ສື່ມວນຊົນ ໄອແຄັບ ຮຽກຮ້ອງໃຫ້ເພີ່ມທະວີການຮ່ວມມືເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈໃນຍຸກ AI

09/11/2026 11:35
Email Print 157
ຂປລ ກອງປະຊຸມສື່ມວນຊົນຂອງອົງການກອງປະຊຸມສາກົນ ບັນດາພັກການເມືອງໃນອາຊີ (ICAPP) ຫຼື ໄອແຄັບ ຄັ້ງທີ 8 (8th Meeting of the ICAPP Media Forum) ຈັດຂຶ້ນໃນວັນທີ 6 ພະຈິກ 2026 ຢູ່ນະຄອນຫຼວງເຊອູນ, ສາທາລະນະລັດເກົາຫຼີ ພາຍໃຕ້ຫົວຂໍ້ “ບົດບາດຂອງສື່ມວນຊົນໃນການສ້າງຄວາມໄວ້ເນື້ອເຊື່ອໃຈຄືນໃໝ່” ໂດຍມີບັນດາຕົວແທນຈາກ 37 ພັກການເມືອງ ແລະ ຜູ້ແທນ 20 ກວ່າທ່ານ ຈາກອົງການສື່ມວນຊົນທົ່ວອາຊີ ແລະ ພາກພື້ນ ເຂົ້າຮ່ວມ. ກອງປະຊຸມດັ່ງກ່າວຈັດຂຶ້ນໂອກາດດຳເນີນກອງປະຊຸມໃຫຍ່ຂອງອົງການກອງປະຊຸມສາກົນຂອງບັນດາພັກການເມືອງໃນອາຊີ ຄັ້ງທີ 13.

ໃນກອງປະຊຸມ, ບັນດາຜູ້ແທນ ແລະ ຫົວໜ້າອົງການສື່ມວນຊົນ ໄດ້ຮ່ວມກັນປະກອບຄຳເຫັນ ແລະ ແລກປ່ຽນທັດສະນະຢ່າງກວ້າງຂວາງ ກ່ຽວກັບສິ່ງທ້າທາຍຈາກການຫັນເປັນດີຈິຕອນ ແລະ ເຕັກໂນໂລຊີປັນຍາປະດິດ (AI Transformation ຫຼື AX) ທີ່ກຳລັງສົ່ງຜົນກະທົບຕໍ່ວົງການສື່ມວນຊົນ. ກອງປະຊຸມໄດ້ເນັ້ນໜັກເຖິງຄວາມສຳຄັນຂອງສື່ມວນຊົນທີ່ມີຄວາມໂປ່ງໃສ ແລະ ມີຄວາມຮັບຜິດຊອບສູງ, ພ້ອມທັງສະແດງຄວາມກັງວົນຕໍ່ການແຜ່ຂະຫຍາຍຢ່າງກວ້າງ ແລະ ວ່ອງໄວຂອງຂ່າວປອມ, ຂ່າວບິດເບືອນ (Misinformation & Disinformation) ແລະ ເນື້ອໃນຄອນເທັນທີ່ຖືກດັດແປງດ້ວຍ AI (Deepfakes) ຊຶ່ງທຳລາຍຄວາມໜ້າເຊື່ອຖືຂອງຜູ້ບໍລິໂພກຂໍ້ມູນຂ່າວສານທີ່ມີຕໍ່ສື່ມວນຊົນ.

ໂອກາດນີ້, ບັນດາຜູ້ແທນກອງປະຊຸມໄດ້ເຫັນດີຮ່ວມກັນໃນການຊຸກຍູ້ໃຫ້ມີການກວດສອບເນື້ອໃນບົດຂ່າວໂດຍມະນຸດ (Human Editorial Oversight), ການຮັກສາຈັນຍາບັນສື່, ການຫຼຸດຜ່ອນຊ່ອງວ່າງດ້ານເຕັກໂນໂລຊີ ແລະ ການເຄົາລົບເງື່ອນໄຂຄວາມແຕກຕ່າງຂອງແຕ່ລະປະເທດ.

