ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ນວ ຈະຈັດຂຶ້ນທີ 10-13 ນ

09/11/2026 11:51
Email Print 159
ຂປລ ສະພາປະຊາຊົນນະຄອນຫຼວງວຽງຈັນ (ນວ) ຊຸດທີ V ຈະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 10-13 ພະຈິກ 2026 ນີ້, ທີ່ຫ້ອງປະຊຸມສຳນັກງານນະຄອນຫຼວງວຽງຈັນ ໂດຍປະຕິບັດຕາມມາດຕາ 54 ຂອງກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ. ກອງປະຊຸມຄັ້ງນີ້ຈະໄດ້ພິຈາລະນາ ແລະ ຮັບຮອງເອົາຫຼາຍບັນຫາສຳຄັນພື້ນຖານຂອງນະຄອນຫຼວງວຽງຈັນ.

ກອງປະຊຸມຈະພິຈາລະນາ, ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈຳປີ 2026 ແລະ ແຜນການເຄື່ອນໄຫວວຽກງານປະຈຳປີ 2027 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ, ພິຈາລະນາ, ຮັບຮອງເອົາບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ 9 ເດືອນ, ຄາດຄະເນໝົດປີ 2026 ແລະ ທິດທາງແຜນການປະຈຳປີ 2027 ຂອງນະຄອນຫຼວງວຽງຈັນ; ຮັບຟັງການລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດກ່ຽວກັບການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໂດຍສະເພາະແມ່ນການສ້າງແຜນປະຕິບັດງານ ແລະ ໂຄງການຢູ່ນະຄອນຫຼວງວຽງຈັນ; ພິຈາລະນາ, ຮັບຮອງເອົາໂຄງການສຳຫຼວດອອກແບບວາງແຜນຜັງເທດສະບານເມືອງນາຊາຍທອງ, ເມືອງຫາດຊາຍຟອງ ແລະ ເມືອງປາກງື່ມ ນະຄອນຫຼວງວຽງຈັນ; ພິຈາລະນາ, ຮັບຮອງເອົາບົດລາຍງານການເຄື່ອນໄຫວວຽກງານປະຈຳປີ 2026 ແລະ ທິດທາງແຜນການປະຈຳປີ 2027; ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈຳປີ 2025 ຂອງອົງການກວດສອບປະຈຳພາກກາງ 1; ພິຈາລະນາ, ຮັບຮອງເອົາບົດລາຍງານການເຄື່ອນໄຫວວຽກງານປະຈຳປີ 2026 ແລະ ທິດທາງແຜນການປະຈຳປີ 2027 ຂອງອົງການກວດກາລັດນະຄອນຫຼວງວຽງຈັນ; ພິຈາລະນາ, ຮັບຮອງເອົາບົດລາຍງານການເຄື່ອນໄຫວວຽກງານປະຈຳປີ 2026 ແລະ ທິດທາງແຜນການປະຈຳປີ 2027 ຂອງອົງການໄອຍະການປະຊາຊົນພາກກາງ ແລະ ອົງການໄອຍະການປະຊາຊົນນະຄອນຫຼວງວຽງຈັນ; ພິຈາລະນາ, ຮັບຮອງເອົາບົດລາຍງານການເຄື່ອນໄຫວວຽກງານປະຈຳປີ 2026 ແລະ ທິດທາງແຜນການປະຈຳປີ 2027 ຂອງສານປະຊາຊົນພາກກາງ ແລະ ສານປະຊາຊົນນະຄອນຫຼວງວຽງຈັນ; ຮັບຟັງການລາຍງານການຈັດຕັ້ງປະຕິບັດຄຳຕັດສິນຂອງສານປະຈຳປີ 2026 ແລະ ທິດທາງແຜນການປະຈຳປີ 2027 ຂອງກອງປະຕິບັດຄຳຕັດສິນຂອງສານປະຈຳນະຄອນຫຼວງວຽງຈັນ; ພິຈາລະນາ, ຮັບຮອງເອົາຮ່າງນິຕິກຳສ້າງໃໝ່ ແລະ ນິຕິກຳປັບປຸງຂອງນະຄອນຫຼວງວຽງຈັນຈຳນວນໜຶ່ງ.

