້ຕົກລົງຂອງຫ້ອງວ່າການສະພາແຫ່ງຊາດ (ຫສຊ) ຈັດຂຶ້ນໃນວັນທີ 28-30 ຕຸລາ 2026 ຢູ່ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ບຸນຈັນ ສີວົງພັນ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ມີຮອງປະທານກຳມາທິການ, ຫົວໜ້າ-ຮອງຫົວໜ້າກົມ ພ້ອມດ້ວຍຄະນະພະແນກ ແລະ ພະນັກງານກ່ຽວຂ້ອງພາຍໃນ ສພຊ ເຂົ້າຮ່ວມ.

    • ອົງຄະນະພັກ ນວ ຕີລາຄາການນຳພາ-ຊີ້ນຳວຽກງານຮອບດ້ານການເມືອງ

      ອົງຄະນະພັກ ນວ ຕີລາຄາການນຳພາ-ຊີ້ນຳວຽກງານຮອບດ້ານ

      10/30/2026 9:02:00 AM

      ກອງປະຊຸມຄົບຄະນະບໍລິຫານງານພັກ ນະຄອນຫຼວງວຽງຈັນ (ນວ) ຄັ້ງທີ 4 ສະໄໝທີ VIII ຈັດຂຶ້ນໃນວັນທີ 28-29 ຕຸລາ 2026 ໂດຍການເປັນປະທານຂອງ ສະຫາຍ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ, ມີຮອງເລຂາຄະນະບໍລິຫານງານພັກ, ກຳມະການປະຈຳພັກ, ກຳມະການພັກ ນະຄອນຫຼວງວຽງຈັນ, ພ້ອມດ້ວຍເລຂາຄະນະພັກຮາກຖານອ້ອມຂ້າງນະຄອນຫຼວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ຮອງນາຍົກລັດຖະມົນຕີ ຕ້ອນຮັບທູດແຫ່ງ ລາຊະອານາຈັກຊູແອດ ປະຈຳລາວການເມືອງ

      ຮອງນາຍົກລັດຖະມົນຕີ ຕ້ອນຮັບທູດແຫ່ງ ລາຊະອານາຈັກຊູແອດ ປະຈຳລາວ

      10/29/2026 10:32:23 AM

      ໃນວັນທີ 26 ຕຸລາ 2026, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ນາງ ແອນນາ ຮາມມາແກຣນ (Anna Hammargren) ເອກອັກຄະລາຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ລາຊະອານາຈັກ ຊູແອດ ປະຈຳ ສປປ ລາວ, ມີສຳນັກງານການທູດຕັ້ງຢູ່ນະຄອນຫລວງບາງກອກ ລາຊະອານາຈັກໄທ.

ads
ads

Top