ໃນກອງປະຊຸມ, ທ່ານ ນາງ ສີວັນໄຊ ສິພັນຄຳ ຮອງຜູ້ອຳນວຍການໃຫຍ່ ສຳນັກຂ່າວສານປະເທດລາວ (ຂປລ) ໄດ້ມີຄຳເຫັນກ່ຽວກັບການຫັນປ່ຽນດ້ວຍປັນຍາປະດິດ ຫຼື AX ວ່າ: ການຂະຫຍາຍຕົວຢ່າງວ່ອງໄວຂອງ AX ກໍໄດ້ນຳມາເຊິ່ງຄວາມສ່ຽງ ເປັນຕົ້ນ ຂ່າວປອມແບບ Deepfakes, ການໃຫ້ຂໍ້ມູນທີ່ບໍ່ຖືກຕ້ອງ ຫຼື ບໍ່ເປັນທຳ ໄປຈົນເຖິງຂ່າວສານທີ່ຖືກສ້າງຂຶ້ນອັດຕະໂນມັດ ຊຶ່ງກຳລັງທົດສອບຄວາມໄວ້ວາງໃຈຂອງຜູ້ບໍລິໂພກຂໍ້ມູນຂ່າວສານ ກໍຄື ປະຊາຊົນ. ໃນຍຸກ AI ນີ້, ພວກເຮົາຈະປົກປ້ອງຈິດວິນຍານຂອງວຽກງານສື່ມວນຊົນໄດ້ແນວໃດ? ຈາກມຸມມອງຂອງພວກເຮົາ, ສື່ມວນຊົນບໍ່ຄວນເປັນພຽງຜູ້ລາຍງານເຫດການຕາມກະແສເທົ່ານັ້ນ, ແຕ່ຍັງຕ້ອງເປັນຜູ້ຊີ້ນຳທາງດ້ານຄວາມຄິດ, ສ້າງຄວາມເຂົ້າໃຈທີ່ຖືກຕ້ອງໃຫ້ແກ່ສັງຄົມ ແລະ ຮັບໃຊ້ຜົນປະໂຫຍດສ່ວນລວມ ໂດຍອີງໃສ່ຄວາມເປັນຈິງ, ຫຼັກວິຊາການ ແລະ ຄວາມຮັບຜິດຊອບສູງ. ເພື່ອບັນລຸເປົ້າໝາຍນີ້ໃນຍຸກ AI, ພວກເຮົາຄວນຍຶດໝັ້ນ 3 ເສົາຫຼັກສຳຄັນ: ເພີ່ມທະວີການນຳພາຂອງພັກການເມືອງ, ການຄຸ້ມຄອງຂອງລັດ ແລະ ຈັນຍາບັນຂອງສື່ມວນຊົນ; ການຫັນປ່ຽນ AX ຕ້ອງເຄົາລົບຄວາມແຕກຕ່າງທາງດ້ານສະພາບແວດລ້ອມຂອງຊາດ, ປະຫວັດສາດ ແລະ ວັດທະນະທຳ; ພວກເຮົາຕ້ອງການການຮ່ວມມືສາກົນທີ່ແທ້ຈິງ ລະຫວ່າງພັກການເມືອງ, ໜ່ວຍງານລັດ ແລະ ອົງການສື່ມວນຊົນ.

KPL

ຂ່າວອື່ນໆ

    • ເປີດມະຫະກຳສີມືຫັດຖະກຳລາວ ຄັ້ງທີ 25ວັດທະນະທຳ-ສັງຄົມ

      ເປີດມະຫະກຳສີມືຫັດຖະກຳລາວ ຄັ້ງທີ 25

      11/4/2026 12:16:11 PM

      ພິທີເປີດມະຫະກຳສີມືຫັດຖະກຳລາວ ຄັ້ງທີ 25 ປະຈໍາປີ 2026 ຈັດຂຶ້ນພາຍໃຕ້ຄໍາຂວັນ “ສີໄມ້ລາຍມືຄືອຸທິຍານແຫ່ງການທ່ອງທ່ຽວ, 25 ປີ ແຫ່ງການເຕີບໃຫຍ່ສານສາຍໃຍພູມປັນຍາ ເຊີດຊູຄຸນຄ່າຫັດຖະກຳລາວສູ່ມໍລະດົກໂລກ” .

    • ມອບ-ຮັບປຶ້ມວັດທະນະທຳຂອງເຈີ້ຈຽງໃຫ້ຫ້ອງສະໝຸດແຫ່ງຊາດລາວວັດທະນະທຳ-ສັງຄົມ

      ມອບ-ຮັບປຶ້ມວັດທະນະທຳຂອງເຈີ້ຈຽງໃຫ້ຫ້ອງສະໝຸດແຫ່ງຊາດລາວ

      10/30/2026 9:25:37 AM

      ພິທີມອບ-ຮັບປຶ້ມວັດທະນະທຳຂອງເຈີ້ຈຽງ ສປ ຈີນ ໃຫ້ຫໍສະໝຸດແຫ່ງຊາດລາວ ຈັດຂຶ້ນໃນວັນທີ 29 ຕຸລາ 2026 ຢູ່ຫໍສະໝຸດແຫ່ງຊາດ ນະຄອນຫຼວງວຽງຈັນ ຕາງໜ້າມອບໂດຍ ທ່ານ ສູ ຢົ່ງເຊິ່ງ ຮອງຜູ້ອຳນວຍການຫໍສະໝຸດເຈີ້ຈຽງ, ຫົວໜ້າສູນຄົ້ນຄວ້າສູນປົກປັກຮັກສາປຶ້ມບູຮານແຂວງເຈີ້ຈຽງ ສປ ຈີນ ແລະ ຮັບໂດຍ ທ່ານ ສຳລານ ຫຼວງອາໄພ ຜູ້ອຳນວຍການຫໍສະໝຸດແຫ່ງຊາດ ໂດຍມີຫົວໜ້າສູນວັດທະນະທຳຈີນ ປະຈຳລາວ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງຂອງທັງສອງຝ່າຍ ເຂົ້າຮ່ວມ.

