ລັດເຊຍ-ສ.ອາເມລິກາ-ອູແກຣນ ຈະຈັດການເຈລະຈາ 3 ຝ່າຍ

09/11/2026 13:08
ຂປລ ທ່ານ ວະ​ລາ​ດີ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ລັດ​ເຊຍ​ ໄດ້​ຢືນ​ຢັນ ​ໃນ​ກອງ​ປະ​ຊຸມ​ວ່າ: ການ​ເຈ​ລະ​ຈາ 3 ​ຝ່າຍ ​ລັດ​ເຊຍ-ສ.ອາ​ເມ​ລິ​ກາ-ອູ​ແກ​ຣນ ​ກ່ຽວ​ກັບບັນ​ຫາ​ອູ​ແກ​ຣນ ​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 10 ພະ​ຈິກ​ນີ້ ​ຢູ່​ນະ​ຄອນ​ຫລວງ​ ອາ​ບູ​ດາ​ບີ​ ຂອງ​ສະ​ຫະ​ລັດ​ ອາ​ຣັບ ​ເອ​ມີ​ເຣດ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ທ່ານ ວະ​ລາ​ດີ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ລັດ​ເຊຍ​ ໄດ້​ຢືນ​ຢັນ ​ໃນ​ກອງ​ປະ​ຊຸມ​ວ່າ: ການ​ເຈ​ລະ​ຈາ 3 ​ຝ່າຍ ​ລັດ​ເຊຍ-ສ.ອາ​ເມ​ລິ​ກາ-ອູ​ແກ​ຣນ ​ກ່ຽວ​ກັບບັນ​ຫາ​ອູ​ແກ​ຣນ ​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 10 ພະ​ຈິກ​ນີ້ ​ຢູ່​ນະ​ຄອນ​ຫລວງ​ ອາ​ບູ​ດາ​ບີ​ ຂອງ​ສະ​ຫະ​ລັດ​ ອາ​ຣັບ ​ເອ​ມີ​ເຣດ. ທ່ານ ວາລາດີເມຍ ປູ​ຕິນ ກ່າວ​ວ່າ: ສະ​ມາ​ຊິກ​ຄະ​ນະ​ຜູ້​ແທນ​ ລັດ​ເຊຍ ​ໄດ້​ເຂົ້າ​ຮ່ວມ ກອງປະຊຸມ ຄວາມ​ໝັ້ນ​ຄົງ​ ສະ​ຫະ​ພັນ ລັດ​ເຊຍ​ ໃນ​ມື້​ດຽວ​ກັນ. ຜູ້​ເຂົ້າ​ຮ່ວມ​ລວມ​ມີ ທ່ານ ວະ​ລາ​ດີ​ເມຍ ເມດີນ​ສະ​ກີ ຜູ້​ຊ່ວຍ​ ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ, ທ່ານ ມີຄາອີລ ກາ​ລູ​ຊິນ ແລະ ທ່ານ ເຊີເກ ຣີ​ຢາບ​ຄົ​ຟ ຮອງ​ລັດ​ຖະ​ມົນ​ຕີ ​ກະ​ຊວງ​ການ​ຕ່າງ​ປະ​ເທດ ລັດ​ເຊຍ ແລະ ອື່ນໆ. ກອງ​ປະ​ຊຸມ ​ໄດ້​ປຶກ​ສາ​ຫາ​ລື​ ກ່ຽວ​ກັບ ​ບັນ​ຫາ​ທີ່​ກ່ຽວ​ຂ້ອງ​ກັບ​ ການ​ເຈ​ລະ​ຈາ 3 ​ຝ່າຍ ລັດ​ເຊຍ-ສ.ອາ​ເມ​ລິ​ກາ-ອູ​ແກ​ຣນ ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ໄວໆ​ນີ້. ທ່ານ ວະ​ລາ​ດີ​ເມຍ ປູ​ຕິນ ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ ​ຕໍ່​ຄວາມ​ພະ​ຍາ​ຍາມ​ ຂອງ​ຄະ​ນະ​ນຳ​ສະ​ຫະ​ລັດ ​ອາ​ຣັບ ​ເອ​ມີ​ເຣດ ​ໃນ​ການ​ຊຸກ​ຍູ້ ການ​ແກ້​ໄຂວິ​ກິດ​ການ ໃນ​ອູ​ແກ​ຣນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top