ການປະ​ຕິ​ວັດ​ໂດຍຕົນ​ເອງ ແມ່ນ​ຄຳ​ຕອບ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ເພື່ອ​ແກ້​ໄຂ​ບັນ​ຫາ​ຫຍຸ້ງ​ຍາກ​ໃນ​ການ​ກຳ​ອຳ​ນາດ

03/11/2026 13:52
ຂປລ ຂປລ. ຖ້າພວກ​ເຮົາປຽບ​ທຽບ​ພັກ​ການ​ເມືອງ​ເປັນ​ຕົ້ນ​ໄມ້​ໃຫຍ່ສູງ, ການ​ປະ​ຕິ​ວັດ​ໂດຍ​ຕົນ​ເອງ​ກໍ​ຄື​ການ​ຜະ​ເຊີ​ນ​ໜ້າ​ໂດຍ​ກົງ​ຕໍ່​ບັນ​ຫາ​ພາຍ​ໃນ​ພັກ.


ຂປລ. ຖ້າພວກ​ເຮົາປຽບ​ທຽບ​ພັກ​ການ​ເມືອງ​ເປັນ​ຕົ້ນ​ໄມ້​ໃຫຍ່ສູງ, ການ​ປະ​ຕິ​ວັດ​ໂດຍ​ຕົນ​ເອງ​ກໍ​ຄື​ການ​ຜະ​ເຊີ​ນ​ໜ້າ​ໂດຍ​ກົງ ​ຕໍ່​ບັນ​ຫາ​ພາຍ​ໃນ​ພັກ ຄື: ເປັນ​ເຈົ້າ​ການກຳ​ຈັດ​ປວກ ແລະ ຕັດຮອນກິ່ງ​ງ່າ​ທີ່​ຕາຍ​ແລ້ວ ເພື່ອ​ຮັບ​ປະ​ກັນ​ຄວາມ​ແຂງ​ແຮງ ແລະ ຄວາມ​ມີ​ຊີ​ວິດ​ຊີ​ວາ​ຂອງ​ຕົ້ນ​ໄມ້. ນີ້ຄືທິດ​ສະ​ດີສຳ​ຄັນ​ ກ່ຽວ​ກັບການ​ປະ​ຕິ​ວັດ​ໂດຍ​ຕົນ​ເອງ ​​ທີ່ສະ​ເໜີ​ໂດຍ​ທ່ານ ສີ​ຈິ້ນ​ຜິງ ຜູ້​ນຳ​ສູງ​ສຸດ​ຂອງ​ຈີນ  ​ຮ່ວມກັບ​ການ​ຕິດ​ຕາມກວດ​ກາ ​ໂດຍ​ປະ​ຊາ​ຊົນທີ່​ສະ​ເໜີ​ໂດຍ​ທ່ານ​ ເໝົາ​ເຈີຕຸ່ງ ຜູ້​ນຳ​ຮຸ້ນ​ທຳ​ອິດ​ຂອງ ສ​ປ​ ຈີນ ​ໄດ້​ປະ​ກອບ​ເປັນ​ສອງ​ຄຳ​ຕອບ ​ເພື່ອພົ້ນ​ອອກ​ຈາກວັດ​ຖະ​ຈັກ​ປະ​ຫວັດ​ສາດ​ແຫ່ງ​ການ​ຈາກ​ຄວາມ​ຈະ​ເລີນຮຸ່ງ​ເຮືອງ​ໄປ​ສູ່​ຄວາມ​ຊຸດ​ໂຊມ ໂດຍ​ໄດ້​ຕອບ​ຄຳ​ຖາມ​ພື້ນ​ຖານ​ທີ່​ວ່າ ​ພັກ​ໃຫຍ່ຈະ​ກຳ​ຈັດພ​ະ​ຍາດ​ຊຳ​ເຮື້ອພາຍ​ໃນ​ພັກ​ຄື​ແນວ​ໃດ​ໃນ​ການ​ກຳ​ອຳ​ນາດ​ໄລ​ຍະ​ຍາວ ເພື່ອ​ຮັກ​ສາ​ຄວາມ​ມີ​ຊີ​ວິດ​ຊີ​ວາ​ຂອງ​ຕົນ​ຢູ່​ສະ​ເໝີ.

