ສື່ອອນລາຍໃຊ້ເປັນໄດ້ປະໂຫຍດ ໃຊ້ຜິດກົດໝາຍກໍ່ໂທດ

09/11/2026 13:23
Email Print 105
ຂປລ ຂປລ. ມາຮອດດຽວນີ້ ອາດເວົ້າໄດ້ວ່າສື່ອອນລາຍ ໄດ້ກາຍເປັນສ່ວນໜຶ່ງໃນຊີວິດປະຈໍາວັນຂອງຄົນຈໍານວນບໍ່ໜ້ອຍໃນທົ່ວໂລກ
   ຂປລ. ມາຮອດດຽວນີ້ ອາດເວົ້າໄດ້ວ່າສື່ອອນລາຍ ໄດ້ກາຍເປັນສ່ວນໜຶ່ງໃນຊີວິດປະຈໍາວັນຂອງຄົນຈໍານວນບໍ່ໜ້ອຍໃນທົ່ວໂລກ ຍ້ອນການພັດທະນາຢ່າງກະໂດດຂັ້ນຂອງເຕັກໂນໂລຊີການສື່ສານ-ໂທລະຄົມມະນາຄົມ ແລະ ມີລາຄານັບມື້ຖືກລົງ, ທຸກຄົນສາມາດເຂົ້າເຖິງໄດ້ງ່າຍ...ເຖິງຢ່າງໃດກໍດີ ສື່ອອນລາຍ ມັນກໍມີທັງຜົນກະທົບດ້ານບວກ ແລະ ດ້ານລົບໄປຄູ່ກັນດ້ວຍຄວາມພາວະວິໄສ, ຖ້າໃຊ້ໃຫ້ເປັນປະໂຫຍດກໍໄດ້ປະໂຫຍດ, ແຕ່ຖ້າ ຂາດສະຕິ ແລະ ໃຊ້ບໍ່ຄໍານຶງລະ ບຽບຫລັກການບ້ານເມືອງ ຫລື ບໍ່ຄໍານຶງເຖິງຈັນຍາທໍາຈະລິຍະທໍາ ນອກຈາກບໍ່ໄດ້ປະໂຫຍດແລ້ວ ອາດມີໂທດມາເຖິງຕົວ ເພາະບ້ານເມືອງມີຂື່ມີແປ, ທຸກຄົນມີສິດເສລີພາບພາຍໃຕ້ລັດຖະທໍາມະນູນ ແລະ ກົດ ໝາຍ, ບໍ່ໝາຍວ່າຢາກໃສ່ຮ້າຍປ້າຍສີໂຈມຕີດ່າໃຜກໍ່ໄດ້, ຕ້ອງຄໍານຶງເຖິງເພິ່ນເຖິງໂຕ, ເອົາໃຈເພິ່ນມາໃສ່ໃຈເຮົາຄືຜູ້ເຖົ້າບູຮານເຄີຍກ່າວໄວ້.
   ກ່ຽວກັບສື່ອອນລາຍ ຫລື ສື່ສັງຄົມອອນລາຍ, ໄດ້ມີການວິໄຈຜົນກະທົບດ້ານບວກ ແລະ ດ້ານລົບຈາກສື່ປະເພດນີ້ໄວ້ເມື່ອບໍ່ດົນນີ້, ເຫັນວ່າເປັນຂໍ້ມູນທີ່ຄວນສຶກສານໍາກັນ ຈຶ່ງນໍາເອົາມາແລກປ່ຽນຄໍາເຫັນນໍາບັນດາທ່ານຜູ້ອ່ານ ເພື່ອໃຫ້ມີການຄົ້ນຄວ້ານໍາກັນຖ້າເໝາະສົມສະພາບເງື່ອນໄຂຂອງເຮົາກໍເອົາມາໝູນໃຊ້ໄດ້, ອັນໃດບໍ່ເໝາະສົມສອດຄ່ອງກໍຖືເປັນຂໍ້ມູນເບິ່ງໄປໃສ່ອະນາຄົດ ເພື່ອຫາວິທີປ້ອງກັນສະກັດກັ້ນບັນດາສິ່ງຈະເກີດປະກົດການຫຍໍ້ທໍ້...