ກອງປະຊຸມເວທີປຶກສາຫາລືກ່ຽວກັບ ທ່າອຽງການຮ່ວມມື ດ້ານເສດຖະກິດພາກພື້ນ APEC ປີ 2026

09/11/2026 13:24
ຂປລ ກອງ​ປະ​ຊຸມ ເວ​ທີ​ປຶກ​ສາ​ຫາ​ລື​ ກ່ຽວ​ກັບ ​ທ່າ​ອຽງ​ການ​ຮ່ວມ​ມື​ ດ້ານ​ເສດ​ຖະ​ກິດ​ພາກ​ພື້ນ ຂອງອົງ​ການ​ຮ່ວມ​ມື ເສດ​ຖະ​ກິດ​ອາ​ຊີ​-ປາ​ຊີ​ຟິກ ຫລື APEC ​ປີ 2026 ໄດ້ຈັດ​ຂຶ້ນເມື່ອບໍ່ດົນມານີ້​ ຢູ່​​ນະ​ຄອນຫລວງ​ກົວ​ລາ​ລຳ​ເບີ ​ປະ​ເທດ ມາ​ເລ​ເຊຍ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ກອງ​ປະ​ຊຸມ ເວ​ທີ​ປຶກ​ສາ​ຫາ​ລື​ ກ່ຽວ​ກັບ ​ທ່າ​ອຽງ​ການ​ຮ່ວມ​ມື​ ດ້ານ​ເສດ​ຖະ​ກິດ​ພາກ​ພື້ນ ຂອງອົງ​ການ​ຮ່ວມ​ມື ເສດ​ຖະ​ກິດ​ອາ​ຊີ​-ປາ​ຊີ​ຟິກ ຫລື APEC ​ປີ 2026 ໄດ້ຈັດ​ຂຶ້ນເມື່ອບໍ່ດົນມານີ້​ ຢູ່​​ນະ​ຄອນຫລວງ​ກົວ​ລາ​ລຳ​ເບີ ​ປະ​ເທດ ມາ​ເລ​ເຊຍ. ກອງ​ປະ​ຊຸມ​ຄັ້ງ​ນີ້ ​ຈັດ​ຂຶ້ນ​ໂດຍ​ສະ​ໂມ​ສອນ ​ເພື່ອນ​ມິດ​ເສັ້ນ​ທາງ​ສາຍ​ໄໝ​ ມາ​ເລ​ເຊຍ, ໂດຍມີ​ ຜູ້​ຕາງ​ໜ້າ​ລັດ​ຖະ​ບານ ແລະ ນັກ​ວິ​ຊາ​ການ​ຈາກ​ ສປ ຈີນ ແລະ ມາ​ເລ​ເຊຍ 200 ກວ່​າ​ຄົນ ​ເຂົ້າ​ຮ່ວມ.ທ່ານ ນູ ຈາ​ລານ ບິນ ໂມ​ຮາ​ເມັດ ຮອງ​ປະ​ທານ​ສະ​ພາ​ສູງ​ ຂອງ​ມາ​ເລ​ເຊຍ ​ໄດ້ກ່າວ​ຄຳ​ປາ​ໄສ ໂດຍສະແດງ ຄວາມຫວັງ​ທີ່ຈະ​ຊຸກ​ຍູ້​ການ​ສ້າງ​ຂອບ ​ການ​ຮ່ວມ​ມື​ ທີ່​ເນັ້ນ​ໃສ່ ​ການ​ປະ​ຕິ​ບັດ​ຕົວ​ຈິງ ແລະ ມຸ່ງ​ໜ້າ​ສູ່​ອະ​ນາ​ຄົດ ເພື່ອ​ສ້າງ​ປະ​ຊາ​ຄົມ ​ອາ​ຊີ​-ປາ​ຊີ​ຟິກ ທີ່​ມີ​ຄວາມ​ເຂັ້ມ​ແຂງ. ມາ​ເລ​ເຊຍ​ ພວມ​ສຸມ​ກຳ​ລັງ​ສ້າງ ເປັນ​ສູນ​ກາງ​ລະ​ດັບ​ພາກ​ພື້ນ ​ທີ່​ມີ​ການ​ລົງ​ທຶນ​ມູນ​ຄ່າ​ສູງ, ມີ​ຕ່ອງ​ໂສ້​ມູນ​ຄ່າ ວັດ​ສະ​ດຸ​ເຄິ່ງ​ຕົວ​ນຳ ຫລື​ ເຊ​ມີ​ຕອນ​ດັກ​ເຕີ, ພະ​ລັງ​ງານ​ສີ​ຂຽວ ແລະ ເສດ​ຖະ​ກິ​ດິ​ຈິ​ຕອນ, ພ້ອມນີ້ ທ່ານຍັງສະແດງຄວາມຫວັງ ​ທີ່ຈະ​ລົງ​ເ​ລິກ​ການ​ຮ່ວມ​ມື​ ໃນ​ຂົງ​ເຂດ​ຕ່າງໆກັບ​ ສປ ຈີນ.ທ່ານ ກົ່ວ​ເສີນ​ທ່າວ ອັກ​ຄະ​ລັດ​ຖະ​ທູດ​ຈີນ​ ປະ​ຈຳ​ມາ​ເລ​ເຊຍ ​ໄດ້​ນຳ​ສະ​ເໜີ​ ການ​ອອກ​ແບບ ​ໂດຍ​ລວມ​ຂອ​ງ “​ປີຈີນ” ຂອງ APEC, ການກະ​ກຽມວຽກ​ງານ​ ​ ແລະ ຄວາມ​ຄືບ​ໜ້າຫລ້າ​ສຸດ, ພ້ອມ​ທັງ​ ກ່າວ​ວ່າ: ສປ ຈີນ​ ຄອງ​ຄອຍ​ ທີ່ຈະຮ່ວມ​ກັບ​ ມາ​ເລ​ເຊຍ ເພື່ອລົງ​ເລິ​ກ ການຮ່ວມມື ​ໃນ​ພາກ​ພື້ນ​ ແລະ ​ຮ່ວມ​ກັນ​ສ້າງ​ປະ​ຊາ​ຄົມ APEC./.

 (ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top