ລະ​ບອບ​ລວມ​ສູນ​ປະ​ຊາ​ທິ​ປະ​ໄຕ ສະ​ຕິ​ປັນ​ຍາ​ການ​ບໍ​ລິ​ຫານ​ປະ​ເທດ​ແບບ​ຈີນ​ທີ່​ເຕົ້າ​ໂຮມ​ສະ​ຕິ​ປັນ​ຍາ​ ແລະ ກຳ​ລັງ​ແຮງ​ສັງລວມຂອງມວນ​ຊົນ

03/11/2026 15:22
ຂປລ ຖ້າຫາກຖືເອົາການບໍລິຫານປະເທດປຽບທຽບເປັນການສະແດງດົນຕີປະສານສຽງຂະໜາດໃຫຍ່ຄັ້ງໜຶ່ງ, ລະບອບ ລວມສູນປະຊາທິປະໄຕ ກໍແມ່ນຫລັກການດຳເນີນງານຢ່າງມີວິທະຍາສາດຂອງວົງດົນຕີ. ເມື່ອ ວົງດົນ ຕີດຳເນີນການ ສະແດງ, ນັກບັນ ເລງເຄື່ອງດົນຕີແຕ່ ລະຄົນລ້ວນແຕ່ສາມາດສະແດງທັກ ສະຂອງຕົນຢ່າງເສລີ, ນີ້ກໍຄື “ປະຊາທິ ປະໄຕ” ຢ່າງເຕັມທີ່.


ຂປລ. ຖ້າຫາກຖືເອົາການບໍລິຫານປະເທດປຽບທຽບເປັນການສະແດງດົນຕີປະສານສຽງຂະໜາດໃຫຍ່ຄັ້ງໜຶ່ງ, ລະບອບລວມສູນປະ ຊາທິປະໄຕ ກໍແມ່ນຫລັກການດຳ ເນີນງານຢ່າງມີວິທະຍາສາດຂອງ ວົງດົນຕີ. ເມື່ອວົງດົນຕີດຳເນີນການ ສະແດງ, ນັກບັນ ເລງເຄື່ອງດົນຕີແຕ່ ລະຄົນລ້ວນແຕ່ສາມາດສະແດງທັກ ສະຂອງຕົນຢ່າງເສລີ, ນີ້ກໍຄື “ປະຊາທິປະໄຕ” ຢ່າງເຕັມທີ່; ແຕ່ການສະແດງທັງໝົດຕ້ອງຟັງການບັນ ຊາຂອງວາທະຍາກອນ, ມີຈັງຫວະ ດຽວ ແລະ ປະສານສົມທົບກັນ, ໃນ ທີ່ສຸດຈຶ່ງຈະປະກອບເປັນບົດເພງ ອັນຄົບ ຖ້ວນ ແລະ ກົມກຽວ, ນີ້ກໍຄື “ການລວມສູນ”ຢ່າງມີປະສິດທິ ພາບສູງ. ລະບອບລວມສູນປະຊາ ທິປະໄຕກໍເປັນຄວາມດຸ່ນດ່ຽງທີ່ສົມ ບູນລະຫວ່າງ “ການຮັບຟັງສຽງ ຂອງຄົນ ທັງຫລາຍ” ກັບ “ການເຕົ້າໂຮມກຳລັງແຮງໃຫ້ເປັນເອກະພາບກັນ”.