ພ້ອມນີ້, ກອງປະຊຸມຍັງຈະໄດ້ຮັບຟັງການລາຍງານຊີ້ແຈງບັນຫາສຳຄັນຕ່າງໆຂອງນະຄອນຫຼວງວຽງຈັນ ເປັນຕົ້ນ ຮັບຟັງການລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນຍຸດທະສາດການບໍລິຫານຈັດການຂີ້ເຫຍື້ອ ແລະ ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ ແລະ ກຳຈັດຂີ້ເຫຍື້ອໃນນະຄອນຫຼວງວຽງຈັນ; ຮັບຟັງການລາຍງານກ່ຽວກັບການຈັດຕັ້ງປະຕິບັດຄຳສັ່ງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 11/ຄລສພ, ລົງວັນທີ 07 ພຶດສະພາ 2026 ວ່າດ້ວຍການເພີ່ມທະວີຊີ້ນຳຂອງພັກຕໍ່ວຽກງານແຮ່ທາດ, ການຄຸ້ມຄອງ ແລະ ແກ້ໄຂບັນຫາຫຍໍ້ທໍ້ດ້ານຊັບພະຍາກອນທຳມະຊາດ ແລະ ຮັບຟັງການລາຍງານກ່ຽວກັບສະພາບການສຶກສາໃນນະຄອນຫຼວງວຽງຈັນ ຕິດພັນກັບການປະລະການຮຽນຂອງນັກຮຽນໃນຊັ້ນປະຖົມ ແລະ ຊັ້ນມັດທະຍົມ ແລະ ບັນຫາການຂາດແຄນຄູສອນ ໂດຍສະເພາະຢູ່ເຂດຊານເມືອງ ຄື: ເມືອງສັງທອງ ແລະ ເມືອງປາກງື່ມ.

ນອກນັ້ນ, ກອງປະຊຸມຍັງຈະໄດ້ຮັບຟັງການຊີ້ແຈງບາງບັນຫາທີ່ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 1, ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ ຊັກຖາມໃນເວລາດຳເນີນກອງປະຊຸມຈາກພາກສ່ວນກ່ຽວຂ້ອງ. ດັ່ງນັ້ນ, ຈຶ່ງຂໍເຊີນຊວນບັນດາອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງສັງຄົມທຸກພາກສ່ວນ, ພະນັກງານ, ທະຫານ, ຕຳຫຼວດ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ໂດຍສະເພາະຊາວນະຄອນຫຼວງວຽງຈັນ ໃຫ້ການຕິດຕາມຂ່າວສານທາງໂທລະພາບ, ວິທະຍຸກະຈາຍສຽງ, ສື່ສິ່ງພິມຕ່າງໆ ແລະ ສາມາດສະເໜີຄຳຄິດຄຳເຫັນ ຫຼື ຄຳສະເໜີຕໍ່ກອງປະຊຸມ ຜ່ານໂທລະສັບສາຍດ່ວນຂອງສະພາປະຊາຊົນ ໝາຍເລກ 1156 ຫຼື ໝາຍເລກໂທລະສັບ 021 260251, 260242 ຊຶ່ງເລີ່ມເປີດຮັບຄຳສະເໜີ, ຄຳຄິດຄຳເຫັນຕໍ່ກອງປະຊຸມນັບແຕ່ມື້ນີ້ ເຖິງວັນທີ 13 ພະຈິກ 2026, ໃນວັນເວລາທາງລັດຖະການ.

KPL

ຂ່າວອື່ນໆ

    • ສນຊ ເຜີຍແຜ່ເຊື່ອມຊຶມເອກະສານສຳຄັນຂອງພັກການເມືອງ

      ສນຊ ເຜີຍແຜ່ເຊື່ອມຊຶມເອກະສານສຳຄັນຂອງພັກ

      11/9/2026 11:22:40 AM

      ສູນກາງແນວລາວສ້າງຊາດ (ສນຊ) ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XII ແລະ ມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XII ໃນວັນທີ 4 ພະຈິກ 2026 ພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງປະທານສູນກາງແນວລາວສ້າງຊາດ, ມີຄະນະພັກ, ຄະນະໜ່ວຍພັກ, ສະມາຊິກພັກປະຈຳການ, ສະມາຊິກພັກອາວຸໂສບຳນານ, ກຳມະການ ສນຊ, ຄູ່ຮ່ວມງານ ແລະ ຄະນະທີ່ປຶກສາ ພ້ອມດ້ວຍພະນັກງານ-ລັດຖະກອນ ເຂົ້າຮ່ວມ.