ທ່ານ ສີ​ຈິ້ນ​ຜິງ ໄດ້​ໃຊ້​ຄຳປຽບ​ທຽບ​ອັນ​ມີ​ຊີ​ວິດ​ຊີ​ວາ ​ກ່ຽວ​ກັບ​ການ​ປະ​ຕິ​ວັດ​ໂດຍ​ຕົນ​ເອງ​ຂອງ​ພັກ​ກຳ​ອຳ​ນາດ​​ວ່າ: “ດ້ວຍ​ຄວາມ​ກ້າ​ຫານ​ໃນ​ການ​ຂູດ​ກະ​ດູກ​ ເພື່ອ​ຖອດພິດ ແລະ ຄວາມ​ກ້າ​ຫານ​ທີ່​ຈະ​ຕັດ​ແຂນ​ຂອງ​ຕົນ ເພື່ອ​ລອດ​ຊີ​ວິດ, ພວກ​ເຮົາ​ຈະມຸ່ງໝັ້ນ ກໍ່​ສ້າງ​ແບບ​ແຜນ​ຂອງ​ພັກ, ​ການ​ປົກ​ຄອງ​ແບບປອ​ດ​ໃສ​ຂາວ​ສະ​ອາດ ແລະ ການ​ຕໍ່​ສູ້​ຕ້ານ​ການ​ສໍ້​ລາດ​ບັງຫລວງ​ ຈົນ​ເຖິງ​ທີ່​ສຸດ​ຢ່າງ​ເດັດ​ຂາດ”. ຈາກ​ຄຳ​ປຽບ​ທຽບ​ນີ້​ສາ​ມາດ​ເຫັນ​ໄດ້​ວ່າ: ການ​ປະ​ຕິ​ວັດ​ໂດຍ​ຕົນ​ເອງ ​ແມ່ນ​ສຸມ​ໃສ່ແກ້​ໄຂ​ຂໍ້​ບົກ​ຜ່ອງ ແລະ ເສີມ​ສ້າງ​ຄວາມ​ເຂັ້ມ​ແຂງ​ຂອງ​ຕົນ​ຢ່າງ​ເລິກ​ເຊິ່ງ. ໃນ​ແງ່​ມຸມ​ຂອງ​ຄົນ​ທົ່ວ​ໄປ, ການ​ປະ​ຕິ​ວັດ​ໂດຍ​ຕົນ​ເອງ​ ແມ່ນ​ການ​ຕໍ່​ສູ້​ໂດຍ​ຕົນ​ເອງທີ່​ປະ​ກອບ​ດ້ວຍ 4 ຂັ້ນ​ຕອນ​ທີ່​ເຊື່ອມ​ໂຍງ​ກັນ ຄື: ການສະ​ສາງ​ລ້າງ​ສວ່າຍ​ຕົນ​ເອງ, ການ​ກຳ​ຈັດ​ການ​ສໍ້​ລາດ​ບັງຫລວງ, ການກວາດ​ລ້າງແບບ​ແຜນ​ທີ່ບໍ່​ດີ ແລະ ການ​ຕັດ​ຮອນກິ່ງ​ງ່າ​ທີ່​ເນົ່າ​ເປື່ອຍ​ຂອງ​ຕົ້ນ​ໄມ້​ອອກ. ການ​ປັບ​ປຸງ​ຕົນ​ເອງ​ ເນັ້ນ​ໃສ່ຂໍ້​ບົກ​ຜ່ອງ​ທີ່​ເຜີຍ​ແບ​ອອກ​ ແນ​ໃສ່​ແກ້​ໄຂ​ຈຸດ​ອ່ອນ​ດ້ານ​ລະ​ບຽບ​ການ, ເພື່ອເສີມ​ສ້າງ​ພື້ນ​ຖານ; ການ​ປະ​ຕິ​​ຮູບ​ຕົນ​ເອງ ເນັ້ນ​ໃສ່​ການ​ທັບ​ມ້າງ​ການ​ພົວ​ພັນ​ ດ້ານ​ຜົນ​ປະ​ໂຫຍດ​ທີ່​ຝັງ​ເລິກ ແລະ ແນວ​ຄິດ​ທີ່ຫລ້າ​ສະ​ໄໝ, ​ພົ້ນ​ຈາກ​ການ​ເພິ່ງ​ພາ​ອາ​ໄສ​ເສັ້ນ​ທາງ​ເກົ່າ; ການ​ຍົກ​ລະ​ດັບ​ຕົນ​ເອງ ແມ່ນ​ການ​ຝຶກ​ຝົນຫລໍ່ຫລອມ​ ຖັນ​ແຖວ​ຜ່ານ​ການ​ຕໍ່​ສູ້ ເພື່ອ​ແບກ​ຫາບ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ບໍ​ລິ​ຫານ​ປະ​ເທດ​ໃຫ້​ດີ​ຂຶ້ນ.