ຜົນກະທົບທາງບວກ, ສື່ອອນລາຍ ເປັນສື່ທີ່ທຸກຄົນເຂົ້າເຖິງງ່າຍ, ທຸກຄົນສາມາດເຜີຍແຜ່-ສະເໜີຜົນງານ- ວຽກງານຂອງຕົນເອງໄດ້ເລີຍ; ມີການແບ່ງປັນຂໍ້ມູນຂ່າວສານ-ຮູບ-ວິຊາຄວາມຮູ້, ປະສົບການຊີວິດ-ວຽກງານໃຫ້ຜູ້ອື່ນ; ເປັນເວທີສະແດງຄວາມຄິດຄວາມເຫັນໃນເລື່ອງຕ່າງໆ; ສາມາດຊອກໝູ່-ພົວພັນອັນດີ; ເປັນເຄື່ອງມືໃນການຕິດຕໍ່ສື່ສານມີປະສິດທິພາບ; ເປັນເຄື່ອງມື ຫລື ຊ່ອງທາງຊ່ວຍການພັດທະນານັບແຕ່ບຸກຄົນ-ຮາກຖານ...; ໃຊ້ໂຄສະນາ-ບໍລິການຊື້້-ຂາຍ ແລະ ປະໂຫຍດອັນສຸດທ້າຍຈາກການວິໄຈໃນຕ່າງປະເທດເຫັນວ່າສື່ອອນລາຍມີຄວາມປະຢັດລາຍຈ່າຍກວ່າການຕິດຕໍ່ສື່ສານແບບອື່ນໆ. ສ່ວນຜົນກະທົບດ້ານລົບເຫັນວ່າເປັນຊ່ອງທາງໃນການລະເມີດສິດ-ຜົນງານຂອງກັນ ແລະ ກັນງ່າຍ; ຖ້າໃຊ້ຢ່າງບໍ່ມີເວລາພັກ ຫລື ໃຊ້ຫລາຍເກີນໄປກໍມີຜົນອັນບໍ່ດີຕໍ່ສຸຂະພາບ; ມີການໃຊ້ຊ່ອງທາງນີ້ວິຈານໂຈມຕີກັນ, ສ້າງຂ່າວປອມ-ບິດເບືອນ-ໃສ່ຮ້າຍປ້າຍສີພາ ໃຫ້ເກີດຄວາມສັບສົນແກ່ຜູ້ໃຊ້ອື່ນໆ ແລະ ສັງຄົມບໍ່ເປັນປະໂຫຍດ; ເກີດ ປະກົດການຫຍໍ້ທໍ້ໃນສັງຄົມອອນລາຍໃນຮູບແບບຕ່າງໆ. 
   ເວົ້າລວມແລ້ວສື່ອອນລາຍ, ຜົນປະໂຫຍດກໍມີຫລາຍ, ອັນໝາຍເຖິງຜົນກະທົບຕໍ່ຊີວິດ ແລະ ສັງຄົມ ມີທັງບວກ ແລະ ລົບ. ຕາມການວິໄຈໃນຕ່າງປະເທດທີ່ໄດ້ຍົກຂຶ້ນເທິງນີ້ ກໍເຫັນໄດ້ວ່າຜົນກະທົບທາງບວກ ນັ້ນມີຫລາຍ. ເຖິງຢ່າງໃດກໍດີ, ຜົນກະທົບດ້ານລົບກໍເປັນສິ່ງທ້າທາຍໃນການຄຸ້ມຄອງຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ. ຄວາມເຂົ້າໃຈແບບຕື້ນໆ ໃນການໃຊ້ສື່ອອນລາຍ, ນອກຈາກບໍ່ໄດ້ປະໂຫຍດຫຍັງແລ້ວອາດເປັນການຂາຍໜ້າຕົນເອງ ຫລື ຕົກເປັນເຫຍື່ອພວກຄົນບໍ່ດີ ຫລື ກາຍເປັນຜູ້ສະໜັບສະໜູນຄົນບໍ່ດີ ໂດຍບໍ່ຮູ້ສຶກຕົວ ຊຶ່ງນັ້ນອາດມີຜົນເຖິງຂັ້ນໄດ້ຮັບໂທດຕາມລະບຽບກົດໝາຍບ້ານເມືອງ, ເລື່ອງແບບນີ້ທຸກປະເທດໃນໂລກລ້ວນມີການຄຸ້ມຄອງບໍ່ເຊັ່ນນັ້ນຈະເອີ້ນວ່າ ບ້ານເມືອງ-ສັງຄົມໄດ້ແນວໃດຖ້າບໍ່ມີການຄຸ້ມຄອງດ້ວຍລະບຽບ-ກົດໝາຍ.
     ໂດຍ: ໄໝຄໍາຍ້ອມສິນ
KPL

ຂ່າວອື່ນໆ

ads
ads

Top