ເພີ່ມທະວີການນຳພາຂອງພັກ ສ້າງການຫັນປ່ຽນວຽກງານການເມືອງ-ແນວຄິດ ຢ່າງແຂງແຮງ

09/11/2026 13:12
ຂປລ ຂປລ. ວຽກງານເມືອງ-ແນວຄິດເວລາໃດກໍເປັນວຽກງານກົກ, ເປັນວຽກງານແຖວໜ້າ ແລະ ເປັນວຽກງານທີ່ປະກອບສ່ວນສໍາຄັນເຂົ້າໃນໄຊຊະນະລວມໃນພາລະກິດຕໍ່ສູ້ປົດປ່ອຍຊາດ

   ຂປລ. ວຽກງານເມືອງ-ແນວຄິດເວລາໃດກໍເປັນວຽກງານກົກ, ເປັນວຽກງານແຖວໜ້າ ແລະ ເປັນວຽກງານທີ່ປະກອບສ່ວນສໍາຄັນເຂົ້າໃນໄຊຊະນະລວມໃນພາລະກິດຕໍ່ສູ້ປົດປ່ອຍຊາດ ແລະ ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຕະຫລອດໄລຍະຜ່ານມາ ພັກເຮົາໄດ້ຖືວຽກງານສຶກສາອົບຮົມການເມືອງ-ແນວຄິດເປັນວຽກງານສໍາຄັນສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານເປັນຕົ້ນແມ່ນການຫັນເອົາບັນດາແນວທາງນະໂຍບາຍ, ມະຕິ, ຄໍາສັ່ງຂອງພັກ, ມູນເຊື້ອຂອງຊາດ, ຂອງພັກ ແລະ ນິຕິກຳຕ່າງໆມາເຜີຍແຜ່ເຊື່ອມຊຶມດ້ວຍຫລາຍຮູບແບບ ແລະ ວິທີການຢ່າງຕໍ່ເນື່ອງ ຊຶ່ງໄດ້ເຮັດໃຫ້ສະມາຊິກພັກ, ພະນັກງານ, ທະຫານ, ຕຳຫລວດ ແລະ ປະຊາຊົນບັນດາເຜົ່າມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ, ການຄຸ້ມຄອງບໍລິຫານລັດ, ເປັນເຈົ້າການປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຮັບປະກັນສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງ, ແກ້ໄຂດີຂຶ້ນເປັນກ້າວໆ.
ສະນັ້ນ, ເພື່ອສືບຕໍ່ຜັນຂະຫຍາຍ ມະຕິ ເລກທີ 206 ຂອງກົມການເມືອງສູນກາງພັກ ວ່າດ້ວຍການຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດໃນໄລຍະໃໝ່ ໃຫ້ປະກົດຜົນເປັນຈຶ່ງນັ້ນ ຄະນະພັກ-ຄະນະນໍາທຸກຂັ້ນ, ສະມາຊິກພັກທຸກສະຫາຍຕ້ອງຖືເອົາການເຄື່ອນໄຫວວຽກງານການເມືອງ-ແນວຄິດ ແລະ ສະຫລຸບຕີລາຄາຄືນໝາກຜົນແຫ່ງການນໍາພາຈັດຕັ້ງປະຕິບັດວຽກງານຕົວຈິງຢູ່ໃນຄວາມຮັບຜິດຊອບຂອງຕົນດ້ານຕັ້ງໜ້າ ແລະ ພົ້ນເດັ່ນຈະສືບຕໍ່ເສີມຂະຫຍາຍ ພ້ອມນັ້ນກໍຕ້ອງຕີລາຄາ, ວິເຄາະ, ວິໄຈບັນຫາທີ່ຍັງເປັນສິ່ງກົດໜ່ວງ, ຈຸດອ່ອນ, ຂໍ້ຄົງຄ້າງ ແລະ ພ້ອມກັນມີວິທີການປັບປຸງ, ແກ້ໄຂເພື່ອສາມາດຕອບສະໜອງຕໍ່ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່. ອັນສໍາຄັນຕ້ອງພ້ອມກັນຄົ້ນຄວ້າ, ຜັນຂະຫຍາຍບັນດາເນື້ອໃນເອກະສານທີ່ສໍາຄັນ ໂດຍສະເພາະສະຫລຸບຕີລາຄາສະພາບການຈັດຕັ້ງປະຕິບັດມະຕິກອງປະຊຸມວຽກງານການເມືອງ-ແນວຄິດ ແລະ ທິດທາງແຜນການ, ຄາດໝາຍສູ້ຊົນ, ສະຫລຸບຕີລາຄາການຈັດຕັ້ງປະຕິບັດວຽກງານໂຄສະນາອົບຮົມ, ຕິດຕາມ, ເກັບກຳສະພາບແນວຄິດ-ຫາງສຽງສັງຄົມ.