ພຶດ​ຕິ​ກຳ​ການ​ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ໃນ​ຍຸກ​ໃໝ່ ເປັນ​ແບບ​ຢ່າງ​ທີ່​ມີ​ຊີ​ວິດ​ຊີ​ວາ​ຂອງ​ການ​ປະ​ຕິ​ວັດ​ໂດຍ​ຕົນ​ເອງ. ຖ້າ​ຫາກ​ການເຄື່ອນ​ໄຫວຕິດຕາມກວດກາ ໃນແຕ່ລະສຳນັກງານອົງການເປັນ​ປະ​ຈຳ, ການກວດ​​ສອບ ແລະ ລະ​ບຽບການກວດ​ກາ​ພັກ-ລັດ ແມ່ນ​ການກວດ​ສອບ​​ໃນ​ທຸກ​ເວ​ລາ​ ຕໍ່ບັນ​ຫາ​ທີ່​ເກີດ​ຂຶ້ນ​ໃນ​ເປື້ອງ​ຕົ້ນ, ການ​ເຄື່ອນ​ໄຫວ​ຕ້ານ​ການ​ສໍ້​ລາດ​ບັງຫລວງ ເຊັ່ນ: “ການ​ຕີ​ເສືອ” “​ການ​ຕົບ​ແມງ​ວັນ” ແລະ “ການ​ໄລ່ລ່າ​ໝາ​ຈອກ” ​ກໍ​ແມ່ນ​ວິ​ທີ​ການ​ປະ​ຕິ​ບັດ​ຕົວ​ຈິງ ໃນ​ການ​ກຳ​ຈັດສັດ​ຕູ​ພືດ​ທີ່​ເຮັດ​ໃຫ້ “ລຳ​ຕົ້ນ​ ແລະ ກິ່ງ​ງ່າ​​ເນົ່າ​ເປື່ອຍ”. ການສືບ​ສວນ ແລະ ລົງ​ໂທດ​ຕໍ່ເຈົ້າ​ໜ້າທີ່​ພະນັກງານ ​​ທີ່ສໍ້​ລາດ​ບັງຫລວງ​ທຸກ​ປະ​ເພດ​ຢ່າງ​ເດັດ​ຂາດ ແມ່ນ​ການ​ຜະ​ເຊີນ​ໜ້າ​ໂດຍ​ກົງ​ ຢ່າງ​ກ້າ​ຫານ​ຕໍ່​ບັນ​ຫາ​ທີ່​​ຝັງ​ເລິກ​ຢູ່ພາຍ​ໃນ​ຕົ້ນ​ໄມ້, ການ​ຕັດ​ຮອນກິ່ງ​ງ່າ​ທີ່​ເນົ່າ​ເປື່ອຍ​ອອກ ເພື່ອປ້ອງ​ກັນ​ບໍ່​ໃຫ້​​ແຜ່​ລາມ ແລະ ກັດ​ເຊາະ​ຕົ້ນ​ໄມ້​ທັງ​ໝົດ, ນີ້​ແມ່ນ​ການ​ສະ​ສາງ​ລ້າງ​ສວ່າຍ​ຕົນ​ເອງ; ບູ​ລະ​ນະລະ​ບຽບ​ການ​ຕ່າງໆ​ ຂອງ​ການກວດ​ກາ​ພັກ​-ລັດ, ເສີມ​ສ້າງ​ປະ​ສົບ​ການ​ຕ້ານ​ການ​ສໍ້​ລາດ​ບັງຫລວງ​ ໃຫ້​ເປັນ​ກົດ​ລະ​ບຽບ ແລະ ຂໍ້​ບັງ​ຄັບ, ນີ້​ແມ່ນ​ການ​ປັບ​ປຸງ​ຕົນ​ເອງ; ການທຳ​ລາຍລະ​ບົບ​ຕ່ອງ​ໂສ້​ຂອງ​ພຶດຕິກຳ​ເອົາ​ອຳ​ນາດ​ແລກ​ເອົາ​ເງິນຄຳ ແລະ ປັບ​ປຸງ​ລະ​ບົບ​ນິ​ເວດ​ທາງ​ການ​ເມືອງ​ໃຫ້​ສະ​ອາດ ແລະ ບໍ​ລິ​ສຸດ ແມ່ນ​ການປະ​ຕິ​ຮູບ​​ຕົນ​ເອງ; ຜ່ານ​ການ​ຝຶກ​ຝົນຫລໍ່ຫລອມ​ຢ່າງ​ຕໍ່​ເນື່ອງ, ສະ​ມາ​ຊິກ​ພັກ ແລະ ພະ​ນະ​ງານ​ທັງຫລາຍ​ມີ​ຄວາມ​ເຄົາ​ລົບ​ຢຳ​ເກງ ​ຕໍ່​ກົດ​ລະ​ບຽບ ແລະ ​ຍົກ​ສູງ​ຄວາມ​ສາ​ມາດ​ໃນ​ການປະ​ຕິ​ບັດ​ໜ້າ​ທີ່ເປັນຢ່າງດີ, ນີ້​ແມ່ນ​ການຍົກ​ລະ​ດັບຕົນ​ເອງ.