ໃນຖານະເປັນຫລັກການຈັດ ຕັ້ງພື້ນຖານ ແລະ ລະບອບການນຳ ພາຂອງພັກກອມມູນິດຈີນ, ເປັນແກນກາງຂອງລະບອບລວມສູນປະຊາທິປະໄຕແມ່ນງ່າຍດາຍທີ່ສຸດ: ກ່ອນການຕັດສິນນະໂຍບາຍ ຈະຮັບຟັງຄຳຄິດເຫັນຂອງທຸກຝ່າຍຢ່າງເຕັມທີ່ ແລະ ປຶກສາຫາລືຢ່າງ ກວ້າງຂວາງ, ຮັບເອົາສະຕິປັນຍາຂອງທຸກຄົນ; ຫລັງຈາກການຕັດສິນແລ້ວ ຈະປະຕິບັດຢ່າງເປັນເອກະພາບໃນ ຈັງຫວະດຽວກັນ, ເຕົ້າໂຮມກຳລັງແຮງຂອງທຸກຄົນ. ມັນເບິ່ງຄືງ່າຍດາຍ, ແຕ່ກໍເປັນປັດຊະຍາສັດຈະວິພາກອັນລຽບງ່າຍ: ສະແຫວງຫາຄວາມດຸ່ດ່ຽງທີ່ຍືນຍົງ ລະ ຫວ່າງການປະກອບຄວາມເຫັນ ທີ່ຫລາກຫລາຍກັບການລວມສູນເປັນເປົ້າໝາຍເອກະພາບ. ຫລັກການນີ້ຂອງພັກກອມມູນິດຈີນບໍ່ແມ່ນສ້າງຂຶ້ນ ໃນມື້ໜຶ່ງຍາມດຽວ, ຫາກໄດ້ພັດທະ ນາໃຫ້ສົມບູນຂຶ້ນຢ່າງບໍ່ຢຸດຢັ້ງໄປ ພ້ອມກັບປະຫວັດສາດ 100 ກວ່າປີ ຂອງພັກ. ໃນໄລ ຍະເບື້ອງຕົ້ນແຫ່ງການສ້າງຕັ້ງພັກ, ພັກກອມມູນິດຈີນ ກໍໄດ້ກຳນົດເອົາລະບອບລວມສູນປະຊາທິປະໄຕ ເປັນຫລັກການຈັດຕັ້ງຂອງຕົນ; ລະບອບນີ້ບໍ່ແມ່ນທິດສະດີແບບນາມມະທຳ, ຫາກໄດ້ປະຕິບັດຕົວຈິງຢູ່ໃນຈຸລັງ ອົງການຈັດຕັ້ງທຸກຂັ້ນຂອງພັກ: ຕັ້ງແຕ່ໜ່ວຍພັກຮາກຖານ ທີ່ມີສະມາຊິກພັກພຽງບໍ່ເທົ່າໃດຄົນ, ປຶກສາຫາລືກັນໃນໜ່ວຍພັກ, ຄົ້ນຄວ້າລວມໝູ່, ສະມາຊິກພັກປະກອບຄວາມຄິດເຫັນຢ່າງເຕັມທີ່ແລ້ວ ຈຶ່ງຕົກລົງເປັນມະຕິຂອງໜ່ວຍພັກ; ຮອດຂັ້ນຄະນະພັກທ້ອງຖິ່ນ, ຄະນະກຳມະການສູນກາງພັກ ຈົນເຖິງທົ່ວພັກ, ລ້ວນແຕ່ປະຕິບັດ ໜ້າທີ່ວຽກງານ ຕາມລະບອບລວມສູນປະຊາທິປະໄຕຢ່າງເຂັ້ມງວດ, ກາຍເປັນຕ່ອງໂສ້ການດຳເນີນງານຂອງ ການຈັດຕັ້ງທີ່ເຊື່ອມໂຍງກັນຈາກ ຂັ້ນເທິງຫາຂັ້ນຮາກຖານ, ມີປະຊາທິປະໄຕຢ່າງເຕັມທີ່ ແລະ ມີການລວມສູນຢ່າງແຂງແຮງ.

