ຂປລ
ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ ກ່າວວ່າ: ຂໍພຽງແຕ່ການເຈລະຈາ ກ່ຽວກັບ ແຜນການນິວເຄລຍ ຂອງອີຣານ ແລະ ການເປີດ ຊ່ອງແຄບ ຮໍມຸສ ຄືນໃໝ່ ມີຄວາມຄືບໜ້າ, ຄວາມເປັນໄປໄດ້ທີ່ ສ.ອາເມລິກາ ຈະໂຈມຕີ ອີຣານ ທາງທະຫານອີກຄັ້ງ ກໍຈະ"ຕ່ຳຫລາຍ".

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 8 ພະຈິກນີ້ ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ ກ່າວວ່າ: ຂໍພຽງແຕ່ການເຈລະຈາ ກ່ຽວກັບ ແຜນການນິວເຄລຍ ຂອງອີຣານ ແລະ ການເປີດ ຊ່ອງແຄບ ຮໍມຸສ ຄືນໃໝ່ ມີຄວາມຄືບໜ້າ, ຄວາມເປັນໄປໄດ້ທີ່ ສ.ອາເມລິກາ ຈະໂຈມຕີອີຣານທາງທະຫານອີກຄັ້ງ ກໍຈະ"ຕ່ຳຫລາຍ". ທ່ານ ໂດນັນ ທຣຳ ກ່າວວ່າ: ຈຸດສຳຄັນ ແມ່ນຢູ່ທີ່ ອີຣານ ຈະເຊັນ "ສັນຍາ ທີ່ມີພະລັງຫລາຍ" ຫລື ບໍ່, ແຕ່ຖ້າຈຳເປັນ, ອາເມລິກາ ກໍອາດຈະໃຊ້ກຳລັງ ການທະຫານ. ສ.ອາເມລິກາ ໄດ້ກຳນົດເປົ້າໝາຍ ພາຍໃນ ອີຣານ ເຊັ່ນ: ໂຮງງານຜະລິດໄຟຟ້າ ແລະ ຂົວເປັນຕົ້ນ, ໂດຍມີຂົວ 38 ແຫ່ງ ທີ່ສາມາດທຳລາຍ ໄດ້ພາຍໃນໜຶ່ງຊົ່ວໂມງ, ແຕ່ການກໍ່ສ້າງຄືນໃໝ່ ອາດຈະຕ້ອງໃຊ້ເວລາ 10 ປີ. ນັບແຕ່ ສ.ອາເມລິກາ ແລະ ອິດສະຣາແອນ ຮ່ວມກັນ ປະຕິບັດການທາງທະຫານ ຂະໜາດ ໃຫຍ່ ຕໍ່ອີຣານ ໃນວັນທີ 28 ກຸມພາ ເປັນຕົ້ນມາ, ທ່ານ ໂດນັນ ທຣຳ ໄດ້ອອກຖ້ອຍ ຄວາມກ່ຽວກັບ ການຍຸດຕິສົງຄາມ ທີ່ມີຄວາມຂັດແຍ້ງກັນຫລາຍຄັ້ງ, ປັດຈຸບັນ ສ.ອາເມລິກາ ແລະ ອີຣານ ຍັງຢູ່ໃນ ສະພາບ ບໍ່ໄປບໍ່ມາ, ຄວາມຄືບໜ້າ ດ້ານການທູດໜ້ອຍທີ່ສຸດ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL