ເຜີຍແຜ່ມະຕິກອງປະຊຸມຄົຍຄະນະສະໄໝວິສາມັນ ຄັ້ງທີ 1 ຂອງຄະນະບໍລິຫານງານສູນກາງພັກ

04/11/2026 11:43
ຂປລ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຈັດຕັ້ງເຜີຍແຜ່, ເຊື່ອມຊຶມມະຕິກອງປະຊຸມຄົບຄະນະສະໄໝວິສາມັນ ຄັ້ງທີ 1 ຂອງຄະນະບໍລິ ຫານງານສູນກາງພັກ ສະໄໝທີ XII ໃນວັນທີ 3 ພະຈິກ 2026, ໃຫ້ກຽດເຜີຍແຜ່ຂອງ ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ, ຫົວໜ້າ ຄອສພ, ມີບັນດາຮອງຫົວໜ້າ ຄອສພ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກອ້ອມຂ້າງ ຄອສພ ເຂົ້າຮ່ວມ.

       ຂປລ. ສະຫາຍ ຄຳພັນ ເຜີຍຍະວົງ ໄດ້ຍົກໃຫ້ເຫັນຜົນສຳເລັດຂອງກອງປະຊຸມຄົບຄະນະສະໄໝວິສາມັນ ຄັ້ງທີ 1 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII, ພ້ອມທັງຍົກໃຫ້ເຫັນບາງເນື້ອໃນສຳຄັນ ຂອງຮ່າງມະຕິວ່າດ້ວຍການສ້າງທ່າສະໜາມປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ຕິດພັນກັບການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ; ຮ່າງມະຕິວ່າດ້ວຍການຊຸກຍູ້, ສ່ົງເສີມ ແລະ ພັດທະນາບັນດາພາກສ່ວນເສດຖະກິດ ຕາມທິດສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ແລະ ຮ່າງມະຕິວ່າດ້ວຍການພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບ ຕອບສະໜອງການພັດທະນາໃນເງື່ອນໄຂໃໝ່. ໃນນັ້ນ, ຮ່າງມະຕິວ່າດ້ວຍການສ້າງທ່າສະໜາມປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ກອງປະຊຸມເນັ້ນວ່າການສ້າງທ່າສະໜາມປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ຕ້ອງຕິດພັນກັບການພັດທະນາຊົນນະບົດ ແລະ ການແກ້ໄຂຄວາມທຸກຍາກ, ຖືປະຊາຊົນເປັນກົກ ແລະ ຖືການພັດທະນາເປັນພື້ນຖານຄ້ຳປະກັນຄວາມໝັ້ນຄົງ.