ເມື່ອທົບທວນຄືນປະຫວັດສາດ ຂອງພັກກອມມູນິດຈີນ ສາມາດພົບເຫັນວ່າລະບອບລວມສູນປະຊາທິ ປະໄຕເປັນເຄັດລັບສຳຄັນທາງລະບອບ ທີ່ຊ່ວຍໃຫ້ພັກກອມມູນິດຈີນ ຜ່ານຜ່າການທົດສອບທີ່ຕັດສິນ ຄວາມເປັນຕາຍ ແລະ ຍາດເອົາໄຊຊະນະຢ່າງຕໍ່ເນື່ອງ. ບົນ ເສັ້ນ ທາງເດີນ ທັບທາງໄກ, ໃນເວລາສຳຄັນແຫ່ງຄວາມເປັນຄວາມຕາຍ, ກໍຍ້ອນອາໄສລະບອບລວມສູນປະຊາທິປະໄຕ, ຈຶ່ງສາມາດດຳເນີນການປຶກສາຫາລືພາຍໃນພັກ ຢ່າງເຕັມທີ່,ຮັບຟັງ ຄວາມຄິດເຫັນ ແລະ ຂໍ້ສະເໜີຂອງນາຍ ແລະ ພົນທະຫານທຸກຝ່າຍຢ່າງເຕັມທີ່, ຜ່ານ ການລົງຄະແນນສຽງ ເພື່ອຕັດສິນດັດແກ້ແນວທາງການທະຫານທີ່ຜິດພາດ. ຫລັງຈາກສ້າງຄວາມຕັດສິນ ທາງຍຸດທະສາດທີ່ຖືກຕ້ອງແລ້ວ, ທົ່ວກອງທັບໄດ້ປະຕິບັດຕາມຄຳສັ່ງຢ່າງເດັດຂາດ ແລະ ເຄື່ອນໄຫວຢ່າງເປັນເອກະພາບ, ຈຶ່ງສຳເລັດການເຄື່ອນຍ້າຍ ທາງຍຸດທະສາດອັນ ຍິ່ງໃຫຍ່ທີ່ສະເທືອນທົ່ວໂລກ. ໃນເວລາອັນຄັບຂັນ, ບໍ່ໄດ້ກົດໜ່ວງຄວາມເຫັນທີ່ແຕກຕ່າງກັນ ແລະ ຍັງສາມາດບັນລຸຄວາມເປັນເອກະພາບກັນແລ້ວ ສ້າງໃຫ້ເປັນເປົ້າໝາຍເອກະພາບຢ່າງສູງ ຊຶ່ງສະແດງໃຫ້ເຫັນຢ່າງເຕັມສ່ວນ ເຖິງບົດບາດສຳຄັນຂອງລະບອບລວມສູນປະຊາ ທິປະໄຕ ໃນຈຸດຫົວລ້ຽວຫົວຕໍ່ທາງປະຫວັດສາດ.

