ຂປລ
ພິທີສະເຫລີມສະຫລອງວັນອາຫານໂລກ, ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ປະຈຳປີ 2026 ຈັດຂຶ້ນໃນວັນທີ 6 ພະຈິກ 2026 ທີ່ສວນອາຊຽນປະຕູໄຊ ພາຍໃຕ້ຄຳຂວັນ “ພັດທະນາໃນມື້ນີ້ ເພື່ອຄວາມອຸດົມສົມບູນໃນອະນາຄົດ” ແລະ “ຮ່ວມໃຈເພື່ອສັນຕິພາບ ແລະ ສິດທິມະນຸດ: ໃຫ້ທຸກຄົນມີທີ່ຢູ່ອາໄສທ່ີປອດໄພ” ໂດຍການເຂ້ົາຮ່ວມຂອງ ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ, ມີຮອງນາຍົກລັດຖະມົນຕີ, ລັດຖະມົນຕີ, ຜູ້ຕາງໜ້າຈາກບັນດາກະຊວງ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມ.
ຂປລ.ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ກ່າວວ່າ: ຄວາມທຸກຍາກ, ໄພອຶດຫິວ ແລະ ການຂາດໂພຊະນາການ ຍັງເປັນບັນຫາທີ່ທົ່ວໂລກ ໃຫ້ຄວາມສຳຄັນ ແລະ ຮຽກຮ້ອງໃຫ້ມີການຮ່ວມມືກັນແກ້ໄຂຢ່າງຕໍ່ເນື່ອງ. ເຖິງວ່າຫລາຍປະເທດຈະມີຄວາມກ້າວໜ້າດ້ານເສດຖະກິດ ແລະ ດ້ານວິທະຍາສາດ ແຕ່ປະຊາຊົນຈຳນວນບໍ່ໜ້ອຍ ກໍຍັງປະສົບກັບຄວາມຫຍຸ້ງຍາກ ໃນການເຂົ້າເຖິງອາຫານທີ່ພຽງພໍ, ປອດໄພ ແລະ ມີຄຸນຄ່າທາງໂພຊະນາການ ອັນເນື່ອງມາຈາກຜົນກະທົບຂອງຄວາມຜັນຜວນທາງດ້ານເສດຖະກິດ, ສົງຄາມ ແລະ ການປ່ຽນແປງຂອງສະພາບດິນຟ້າອາກາດ. ສຳລັບ ສປປ ລາວ, ບັນຫາຄວາມທຸກຍາກ ແລະ ໂພຊະນາການກໍຍັງເປັນສິ່ງທ້າ ທາຍອັນໃຫຍ່ຫລວງ. ປັດຈຸບັນ, ປະເທດເຮົາຍັງມີຄອບຄົວທຸກຍາກກວມ ເອົາ 14,8% ຂອງຄົວເຮືອນທັງໝົດ, ອັດຕາການຂາດສານອາຫານໃນເດັກນ້ອຍອາຍຸຕ່ຳກວ່າ 5 ປີ ຍັງຢູ່ໃນລະດັບສູງ. ນອກຈາກນີ້, ປະຊາກອນລາວຫລາຍກວ່າ 70% ທີ່ເຮັດການກະສິກໍາ ຍັງຜະເຊີນກັບຄວາມສ່ຽງຈາກໄພພິບັດ (ໄພແຫ້ງແລ້ງ, ໄພນໍ້າຖ້ວມ) ແລະ ການເພີ່ມຂຶ້ນ ຂອງລາຄາສິນຄ້າ ແລະ ຄ່າຄອງຊີບຊຶ່ງລ້ວນແຕ່ເປັນສິ່ງທ້າທາຍ ຕໍ່ລະບົບການຜະລິດສະບຽງອາຫານ ແລະ ລາຍຮັບຂອງປະຊາຊົນ ໂດຍສະເພາະທຸກຍາກ ແລະ ກຸ່ມຄົນທີ່ມີຄວາມບອບບາງ.
ຕໍ່ກັບສະພາບການດັ່ງກ່າວ, ພັກ ແລະ ລັດຖະບານໄດ້ໃຫ້ຄວາມສຳຄັນສູງ ໂດຍຖືເອົາກະສິກຳເປັນຂະແໜງບູລິມະສິດໜຶ່ງທີ່ສຳຄັນ ແລະ ກໍານົດເອົາວຽກງານການພັດທະນາຊົນນະບົດ ແລະ ຫລຸດຜ່ອນຄວາມທຸກຍາກເປັນວາລະແຫ່ງຊາດ. ໃນໄລຍະຜ່ານມາ, ຂະແໜງການໄດ້ສຸມໃສ່ການຜະລິດກະສິກຳເພື່ອຄ້ຳປະກັນສະບຽງອາຫານ ແລະ ໂພຊະນະການ ແລະ ການຜະລິດເປັນສິນຄ້າ ຫລຸດຜ່ອນການນຳເຂົ້າ ແລະ ເພື່ອປຸງແຕ່ງ-ເພີ່ມມູນຄ່າ- ສົ່ງອອກຕາມທິດ “ສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ຫລື ສອຈ” ຊຶ່ງສາມາດຄ້ຳປະກັນສະບຽງອາຫານໄດ້ໂດຍພື້ນຖານ ແລະ ການສົ່ງອອກມີທ່າກ້າວຂະຫຍາຍຕົວຕະຫລອດມາ. ນັບແຕ່ເດືອນມັງກອນ ຫາ ເດືອນຕຸລາ ປີ 2026, ການຜະລິດເຂ້ົາບັນລຸໄດ້ 3,7 ລ້ານໂຕນ ເທົ່າກັບ 95% ຂອງ ແຜນການ, ພືດສະບຽງໄດ້ 2,4 ລ້ານ ກວ່າໂຕນ ແລະ ການຜະລິດຊີ້ນ, ໄຂ່, ປາປະຕິບັດໄດ້ຫລາຍກວ່າ 480.000 ໂຕນ. ພ້ອມກັນນີ້, ການຄວບຄຸມການນຳເຂົ້າສິນຄ້າ ທີ່ພວກເຮົາສາມາດຜະລິດພາຍໃນໄດ້ພຽງພໍ ໂດຍສະເພາະ 5 ລາຍການຫລັກ ຄື: ເຂົ້າ, ຊີ້ນ, ໄຂ່, ປາ ແລະ ພືດຜັກ ເຮັດໃຫ້ການນຳເຂົ້າ ສິນຄ້າກະສິກຳຫລຸດລົງເຫລືອ 60 ລ້ານກວ່າໂດລາສະຫະລັດ ຫລື ຫລຸດລົງ 34% ຖຽບໃສ່ໄລຍະດຽວກັນຂອງປີຜ່ານມາ ແລະ ການສ່ົງອອກສິນຄ້າກະສິກຳ-ປ່າໄມ້ບັນລຸໄດ້ 1.620 ລ້ານກວ່າໂດລາສະຫະລັດ (ຕົວເລກປັດຈຸບັນ ປະມານ 1.700-1.800 ລ້ານໂດລາສະຫະລັດ, ຕົວເລກແບບບໍ່ທັນເປັນທາງການ).
ຂ່າວ: ກິດຕາ; ພາບ: ເກດສະໜາ
KPL