ຂປລ
ແຫລ່ງຂ່າວຈາກແຂວງອຸດົມໄຊ ໃຫ້ຮູ້ວ່າ: ທ້າຍອາທິດຜ່ານມາ, ທ່ານ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ປະທານ ສູນກາງແນວລາວສ້າງຊາດ ພ້ອມຄະນະ ໄດ້ເຄື່ຶອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອຸດົມໄຊ.
ຂປລ. ໂອກາດນີ້, ທ່ານ ກິແກ້ວ ໄຂຄໍາພິທູນ ໄດ້ພົບປະກັບການນໍາຂັ້ນແຂວງ ຊຶ່ງນໍາໂດຍທ່ານ ບຸນຄົງ ຫລ້າຈຽມພອນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງອຸດົມໄຊ. ພ້ອມທັງໄປຕິດຕາມສະພາບຕົວຈິງ ຂອງໂຄງການຖານເຊື່ອມຕໍ່ພະລັງງານສະອາດພາກເໜືອລາວ ໄລຍະທີ 1 ໂຄງການໄຟຟ້າແສງຕາເວັນຂະໜາດ 1.000 ເມກາວັດ ຂອງບໍລິສັດ CGN ຊຶ່ງຕັ້ງຢູ່ເຂດລະຫວ່າງເມືອງໄຊ ແລະ ເມືອງນາໝໍ້ແຂວງອຸດົມໄຊ. ພ້ອມທັງຮັບຟັງການລາຍງານກ່ຽວກັບພາບ ລວມ, ຄວາມຄືບໜ້າ ແລະ ທິດທາງການດຳເນີນງານຂອງໂຄງການ ຊຶ່ງໂຄງການດັ່ງກ່າວ, ເປັນໂຄງການພະລັງງານແສງຕາເວັນແບບໂຄງການດ່ຽວ ຂະໜາດໃຫຍ່ທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້ ແລະ ເປັນໂຄງການຜະລິດໄຟຟ້າແສງຕາເວັນເທິງພູຂະໜາດໃຫຍ່ແຫ່ງທຳອິດ ຂອງ ສປປ ລາວ ໂດຍເປີດນໍາໃຊ້ຢ່າງເປັນທາງການແລ້ວ ແລະ ມີກຳລັງຕິດຕັ້ງ 1.000 ເມ ກາວັດ, ຄາດວ່າຈະສາມາດຜະລິດກະແສໄຟຟ້າໄດ້ສະເລ່ຍປະມານ 1,65 ຕື້ກິໂລວັດໂມງຕໍ່ປີ ແລະ ຊ່ວຍຫລຸດຜ່ອນການປ່ອຍກາກບອນໄດອົກໄຊໄດ້ປະມານ 1,3 ລ້ານໂຕນຕໍ່ປີ.
ພ້ອມນີ້, ໃນໄລຍະດຳເນີນໂຄງການ ບໍລິສັດ CGN ຍັງໄດ້ຊຸກຍູ້ການສ້າງຕັ້ງສະຖາບັນມາດຕະຖານແຫລ່ງພະລັງງານສະອາດລາວ ເພື່ອສຸມໃສການຄົ້ນຄວ້າ ແລະ ພັດທະນາມາດຕະຖານດ້ານພະລັງງານ ໂດຍເນັ້ນການເຊື່ອມໂຍງດ້ານນະໂຍບາຍ, ກົດລະບຽບ ແລະ ມາດຕະຖານ ເພື່ອຍົກລະດັບຄຸນນະພາບການຮ່ວມມືດ້ານໄຟຟ້າ ລະຫວ່າງ ລາວ-ຈີນ ໃຫ້ເຂັ້ມແຂງຍິ່ງຂຶ້ນ. ໂຄງການນີ້ບໍ່ພຽງແຕ່ມີຄວາມສຳຄັນຕໍ່ການຂະຫຍາຍແຫລ່ງຜະລິດໄຟຟ້າສະອາດ ແລະ ການເຊື່ອມໂຍງລະບົບໄຟຟ້າລາວ-ຈີນ ເທົ່ານັ້ນ, ແຕ່ຍັງມີສ່ວນຊ່ວຍສ້າງວຽກເຮັດງານທຳ, ກະຕຸ້ນການພັດທະນາອຸດສາຫະກຳທີ່ກ່ຽວຂ້ອງ ແລະ ເສີມສ້າງຄວາມສາມາດ ໃນການຮອງຮັບການພັດທະນາຂອງພາກພື້ນ, ເປັນການປະກອບສ່ວນສຳຄັນໃນການສົ່ງເສີມການຮ່ວມມືລາວ-ຈີນ ແລະ ການພັດທະນາພະລັງງານທີ່ສະອາດ, ປອດໄພ ແລະ ຍືນຍົງ.
ຂ່າວ: ຄຳພັນ ແກ້ວມະນີ
KPL