       ເມື່ອ​ພິ​ຈາ​ລະ​ນາ​ເບິ່ງຫລາຍ​ພັກການ​ເມືອງ​​ໃນ​ທົ່ວ​ໂລກ, ເມື່ອ​ຜະ​ເຊີນ​ກັບ​ບັນ​ຫາ​ພາຍ​ໃນ, ສ່ວນຫລາຍ​ຈະ​ລໍ​ຖ້າ​ການ​ປ່ຽນ​ພັກ​ການ​ເມືອງ​ເຂົ້າ​ແທນ ໂດຍ​ອາ​ໄສ “ການ​ປ່ຽນ​​ການ​ນຳ​ຊຸດ​ໃໝ່” ເພື່ອ​ແກ້​ໄຂ​ຂໍ້​ຂັດ​ແຍ້ງ. ແຕ່​ຈີນໄດ້​ເດີນ​ຕາມ​ເສັ້ນ​ທາງ​ທີ່​ແຕກ​ຕ່າງ ຄື: ອາ​ໄສ​ການ​ຕິດ​ຕາມ​ກວດ​ກ​ໂດຍ​ປະ​ຊາ​ຊົນ ແລະ ການ​ປະ​ຕິ​ວັດ​ໂດຍ​ຕົນ​ເອງ. ການ​ຕິດ​ຕາມກວດ​ກາ​ໂດຍປະ​ຊາ​ຊົນ​ ແມ່ນ​ການ​ຕິດ​ຕາມກວດ​ກາ ແລະ ການ​ຜູກ​ມັດ​ຈາກ​ພາຍນອກ; ການ​ປະ​ຕິ​ວັດ​ໂດຍ​ຕົນ​ເອງ ແມ່ນ​ການ​ປະ​ຕິ​ຮູບ​ຢ່າງ​ເປັນ​ເຈົ້າ​ການ ​ເພື່ອ​ແກ້​ໄຂ​ບັນ​ຫາ​ພາຍ​ໃນ. ໂດຍ​​ພິ​ຈາ​ລະ​ນາ​ເຖິງ​ມາດ​ຕະ​ການ​ທັງ​ພາຍ​ໃນ ແລະ ພາຍນອກ, ຄວາມ​ສາ​ມາດ​ທີ່​ສົມ​ບູນ ແລະ ການ​ຮັບ​ປະ​ກັນ​ດ້ານ​ລະ​ບຽບ​ການ ​​ທີ່​ພົບ​ເຫັນ​ບັນ​ຫາ​ໄດ້, ຕໍ່​ສູ້​ກັບ​ຕົນ​ເອງ, ກຳ​ຈັດ​ພະ​ຍາດ​ຊຳ​ເຮື້ອ ແລະ ປ່ຽນແປງ​ຕົນ​ເອງໄດ້​ຖືກ​ສ້າງ​ຕັ້ງ​ຂຶ້ນ​.