    • ເປີດຝຶກອົບຮົມ ການເປັນຜູ້ນຳເພດຍິງພາຍໃຕ້ໂຄງການຜູ້ນຳພາເພດຍິງອາຊີວັດທະນະທຳ-ສັງຄົມ

      ເປີດຝຶກອົບຮົມ ການເປັນຜູ້ນຳເພດຍິງພາຍໃຕ້ໂຄງການຜູ້ນຳພາເພດຍິງອາຊີ

      10/30/2026 9:25:32 AM

      ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄຊກມດ) ຮ່ວມກັບທະນາຄານພັດທະນາອາຊີ (ADB) ເປີດຝຶກອົບຮົມການເປັນການນຳເພດຍິງ ພາຍໃຕ້ໂຄງການການເປັນຜູ້ນຳແມ່ຍິງອາຊີ ໃນວັນທີ 28-30 ຕຸລາ 2026 ໂດຍການເຂົ້າຮ່ວມ ແລະ ກ່າວເປີດຂອງ ທ່ານ ນາງ ພັນຈິນດາ ເລັ່ງສະຫວັດ ຮອງປະທານ ຄຊກມດ ແລະ ທ່ານ ອາເມີ ກາຣີ ຫົວໜ້າຝ່າຍປະຕິບັດງານປະຈຳປະເທດ ADB ປະຈຳ ສປປ ລາວ, ພ້ອມດ້ວຍສຳມະນາກອນ ຈາກພາກລັດ ແລະ ເອກະຊົນ ເຂົ້າຮ່ວມ.

    • ກົມສ່ວຍສາອາກອນ ລາວ-ຫວຽດນາມຮ່ວມມືຄຸ້ມຄອງລະບົບສ່ວຍສາອາກອນທັນສະໄໝວັດທະນະທຳ-ສັງຄົມ

      ກົມສ່ວຍສາອາກອນ ລາວ-ຫວຽດນາມຮ່ວມມືຄຸ້ມຄອງລະບົບສ່ວຍສາອາກອນທັນສະໄໝ

      10/30/2026 8:58:49 AM

      ກອງປະຊຸມພົບປະແລກປ່ຽນບົດຮຽນດ້ານວິຊາການລະດັບສູງ ລະຫວ່າງ ຄະນະວິຊາການກົມສ່ວຍສາອາກອນ ແຫ່ງ ສປປ ລາວ ແລະ ຄະນະວິຊາການຈາກກົມສ່ວຍສາອາກອນ ສສ ຫວຽດນາມ ຈັດຂຶ້ນໃນວັນທີ 27 ຕຸລາ 2026 ໃນໂອກາດທີ່ເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 26-30 ຕຸລາ 2026.

    • ສະຖານທູດຫວຽດນາມ ໂຄສະນາວຽກງານຄວບຄຸມ ແລະ ມອບ-ຮັບອາວຸດ, ວັດຖຸລະເບີດວັດທະນະທຳ-ສັງຄົມ

      ສະຖານທູດຫວຽດນາມ ໂຄສະນາວຽກງານຄວບຄຸມ ແລະ ມອບ-ຮັບອາວຸດ, ວັດຖຸລະເບີດ

      10/30/2026 8:55:25 AM

      ສະຖານທູດ ສສ ຫວຽດນາມ ປະຈຳລາວ ເຜີຍແຜ່ ແລະ ໂຄສະນາວຽກງານການຈັດຕັ້ງປະຕິບັດ, ຄວບຄຸມ ແລະ ມອບ-ຮັບອາວຸດ, ວັດຖຸລະເບີດໃຫ້ແກ່ປະຊາຊົນຫວຽດນາມທີ່ດຳລົງຊີວິດ, ທຳມາຫາກິນ ແລະ ດຳເນີນທຸລະກິດຢູ່ ສປປ ລາວ ວັນທີ 27 ຕຸລາ 2026 ພາຍໃຕ້ການເປັນປະທານໂດຍ ທ່ານ ຫງວຽນ ມິນ ເຕີມ ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ, ມີ ທ່ານ ພັນເອກ ສົມສະນິດ ຈັນທະວົງ ຮອງຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ, ຕົວແທນສະມາຄົມຊາວຫວຽດນາມ, ຜູ້ປະກອບການນັກທຸລະກິດ ແລະ ປະຊາຊົນຊາວຫວຽດນາມ ຢູ່ ສປປ ລາວ ເຂົ້າຮ່ວມ.

ads
ads

Top