    ພ້ອມກັນນັ້ນ, ໃຫ້ເສີມສ້າງກຳລັງ ປກຊ-ປກສ ໃຫ້ເຂັ້ມແຂງ, ພັດທະນາຊົນນະບົດ, ຫລຸດຜ່ອນຄວາມແຕກໂຕນລະຫວ່າງຕົວເມືອງກັບຊົນນະບົດ ແລະ ປຸກລະດົມປະຊາຊົນໃຫ້ເຂົ້າຮ່ວມສ້າງຄວາມສະຫງົບ ແລະ ຄວາມໝັ້ນຄົງຈາກຮາກຖານ. ສ່ວນຮ່າງມະຕິວ່າດ້ວຍການຊຸກຍູ້, ສ່ົງເສີມ ແລະ ພັດທະນາບັນດາພາກສ່ວນເສດຖະກິດ ໄດ້ຕີລາຄາວ່າ ບັນດາພາກສ່ວນເສດຖະກິດເປັນອົງປະກອບສຳຄັນຂອງເສດຖະກິດແຫ່ງຊາດ, ແຕ່ຍັງຈຳເປັນຕ້ອງປັບປຸງການຄຸ້ມຄອງ, ສົ່ງເສີມ ແລະ ພັດທະນາຫົວໜ່ວຍທຸລະກິດໃຫ້ມີປະສິດທິຜົນ, ໂປ່ງໃສ, ຖືກຕ້ອງຕາມກົດໝາຍ ແລະ ສາມາດແຂ່ງຂັນໄດ້. ເປົ້າໝາຍແມ່ນສ້າງພື້ນຖານເສດຖະກິດໃຫ້ສາມາດເພິ່ງຕົນເອງ, ຢືນໄດ້ດ້ວຍລຳແຂ່ງຂອງຕົນ ແລະ ເຊື່ອມໂຍງກັບເສດຖະກິດພາກພື້ນ-ສາກົນຢ່າງເປັນເຈົ້າການ. ສຳລັບຮ່າງມະຕິວ່າດ້ວຍການພັດທະນາຊັບພະຍາກອນມະນຸດ ກອງປະຊຸມໄດ້ໃຫ້ທິດຊີ້ນໍາ ເພື່ອກຳນົດທິດທາງ ແລະ ວຽກງານຈຸດສຸມໃນຕໍ່ໜ້າ ໃຫ້ຈະແຈ້ງຂຶ້ນຕື່ມ ໂດຍເລັ່ງໃສ່ພັດທະນາຊັບພະຍາກອນມະນຸດ ທັງຢູ່ພາຍໃນ ແລະ ຕ່າງປະເທດ ໃຫ້ມີລະດັບການສຶກສາ, ມີຄຸນສົມບັດສິນທໍາປະຕິວັດ, ຄວາມຮູ້ຄວາມສາມາດ, ສີມືແຮງງານ ແລະ ວິຊາສະເພາະທີ່ມີຄວາມສາມາດແຂ່ງຂັນສູງ, ຮັບປະກັນຄຸນນະພາບ ແລະ ປະລິມານໃຫ້ດຸນດ່ຽງກັບຄວາມຮຽກຮ້ອງຕ້ອງການຂອງການພັດທະນາ; ສ້າງຄວາມເຂັ້ມແຂງໃຫ້ຄົນລາວທາງດ້ານຮ່າງກາຍ, ຈິດໃຈ ແລະ ສະຕິປັນຍາ, ມີຄວາມເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ; ເສີມຂະຫຍາຍ, ຕໍ່ຍອດພູມປັນຍາ, ວັດທະນະທໍາທີ່ເປັນເອກະລັກ, ເປັນມູນເຊື້ອ ແລະ ກ້າວໜ້າຂອງຄົນລາວໃຫ້ຍືນຍົງ ແລະ ຊົງຄຸນຄ່າຄຽງຄູກັບຍຸກສະໄໝ.

   ການຈັດຕັ້ງເຜີຍແຜ່ໃນຄັ້ງນີ້, ແນໃສ່ໃຫ້ບັນດາຜູ້ເຂົ້າຮ່ວມຮັບຮູ້, ເຂົ້າໃຈເລິກເຊິ່ງເນື້ອໃນສຳຄັນຂອງມະຕິ, ກຳແໜ້ນເປົ້າໝາຍ, ໜ້າທີ່ ແລະ ທິດທາງການຜັນຂະຫຍາຍ, ພ້ອມທັງນຳໄປເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດໃນພາກສ່ວນຂອງຕົນໃຫ້ເກີດຜົນເປັນ ຮູບປະທຳ.

   ໃນໂອກາດດຽວກັນນ້ີ, ຍັງໄດ້ປະກາດການຈັດຕັ້ງຂັ້ນຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໂດຍໄດ້ແຕ່ງຕັ້ງ ທ່ານ ຄຳກອງ ທຳມະເທວາ ເປັນຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ. 

ຂ່າວ-ພາບ: ທະນູທອງ

KPL

ຂ່າວອື່ນໆ

    • ປະກາດຄະນະບໍລິຫານງານຄະນະກຳມະການໂອລິມປິກແຫ່ງຊາດລາວ ຊຸດທີ IXການເມືອງ

      ປະກາດຄະນະບໍລິຫານງານຄະນະກຳມະການໂອລິມປິກແຫ່ງຊາດລາວ ຊຸດທີ IX

      11/4/2026 12:10:18 PM

      ພິທີປະກາດຄະນະບໍລິຫານງານ ຄະນະກຳມະການໂອແລມປິກແຫ່ງຊາດລາວ ຊຸດທີ IX ຈັດຂຶ້ນໃນ ວັນທີ 30 ຕຸລາ 2026 ຜ່ານມາ, ຢุ่ນະຄອນ ຫລວງວຽງຈັນ ໂດຍ ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ຖືກແຕ່ງຕັ້ງເປັນປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ ຊຸດທີ IX .

