ຂປລ
ຂປລ. ພໍກ້າວເຂົ້າສູ່ລະດູແລ້ງ, ສະພາບອາກາດມີຄວາມແຫ້ງແລ້ງສູງ, ອຸນຫະພູມຮ້ອນຂຶ້ນ
ຂປລ. ພໍກ້າວເຂົ້າສູ່ລະດູແລ້ງ, ສະພາບອາກາດມີຄວາມແຫ້ງແລ້ງສູງ, ອຸນຫະພູມຮ້ອນຂຶ້ນ ແລະ ລົມພັດແຮງຢ່າງຕໍ່ເນື່ອງໄດ້ກາຍເປັນປັດໄຈສ່ຽງສຳຄັນທີ່ເຮັດໃຫ້ເກີດໄພອັກຄີໄພ ຫລື ໄຟໄໝ້ໄດ້ງ່າຍ ຊຶ່ງບໍ່ພຽງແຕ່ໄຟໄໝ້ປ່າເທົ່ານັ້ນ, ແຕ່ຍັງລວມເຖິງໄຟໄໝ້ເຮືອນຊານບ້ານຊ່ອງ ແລະ ພື້ນທີ່ທຳການກະສິກຳ. ເພື່ອຫລຸດຜ່ອນຄວາມສ່ຽງ ແລະ ຜົນກະທົບຕໍ່ຊີວິດ ແລະ ຊັບສິນ, ການເຝົ້າລະວັງ ແລະ ຄວາມຮັບຜິດຊອບຂອງຊຸມຊົນຈຶ່ງເປັນກຸນແຈສຳຄັນທີ່ສຸດໃນການປ້ອງກັນໄພດັ່ງກ່າວ.
ອັກຄີໄພໃນໄລຍະລະດູແລ້ງສ່ວນໃຫຍ່ມີສາເຫດມາຈາກຄວາມປະໝາດ ແລະ ກິດຈະກຳຂອງຄົນເຮົາເປັນຕົ້ນແມ່ນການຈູດຂີ້ເຫຍື້ອ, ການຈູດສວນກະສິກຳ ໂດຍບໍ່ມີການເຝົ້າລະວັງ, ການຈູດປ່າເພື່ອລ່າເນື້ອ ຫລື ຊອກຫາຂອງປ່າ, ການຖິ້ມກົ້ນຢາສູບທີ່ຍັງມີໄຟຢູ່ໃສ່ພື້ນຫຍ້າແຫ້ງ, ການນຳໃຊ້ໄຟຟ້າເກີນກຳລັງ ຫລື ສາຍໄຟຟ້າເກົ່າຢູ່ໃນເຮືອນ, ໂຮງຈັກໂຮງງານ ແລະ ອື່ນໆ. ຄວາມເສຍຫາຍຈາກໄຟໄໝ້ບໍ່ພຽງແຕ່ທຳລາຍຊັບສິນ ແລະ ທີ່ຢູ່ອາໄສຂອງປະຊາຊົນເທົ່ານັ້ນ, ແຕ່ຍັງສ້າງມົນລະພິດທາງອາກາດ (ໝອກຄັວນ ແລະ ຝຸ່ນລະອອງ PM 2.5) ທີ່ສົ່ງຜົນກະທົບໂດຍກົງຕໍ່ສຸຂະພາບຂອງເດັກນ້ອຍ, ຜູ້ສູງອາຍຸ ແລະ ຊຸມຊົນໃນວົງກວ້າງ ເພື່ອນຳພາຊຸມຊົນໃຫ້ຫລອດພົ້ນຈາກໄພອັກຄີໄພທຸກພາກສ່ວນໃນສັງຄົມຕ້ອງຮ່ວມມືກັນປະຕິບັດມາດຕະການປ້ອງກັນ ໂດຍສະເພາະເພີ່ມຄວາມລະມັດລະວັງໃນການນຳໃຊ້ໄຟເປັນຕົ້ນກວດເຊັກ ແລະ ມອດໄຟທຸກຄັ້ງຫລັງຈາກການປຸງແຕ່ງອາຫານ, ບໍ່ຈູດຂີ້ເຫຍື້ອ ຫລື ເຮັດກິດຈະກຳທີ່ກ່ຽວກັບໄຟໃນມື້ທີ່ມີລົມພັດແຮງ, ຕັດແລວປ້ອງກັນໄຟ ເມື່ອຈະຈູດສວນ ແລະອື່ນໆທີ່ຢູ່ໃກ້ເຂດປ່າ, ຄວນອະນາໄມໃບໄມ້ແຫ້ງ ແລະ ຫຍ້າອ້ອມເຮືອນ, ພື້ນທີ່ກະສິກຳ ເພື່ອບໍ່ໃຫ້ກາຍເປັນອັກຄິໄພໄດ້, ກວດກາລະບົບໄຟຟ້າໃນເຮືອນເປັນຕົ້ນ: ເບິ່ງແຍງ ແລະ ປ່ຽນຖ່າຍອຸປະກອນໄຟຟ້າທີ່ເກົ່າ, ປົດປັກສຽບໄຟຟ້າທຸກຄັ້ງເມື່ອບໍ່ໄດ້ນຳໃຊ້ ຫລື ເມື່ອອອກຈາກເຮືອນເປັນເວລາດົນ. ສ້າງເຄືອຂ່າຍອາສາສະໝັກ ຫລື ທີມງານເຝົ້າລະວັງພາຍໃນຊຸມຊົນ ເພື່ອສອດສ່ອງ ແລະ ກະກຽມອຸປະກອນມອດໄຟເບື້ອງ ຕົ້ນເຊັ່ນ: ຖັງນ້ຳ, ຖັງມອດໄຟໃຫ້ພ້ອມນຳໃຊ້ຕະຫລອດເວລາ.
ການປ້ອງກັນໄພອັກຄີໄພບໍ່ແມ່ນພາລະກິດຂອງເຈົ້າໜ້າທີ່ມອດໄຟພຽງຢ່າງດຽວ, ແຕ່ແມ່ນຄວາມຮັບຜິດຊອບຮ່ວມກັນຂອງທຸກຄົນໃນສັງຄົມ. ການມີສະຕິ, ບໍ່ປະໝາດ ແລະ ຮ່ວມມືກັນເຝົ້າລະວັງຈະເປັນເກາະປ້ອງກັນທີ່ດີທີ່ສຸດ ເພື່ອຮັກສາຄວາມປອດໄພຂອງຊີວິດ, ຊັບສິນ ແລະ ສິ່ງແວດລ້ອມຂອງພວກເຮົາໃຫ້ຍືນຍົງຫາກພົບເຫັນເຫດໄຟໄໝ້ ຫລື ເຫັນບ່ອນມີຄວາມສ່ຽງໃຫ້ຮີບຮ້ອນແຈ້ງອົງການປົກຄອງບ້ານ ຫລື ເຈົ້າໜ້າທີ່ມອດໄຟທີ່ກ່ຽວຂ້ອງທັນທີ ເພື່ອຫລີກເວັ້ນບັນຫາອັກຄິໄພທີ່ຈະສ້າງຄວາມເສຍຫາຍຕໍ່ຊັບສິນຂອງເຮົາ ກໍຄື ຂອງສ່ວນລວມ.
ໂດຍ: ຢ່າຕົ່ງ
KPL