ຄວາມໝັ້ນ​ໃຈ​ໃນ​ການ​ກຳ​ຈັດການ​ສໍ້​ລາດ​ບັງຫລວງ​ນີ້ ແມ່ນ​ມາ​ຈາກ​ສອງ​ພື້ນ​ຖານ: ໜຶ່ງ ແມ່ນ​ອຸ​ດົມ​ການ​ແຕ່​ຫົວ​ທີ​ ໃນ​ການ​ສ້າງ​ຕັ້ງ​ພັກ​ຂອງ​ພັກ​ກອມ​ມູ​ນິດ​ຈີນ ຄື: ພັກ​ກອມ​ມູ​ນິດ​ຈີນ ບໍ່​ມີຜົນ​ປະ​ໂຫຍດ​ສ່ວນ​ຕົວ​ພິ​ເສດ, ຈະ​ຮັບ​ໃຊ້​ປະ​ເທດ​ຊາດ ແລະ ປະ​ຊາ​ຊົນ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ. ຄວາມບໍ່​ເຫັນ​ແກ່​ຕົວ​ເຮັດ​ໃຫ້​ເກີດ​ຄວາມບໍ່​ຢ້ານ​ກົວ, ເຮັດ​ໃຫ້​ພັກ​ສາ​ມາດ​ພົ້ນ​ອອກ​ຈາກ​ຜົນ​ປະ​ໂຫຍດສ່ວນ​ຕົວ, ສາ​ມາດ​ແກ້​ໄຂ​ຄວາມ​ຜິດ​ພາດ​ຢ່າງ​ກ້າ​ຫານ ແລະ ມີ​ຄວາມ​ເຂັ້ມ​ງວດ​ຕໍ່​ຕົນ​ເອງ. ສອງ​, ມັນ​ມີ​​ກົກ​ເຄົ້າມາ​ຈາກ​ພູ​ມ​ປັນຍາ ​ການ​ບໍ​ລິ​ຫານ​ແບບ​ດັ້ງ​ເດີມ​ຂອງ​ຈີນ: ຄົນ​ຈີນ​​ບູ​ຮານ​ເວົ້າ​ວ່າ: “ຖ້າ​ງູ​ພິດ​ຕອດ​ມື, ໃຫ້​ຕັດ​ມື​ອອກ; ຖ້າ​ມັນ​ຕອດ​ຕີນ, ກໍໃຫ້​ຕັດ​ຕີນອອກ.” ຊຶ່ງ​ໝາຍ​ຄວາມ​ວ່າ ເມື່ອ​ຖືກ​ພິດ​ແລ້ວ, ຍອມ​ຈະ​ຕັດ​ແຂນ​ຕັດ​ຂາ​ອອກ ​ເພື່ອ​ຊ່ວຍ​ຊີ​ວິດ; ຍັງ​ມີ​ຄຳ​ເວົ້າ​ທີ່​ວ່າ “ການ​ກຳ​ຈັດ​ສັດ​ຕູ​ພືດ​ອັນ​ໜຶ່ງ ຈະ​ເຮັດ​ໃຫ້ຕົ້ນ​ອ່ອນຫລາຍ​ຕົ້ນ​ມີ​ການ​ເຕີບ​ໃຫຍ່​ທີ່​ດີ; ການ​ລົງ​ໂທດ​​ຄົນ​ຊົ່ວ​ຮ້າຍ​ຄົນ​ໜຶ່ງ ຈະ​ນຳ​ເອົາ​ຄວາມ​ສຸກ​ມາ​ສູ່​ປະ​ຊາ​ຊົນ​ທັງຫລັງ,” ໝາຍ​ຄວາມ​ວ່າ ການ​ກຳ​ຈັດ​ຄວາມ​ຊົ່ວ​ຮ້າຍ ​ແມ່ນ​ສິ່ງ​ຈຳ​ເປັນ​ສຳ​ລັບ​ການ​ຮັກ​ສາ ​ຄວາມ​ສະ​ຫງົບ​ທາງ​ສັງ​ຄົມ. ແນວ​ຄິດ​ບູ​ຮານ​ກ່ຽວ​ກັບ ​ການ​ກຳ​ຈັດ​ຄວາມ​ຊົ່ວ​ຮ້າຍ ແລະ ຮັກ​ສາ​ຄວາມ​ເປັນ​ທຳ​ຢ່າງເດັດ​ຂາດ ໄດ້​ຖືກ​ຍົກ​ຂຶ້ນ​ມາ​ເປັນ​ປັດຊະຍາ​ການ​ບໍ​ລິ​ຫານ​ຂອງ​ພັກ​ໃຫຍ່.