    • ປະທານສະພາແຫ່ງຊດ ຢ້ໜມຢາມ ສສ ຫວຽດນາມ ຢ່າງເປັນທາງການການເມືອງ

      ປະທານສະພາແຫ່ງຊດ ຢ້ໜມຢາມ ສສ ຫວຽດນາມ ຢ່າງເປັນທາງການ

      11/4/2026 11:35:04 AM

      ຕອນແລງວັນທີ 2 ພະຈິກ 2026, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ພ້ອມພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງສະພາ ແຫ່ງຊາດ ແຫ່ງ ສປປ ລາວ ໄດ້ເດີນທາງເຖິງສະໜາມບິນສາກົນໂນ້ຍບາຍ ນະຄອນຫລວງຮ່າໂນ້ຍເພື່ອຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການຕາມຄຳເຊີນຂອງສະຫາຍ ເຈິນ ແທັງ ເໝິນ ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ແຕ່ວັນທີ 2-5 ພະຈິກ 2026.

    • ລະດົມຄວາມເຫັນໃສ່ຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດ ແລະ ຮ່າງຂໍ້ຕົກລົງຂອງ ຫສຊການເມືອງ

      ລະດົມຄວາມເຫັນໃສ່ຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດ ແລະ ຮ່າງຂໍ້ຕົກລົງຂອງ ຫສຊ

      10/30/2026 9:11:15 AM

      ກອງປະຊຸມລະດົມຄວາມເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ແລະ ຮ່າງຂໍ້ຕົກລົງຂອງຫ້ອງວ່າການສະພາແຫ່ງຊາດ (ຫສຊ) ຈັດຂຶ້ນໃນວັນທີ 28-30 ຕຸລາ 2026 ຢູ່ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ບຸນຈັນ ສີວົງພັນ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ມີຮອງປະທານກຳມາທິການ, ຫົວໜ້າ-ຮອງຫົວໜ້າກົມ ພ້ອມດ້ວຍຄະນະພະແນກ ແລະ ພະນັກງານກ່ຽວຂ້ອງພາຍໃນ ສພຊ ເຂົ້າຮ່ວມ.

    • ອົງຄະນະພັກ ນວ ຕີລາຄາການນຳພາ-ຊີ້ນຳວຽກງານຮອບດ້ານການເມືອງ

      ອົງຄະນະພັກ ນວ ຕີລາຄາການນຳພາ-ຊີ້ນຳວຽກງານຮອບດ້ານ

      10/30/2026 9:02:00 AM

      ກອງປະຊຸມຄົບຄະນະບໍລິຫານງານພັກ ນະຄອນຫຼວງວຽງຈັນ (ນວ) ຄັ້ງທີ 4 ສະໄໝທີ VIII ຈັດຂຶ້ນໃນວັນທີ 28-29 ຕຸລາ 2026 ໂດຍການເປັນປະທານຂອງ ສະຫາຍ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ, ມີຮອງເລຂາຄະນະບໍລິຫານງານພັກ, ກຳມະການປະຈຳພັກ, ກຳມະການພັກ ນະຄອນຫຼວງວຽງຈັນ, ພ້ອມດ້ວຍເລຂາຄະນະພັກຮາກຖານອ້ອມຂ້າງນະຄອນຫຼວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ຮອງນາຍົກລັດຖະມົນຕີ ຕ້ອນຮັບທູດແຫ່ງ ລາຊະອານາຈັກຊູແອດ ປະຈຳລາວການເມືອງ

      ຮອງນາຍົກລັດຖະມົນຕີ ຕ້ອນຮັບທູດແຫ່ງ ລາຊະອານາຈັກຊູແອດ ປະຈຳລາວ

      10/29/2026 10:32:23 AM

      ໃນວັນທີ 26 ຕຸລາ 2026, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ນາງ ແອນນາ ຮາມມາແກຣນ (Anna Hammargren) ເອກອັກຄະລາຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ລາຊະອານາຈັກ ຊູແອດ ປະຈຳ ສປປ ລາວ, ມີສຳນັກງານການທູດຕັ້ງຢູ່ນະຄອນຫລວງບາງກອກ ລາຊະອານາຈັກໄທ.

ads
ads

Top