ເມື່ອຫລັກການດັ່ງກ່າວຖືກນຳ ໃຊ້ເຂົ້າໃນດ້ານການບໍລິຫານປະເທດ, ລະບອບລວມສູນປະຊາທິປະໄຕຈະບັນລຸຜົນເປັນຈິງໄດ້ຄືແນວໃດ?  ຂະບວນການຮຽບຮຽງຂໍ້ສະເໜີ ຂອງສູນກາງພັກກອມມູນິດຈີນ ກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 15 ກໍເປັນຕົວຢ່າງອັນໂດດເດັ່ນທີ່ມີຊີວິດຊີວາ. ເອກະສານໂຄງການສຳ ລັບຊີ້ນຳການພັດທະນາ 5 ປີຕໍ່ໜ້າ ຂອງຈີນສະບັບນີ້ ນັບແຕ່ການຮ່າງຈົນຮອດການສ້າງສຳເລັດໃນຂັ້ນສຸດທ້າຍ ກໍເປັນຂະບວນການຂອງພຶດຕິກຳຕົວຈິງ ອັນຄົບຖ້ວນຄັ້ງໜຶ່ງແຫ່ງການ “ເສີມຂະຫຍາຍປະຊາ
ປະທິປະໄຕຢ່າງເຕັມທີ່ໄປກ່ອນແລ້ວ ຈຶ່ງລວມສູນຢ່າງມີປະສິດທິຜົນໃນພາຍຫລັງ”. ໃນຂະບວນການຮຽບຮຽງເອກະສານດັ່ງກ່າວ, ພັກກອມ ມູນິດຈີນຍຶດໝັ້ນເປີດການລະດົມຄຳຄິດເຫັນ ຈາກສັງຄົມໃຫ້ສຸມສະຕິປັນຍາຢ່າງກວ້າງຂວາງ, ທັງເປີດກວ້າງຂອບເຂດລະດົມຄຳ ຄິດ ເຫັນຈາກພາຍໃນພັກ ຂະຫຍາຍໄປສູ່ນອກພັກ, ຈາກຜູ້ຊ່ຽວຊານນັກວິຊາການ ຂະຫຍາຍໄປສູ່ແນວໜ້າຂັ້ນຮາກຖານ, ຈາກການຈັດກອງປະຊຸມສົນທະນາແບບເຊິ່ງໜ້າ ຂະຫຍາຍໄປສູ່ການລະດົມຄຳຄິດເຫັນທາງອອນລາຍ.  ຄວາມຮຽກຮ້ອງຕ້ອງການຕົວຈິງ ຈາກຂັ້ນຮາກຖານ ກວ້າງຂວາງທີ່ສຸດ, ຄວາມຄິດເຫັນທີ່ແຫລມຄົມ ໃນຂົງເຂດວິຊາການທີ່ສຸດ ຖືກລວມສູນໄປສູ່ອົງການຕັດສິນນະໂຍບາຍ ຂັ້ນສູນກາງຢ່າງບໍ່ຢຸດຢັ້ງ. ສະເພາະແຕ່ທາງອອນລາຍ ກໍເກັບກຳຄຳຄິດເຫັນ ແລະ ຄຳສະເໜີຂອງຊາວເນັດໄດ້ທັງໝົດ 3.113.000 ຂໍ້, ພາຍຫລັງສັງ ລວມ ແລ້ວໄດ້ກາຍເປັນຄຳສະເໜີລັກສະນະຕົວແທນ 1.500 ຂໍ້ ເພື່ອເປັນຂໍ້ມູນອ້າງອີງສຳລັບສູນກາງພັກໃນການຮຽບຮຽງແຜນການ 5 ປີຄັ້ງທີ 15. ຮ່າງຂໍ້ສະເໜີແຜນການ ທີ່ສ້າງຂຶ້ນບົນພື້ນຖານດັ່ງກ່າວ ຍັງຕ້ອງຍື່ນໃຫ້ກອງປະຊຸມຄົບຄະນະ ສູນກາງພັກ ເພື່ອນຳໄປຄົ້ນຄວ້າພິຈາ ລະ ນາແບບລວມໝູ່, ລົງຄະແນນສຽງ ແລະ ຮັບຮອງ, ຈາກນັ້ນຈຶ່ງມອບໃຫ້ລັດຖະບານ ຮຽບຮຽງສ້າງເປັນແຜນການ 5 ປີຄັ້ງທີ 15, ແລ້ວ ຍື່ນຕໍ່ສະພາປະຊາຊົນແຫ່ງຊາດ ເພື່ອພິຈາລະນາ ແລະ ອະນຸມັດແລ້ວ ຈຶ່ງຈັດຕັ້ງປະຕິບັດ. ຈາກການລະດົມຄຳຄິດເຫັນຢ່າງກວ້າງ ຂວາງ ຮອດການພິຈາລະນາ ແລະ ຕົກລົງແບບລວມໝູ່ ຕະຫລອດຮອດການວາງແຜນເປັນເອກະພາບ ແລະ ຈັດຕັ້ງປະຕິບັດ, ທຸກຂັ້ນຕອນແມ່ນຕິດພັນກັນຢ່າງສະໜິດແໜ້ນ ຊຶ່ງສະທ້ອນໃຫ້ເຫັນເຖິງທົ່ວທຸກຂັ້ນຕອນ ຂອງການດຳເນີນງານຂອງລະບອບລວມ ສູນປະຊາທິ ປະໄຕ.