    • ຮອງນາຍົກລັດຖະມົນຕີ ສຳເລັດການຢ້ຽມຢາມ ສ ເບລາຣຸດຊີການເມືອງ

      ຮອງນາຍົກລັດຖະມົນຕີ ສຳເລັດການຢ້ຽມຢາມ ສ ເບລາຣຸດຊີ

      11/9/2026 9:38:02 AM

      ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ມາກຊິມ ຣືເຊັນກົບ (Maxim Ryzhenkov) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເບລາຣຸດຊີ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ສາທາລະນະລັດ ເບລາຣຸດຊີ ຢ່າງເປັນທາງການ ໃນວັນທີ 4-6 ພະຈິກ 2026 ທີ່ນະຄອນຫລວງມິນສກ໌ .

    • ມອບ-ຮັບ ໜ້າທີ່ບໍລິການງານສະມາຄົມມິດຕະພາບລາວກັບຕ່າງປະເທດ ຄະນະສັນຕິພາບ ແລະ ສາມັກຄີລາວການເມືອງ

      ມອບ-ຮັບ ໜ້າທີ່ບໍລິການງານສະມາຄົມມິດຕະພາບລາວກັບຕ່າງປະເທດ ຄະນະສັນຕິພາບ ແລະ ສາມັກຄີລາວ

      11/9/2026 9:25:22 AM

      ພິທີມອບ-ຮັບໜ້າທີ່ ລະຫວ່າງ ຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງປະເທດ, ຄະນະສັນຕິພາບ ແລະ ສາມັກຄີຂອງລາວ ຊຸດເກົ່າ ແລະ ຊຸດໃໝ່ ຈັດຂຶ້ນໃນວັນທີ 6 ພະຈິກ 2026 ຢູ່ຫ້ອງວ່າການສູນກາງພັກ ໂດຍການເປັນປະທານຂອງ ສະຫາຍ ພົນເອກ ວິໄລ ຫລ້າຄຳຟອງ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ.

    • ຫົວໜ້າ ຄອສພ ຕ້ອນຮັບທູດອົດສະຕຣາລີ ເຂົ້າຢ້ຽມຂໍ່ານັບອຳລາການເມືອງ

      ຫົວໜ້າ ຄອສພ ຕ້ອນຮັບທູດອົດສະຕຣາລີ ເຂົ້າຢ້ຽມຂໍ່ານັບອຳລາ

      11/5/2026 9:33:55 AM

      ວັນທີ 4 ພະຈິກ 2026 ນີ້, ທ່ານ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງປະທານສະພາທິດສະດີສູນກາງພັກ ໄດ້ຕ້ອນຮັບ ທ່ານ ນາງ ເມແກນ ຈອນ (Megan Jones) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ອົດສະຕຣາລີ ປະຈຳ ສປປ ລາວ ເຂົ້າຢ້ຽມຂໍ່ານັບອໍາລາ ເນື່ອງໃນໂອກາດສຳເລັດການປະຕິບັດໜ້າທ່ີການທູດຢູ່ລາວ.

    • ນາຍົກລັດຖະມົນຕີ ຕ້ອນຮັບຜູ້ບັນຊາການທະຫານສູງສຸດ ສສ ມຽນມາການເມືອງ

      ນາຍົກລັດຖະມົນຕີ ຕ້ອນຮັບຜູ້ບັນຊາການທະຫານສູງສຸດ ສສ ມຽນມາ

      11/5/2026 9:29:53 AM

      ໃນຕອນເຊົ້າຂອງວັນທີ 4 ພະຈິກ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນເອກ ແຢ ວິນ ອູ ຜູ້ບັນຊາການທະຫານສູງສຸດ ແຫ່ງ ສສ ມຽນມາ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 3-6 ພະຈິກ 2026.

ads
ads

Top