ຂປລ
ຂປລ. ເມືອງໂຂງ ແຂວງຈຳປາສັກ ເປັນໜຶ່ງໃນຈຸດປາຍທາງການທ່ອງທ່ຽວສຳຄັນຂອງ ສປປ ລາວ

ຂປລ. ເມືອງໂຂງ ແຂວງຈຳປາສັກ ເປັນໜຶ່ງໃນຈຸດປາຍທາງການທ່ອງທ່ຽວສຳຄັນຂອງ ສປປ ລາວ ຊຶ່ງມີທ່າແຮງທາງດ້ານທຳມະຊາດທີ່ເປັນເອກະລັກໂດດເດັ່ນ.ມໍລະດົກທາງປະຫວັດສາດ ແລະວິຖີຊີວິດອັນລຽບງ່າຍຂອງປະຊາຊົນແມ່ນມົນເໜ່ທີ່ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າມາຢ້ຽມຢາມຢ່າງຕໍ່ເນື່ອງ.
ໃນໄລຍະ 9 ເດືອນຜ່ານມາ ເມືອງໂຂງສາມາດຕ້ອນຮັບນັກທ່ອງທ່ຽວໄດ້ທັງໝົດ 114.558 ເທື່ອຄົນ. ສະນັ້ນ, ເພື່ອເຮັດໃຫ້ວຽກງານທ່ອງທ່ຽວມີການພັດທະນາຂຶ້ນກວ່າເກົ່າພາກສ່ວນກຽວຂ້ອງກັນພ້ອມກັນສືບຕໍ່ຍົກລະດັບສິ່ງອຳນວຍຄວາມສະດວກ ແລະ ພື້ນຖານໂຄງລ່າງຢ່າງຮອບດ້ານ ເພື່ອຮອງຮັບການຂະຫຍາຍຕົວອຸດສາຫະກຳການທ່ອງທ່ຽວໃນຍຸກໃໝ່.
ທ່ານ ໄພວັນ ສໍຄົງສິນ ກຳມະການພັກເມືອງ, ຫົວໜ້າຫ້ອງການວັດທະນະທຳ ແລະ ການທ່ອງທ່ຽວ ເມືອງໂຂງ ໄດ້ໃຫ້ສໍາພາດວ່າ: ທົ່ວເມືອງມີແຫລ່ງທ່ອງທ່ຽວທັງໝົດ 41 ແຫ່ງ; ໃນນັ້ນ ເປັນແຫລ່ງທ່ອງທ່ຽວທຳມະຊາດ 20 ແຫ່ງ, ປະຫວັດສາດ 7 ແຫ່ງ ແລະ ແຫລ່ງທ່ອງທ່ຽວວັດທະນະທຳ 14 ແຫ່ງ. ສຳລັບແຫລ່ງທ່ອງທ່ຽວທີ່ໂດດເດັ່ນ ແລະ ເປັນທີ່ນິຍົມປະກອບມີນ້ຳຕົກຕາດຄອນພະເພັງ, ນ້ຳຕົກຕາດສົມພະມິດ ແລະ ແຫລ່ງທ່ອງທ່ຽວອື່ນໆທີ່ມີກິດຈະກຳຫລາກຫລາຍເປັນຕົ້ນແມ່ນຂີ່ລົດຖີບ, ລ່ອງເຮືອກາຍັກ, ຍ່າງຂົວອູ່, ຂີ່ສະລິງ,ຂີ່ເຮືອຊົມທິວທັດທຳມະຊາດຕາມເກາະດອນ ພ້ອມທັງສຳຜັດວິຖີຊີວິດຂອງຊາວບ້ານ. ຜ່ານການຈັດຕັ້ງປະຕິບັດໃນໄລຍະ 9 ເດືອນປີ 2026 ຜ່ານມາ, ມີນັກທ່ອງທ່ຽວຢ້ຽມຢາມ ເມືອງໂຂງ 114.558 ເທື່ອຄົນ. ໃນນັ້ນ, ນັກທ່ອງທ່ຽວພາຍໃນ 53.317 ຄົນ ແລະ ຕ່າງປະເທດ 61.239 ຄົນ ຊຶ່ງເພີ່ມຂຶ້ນ 5.107 ເທື່ອຄົນ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.
ປັດຈຸບັນ, ທົ່ວເມືອງມີສະຖານທີ່ພັກແຮມ 97 ແຫ່ງ; ໃນນັ້ນ ມີໂຮງແຮມ16 ແຫ່ງ, ເຮືອນພັກ 80 ແຫ່ງ, ຣີສອດ 1 ແຫ່ງ, ພ້ອມມີຮ້ານອາຫານ20 ແຫ່ງ. ນອກຈາກນີ້, ຍັງມີກຸ່ມບໍລິການຂົນສົ່ງນັກທ່ອງທ່ຽວຂອງຊາວບ້ານ ເປັນຕົ້ນແມ່ນເຮືອບໍລິການ 205 ລຳ, ລົດບໍລິການຂົນສົ່ງໃນດອນເດດ-ດອນຄອນ 18 ຄັນ ແລະ ລົດໄຟຟ້າ 10 ຄັນເພື່ອອຳນວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວ.
ທ່ານ ໄພວັນ ຍັງໃຫ້ຮູ້ຕື່ມວ່າ: ຜົນສຳເລັດດັ່ງກ່າວ ສ່ວນໜຶ່ງແມ່ນມາຈາກການໄດ້ຮັບທຶນສະໜັບສະໜູນຈາກໂຄງການພັດທະນາພື້ນຖານໂຄງລ່າງ ເພື່ອສົ່ງເສີມການທ່ອງທ່ຽວໄລຍະ 2 ຊຶ່ງໂຄງການໄດ້ສຸມໃສ່ປັບປຸງ ແລະ ກໍ່ສ້າງສິ່ງອຳນວຍຄວາມສະດວກຕ່າງໆ ໂດຍສະເພາະການກໍ່ສ້າງເສັ້ນທາງຄອນກຣີດເຂົ້ານາກະສັງ, ທ່າເຮືອນາກະສັງ, ເສັ້ນທາງໃນດອນເດດ-ດອນຄອນ ແລະ ການປັບປຸງສະຖານທີ່ທ່ອງທ່ຽວອື່ນໆ. ການພັດທະນາພື້ນຖານໂຄງລ່າງດັ່ງກ່າວ ບໍ່ພຽງແຕ່ຊ່ວຍອຳນວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວ ແລະ ການຄົມມະນາຄົມ-ຂົນສົ່ງເທົ່ານັ້ນ, ແຕ່ຍັງຊ່ວຍສົ່ງເສີມການຄ້າຂາຍ, ສ້າງວຽກເຮັດງານທຳ, ກະຈາຍລາຍໄດ້ສູ່ປະຊາຊົນທ້ອງຖິ່ນຢ່າງທົ່ວເຖິງ ແລະ ຊຸກຍູ້ໃຫ້ທຸລະກິດບໍລິການດ້ານການທ່ອງທ່ຽວຂະຫຍາຍຕົວຂຶ້ນຢ່າງຕໍ່ເນ່ືອງ.
ໂດຍ: ມາລີດາ
KPL