   ບັນຫາສໍາຄັນຕົ້ນຕໍຂອງວຽກງານການເມືອງ-ແນວຄິດໃນຕໍ່ໜ້າສະມາຊິກພັກທຸກສະຫາຍ ຕ້ອງເອົາໃຈໃສ່ໃນບາງດ້ານດັ່ງນີ້: ສືບຕໍ່ຈັດຕັ້ງປະຕິບັດບັນດາໂຄງການຄົ້ນຄວ້າທິດສະດີ ແລະ ສັງລວມພຶດຕິກຳທີ່ສູນກາງພັກກຳນົດໃຫ້ສຳເລັດຜົນ ແລະ ຮັບປະກັນຄຸນນະພາບ. ເອົາໃຈໃສ່ຄົ້ນຄວ້າ-ສັງລວມພຶດຕິກຳໃຫ້ເລິກເຊິ່ງ ທັງຈາກຜົນສຳເລັດ ແລະ ຄວາມຂາດຕົກບົກພ່ອງໃນການພັດທະນາເສດ ຖະກິດ-ສັງຄົມ, ການກໍ່ສ້າງ ແລະ ປັບປຸງພັກ ໃນໄລຍະຜ່ານມາໃຫ້ເລິກເຊິ່ງ, ຖອດໃຫ້ໄດ້ບັນຫາທີ່ເປັນພື້ນຖານຮັບໃຊ້ການປັບປຸງບູລະນະແນວທາງແຜນນະໂຍບາຍຂອງພັກ. ປັບປຸງໂຄງການຫລັກສູດທິດສະດີການເມືອງຢູ່ສະຖາບັນການສຶກສາຕ່າງໆ ຊຶ່ງທັງຕ້ອງຮັບປະກັນການສະໜອງຫລັກມູນທິດສະດີການເມືອງອັນເປັນພື້ນຖານ, ຄວາມຮູ້ກ່ຽວກັບພັກ ແລະ ປະຫວັດສາດຂອງຊາດຢ່າງເປັນລະບົບຕອບສະໜອງການເລັ່ງທວງຂອງສະພາບການໃນໄລຍະໃໝ່ ແລະ ແທດເໝາະກັບແຕ່ລະເປົ້າໝາຍທີ່ເຂົ້າສຶກສາຮໍ່າຮຽນ. ເອົາໃຈໃສ່ກຳແໜ້ນສະພາບການເຄື່ອນໄຫວໂຄສະນາບິດເບືອນ, ໃສ່ຮ້າຍປ້າຍສີຂອງບັນດາອິດທິກຳລັງປໍລະປັກ, ສະພາບແນວຄິດ, ຫາງສຽງສັງຄົມໄປຄຽງຄູ່ກັບການຄົ້ນຄວ້າວິເຄາະວິໄຈ ເພື່ອເຫັນໄດ້ບັນຫາທີ່ຕ້ອງແກ້ໄຂຢ່າງຖືກຕ້ອງທັນການ. ຈາກນັ້ນ ສ້າງ ແລະ ປັບປຸງເອກະສານສຶກສາອົບຮົມການເມືອງ-ແນວຄິດໃຫ້ເປັນຫົວຂໍ້ສະເພາະດ້ວຍເນື້ອໃນທີ່ເໝາະ ສົມກັບສະພາບການຕົວຈິງ ແລະ ສຸມໃສ່ແກ້ໄຂບັນຫາດ້ານການເມືອງ-ແນວຄິດຢ່າງມີຈຸດສຸມຕາມແຕ່ລະເປົ້າໝາຍ ເພື່ອແນໃສ່ຍົກສູງສະຕິລະວັງຕົວ ແລະ ມີຄວາມເດັດຂາດໃນການຕ້ານ ແລະ ແກ້ໄຂຕໍ່ການເກີດສະພາບຫັນປ່ຽນທີ່ບໍ່ດີຈາກພາຍໃນຂອງຕົນເອງຢ່າງແຂງແຮງ. ເພີ່ມທະວີການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ຄົນຮຸ່ນໜຸ່ມເປັນຕົ້ນແມ່ນເຍົາວະຊົນ, ຊາວໜຸ່ມໃຫ້ຮູ້ໄດ້ມູນເຊື້ອຂອງພັກ, ຂອງຊາດ, ຂອງບັນພະບູລຸດເຮົາ, ມີຈິດໃຈຮັກຊາດ-ຮັກລະບອບໃໝ່, ມີຄວາມຕື່ນຕົວທາງດ້ານການເມືອງສູງ, ເປັນພົນລະເມືອງດີຂອງຊາດ, ມີຄວາມສາມັກຄີເອື້ອເຟື້ອເພື່ອແຜ່ຊ່ວຍເຫລືອກັນ, ມີຄວາມກະຕັນຍູຮູ້ບຸນຄຸນ, ສຸພາບຮຽບຮ້ອຍ, ສັດຊື່, ປະຢັດ, ຊອກຮູ້, ດຸໝັ່ນ, ອາດຫານ, ອົດທົນ, ມີຄວາມຫ້າວຫັນໃນການຄົ້ນຄິດປະດິດສ້າງ ແລະ ສະແຫວງຫາຄວາມກ້າວໜ້າທາງດ້ານວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ພູມປັນຍາແຫ່ງຍຸກສະໄໝ.

    ໂດຍ: ພິດສະໄໝ

KPL

ຂ່າວອື່ນໆ

ads
ads

Top