ລະບອບລວມສູນປະຊາທິປະໄຕ ແມ່ນຝັງຮາກເລິກຢູ່ນຳວັດທະນະ ທຳການບໍລິຫານທີ່ມີປະຫວັດຫລາຍພັນປີຂອງປະຊາຊາດຈີນ. ຄົນຈີນບູຮານແມ່ນສົ່ງເສີມຫລັກ ການບໍລິຫານແບບ “ສຸມສະຕິປັນຍາ ເພື່ອຄົ້ນຄວ້າຫາລືຢ່າງກວ້າງຂວາງ” ແລະ “ຮ່ວມແຮງຮ່ວມໃຈ ກັນ”, ວັດທະນະທຳດັ້ງເດີມຂອງຈີນ ແມ່ນເນັ້ນໃສ່ການ “ຮັບຟັງຄຳຄິດເຫັນຈາກທຸກທິດທາງຈຶ່ງຈະຮູ້ຈຳ ແນກອັນໃດຜິດອັນໃດຖືກ” ໂດຍມີຈຸດຢືນໃຫ້ຂໍຄວາມຄິດເຫັນຈາກຫລາຍຝ່າຍ ຈຶ່ງຈະສາມາດຮັບປະກັນການຕັດສິນຕີລາຄາຢ່າງຖືກຕ້ອງ; ນອກນີ້ຄົນຈີນບູຮານຍັງສົ່ງເສີມ ແບບແຜນວິທີການເຮັດວຽກ ທີ່ປະຕິບັດຕາມຄຳສັ່ງຢ່າງເດັດຂາດ, ເນັ້ນໜັກການເຄື່ອນໄຫວ ເປັນເອກະພາບກັນ. ລະບອບລວມສູນປະຊາທິປະໄຕ ກໍເປັນການຍົກລະດັບພູມປັນຍາດັ້ງເດີມຂອງຈີນ ໃຫ້ເໝາະສົມກັບການນຳໃຊ້ໃນຍຸກປັດຈຸບັນ, ເປັນການຈັດວາງລະບຽບ ການ ທີ່ກຳເນີດເກີດຂຶ້ນໂດຍອີງໃສ່ສະພາບຕົວຈິງຂອງຈີນ.

ເມື່ອເບິ່ງໃນຂອບເຂດທ່ົວໂລກ ແລ້ວຈະເຫັນໄດ້ວ່າ: ລະບອບການບໍລິຫານຂອງບາງປະເທດຕາເວັນຕົກເບິ່ງຄື ມີປະຊາທິປະໄຕຫລາຍ, ແຕ່ວ່າຍ້ອນໄດ້ຮັບຜົນກະທົບຈາກການແຂ່ງຂັນລະຫວ່າງພັກຝ່າຍ ແລະ ການຖ່ວງດຶງຈາກພັກພວກມາ ເປັນເວລາຍາວນານ, ຫົວຂໍ້ສາ ທາລະນະຈຶ່ງມັກຈະຕົກຢູ່ໃນສະພາບບໍ່ໄປບໍ່ມາ, ນະໂຍບາຍກໍຖືກປັບປຸງເລື້ອຍໆໄປຄຽງຄູ່ກັບການຜັດປ່ຽນຂອງຜູ້ກຳອຳນາດ, ແຜນການສຳຄັນຈຶ່ງຍາກທີ່ຈະສາມາດຊຸກຍູ້ໃຫ້ຖືກປະຕິບັດຢ່າງຕໍ່ເນື່ອງໃນໄລຍະຍາວ. ດັ່ງເຄືອຂ່າຍທາງລົດໄຟຄວາມໄວສູງຂອງຈີນ ພາຍຫລັງຖືກ ກຳນົດແລ້ວກໍໄດ້ຮັບການຊຸກຍູ້ປະຕິບັດການກໍ່ສ້າງແບບປະສານງານ ຂ້າມເຂດແຄວ້ນຢ່າງກົມກຽວ, ແຜນວາດໜຶ່ງໄດ້ຮັບການຈັດຕັ້ງປະຕິບັດ ໃຫ້ເປັນຮູບປະທຳຢ່າງຕໍ່ເນື່ອງ ໂດຍບໍ່ຖືກຍົກເລີກແຜນລວມ ເນື່ອງຈາກການປ່ຽນສະໄໝ ຂອງລັດຖະບານ ແລະ ຄວາມເຫັນ ຂັດແຍ້ງຂອງບາງພາກສ່ວນ, ໃນທີ່ສຸດ ຈີນກໍສາມາດສ້າງເຄືອຂ່າຍທາງລົດໄຟຄວາມໄວສູງ ຂະໜາດໃຫຍ່ທີ່ສຸດຂອງໂລກໃຫ້ສຳເລັດ ແລະ ນຳເອົາຜົນປະໂຫຍດມາສູ່ປະຊາຊົນທົ່ວປະເທດ. ມາເບິ່ງຕົວຢ່າງທີ່ແຕກຕ່າງກັນ: ທາງລົດໄຟຄວາມໄວສູງລັດຄາລີຟໍເນຍນັບແຕ່ເລີ່ມ ກຳນົດຈັດຕັ້ງໂຄງການ ໃນປີ 2008 ເປັນຕົ້ນມາ, ເນື່ອງຈາກໄດ້ຮັບຜົນກະທົບຈາກປັດໄຈຕ່າງໆ ມາເປັນໄລຍະຍາວ ເຊັ່ນ: ການແຂ່ງຂັນລະຫວ່າງພັກຝ່າຍ, ການກົດໜ່ວງຖ່ວງດຶງລະຫວ່າງທ້ອງຖິ່ນ, ການສະກັດກັ້ນຈາກກຸ່ມຜົນປະໂຫຍດ ແລະ ອື່ນໆ, ໄລຍະການກໍ່ສ້າງຖືກ ແກ່ຍາວອອກຢ່າງຫລວງຫລາຍ, ງົບປະມານຖືກປັບປຸງເລື້ອຍໆ, ການສ້າງທາງລົດໄຟໃຫ້ສຳເລັດຕະຫລອດສາຍ ບໍ່ໄດ້ບັນລຸຜົນເປັນຈິງຕາມຄາດໝາຍເດີມ, ຈົນສິ່ງນີ້ໄດ້ກາຍ ເປັນຕົວຢ່າງພົ້ນເດັ່ນແຫ່ງການພິຈາລະນາແຕ່ບໍ່ຕັດສິນ, ຕັດສິນແລ້ວແຕ່ບໍ່ປະຕິບັດຕົວຈິງພາຍໃຕ້ລະ ບອບປະຊາທິປະໄຕແບບປະເທດຕາເວັນຕົກ.