ການ​​ບໍ​ລິ​ຫານປະ​ເທດ​ຕ້ອງ​ບໍ​ລິ​ຫານ​ພັກ​ໄປ​ກ່ອນ, ການ​​ບໍ​ລິ​ຫານ​ພັກ​ຕ້ອງ​ມີ​ຄວາມ​ເຂັ້ມ​ງວດ. ການ​ປະ​ຕິ​ວັດ​ໂດຍ​ຕົນ​ເອງ​ໄດ້​ເປີດ​ເຜີຍ​ຄວາມ​ຈິງ​ທີ່​ລຽບ​ງ່າຍ ແລະ ເລິກ​ເຊິ່ງ ຄື: ພັກ​ກຳ​ອຳ​ນາດ​ໄລ​ຍະ​ຍາວ ຕ້ອງ​ມີສະ​ຕິ​ຕື່ນ​ຕົວ ​ໃນ​ການ​ປ້ອງ​ກັນ​ຄວາມ​ສ່ຽງ​ທີ່​ແຝງ​ຊ້ອມ, ຍິ່ງ​ຕ້ອງ​ມີ​ຄວາມ​ເດັດ​ຂາດ ​ໃນ​ການ​ຕ້ານ​ການ​ສໍ້​ລາດ​ບັງຫລວງ​ຢ່າງ​ເປັນ​ເຈົ້າ​ການ. ນີ້​ແມ່ນ​ເຄັດລັບຫລັກ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ ໃນ​ການ​ຮັກ​ສາ​ຄວາມ​ມີ​ຊີ​ວິດ​ຊີ​ວາ​ຕະ​ຫລອດ​ການ, ທັງ​ເປັນ​ເສັ້ນ​ທາງໃຫ້ແກ່​ພັກ​ການ​ເມືອງ​ທົ່ວ​ໂລກ ​ສາ​ມາດ​ຮຽນ​ຮູ້​ໄດ້​ໃນ​ການ​ແກ້​ໄຂ​ບັນ​ຫາ ​ຫຍຸ້ງ​ຍາກ​​ດ້ານ “ການ​ກຳ​ອຳ​ນາດ​ໄລ​ຍະ​ຍາວ”.


KPL

ຂ່າວອື່ນໆ

ads
ads

Top