ລະບອບລວມສູນປະຊາທິປະໄຕ ໄດ້ພົ້ນຈາກກັບດັກເປັນປໍລະປັກ ກັນລະຫວ່າງສອງດ້ານຄື “ຕ້ອງມີຄວາມເສລີເດັດຖານ ຫລື ບໍ່ກໍ ຕ້ອງເປັນຜະເດັດການເດັດຖານ”, ດ້ວຍປະຊາທິປະໄຕຢ່າງກວ້າງຂວາງ ເພື່ອຮັບເອົາສະຕິປັນຍາທົ່ວປວງຊົນ, ສາມາດຫລີກລ່ຽງການຫ່າງ ເຫີນຈາກມະຫາຊົນ; ດ້ວຍການ “ລວມສູນ” ຕາມຫລັກວິທະຍາສາດ ເພື່ອຮັບປະກັນການປະຕິບັດຢ່າງມີປະສິດທິພາບສູງ ແລະ ກຳຈັດການຖິ້ມຄວາມຮັບຜິດຊອບໃຫ້ກັນ. ຄວາມຈິງໄດ້ພິສູດແລ້ວວ່າ: ລະບອບທີ່ສາມາດເຮັດວຽກ ເພື່ອປະຊາຊົນພັດທະນາພາລະກິດຂອງຊາດ ໃຫ້ສຳເລັດຢ່າງແທ້ຈິງ ແລະ ຮັບປະກັນຄວາມສະຫງົບຖາວອນທາງສັງຄົມນັ້ນຈຶ່ງຈະເປັນລະບອບທີ່ດີ.

ສິ່ງນີ້ກໍຄື ລະຫັດແກນກາງຂອງສະຕິປັນຍາການບໍລິຫານປະເທດແບບຈີນ.


KPL

ຂ່າວອື່ນໆ

ads
ads

Top